ນັກຂ່າວ: ຂໍຮຽນທ່ານນາງຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບຄວາມໝາຍ ແລະເປົ້າໝາຍການຢ້ຽມຢາມບຸນກາຣີ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ?

ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ: ການຢ້ຽມຢາມໄດ້ດຳເນີນໄປໃນຈຸດເວລາທີ່ມີຄວາມໝາຍທີ່ສຸດ, ໃນຂະນະທີ່ຫວຽດນາມ ແລະບຸນກາຣີ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພາຍຫຼັງປະເທດບຸນກາຣີ ຫັນປ່ຽນລະບອບລະບຽບການໃນປີ 1990.

ສືບຕໍ່ພາຍຫຼັງການຢ້ຽມຢາມ ແຟງລັງ ຢ່າງເປັນທາງການ, ການຢ້ຽມຢາມ ບຸນກາຣີ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ ເປັນການສ່ົງສານກ່ຽວກັບນ້ຳໃຈຄວາມຮັກແພງທີ່ຈິງໃຈ, ການຖືເປັນສຳຄັນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ກັບບັນດາຄູ່ຮ່ວມມື, ເພື່ອນມິດທີ່ເປັນມູນເຊື້ອ ໄດ້ໃຫ້ການໜູນຊ່ວຍ, ການປະກອບສ່ວນອັນລ້ຳຄ່າ ຕໍ່ກັບພາລະກິດຕໍ່ສູ້ປົກປັກຮັກສາປະເທດຊາດໃນເມື່ອກ່ອນ ແລະພາລະກິດສ້າງສາ, ພັດທະນາປະເທດຊາດໃນປະຈຸບັນຂອງຫວຽດນາມ. ການຢ້ຽມຢາມຍັງແມ່ນໂອກາດເພື່ອໃຫ້ຫວຽດນາມ ເປີດກວ້າງການຮ່ວມມືກັບບຸນກາຣີ ເວົ້າສະເພາະ ແລະບັນດາປະເທດໃນພາກພື້ນ Balkan ເວົ້າລວມ.

ໂດຍແມ່ນໜຶ່ງໃນບັນດາປະເທດທໍາອິດທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ, ແຕ່ປີ 1950, ນ້ຳໃຈມິດຕະພາບຫວຽດນາມ - ບຸນກາຣີ ໄດ້ຮັບການທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງໂດຍການນຳ ແລະປະຊາຊົນລຸ້ນຕ່າງໆຂອງສອງປະເທດ. ເດືອນສິງຫາ ປີ 1957, ປະທານໂຮ່ຈີມິນ ໄດ້ຢ້ຽມຢາມສັນຖະວະໄມຕີ  ບຸນກາຣີ ຢ່າງເປັນທາງການ, ສ້າງພື້ນຖານ ແລະ ເປີດໄລຍະແຫ່ງການພັດທະນາອັນດີງາມໃນການພົວພັນລະຫວ່າງສອງປະເທດ ດ້ວຍການສະໜັບສະໜູນ ແລະການຊ່ວຍເຫຼືອອັນລໍ້າຄ່າທາງດ້ານວັດຖຸ ແລະຈິດໃຈ ເຊິ່ງ ບຸນກາຣີ ໄດ້ສະຫງວນໃຫ້ຫວຽດນາມ ໃນພາລະກິດປົດປ່ອຍຊາດ ແລະປົກປັກຮັກສາປະເທດຊາດ. ປະຊາຊົນຫວຽດນາມ ຍາມໃດກໍຈົດຈໍາພາບພົດຂອງນັກຮຽນ, ນັກສຶກສາ ແລະປະຊາຊົນບຸນກາຣີ ນັບພັນຄົນທີ່ໄດ້ເດີນຂະບວນປະທ້ວງຄັດຄ້ານສົງຄາມຢູ່ຫວຽດນາມ. ບຸນກາຣີ ໄດ້ບໍາລຸງສ້າງນັກຊ່ຽວຊານໃນລະດັບມະຫາວິທະຍາໄລ ແລະເໜືອມະຫາວິທະຍາໄລ ນັບພັນຄົນ ແລະ ຜູ້ອອກແຮງງານທີ່ມີສີມືແຮງງານນັບໝື່ນຄົນ ໃຫ້ຫວຽດນາມ, ເຊິ່ງແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ພາລະກິດສ້າງສາ ແລະພັດທະນາປະເທດຊາດຂອງຫວຽດນາມ.

ການຢ້ຽມຢາມຄັ້ງນີ້ ຈະແມ່ນໂອກາດເພື່ອໃຫ້ການນຳຂັ້ນສູງຂອງສອງປະເທດທົບທວນຄືນຜົນງານແຫ່ງການພັດທະນາການພົວພັນ, ຈາກນັ້ນມີການນໍານົດທິດທີ່ມີລັກສະນະຍຸດທະສາດ, ນຳການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານລະຫວ່າງ ຫວຽດນາມ-ບຸນກາຣີ ຂຶ້ນສູ່ລະດັບສູງໃໝ່, ພິເສດແມ່ນຂົງເຂດຮ່ວມມື ເຊິ່ງ ບຸນກາຣີ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການຄື: ເຕັກໂນໂລຢີຂໍ້ມູນຂ່າວສານ, quantum, ປັນຍາປະດິດ (AI), ຫັນເປັນດີຈີຕອນ, ຫັນເປັນສີຂຽວ, ແພດສາດ... ພ້ອມດຽວກັນນັ້ນ, ນີ້ກໍແມ່ນໂອກາດເພື່ອໃຫ້ສອງປະເທດສ້າງຂົວຕໍ່ທີ່ໄວ້ເນື້ອເຊື່ອໃຈເພື່ອເຊື່ອມຕໍ່ ບຸນກາຣີ ກັບອາຊຽນ ແລະກົງກັນຂ້າມ, ຫວຽດນາມ ກັບສະຫະພາບເອີລົບ (ອີຢູ).

leftcenterrightdel
ທ່ານນາງ ເລທິທູຮັ່ງ  ຮອງລັດຖະມົນຕີກະຊວງການຕ່າງປະເທດ. ພາບ: ກະຊວງການຕ່າງປະເທດ

ນັກຂ່າວ: ຂໍໃຫ້ທ່ານນາງຮອງລັດຖະມົນຕີ ຕີລາຄາກ່ຽວກັບການພົວພັນ ຫວຽດນາມ-ບຸນກາຣີ ໃນໄລຍະຜ່ານມາ ແລະ ຄວາມຫວັງຂອງທ່ານນາງເອງ ຕໍ່ກັບການຢ້ຽມຢາມບຸນກາຣີ ຂອງທ່ານເລຂາທິການໃຫຍ່ ໃນຄັ້ງນີ້?

ທ່ານນາງ ເລທິທູຮັ່ງ  ຮອງລັດຖະມົນຕີກະຊວງການຕ່າງປະເທດ: ການສ້າງການພົວພັນ  ແລະພັດທະນາມາເປັນເວລາ 75 ປີ ໄດ້ສ້າງຂີດໝາຍປະຫວັດສາດໃນການຮ່ວມເດີນທາງໃນກິດຈະການສ້າງສາ ແລະພັດທະນາຂອງກັນ ກໍຄື ຜົນການຮ່ວມມືໃນການພົວພັນສອງປະເທດໃນຂົງເຂດການຮ່ວມມືເກືອບທັງໝົດ.

ທາງດ້ານການເມືອງ-ການທູດ, ສອງຝ່າຍໄດ້ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນຢ່າງເປັນປະຈໍາ, ຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍເປັນປະຈຳໄລຍະ, ຜ່ານນັ້ນສ້າງພື້ນຖານທີ່ໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງເລິກເຊິ່ງ. ວົງເງິນການຄ້າສອງສົ້ນໄດ້ເພີ່ມຂຶ້ນລຽນຕິດໃນຊຸມປີມໍ່ໆມານີ້. ທາງດ້ານການສຶກສາ-ບຳລຸງກໍ່ສ້າງ, ສອງປະເທດໄດ້ລົງນາມໃນໂຄງການຮ່ວມມື ໄລຍະ 2025-2028 ແລະ ພວມພິຈາລະນາຄົ້ນຄວ້າ ເປີດກວ້າງສະພາບແວດລ້ອມແຫ່ງການຮ່ວມມືບໍາລຸງກໍ່ສ້າງ ໃນຂົງເຂດທີ່ບຸນກາຣີ ມີທ່າແຮງ ຄື: ເຕັກໂນໂລຢີຂໍ້ມູນຂ່າວສານ, ຄວາມປອດໄພທາງໄຊເບີ, ລັດຖະບານເອເລັກໂຕນິກ, ການບໍລິຫານພາກລັດ... ການຮ່ວມມືໃນຂົງເຂດອື່ນໆຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທຳ, ແຮງງານ... ຍິ່ງນັບມື້ມີບາດກ້າວພັດທະນາໃໝ່. ສອງຝ່າຍພວມຜັນຂະຫຍາຍບັນດາໜ້າທີ່ຮ່ວມມືຄົ້ນຄວ້າວິທະຍາສາດ; ສ້າງຕັ້ງຄະນະກຳມະການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຢີ, ໃນນັ້ນສຸມໃສ່ເຂົ້າໃນຂົງເຂດໃໝ່ ຄື: ເຕັກໂນໂລຢີຊີວະພາບ, ເຕັກໂນໂລຢີ-ຂໍ້ມູນຂ່າວສານ ແລະການສື່ສານ, ການຫັນເປັນດີຈີຕອນ, AI, ພະລັງງານສີຂຽວ... ສິ່ງດັ່ງກ່າວ ໝັ້ນໝາຍວ່າ ຈະນຳເອົາຂອບເຂດການຮ່ວມມືໃໝ່ທີ່ເໝາະສົມກັບຄວາມສາມາດບ່ົມຊ້ອນ ແລະຄວາມຕ້ອງການຂອງແຕ່ລະຝ່າຍ, ຜ່ານນັ້ນປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງແຕ່ລະປະເທດ.

ພວກຂ້າພະເຈົ້າ ຫວັງວ່າ ການຢ້ຽມຢາມຈະເປີດກາລະໂອກາດຮ່ວມມືໃໝ່ ໃນຂົງເຂດການຄ້າ ແລະການລົງທຶນ ໂດຍຜ່ານການເປີດປະຕູຕະຫຼາດໃຫ້ກັນ; ຜັນຂະຫຍາຍສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ຢ່າງມີປະສິດທິຜົນ, ຊຸກຍູ້ຄະນະກຳມະການເອີລົບ ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ - ອີຢູ (EVIPA) ໂດຍໄວ, ຜ່ານນັ້ນເພີ່ມທະວີການຮ່ວມມືດ້ານການລົງທຶນ ແລະຍົກສູງວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ບຸນກາຣີ ກໍຄືກັບບັນດາຄູ່ຮ່ວມມືໃນ ອີຢູ ຕື່ມອີກ.

ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ຂ້າພະເຈົ້າ ຫວັງວ່າ ການຢ້ຽມຢາມຈະເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ, ຊຸກຍູ້ການເຄື່ອນໄຫວດ້ານການທ່ອງທ່ຽວ - ວັດທະນະທໍາ, ການຮ່ວມມືດ້ານການສຶກສາ - ບໍາລຸງກໍ່ສ້າງ. ຂ້າພະເຈົ້າ ຫວັງວ່າ ຈະໄດ້ເຫັນການເຄື່ອນໄຫວວັດທະນະທຳສິລະປະຫຼາຍກວ່າເກົ່າ ຢູ່ທັງສອງປະເທດ.

ດ້ວຍນ້ຳໃຈຄວາມຮັກແພງທີ່ຈິງໃຈ ແລະສະໜິດຕິດພັນ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມບຸນກາຣີ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຈະເປີດແງ່ຫວັງການຮ່ວມມື, ເໝາະສົມກັບການກໍານົດທິດຍຸດທະສາດຂອງຫວຽດນາມ ໃນສັງກາດໃໝ່, ນຳມາເຊິ່ງໝາກຜົນທີ່ຕັ້ງໜ້າເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ແຕ່ລະພາກພື້ນ ແລະ ໃນໂລກ.

ນັກຂ່າວ: ຂອບໃຈທ່ານນາງຮອງລັດຖະມົນຕີຫຼາຍໆ !

ໂດຍ: ທູຈາງ