ນັກຊ່ຽວຊານຫຼາຍທ່ານ ແລະສື່ມວນຊົນສາກົນ ຕີລາຄາວ່າ ນີ້ແມ່ນຂີດໝາຍສຳຄັນ, ເປັນການຢັ້ງຢືນໃຫ້ເຫັນທີ່ຕັ້ງທີ່ນັບມື້ເພີ່ມຂຶ້ນຂອງຫວຽດນາມ ໃນເວທີສາກົນ.

ໃນບົດວິເຄາະຢ່າງເລິກເຊິ່ງ ດ້ວຍຫົວຂໍ້ວ່າ “ຄຳປາໄສຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຢູ່ສະຫະປະຊາຊາດ ເນັ້ນໜັກເຖິງບົດບາດທົ່ວໂລກຂອງຫວຽດນາມ ໃນສະຖານະການຄວາມເຄັ່ງຕຶງດ້ານການເມືອງ” ຂອງ The Washington Times ໄດ້ເນັ້ນໜັກເຖິງບົດບາດນັບມື້ນັບໃຫຍ່ຂອງຫວຽດນາມ ໃນຖານະທີ່ເປັນປະເທດ “ມີຄວາມຮັບຜິດຊອບ ແລະມຸ່ງໄປເຖິງໃນອະນາຄົດ”.

ບົດຂຽນໄດ້ຍົກໃຫ້ເຫັນໄລຍະຫັນປ່ຽນທີ່ໜ້າປະທັບໃຈຂອງຫວຽດນາມ ເປັນພິເສດ - ຈາກປະເທດທີ່ຖືກທຳລາຍດ້ວຍສົງຄາມ, ເຄີຍຖືກໂດດດ່ຽວໃນສົງຄາມເຢັນ, ມາຮອດປະຈຸບັນແມ່ນປະເທດທີ່ສາມາດເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 80. ພາບ: ສໍານັກຂ່າວສານຫວຽດນາມ

ນະໂຍບາຍການຕ່າງປະເທດ “ນີ້ມນວນ ແຕ່ອົງອາດກ້າຫານ” ຂອງຫວຽດນາມ ໄດ້ຮັບການຕີລາຄາສູງ, ໄດ້ສະແດງອອກໃຫ້ເຫັນຜ່ານທັງການຮັບມືຢ່າງມີໄຫວພິບ ທັງຢຶດໝັ້ນປົກປັກຮັກສາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ. ສິ່ງດັ່ງກ່າວນີ້ໄດ້ຊ່ວຍໃຫ້ ຫວຽດນາມ ກາຍເປັນ “ຜູ້ປ້ອງກັນທີ່ໜ້າໄວ້ເນື້ອເຊື່ອໃຈ” ໃຫ້ແກ່ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະການແກ້ໄຂຄວາມຂັດແຍ່ງໂດຍສັນຕິວິທີ.

ໃຫ້ຄໍາໝັ້ນສັນຍາພັດທະນາແບບຍືນຍົງ ແລະການບໍລິຫານເຕັກໂນໂລຢີ

ສິ່ງທີ່ເປັນໜ້າສົນໃຈແມ່ນໜັງສືພິມ The Washington Times ໄດ້ເອົາໃຈໃສ່ເປັນພິເສດເຖິງການກຳນົດທິດພັດທະນາວິທະຍາສາດ - ເຕັກໂນໂລຢີຂອງຫວຽດນາມ, ໂດຍສະເພາະແມ່ນຂົງເຂດປັນຍາປະດິດ, ຕາມມະຕິເລກທີ 57-NQ/TW ຂອງກົມການເມືອງ ທີ່ປະກາດໃຊ້ໃນເດືອນ ທັນວາ 2024.

ຕາມບົດຂຽນແລ້ວ, ນີ້ແມ່ນການສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບວິທີທີ່ຫວຽດນາມ ຕິດພັນຄວາມທັນສະໄໝພາຍໃນປະເທດ ກັບຄວາມຮັບຜິດຊອບສາກົນ, ໂດຍຜ່ານການຊຸກຍູ້ການພັດທະນາເຕັກໂນໂລຢີທີ່ກ້າວໜ້າຢ່າງມີຄວາມຮັບຜິດຊອບ, ຕິດພັນກັບຫຼັກການຈັນຍາບັນ, ຄວາມໝັ້ນຄົງ ແລະລັກສະນະກວມລວມ.

ນອກຈາກນັ້ນ, ເຫດການ ຫວຽດນາມ ເປັນເຈົ້າພາບຈັດພິທີລົງນາມສົນທິສັນຍາສະຫະປະຊາຊາດກ່ຽວກັບອາດຊະຍາກຳທາງໄຊເບີ (ສົນທິສັນຍາຮ່າໂນ້ຍ) ໃນເດືອນ ຕຸລາ ທີ່ຈະມາເຖິງນີ້  ໜັງສືພິມດັ່ງກ່າວກໍ່ໄດ້ເວົ້າເຖິງປຽບເໝືອນດັ່ງພະຍານຫຼັກຖານທີ່ສະແດງໃຫ້ເຫັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮັບບົດບາດໃຫ້ມີຄວາມສ້າງສັນໃນການຈັດວາງກົດລະບຽບທົ່ວໂລກຂອງຍຸກດີຈີຕອນ.

ພ້ອມກັນນັ້ນ, ບັນດາຜົນງານພັດທະນາເສດຖະກິດ-ສັງຄົມ ຄື: ການຫຼຸດຜ່ອນອັດຕາຄວາມທຸກຍາກລົງຢ່າງແຮງ, ເປີດກວ້າງພະລັງງານທົດແທນ, ການຜັນຂະຫຍາຍກຳລັງຮັກສາສັນຕິພາບ ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າຂອງທະຫານຍິງ, ໄດ້ຮັບຖືວ່າ “ແມ່ນເລື່ອງລາວທີ່ມີຜົນສໍາເລັດກ່ຽວກັບການພັດທະນາແບບກວມລວມ”.

ຊຸກຍູ້ການປະຕິຮູບຂອງສະຫະປະຊາຊາດ ແລະການພັດທະນາແບບຍືນຍົງ

ໜັງສືພິມ The Washington Times ກໍ່ຊີ້ອອກວ່າ, ຫວຽດນາມ ຍາມໃດກໍ່ສະໜັບສະໜູນຄວາມມານະພະຍາຍາມປະຕິຮູບຂອງສະຫະປະຊາຊາດ, ແມ່ນອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ.

ໜັງສືພິມ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ມີຄວາມຕັ້ງໜ້າດ້ວຍບັນດາຂໍ້ລິເລີ່ມເພື່ອແນໃສ່ຍົກສູງປະສິດທິຜົນການເຄື່ອນໄຫວຮັກສາສັນຕິພາບ, ຮັບປະກັນລັກສະນະກວມລວມໃນການບໍລິຫານທົ່ວໂລກ ແລະຍູ້ໄວຄວາມຄືບໜ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs).

leftcenterrightdel
ຄວາມປິຕິຊົມຊື່ນ ແລະຄວາມພາກພູມໃຈຂອງທະຫານກອງຊ່າງແສງ ເລກທີ 4 ເມື່ອເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ. ພາບ: ສໍານັກຂ່າວສານຫວຽດນາມ

ບັນດາຫຼັກຖານທີ່ລະອຽດໄດ້ຍົກອອກໃຫ້ເຫັນແມ່ນ ຫວຽດນາມ ໄດ້ສົ່ງກຳລັງທະຫານເຂົ້າຮ່ວມຄະນະປະຕິບັດງານຮັກສາສັນຕິພາບ ຢູ່ຊູດັງໃຕ້ ແລະ ສາທາລະນະລັດ ອາຟຼິກາກາງ.

ການເຂົ້າຮ່ວມຂອງທະຫານຍິງຫວຽດນາມ ນັບມື້ນັບຫຼາຍຂຶ້ນນັ້ນໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ, ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ຕິດພັນຄຳໝັ້ນສັນຍາຄວາມສະເໝີພາບລະຫວ່າງຍິງ-ຊາຍ ກັບຄວາມຮັບຜິດຊອບໃນການຮັກສາສັນຕິພາບທົ່ວໂລກ.

ຕາມໜັງສືພິມ The Washington Times ແລ້ວ, ເລື່ອງການທູດຂອງຫວຽດນາມ ແມ່ນມີຄວາມແຕກຕ່າງກັນຢູ່ບ່ອນວ່າ “ນຳພາດ້ວຍຄວາມເຫັນດີເຫັນພ້ອມ ແລະບໍ່ບັງຄັບ”. ຫວຽດນາມ ບໍ່ໄດ້ຊອກຫາຜົນປະໂຫຍດ ດ້ວຍການສູ້ຢັນກັນ, ແຕ່ໄດ້ເລືອກເຟັ້ນຊຸກຍູ້ການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະປັບປຸງກົດໝາຍສາກົນ.

ດ້ວຍຄວາມອົດທົນ ແລະມີຫຼັກການນີ້ ຈຶ່ງໄດ້ຊ່ວຍໃຫ້ຫວຽດນາມ ມີທັດສະນະທີ່ໄວ້ເນື້ອເຊື່ອໃຈຢູ່ເວທີປາໄສສາກົນ ຄື: ສະຫະປະຊາຊາດ, ອາຊຽນ, ຂະບວນການບໍ່ຮ່ວມກຸ່ມ ແລະກຸ່ມ 77. ນີ້ແມ່ນພື້ນຖານເພື່ອໃຫ້ຫວຽດນາມ ນັບມື້ນັບໄດ້ຮັບຄວາມເຄົາລົບໃນສະພາບການໂລກທີ່ແຕກອອກເປັນປ່ຽງ ແລະການແກ່ງແຍ້ງແຂ່ງຂັນຂອງປະເທດໃຫຍ່ເພີ່ມຂຶ້ນ.

ການທູດທີ່ມີໄຫວພິບແຕ່ຢຶດໝັ້ນ

ໃນຂະນະນັ້ນ, ເວັບໄຊ International Policy Digest ໄດ້ລົງພິມບົດຂຽນ "Vietnam’s Bamboo Diplomacy Goes Global" ຂອງນັກຮຽນຮູ້ James Borton.

ບົດຂຽນໄດ້ຢືນຢັນວ່າ ການໄປປະຕິບັດງານຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາ ເຊິ່ງໄດ້ພິສູດໃຫ້ເຫັນແນວທາງ, ແບບແຜນ ແລະສິລະປະຂອງການທູດຫວຽດນາມ: ນີ້ມນວນ ແຕ່ ອົງອາດກ້າຫານ, ມີໄຫວພິບ ແຕ່ຢຶດໝັ້ນ.

ຕາມຜູ້ຂຽນແລ້ວ, ຫວຽດນາມ ບັນລຸໄດ້ຄວາມສຳເລັດໃນການດຸ່ນດ່ຽງການພົວພັນກັບບັນດາປະເທດໃຫຍ່, ພ້ອມທັງຮັກສາບົດບາດເປັນຂົວຕໍ່ໃນອາຊຽນ ແລະເປັນເຈົ້າການເຂົ້າຮ່ວມບັນດາສັນຍາການຄ້າເປີດ ຄື CPTPP ແລະ RCEP.

ວິທີເຂົ້າເຖິງນີ້ ໄດ້ຊ່ວຍໃຫ້ຫວຽດນາມ ຫຼີກລ່ຽງການແກ່ດຶງເຂົ້າສູ່ການສູ້ຢັນກັນ, ພ້ອມທັງຢືນຢັນທີ່ຕັ້ງເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງທຸກຝ່າຍ.

ການເຂົ້າຮ່ວມ UNGA 80 ຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ສ້າງຂີດໝາຍບາດກ້າວຫັນປ່ຽນຈາກທີ່ຕັ້ງ “ເຂົ້າຮ່ວມ” ໄປສູ່ການ “ເປັນເຈົ້າການນໍາໜ້າ” ໃນການເຊື່ອມໂຍງເຂົ້າກັບສາກົນ, ສ່ອງແສງໃຫ້ເຫັນວິໄສທັດຍຸດທະສາດ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.

ໂດຍ: ຈາງຫງວຽນ