ນັກຂ່າວ: ທ່ານເລຂາທິການໃຫຍ່ ໂຕເລິມ ແລະພັນລະຍາ ຢ້ຽມຢາມແຟງລັງ ຢ່າງເປັນທາງການ, ທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບຄວາມສໍາຄັນຂອງການຢ້ຽມຢາມຄັ້ງນີ້?

ທ່ານ Pekka Voutilainen ເອກອັກຄະລັດຖະທູດ ແຟງລັງ ປະຈຳ ຫວຽດນາມ: ພວກຂ້າພະເຈົ້າ ດີໃຈທີ່ສຸດເມື່ອທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຫວຽດນາມ ໄດ້ໄປຢ້ຽມຢາມແຟງລັງ ຢ່າງເປັນທາງການ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ການພົວພັນລະຫວ່າງ ແຟງລັງ ແລະຫວຽດນາມ ສຸດຍອດຊໍ່າໃດ. ສອງປະເທດ ມີການພົວພັນນຳກັນມາຫຼາຍກວ່າ 50 ປີ. ຂ້າພະເຈົ້າຫວັງວ່າການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນເຂົ້າໃນການເພີ່ມທະວີ, ເຮັດໃຫ້ການພົວພັນ ແລະປັບປຸງການພົວພັນນັ້ນໃຫ້ເລິກເຊິ່ງຂຶ້ນກວ່າອີກ.

ຕາມມູນເຊື້ອແລ້ວ, ການພົວພັນລະຫວ່າງ ແຟງລັງ ແລະຫວຽດນາມ ໄດ້ສຸມໃສ່ການຮ່ວມມືພັດທະນາ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ໄດ້ສະແດງໃຫ້ເຫັນການເຕີບໂຕດ້ານເສດຖະກິດທີ່ດີເລີດ. ສະນັ້ນ, ໃນອະນາຄົດ, ການພົວພັນນີ້ຈະສຸມໃສ່ການຄ້າ ແລະການລົງທຶນໃຫ້ຫຼາຍກວ່າອີກ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ. ພາບ: ສໍານັກຂ່າວສານຫວຽດນາມ

ປະຈຸບັນ, ການລົງທຶນຈາກກອງທຶນສາທາລະນະລັດຂອງແຟງລັງ ຢູ່ຫວຽດນາມ ແມ່ນເກືອບ 100 ລ້ານເອີໂຣ. ນອກຈາກນັ້ນ, ກອງທຶນເອກະຊົນ ແລະບໍລິສັດແຟງລັງຈຳນວນໜຶ່ງກໍ່ພວມລົງທຶນຢູ່ຫວຽດນາມ. ໃນດ້ານການຄ້າສອງຝ່າຍ, ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງພວກຂ້າພະເຈົ້າ ຢູ່ອາຊີຕາເວັນອອກສ່ຽງໃຕ້ທັງປີກາຍ ແລະປີນີ້.

ນັກຂ່າວ: ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ການຮ່ວມມືລະຫວ່າງສອງປະເທດໃນອະນາຄົດ ຂົງເຂດໃດຈະມີຄວາມສາມາດບົ່ມຊ້ອນຮ່ວມມືໃຫຍ່ທີ່ສຸດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການພັດທະນາ, ນະວັດຕະກໍາ?

ທ່ານ Pekka Voutilainen ເອກອັກຄະລັດຖະທູດ ແຟງລັງ ປະຈຳ ຫວຽດນາມ: ຂ້າພະເຈົ້າ ຄິດວ່າມີບໍລິສັດແຟງລັງຫຼາຍແຫ່ງສາມາດປະກອບສ່ວນໃຫ້ແກ່ການເຕີບໂຕດ້ານເສດຖະກິດ ແລະສະຫວັດດີການຂອງຫວຽດນາມ. ຂ້າພະເຈົ້າ ຢາກເນັ້ນໜັກວ່າ ໃນບັນດາຂົງເຂດ, ຄື: ເຕັກໂນໂລຢີຂໍ້ມູນຂ່າວສານ (ລວມທັງ 5ຈີ, 6ຈີ), ຄວາມໝັ້ນຄົງທາງໄຊເບີ, ພະລັງງານ (ພະລັງງານສະອາດ), ເສດຖະກິດໝູນວຽນ, ນໍ້າ ແລະເຕັກໂນໂລຢີທາງການແພດ. ນີ້ແມ່ນບັນດາຂົງເຂດທີ່ສອດຄ່ອງກັບເປົ້າໝາຍໃຫຍ່ຂອງຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງ ແລະຍົກສູງສະຫວັດດີການໃຫ້ປະຊາຊົນ.

ໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ພວກຂ້າພະເຈົ້າ ມີບໍລິສັດ, ຄື: Nokia. ໃນຂົງເຂດພະລັງງານ, ພວກຂ້າພະເຈົ້າ ມີບໍລິສັດ, ຄື: Wärtsilä, ສະໜອງໂຮງງານໄຟຟ້າທີ່ສາມາດນໍາໃຊ້ເຊື້ອເພີງຢ່າງມີໄຫວພິບ, ຈາກເຊື້ອເພີງຊີວະພາບຈົນເຖິງອາຍແກັດທໍາມະຊາດແຫຼວ (LNG) ແລະ hydro. ສະນັ້ນ, ມີຫຼາຍໂອກາດເພື່ອສ້າງວິທີແກ້ໄຂແບບຍືນຍົງ. ກ່ຽວກັບເສດຖະກິດໝູນວຽນ, ພວກຂ້າພະເຈົ້າ ກໍ່ພວມເຮັດວຽກກັບສະຫະພາບເອີລົບ ແລະອົງການພັດທະນາອຸດສາຫະກຳສະຫະປະຊາຊາດ (UNIDO) ເພື່ອພັດທະນາເສດຖະກິດໝູນວຽນຢູ່ເຂດອຸດສາຫະກຳໃນທົ່ວຫວຽດນາມ.

ເບິ່ງລວມ, ຂ້າພະເຈົ້າ ຕ້ອງເວົ້າວ່າ, ຫວຽດນາມ ພວມເພີ່ມທະວີຖານະບົດບາດ, ທີ່ຕັ້ງສາກົນຂອງຕົນໃນສະພາບການສາກົນປະຈຸບັນ, ທັງດ້ານການເມືອງ ແລະເສດຖະກິດ, ຍ້ອນມີການເຕີບໂຕດ້ານເສດຖະກິດທີ່ດີເລີດ. ແນ່ນອນວ່າການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ຈະນຳມາເຊິ່ງວຽກງານຫຼາຍຢ່າງໃນຊຸມປີຕໍ່ໜ້າເພື່ອສືບທອດບົດບັນທຶກຊ່ວຍຈຳ (MOU) ແລະໂຄງການທີ່ສອງຝ່າຍຈະລົງນາມ. ບໍລິສັດພາກເອກະຊົນຫຼາຍແຫ່ງຍັງຈະລົງນາມໃນຂໍ້ຕົກລົງຮ່ວມມືໃໝ່ໃນການຢ້ຽມຢາມນີ້, ຄຽງຂ້າງນັ້້ນແມ່ນບັນດາ MOU ລະຫວ່າງອົງການຂອງລັດຖະບານ.

ນັກຂ່າວ: ທ່ານເອກອັກຄະລັດຖະທູດ ໄດ້ກ່າວເຖິງ MOU ແລະຫຼາຍໂຄງການອື່ນອີກແມ່ນໝາກຜົນທີ່ຄອງຄອຍຈາກການຢ້ຽມຢາມ. ສະນັ້ນຜົນກະທົບຍາວນານຂອງໝາກຜົນນີ້ຕໍ່ການພົວພັນ ຫວຽດນາມ-ແຟງລັງ ແມ່ນຫຍັງ, ຂໍຮຽນທ່ານເອກອັກຄະລັດຖະທູດ?

ທ່ານ Pekka Voutilainen ເອກອັກຄະລັດຖະທູດ ແຟງລັງ ປະຈຳ ຫວຽດນາມ: ຂ້າພະເຈົ້າ ເຫັນວ່າສິ່ງດັ່ງກ່າວນີ້ຈະພັດທະນາຫຼາຍກວ່າອີກ. ໃນຂະນະທີ່ ຫວຽດນາມ ພວມບືນຕົວຂຶ້ນສູ່ລະດັບສູງທາງດ້ານເສດຖະກິດ, ແນ່ນອນວ່າການພົວພັນຈະນັບມື້ນັບມີສ່ວນກ່ຽວຂ້ອງຫຼາຍກວ່າຕໍ່ການຄ້າ ແລະການລົງທຶນ, ນຳເອົາຜົນປະໂຫຍດລວມມາໃຫ້ທັງສອງປະເທດ.

ຢູ່ແຟງລັງ ມີຊາວຫວຽດນາມ ອາໄສຢູ່ປະມານ 16.000 ຄົນ. ພວກຂ້າພະເຈົ້າ ຢາກໃຫ້ຊາວຫວຽດນາມ ມາຮໍ່າຮຽນ ແລະເຮັດວຽກຢູ່ແຟງລັງ ເປັນຕົ້ນແມ່ນຜູ້ຊ່ຽວຊານໃນຫຼາຍຂົງເຂດ. ຫວຽດນາມ ມີກຳລັງແຮງງານທີ່ມີການສຶກສາດີທີ່ສຸດ, ສິ່ງເຫຼົ່ານີ້ແນ່ນອນວ່າຢູ່ແຟງລັງມີຄວາມຕ້ອງການໃນຂະນະທີ່ພວກຂ້າພະເຈົ້າ ສືບຕໍ່ພັດທະນາເສດຖະກິດ.

ພວກຂ້າພະເຈົ້າ ກໍ່ສາມາດແບ່ງປັນເຄັດລັບບາງຢ່າງຂອງຕົນ, ເພາະວ່າປະຈຸບັນ ພວກຂ້າພະເຈົ້າ ເປັນປະເທດທີ່ມີຄວາມສຸກທີ່ສຸດໃນໂລກມາເປັນເວລາ 8 ປີ ຕິດຕໍ່ກັນ.

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານ ສາມາດແບ່ງປັນຄວາມຫວັງໃນອາຍຸການປະຕິບັດງານຢູ່ຫວຽດນາມ ແລະການຮ່ວມມືລະຫວ່າງສອງປະເທດໃນອະນາຄົດ?

ທ່ານ Pekka Voutilainen ເອກອັກຄະລັດຖະທູດ ແຟງລັງ ປະຈຳ ຫວຽດນາມ: ກ່ຽວກັບການຮ່ວມມືໃນອະນາຄົດ, ແນ່ນອນວ່າພວກເຮົາຈະເຫັນການພົວພັນດ້ານການຄ້າ ແລະການລົງທຶນພັດທະນາຢ່າງແຂງແຮງ ແລະເພີ່ມຂຶ້ນສູ່ລະດັບໃໝ່. ຂ້າພະເຈົ້າ ເຫັນຄວາມສາມາດບົ່ມຊ້ອນຫຼາຍຢູ່ໃນນັ້ນ.

ມີຂ່າວດີທີ່ໜ້າສົນໃຈນັ້ນແມ່ນຄົນແຟງລັງ ເປັນຜູ້ມັກດື່ມກາເຟທີ່ສຸດຢູ່ໃນໂລກ. ຫວຽດນາມ ແມ່ນປະເທດຜະລິດກາເຟທີ່ດີ. ໂດຍສະເລ່ຍແລ້ວ, ຄົນແຟງລັງ ບໍລິໂພກກາເຟເກືອບ 13 ກິໂລຕໍ່ປີຕໍ່ຄົນ. ນີ້ແມ່ນຕະຫຼາດໃຫຍ່ໃຫ້ບັນດາຜູ້ຜະລິດກາເຟ ແລະຜະລິດຕະພັນອື່ນໆຈາກຫວຽດນາມ. ຫວຽດນາມ ໄດ້ຂາຍສິນຄ້າຫຼາຍຢ່າງໃຫ້ແຟງລັງ, ນັບແຕ່ເຄື່ອງຕໍ່າແຜ່ນຕັດຫຍິບຈົນເຖິງບັນດາຜະລິດຕະພັນເຕັກໂນໂລຢີສູງ ແລະຜະລິດຕະພັນກະເສດ.

ແຟງລັງ ສາມາດສວມບົດບາດເປັນປະຕູອອກສູ່ຕະຫຼາດເອີລົບເໜືອ ແລະສະຫະພາບເອີລົບ (ອີຢູ), ສ່ວນຫວຽດນາມ ເປັນປະຕູອອກສູ່ຕະຫຼາດອາຊີຕາເວັນອອກສ່ຽງໃຕ້ໃຫ້ບໍລິສັດແຟງລັງ.

ນັກຂ່າວ: ຂໍຂອບໃຈທ່ານ!

ໂດຍ: ເຈິ່ນຮວ່ຽນ