ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ: ບໍ່ໃຫ້ການລະເມີດສິນໃນນໍ້າຍັງຄ້າງໄວ້ໄດ້ສົ່ງຜົນສະທ້ອນເຖິງການເຮັດວຽກກັບ EC
ກປ.ອອນໄລ - ນີ້ແມ່ນຄໍາຊີ້ນໍາຂອງທ່ານ ເຈິ່ນຮ່ົງຮ່າ ຮອງນາຍົກລັດຖະມົນຕີ ທີ່ວາລະກອງປະຊຸມ ຄັ້ງທີ 30 ຂອງຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການຕ້ານການຂຸດຄົ້ນສິນທະເລທີ່ຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມການກໍານົດ (IUU).
ວາລະກອງປະຊຸມຈັດຂຶ້ນໃນຕອນບ່າຍຂອງວັນທີ 27 ມັງກອນ, ທີ່ສໍານັກງານນາຍົກລັດຖະມົນຕີ, ຮ່າໂນ້ຍ. ກ່າວຄໍາເຫັນຢູ່ທີ່ນີ້, ທ່ານ ເຈິ່ນຮົ່ງຮ່າ ໄດ້ເນັ້ນໜັກຮຽກຮ້ອງຮັບປະກັນບັນດາລະບົບຂໍ້ມູນ, ຄື: ອຸປະກອນຕິດຕາມການເດີນທາງ (VMS), ຊ໊ອບແວຄຸ້ມຄອງພື້ນຖານຂໍ້ມູນອາຊີບຫາປາ ແຫ່ງຊາດ (VN Fishbase), ບັນດາພື້ນຖານຂໍ້ມູນທີ່ກ່ຽວຂ້ອງໄດ້ເຊື່ອມຕໍ່, ອັບເດດ; ກວດກາຄືນສໍາເນົາເອກະສານປັບໃໝການລະເມີດທາງບໍລິຫານ, ກວດກາແຕ່ລະກໍລະນີຢ່າງລະອຽດ ເພື່ອຮັບປະກັນວ່າທຸກກໍລະນີໄດ້ຮັບການແກ້ໄຂຢ່າງຂາດຂັ້ນ ແລະຖືກຕ້ອງກັບກົດໝາຍ.
    |
 |
|
ບັນຍາກາດທີ່ວາລະກອງປະຊຸມ. ພາບ: vov.vn |
ທ່ານ ເຈິ່ນຮົ່ງຮ່າ ຢືນຢັນວ່າ “ລັດຖະມົນຕີກະຊວງກະສິກຳ ແລະສິ່ງແວດລ້ອມ ສ້າງແຜນການກວດກາກ່ອນການກວດກາຂອງ EC, ໂດຍສຸມໃສ່ເດືອນມັງກອນ ແລະກຸມພາ, ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອແບ່ງງານ, ກວດກາບັນດາເນື້ອໃນ ເຊິ່ງ EC ຍົກອອກມາ ໄດ້ຜັນຂະຫຍາຍແລ້ວບໍ່, ເຮັດຕົວຈິງຄືແນວໃດ. ສ່ວນການນໍາບັນດາທ້ອງຖິ່ນສ້າງແຜນການຂອງແຂວງ, ລົງກວດກາອໍານາດການປົກຄອງຂັ້ນທ້ອງຖິ່ນບັນດາພະແນກ, ຂະແໜງການເພື່ອປະຕິບັດຖືກຕ້ອງບັນດາເນື້ອໃນນີ້. ສຸມໃສ່ບັນດາກໍາລັງ ຕ້ອງເຮັດໃຫ້ໄດ້”.
    |
 |
|
ທ່ານ ເຈ່ິນຮ່ົງຮ່າ ກ່າວຄໍາເຫັນທີ່ວາລະກອງປະຊຸມ. ພາບ: vov.vn |
ທີ່ວາລະກອງປະຊຸມ, ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ລາຊະອານາຈັກແບກຊິກ, ລາຊະອານາຈັກ ລຸກຊຳບວກ ແລະສະຫະພາບເອີລົບ ໃຫ້ຮູ້ວ່າ, ຄະນະກໍາມະການເອີລົບ (EC) ຕີລາຄາສູງການຕັດສິນໃຈ, ຊີ້ນໍາ, ບໍລິຫານຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະຄະນະຊີ້ນໍາ ແລະຖືວ່ານີ້ແມ່ນການສະແດງຢ່າງຈະແຈ້ງຂອງຫວຽດນາມ ໃນການປະຕິບັດບັນດາຂໍ້ສະເໜີຢ່າງເຂັ້ມງວດ.
EC ພິເສດຊົມເຊີຍບັນດາມາດຕະການກ່ຽວກັບການປັບປຸງສະພາບແວດທາງດ້ານນິຕິກໍາໃຫ້ສົມບູນແບບ, ໝູນໃຊ້ວິທະຍາສາດເຕັກໂນໂລຢີ, ສ້າງລະບົບກວດກາຈາກສູນກາງລົງຮອດທ້ອງຖິ່ນ. EC ໃຫ້ຂໍ້ສັງເກດກ່ຽວກັບຂໍ້ມູນຂອງຫວຽດນາມ ມີຄວາມຄືບໜ້າຢ່າງຈະແຈ້ງໃນຊຸມປີຜ່ານມາ, ພິເສດແມ່ນໃນປີ 2025.
ໂດຍ: ໄຊນີດາ