ວັນທີ 28 ມັງກອນ, ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ດ້ວຍຫົວຂໍ້ “ການນຳທາງອະນາຄົດຂອງອາຊຽນ ຮ່ວມກັນ” (Navigating Our Future, Together) ໄດ້ໄຂຂຶ້ນຢູ່ Cebu, ຟີລິບປິນ.

leftcenterrightdel
ທ່ານ Dominic Xavier M. Imperial, ໂຄສົກບັນດາບັນຫາ ອາຊຽນ ຂອງກະຊວງການຕ່າງປະເທດ ຟີລິບປິນ. ພາບ: vov.vn

ທີ່ການຖະແຫຼງຂ່າວກ່ອນຈັດກອງປະຊຸມໃນຕອນບ່າຍວັນທີ 27 ມັງກອນ, ທ່ານ Dominic Xavier M. Imperial, ໂຄສົກບັນດາບັນຫາ ອາຊຽນ ຂອງກະຊວງການຕ່າງປະເທດ ຟີລິບປິນ, ໃຫ້ຮູ້ວ່າ ກອງປະຊຸມຈະປຶກສາຫາລືຫຼາຍບັນຫາຮ້ອນເຮັ່ງຂອງພາກພື້ນ, ຄື: ມຸ່ງໄປເຖິງການສ້າງກົດແຫ່ງ​ການປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໃຫ້ສຳເລັດ, ສະພາບການ ມຽນມາ, ຄວາມເຄັ່ງຕຶງ ໄທ - ກຳປູເຈຍ…

ກ່ຽວຂ້ອງເຖິງເລື່ອງ ອາຊຽນ ແລະຈີນ ມຸ່ງໄປເຖິງການສ້າງກົດແຫ່ງ​ການປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ COC ໃຫ້ສຳເລັດໃນປີນີ້, ທ່ານ Dominic Xavier M. Imperial ໃຫ້ຮູ້ວ່າ:

“ສິ່ງສຳຄັນແມ່ນບັນດາຝ່າຍສືບຕໍ່ດຳເນີນການເຈລະຈາ ແລະມີບາດກ້າວຄືບໜ້າຈຳນວນໜຶ່ງກ່ຽວຂ້ອງເຖິງຂໍ້ຕົກລົງສຸດທ້າຍ. ຟີລິບປີນ, ດ້ວຍຖານະເປັນປະເທດເຈົ້າພາບພວມສ້າງເງື່ອນໄຂສະດວກໃຫ້ວິວັດທະນາການປຶກສາຫາລື, ດ້ວຍວິທີສົ່ງເສີມການພົບປະຫຼາຍຄັ້ງຕື່ມອີກ ເພື່ອມານະພະຍາຍາມປະຕິບັດສຳເລັດການເຈລະຈາໃນຈຸດເວລາທີ່ໄດ້ກຳນົດກ່ອນນັ້ນ”.

ຕາມຄຳເຊີນຂອງ ທ່ານ Ma. Theresa P. Lazaro, ລັດຖະມົນຕີການຕ່າງປະເທດ ຟີລິບປິນ, ທ່ານ ເລຮ່ວາຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ (AMMR) ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 28 – 29 ມັງກອນ ຢູ່ Cebu.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ