ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ທ່ານ Iain Frew ເອກອັກຄະລັດຖະທູດ ແຫ່ງ ລາຊະອານາຈັກອັງກິດ ປະຈໍາຫວຽດນາມ ໄດ້ມີການແບ່ງປັນອັນເລິກເຊິ່ງ ກ່ຽວກັບວິໄສທັດໄລຍະຍາວ, ຈິນຕະນາການຍຸດທະສາດ ກໍຄື ບົດບາດນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ ຢູ່ເວທີສາກົນ. ແບ່ງປັນກັບນັກຂ່າວ VOV, ທ່ານ Iain Frew ເນັ້ນໜັກວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ບໍ່ພຽງແຕ່ກໍານົດທິດພັດທະນາຫຼັກແຫຼ່ງໃຫ້ແກ່ໄລຍະຕໍ່ໜ້າເທົ່ານັ້ນ ຫາກຍັງສ່ອງແສງໃຫ້ເຫັນການຕັດສິນໃຈທາງດ້ານການເມືອງຢ່າງແຂງແຮງຂອງຫວຽດນາມ ໃນການມຸ່ງໄປເຖິງການເຕີບໂຕແບບຍືນຍົງ ແລະເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ ໃນໄລຍະຈະມາເຖິງ.

ສຸມໃສ່ການຫັນເປັນດີຈີຕອນ ແລະການເຕີບໂຕສີຂຽວ

ຕາມທ່ານ Iain Frew ແລ້ວ,  ບັນດາເອກະສານຂອງກອງປະຊຸມໃຫຍ່ ຄັ້ງທີ XIV ໄດ້ຢັ້ງຢືນຢ່າງຈະແຈ້ງກ່ຽວກັບໄລຍະທາງຍຸດທະສາດຂອງຫວຽດນາມ ໃນໄລຍະ 2026-2031, ສະແດງໃຫ້ເຫັນກໍາລັງຄວາມສາມາດເປັນເຈົ້າການຮັບມືກັບສິ່ງທ້າທາຍ ແລະໝູນໃຊ້ຢ່າງມີປະສິດທິຜົນບັນດາໂອກາດໃໝ່ໃນສະພາບການທົ່ວໂລກມີການຜັນແປຫຼາຍຢ່າງ.

leftcenterrightdel
ທ່ານ Iain Frew ເອກອັກຄະລັດຖະທູດ ອັງກິດ ປະຈໍາຫວຽດນາມ. ພາບ: vov.vn

ທ່ານ Frew ຖືວ່າ ຈຸດພົ້ນເດັ່ນໃນວິໄສທັດນັ້ນແມ່ນການຫັນເປັນດີຈີຕອນ ເຊິ່ງໄດ້ຮັບການກໍານົດວ່າແມ່ນແຮງຂັບເຄື່ອນແກ່ນສານຊຸກຍູ້ການປະຕິຮູບການບໍລິການສາທາລະນະ, ພັດທະນາບັນດາຂະແໜງອຸດສາຫະກໍາເຕັກໂນໂລຊີສູງ ແລະສ້າງພື້ນຖານໃຫ້ແກ່ການເຕີບໂຕແບບຍືນຍົງ. ຄຽງຂ້າງນັ້ນ, ເລື່ອງໃຫ້ບຸລິມະສິດກ່ຽວກັບພະລັງງານທົດແທນ, ການຫັນຂົງເຂດກະສິກໍາ, ອຸດສາຫະກໍາ ແລະການຄົມມະນາຄົມເປັນສີຂຽວບໍ່ພຽງແຕ່ຊ່ວຍໃຫ້ຫວຽດນາມ ດຶງດູດກະແສເງິນລົງທຶນສາກົນເທົ່ານັ້ນ ຫາກຍັງເປີດໂອກາດສ້າງວຽກເຮັດງານທໍາໃນບັນດາຂະແໜງເສດຖະກິດໃນອະນາຄົດອີກດ້ວຍ.

ທ່ານ Frew ກ່າວວ່າ “ຂ້າພະເຈົ້າ ຮູ້ສຶກປິຕິຊົມຊື່ນເມື່ອເຫັນວ່າ ຫວຽດນາມ ສາມາດສ້າງການພົວພັນຄູ່ຮ່ວມມືສາກົນໃນຂົງເຂດນີ້. ລາຊະອານາຈັກອັງກິດ ແລະຫວຽດນາມ ພວມຮ່ວມມືກັນຢ່າງແໜ້ນແຟ້ນໃນການຫັນເປັນສີຂຽວ, ພິເສດແມ່ນການຫັນປ່ຽນພະລັງງານຜ່ານຄູ່ຮ່ວມມືຫັນປ່ຽນພະລັງງານຍຸຕິທໍາ (JETP). ຂ້າພະເຈົ້າ ເຊື່ອໝັ້ນວ່າ ພ້ອມກັບຄູ່ຮ່ວມມືສາກົນ, ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ເພື່ອຫັນເປົ້າໝາຍທີ່ໄດ້ວາງອອກໃຫ້ປະກົດຜົນເປັນຈິງ”.

ການພັດທະນາໂດຍຖືມະນຸດເປັນໃຈກາງ

ທ່ານເອກອັກຄະລັດຖະທູດ ກໍຕີລາຄາສູງຕໍ່ທັດສະນະພັດທະນາທີ່ຕິດພັນການເຕີບໂຕເສດຖະກິດກັບຄວາມຄືບໜ້າ ແລະຄວາມຍຸຕິທໍາໃນສັງຄົມທີ່ໄດ້ຍົກອອກໃນເອກະສານກອງປະຊຸມໃຫຍ່ ຄັ້ງທີ XIV. ຕາມທ່ານ Frew ແລ້ວ, ປະຊາຊົນຕ້ອງການມີວຽກເຮັດງານທໍາທີ່ຖາວອນ, ມີໂອກາດພັດທະນາ ແລະໄດ້ຮັບການຊົມໃຊ້ໝາກຜົນຂອງການເຕີບໂຕເສດຖະກິດໂດຍກົງ. ເພາະສະນັ້ນ, ເລື່ອງພັກກໍານົດມະນຸດເປັນໃຈກາງ, ເປັນແຮງຂັບເຄື່ອນ ແລະເປັນເປົ້າໝາຍສຸດທ້າຍຂອງການພັດທະນາແມ່ນມີຄວາມໝາຍສໍາຄັນພິເສດ.

ໃນນັ້ນ, ການສຶກສາ ແລະພັດທະນາທັກສະໄດ້ຮັບຖືວ່າແມ່ນເສົາຄໍ້າຫຼັກແຫຼ່ງ. ຈາກແງ່ມູມຂອງລາຊະອານາຈັກອັງກິດ, ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຊົມເຊີຍ ເມື່ອຂົງເຂດນີ້ ໄດ້ວາງຢູ່ທີ່ຕັ້ງບຸລິມະສິດສູງ. ທ່ານ ເນັ້ນໜັກວ່າ, ພັກ ແລະລັດຫວຽດນາມ ຍາມໃດກໍສະຫງວນການລົງ ທຶນຢ່າງຫຼວງຫຼາຍໃຫ້ແກ່ການສຶກສາ. ອັງກິດ ຍາມໃດກໍມີຄວາມເອກະອ້າງທະນົງໃຈທີ່ໄດ້ເປັນຄູ່ຮ່ວມມືຍາວນານຂອງຫວຽດນາມ ໃນການສຶກສາສາມັນ, ມະຫາວິທະຍາໄລ ກໍຄືການບໍາລຸງສ້າງວິຊາສະເພາະ, ປະກອບສ່ວນຍົກສູງຄຸນນະພາບຊັບພະຍາກອນມະນຸດໃຫ້ແກ່ອະນາຄົດ.

ຫວຽດນາມ ຍົກລະດັບຖານະທີ່ຕັ້ງສາກົນ ແລະຕັດສິນໃຈມຸ່ງໄປເຖິງປະເທດທີ່ມີລາຍຮັບສູງ

ທ່ານ Iain Frew ຕີລາຄາສູງຕໍ່ເລື່ອງກອງປະຊຸມໃຫຍ່ XIV ຢັ້ງຢືນຄືນໃໝ່ແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ພ້ອມທັງຍົກລະດັບການພົວພັນຕ່າງປະເທດ ແລະການທູດຂຶ້ນເປັນບຸລິມະສິດຍຸດທະສາດ, ທຽບເທົ່າກັບການປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ. ຕາມທ່ານ ແລ້ວ, ສິ່ງນີ້ໄດ້ສ່ອງແສງໃຫ້ເຫັນຖານະບົດບາດ ແລະທີ່ຕັ້ງນັບມື້ນັບສໍາຄັນຂອງຫວຽດນາມ ໃນເວທີສາກົນ.

ທ່ານ Ian Frew ກ່າວວ່າ ໃນຊຸມປີມໍ່ໆມານີ້, ຫວຽດນາມ ໄດ້ຍົກລະດັບການພົວພັນກັບຫຼາຍຄູ່ຮ່ວມມື, ໃນນັ້ນມີເລື່ອງຫວຽດນາມ ແລະອັງກິດ ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຫວຽດນາມ ນັບມື້ນັບໄດ້ຮັບຟັງ ແລະໄດ້ຮັບການເຄົາລົບນັບຖື, ພ້ອມທັງຕັ້ງໜ້າເຂົ້າຮ່ວມບັນດາບັນຫາສາກົນທີ່ສໍາຄັນ, ນັບແຕ່ດ້ານເສດຖະກິດ-ການຄ້າ ຈົນເຖິງຄວາມໝັ້ນຄົງທົ່ວໂລກ. ເລື່ອງຫວຽດນາມ ດໍາລົງຕໍາແໜ່ງເປັນປະທານກອງປະຊຸມທົບທວນຄືນສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ທີ່ຈະມາເຖິງນີ້ ແມ່ນພະຍານຫຼັກຖານຢ່າງຈະແຈ້ງໃຫ້ແກ່ອິດທິພົນຊື່ສຽງ ແລະຄວາມຮັບຜິດຊອບສາກົນທີ່ນັບມື້ນັບເພີ່ມຂຶ້ນ”.

ໃຫ້ຄໍາເຫັນກ່ຽວກັບເປົ້າໝາຍກາຍເປັນປະເທດທີ່ມີລາຍຮັບສູງຕາມທິດສັງຄົມນິຍົມ, ທ່ານ Iain Frew ຖືວ່າ ນີ້ແມ່ນສິ່ງສະແດງອອກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການຕັດສິນໃຈດ້ານການເມືອງ ແລະວິໄສທັດຍຸດທະສາດໄລຍະຍາວຂອງພັກກອມມູນິດຫວຽດນາມ. ທ່ານຮູ້ສຶກປະທັບໃຈເປັນພິເສດດ້ວຍວິທີວາງນະໂຍບາຍ ແລະຍຸດທະສາດຮອດປີ 2045 ໄດ້ສ້າງຂຶ້ນປິ່ນອ້ອມເປົ້າໝາຍເຫຼົ່ານີ້, ສ້າງຄວາມສະເໝີຕົ້ນສະເໝີປາຍໃນຂົງເຂດການສຶກສາ, ສາທາລະນະສຸກຕະຫຼອດຮອດວິທະຍາສາດ-ເຕັກໂນໂລຊີ ແລະນະວັດຕະກໍາ.

ທ່ານ Iain Frew ກໍສົ່ງຄໍາອວຍພອນໄຊອັນປະເສີດມາຍັງທ່ານ ໂຕເລິມ ເລຂາທິການໃຫຍ່ ແລະຄະນະບໍລິຫານງານສູນກາງພັກ ກ່ຽວກັບການຕັດສິນໃຈດ້ານບຸກຄະລາກອນທີ່ໄດ້ຮັບຮອງເອົາທີ່ກອງປະຊຸມໃຫຍ່ ຄັ້ງທີ XIV, ຖືນີ້ແມ່ນພື້ນຖານສໍາຄັນເພື່ອເປີດອະນາຄົດທີ່ໝັ້ນຄົງ, ຈະແຈ້ງໃຫ້ແກ່ຫວຽດນາມ; ພ້ອມທັງສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືທີ່ນັບມື້ນັບເລິກເຊິ່ງລະຫວ່າງຫວຽດນາມ ແລະອັງກິດ.

ໂດຍ: ໄຊຊະນະ