leftcenterrightdel
ທ່ານ ເຈິ່ນແທັງເໝີນ ປະທານສະພາແຫ່ງຊາດ ຫວຽດນາມ  ກ່າວຄຳເຫັນທີ່ກອງປະຊຸມໃຫຍ່. ພາບ: vov.vn

ຕອນເຊົ້າວັນທີ 27 ກັນຍາ, ຢູ່ນະຄອນເກິ່ນເທີ, ທ່ານ ເຈິ່ນແທັງເໝີນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະຊີ້ນຳກອງປະຊຸມໃຫຍ່ ຄະນະພັກນະຄອນ ເກິ່ນເທີ ຄັ້ງທີ 1, ອາຍຸການ 2025 – 2030. ກອງປະຊຸມໃຫຍ່ພາຍໃຕ້ຫົວຂໍ້ “ເສີມຂະຫຍາຍມູນເຊື້ອສາມັກຄີ, ກໍ່ສ້າງ, ປັບປຸງພັກ ແລະລະບົບການເມືອງໃຫ້ປອດໃສ, ໝັ້ນຄົງຮອບດ້ານ, ລະດົມທຸກແຫຼ່ງກຳລັງ, ບຸກທະລຸ, ມີຫົວຄິດປະດິດສ້າງ, ເຊື່ອມໂຍງເຂົ້າກັບສາກົນ, ພັດທະນານະຄອນເກິ່ນເທີໂດຍໄວ, ຍືນຍົງ ແລະ ທັນສະໄໝ”.

ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ເນັ້ນໜັກວ່າ ນະຄອນເກິ່ນເທີ ຕ້ອງສຸມໃສ່ລະດັບສູງເພື່ອພັດທະນາເສດຖະກິດ, ເອົາໃຈໃສ່ເຖິງການເຊື່ອມຕໍ່ເຂດ; ເສີມຂະຫຍາຍທ່າໄດ້ປຽບກ່ຽວກັບສະໜາມບິນສາກົນ, ທ່າກຳປັ່ນ, ການເດີນເຮືອ, ເສັ້ນທາງຄວາມໄວສູງໂດຍໄວ, ຂຸດຄົ້ນສະຖານທີ່ພັດທະນາໃໝ່, ແກ້ໄຂຈຸດອຸດຕັນ… ນອກຈາກນັ້ນ, ນະຄອນຕ້ອງພັດທະນາທ່າແຮງໃນການທ່ອງທ່ຽວທີ່ເປັນເອກະລັກສະເພາະ, ໂຄສະນາເຄື່ອງໝາຍ “ເກິ່ນເທີ - ຕົວເມືອງເຂດແມ່ນ້ຳ”; ຂຸດຄົ້ນສີສັນວັດທະນະທຳແມ່ນ້ຳ, ກາຍເປັນສະຖານທີ່ນັດພົບສາກົນ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ