ການຮ່ວມສໍາພັນຈາກກໍລະນີເຈັບເປັນພິເສດ

ພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ນໍ້າໃຈມິດຕະພາບດັ່ງກ່າວນີ້ແມ່ນເລື່ອງລາວຂອງທ່ານ Moisés Pérez Mok, ນັກຂ່າວຂອງສໍານັກຂ່າວສານ Prensa Latina ປະຈໍາຫວຽດນາມ. ປີ 2023, ລາວໄດ້ປະເຊີນໜ້າກັບສະພາບທີ່ເປັນອັນຕະລາຍເມື່ອເສັ້ນເລືອດຫົວໃຈທັງສາມເສັ້ນຖືກປິດກັ້ນຫຼາຍກວ່າ 99%. ໃນກໍລະນີບໍ່ສາມາດກັບຄືນໄປຍັງລາຮາວານ, ລາວໄດ້ຮັບການຜ່າຕັດຫົວໃຈຢ່າງສຳເລັດຜົນໂດຍທ່ານໝໍຢູ່ຮ່າໂນ້ຍ.

leftcenterrightdel
ທ່ານ Moisés Pérez Mok, ນັກຂ່າວຂອງສໍານັກຂ່າວສານ Prensa Latina ປະຈໍາຫວຽດນາມ ແບ່ງປັນກ່ຽວກັບການຜ່າຕັດຫົວໃຈ ຢູ່ຫວຽດນາມ. ພາບ: vtv.vn

ການຜ່າຕັດໄດ້ດຳເນີນຢູ່ໂຮງໝໍມະຫາວິທະຍາໄລການແພດຮ່າໂນ້ຍ ດ້ວຍການໜູນຊ່ວຍຄ່າໃຊ້ຈ່າຍທັງໝົດຈາກຝ່າຍໂຮງໝໍ. ທ່ານ Moisés ແບ່ງປັນວ່າ, ປະຈຸບັນໃນຮ່າງກາຍຂອງລາວມີສາຍເລືອດຂອງຊາວຫວຽດນາມ, ແມ່ນສັນຍາລັກອັນເລິກເຊິ່ງໃຫ້ແກ່ຄວາມສະໜິດຕິດພັນລະຫວ່າງສອງຊາດ. ພາຍຫຼັງໄດ້ຮັບການຟື້ນຟູແລ້ວ, ລາວໄດ້ສືບຕໍ່ປະຕິບັດບົດບາດເປັນຂົວຕໍ່ດ້ານຂໍ້ມູນຂ່າວສານ, ສ່ອງແສງໃຫ້ເຫັນການຫັນປ່ຽນດ້ານເສດຖະກິດ ແລະລະບອບລະບຽບການຢ່າງແຂງແຮງຂອງຫວຽດນາມ.

ຄວາມຄືບໜ້າໃໝ່ໃນການຮ່ວມມືດ້ານເຕັກໂນໂລຊີຊີວະພາບ ແລະການຢາ

ໄປຄຽງຄູ່ກັບການໜູນຊ່ວຍດ້ານການແພດໂດຍກົງ, ການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີລະຫວ່າງສອງປະເທດຍັງມີຄວາມຄືບໜ້າກ້າວກະໂດດ. ເດືອນພຶດສະພາ 2025, ຫວຽດນາມ ແລະ ກູບາ ໄດ້ສ້າງຕັ້ງການຮ່ວມທຸລະກິດໃນຂົງເຂດເຕັກໂນໂລຊີຊີວະພາບ ແລະການຢາ ຢ່າງເປັນທາງການ. ນີ້ແມ່ນໂຄງການ ທີ່ໄດ້ຜັນຂະຫຍາຍຢ່າງວ່ອງໄວ, ຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໃນລະດັບສູງລະຫວ່າງສອງຝ່າຍ.

ລະບົບຕ່ອງໂສ້ການຜະລິດທີ່ທັນສະໄໝດ້ວຍຄວາມສາມາດຜະລິດຢານັບພັນກ່ອວຕໍ່ຊົ່ວໂມງໄດ້ເລີ່ມເຂົ້າໃຊ້ງານ. ເປົ້າໝາຍຫຼັກຂອງການຮ່ວມທຸລະກິດນີ້ ແມ່ນເພື່ອສະໜອງຢາທີ່ມີຄຸນນະພາບສູງ ດ້ວຍລາຄາກໍ່ພໍດີ, ຊ່ວຍໃຫ້ຊາວຫວຽດນາມ ເຂົ້າເຖິງຜົນງານດ້ານການແພດທີ່ກ້າວໜ້າ ຈາກກູບາ ງ່າຍຂຶ້ນ.

ມໍລະດົກຈາກຄໍາສັນຍາຂອງຜູ້ນໍາ Fidel Castro

ຢູ່ແຂວງກວາງບິ່ງ, ໂຮງໝໍມິດຕະພາບຫວຽດນາມ - ກູບາ ດົ່ງເຮີຍ ແມ່ນສັນຍາລັກທີ່ບໍ່ສາມາດປ່ຽນແທນໄດ້. ໂຄງການດັ່ງກ່າວແມ່ນເລີ່ມຈາກຄໍາສັນຍາຂອງຜູ້ນໍາ Fidel Castro ໃນການຢ້ຽມຢາມຂອງລາວໃນປີ 1973. ມາຮອດປັດຈຸບັນ, ໂຮງໝໍໄດ້ເຕີບໃຫຍ່ຂະຫຍາຍຕົວ ດ້ວຍຂະໜາດ 1,000 ຕຽງ, ເຊິ່ງເປັນບ່ອນເຮັດວຽກ ແລະ ຖ່າຍທອດເຕັກນິກຂອງແພດໝໍລຸ້ນຕ່າງໆຂອງສອງປະເທດ.

leftcenterrightdel
ຮູບພາບການນຳສອງປະເທດ, ຜູ້ທີ່ຮັກແພງຂອງປະຊາຊົນຫວຽດນາມ ແລະ ກູບາ ຢູ່ໂຮງໝໍມິດຕະພາບຫວຽດນາມ - ກູບາ ດົ່ງເຮີຍ. ພາບ: vtv.vn

ສາຍພົວພັນດັ່ງກ່າວບໍ່ພຽງແຕ່ເປັນສັນຍາລັກເທົ່ານັ້ນ, ຫາກຍັງສະແດງອອກໃຫ້ເຫັນຢ່າງຊັດເຈນໃນແຕ່ະກໍລະນີ, ໂດຍຜ່ານຄວາມເອົາໃຈໃສ່ຢ່າງສຸດໃຈຂອງຜູ້ຊ່ຽວຊານ ເຊັ່ນ: ທ່ານໝໍ Alfredo García Mirete ຫຼືທ່ານໝໍ ຫງວຽນຟ້າມຕວນ. ການປະສານສົມທົບລະຫວ່າງຄວາມຮູ້, ຈັນຍາບັນອາຊີບ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ໄດ້ສ້າງພື້ນຖານທີ່ໝັ້ນຄົງໃຫ້ແກ່ການຮ່ວມມືດ້ານການແພດ.

leftcenterrightdel
ໂຮງໝໍມິດຕະພາບຫວຽດນາມ-ກູບາ ດົ່ງເຮີຍ. ພາບ: vtv.vn

ໃນໄລຍະທາງ 65 ປີ ໄດ້ສິ້ນສຸດລົງດ້ວຍຟິມສາລະຄະດີຂອງນັກຂ່າວ Adianez Salles, ຈາກຮາກຖານການແພດຈົນໄປເຖິງເຂດທະເລ ເຍິດເລະ. ສຳລັບເພື່ອນມິດກູບາ, ຫວຽດນາມ ບໍ່ພຽງແຕ່ເປັນຄູ່ຮ່ວມມືຍຸດທະສາດເທົ່ານັ້ນ ຫາກຍັງແມ່ນດິນແດນຂອງນໍ້າໃຈຖານອ້າຍນ້ອງທີ່ສະໜິດສະໜົມ, ຜ່ານຜ່າທຸກຮົ້ວກີດຂວາງທາງດ້ານພູມສາດ ແລະ ປະຫວັດສາດ.

ໂດຍ: ທູຈາງ