ສິ່ງທີ່ໜ້າສົນໃຈແມ່ນການເຄື່ອນໄຫວສົ່ງອອກແຮງງານ ພວມມີການຫັນປ່ຽນຢ່າງແຮງຈາກ “ລວງກວ້າງ” ໄປສູ່ “ລວງເລິກ”, ບໍ່ພຽງແຕ່ເອົາໃຈໃສ່ກ່ຽວກັບດ້ານຈຳນວນເທົ່ານັ້ນ ຫາກຍັງສຸມໃສ່ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ. ຕາມກົມຄຸ້ມຄອງແຮງງານຕ່າງປະເທດ (ກະຊວງພາຍໃນ) ແລ້ວ, ໄປຄຽງຄູ່ກັບການເປີດໂອກາດເຮັດວຽກ, ວຽກງານການບຳລຸງກໍ່ສ້າງອາຊີບ, ທັກສະ, ສຶກສາກຳນົດທິດ ແລະເຜີຍແຜ່ກົດໝາຍໃຫ້ແກ່ແຮງງານກ່ອນອອກເມືອງ ຫວຽດນາມ ສືບຕໍ່ໄດ້ຮັບຖືວ່າແມ່ນມາດຕະການແກ່ນສານ. ກຳນົດທິດດັ່ງກ່າວ ເພື່ອແນໃສ່ຊ່ວຍໃຫ້ແຮງງານມີແຫຼ່ງລາຍຮັບປົກກະຕິ, ເຮັດວຽກແບບຍືນຍົງ, ພ້ອມທັງຍົກສູງອິດທິພົນຊື່ສຽງແຮງງານຫວຽດນາມ ໃນຕະຫຼາດສາກົນ.

leftcenterrightdel
ແຮງງານຫວຽດນາມ ໄດ້ຮັບການບຳລຸງສ້າງກ່ຽວກັບທັກສະຕ່າງໆ ກ່ອນທີ່ໄປເຮັດວຽກຢູ່ຕ່າງປະເທດ. ພາບ: vov.vn

ປີ 2025, ຫວຽດນາມ ໄດ້ສົ່ງແຮງງານກວ່າ 144.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດ, ລື່ນກາຍ 11% ເມື່ອທຽບໃສ່ແຜນການວາງອອກ. ຍີ່ປຸ່ນ ສືບຕໍ່ແມ່ນຕະຫຼາດຮັບແຮງງານຫວຽດນາມ ຫຼາຍທີ່ສຸດ ດ້ວຍກວ່າ 64.600 ຄົນ, ຖັດມາແມ່ນ ໄຕ້ຫວັນ (ຈີນ) ດ້ວຍຈຳນວນແຮງງານກວ່າ 57.000 ຄົນ ແລະ ສ.ເກົາຫຼີ ກວ່າ 11.600 ຄົນ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ