ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ເລີ່ມຕົ້ນຢ້ຽມຢາມ ຕວັກກີ ແລະເກຼັກ ຢ່າງເປັນທາງການ ແຕ່ວັນທີ 25 ກັນຍາ ຕາມຄໍາເຊີນຂອງການນໍາສະພາແຫ່ງຊາດສອງປະເທດ, ແນໃສ່ເພີ່ມທະວີການພົວພັນມິດຕະພາບ ແລະຊຸກຍູ້ການຮ່ວມມືທາງລັດຖະສະພາ, ເສດຖະກິດ ແລະວັດທະນະທໍາ.
ເນື່ອງໃນໂອກາດນີ້, ທ່ານນາງ ຟ້າມທິທູເຮືອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເກຼັກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ, ຍົກໃຫ້ເຫັນຄວາມໝາຍການຢ້ຽມຢາມ ກໍ່ຄືບົດບາດຂອງການຮ່ວມມືທາງລັດຖະສະພາໃນການພົວພັນລວມທີ່ເປັນມູນເຊື້ອມິດຕະພາບ ຫວຽດນາມ-ເກຼັກ.
    |
 |
ທ່ານນາງ ຟ້າມທິທູເຮືອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເກຼັກ. ພາບ: nhandan.vn |
ນັກຂ່າວ: ທ່ານນາງເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບຄວາມໝາຍຂອງການຢ້ຽມຢາມເກຼັກ ຢ່າງເປັນທາງການຂອງທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ຕໍ່ກັບການພົວພັນຮ່ວມມືສອງຝ່າຍ ຫວຽດນາມ-ເກຼັກ ?
ທ່ານນາງ ຟ້າມທິທູເຮືອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເກຼັກ: ການຢ້ຽມຢາມເກຼັກ ຢ່າງເປັນທາງການຂອງທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ແຕ່ວັນທີ 30 ກັນຍາ ຫາວັນທີ 3 ຕຸລາ ຕາມຄໍາເຊີນຂອງທ່ານ Ioannis Plakiotakis ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ ເກຼັກ ແມ່ນມີຄວາມໝາຍສຳຄັນໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຢືນຢັນຄວາມປາດຖະໜາ ຂອງທັງສອງຝ່າຍໃນການຊຸກຍູ້ການພົວພັນສອງປະເທດ, ໃນນັ້ນມີ ການຮ່ວມມືທາງລັດຖະສະພາ.
ການຢ້ຽມຢາມໄດ້ດໍາເນີນໄປກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງປະເທດ. ໃນການຢ້ຽມຢາມຄັ້ງນີ້, ຄາດວ່າທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ຈະມີການພົບປະກັບທ່ານ Ioannis Plakiotakis ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດເກຼັກ; ພົບປະກັບທ່ານ Kostis Hatzidakis ຮອງປະທານາທິບໍດີເກຼັກ; ເຮັດວຽກກັບກຸ່ມສະມາຊິກລັດຖະສະພາມິດຕະພາບ ເກຼັກ-ຫວຽດນາມ ຂອງສະພາແຫ່ງຊາດເກຼັກ ໂດຍທ່ານນາງ Makrh Zoh Zetta ເປັນປະທານ; ພົບປະກັບທ່ານເລຂາທິການໃຫຍ່ພັກກອມມູນິດເກຼັກ; ພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ເກຼັກ...
ເນື່ອງໃນໂອກາດການຢ້ຽມຢາມນີ້, ສະຖານທູດຫວຽດນາມ ປະຈຳ ເກຼັກ ຈະສົມທົບກັບຄູ່ຮ່ວມມືເກຼັກ ແມ່ນ New Star Art ເພື່ອຈັດຕັ້ງການເປີດຕົວປຶ້ມແປພາສາເກຼັກ ເຫຼັ້ມທີ 1 ຂອງປຶ້ມ “ບັນດາບົດຂຽນຄັດເລືອກຂອງປະທານໂຮ່ຈີມິນ ແຕ່ປີ 1920-1969” ແປຈາກພາສາອັງກິດ ເປັນພາສາເກຼັກ ໂດຍສຳນັກພິມໂລກສະໜອງລິຂະສິດການແປພາສາອັງກິດ, ຮັບໃຊ້ວຽກງານຖະແຫຼງຂ່າວການຕ່າງປະເທດ.
ນັກຂ່າວ: ທ່ານນາງ ສາມາດຊີ້ອອກໃຫ້ເຫັນທ່າແຮງອັນພົ້ນເດັ່ນໃນການພົວພັນ ຫວຽດນາມ-ເກຼັກ ໃນໄລຍະ 50 ປີຜ່ານມາ, ຂໍຮຽນທ່ານນາງເອກອັກຄະລັດຖະທູດ?
ທ່ານນາງ ຟ້າມທິທູເຮືອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເກຼັກ: ພາຍຫຼັງ 50 ປີແຫ່ງການສ້າງຕັ້ງ, ສອງປະເທດໄດ້ຮັກສາການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ພິເສດແມ່ນອາລົມຈິດອັນອົບອຸ່ນ ເຊິ່ງປະຊາຊົນສອງປະເທດມີຕໍ່ກັນ.
ພວກເຮົາລ້ວນແຕ່ໄດ້ຮັບການສະໜັບສະໜູນຈາກເກຼັກ ນັບແຕ່ໃນການຕໍ່ຕ້ານອາເມລິກາ, ກູ້ຊາດຈົນຮອດໄລຍະຮັບມືກັບພະຍາດໂຄວິດ-19 ແລະຂະບວນການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ. ເກຼັກ ແມ່ນໜຶ່ງໃນບັນດາປະເທດສະຫະພາບເອີລົບ (ອີຢູ) ທຳອິດທີ່ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມື ແລະການຮ່ວມມືຮອບດ້ານ ຫວຽດນາມ-ອີຢູ (PCA), ຮັບຮອງເອົາສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ໂດຍໄວ, ໄດ້ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ-ອີຢູ (EVIPA), ສະໜັບສະໜູນຫວຽດນາມ ການສະໝັກເຂົ້າເປັນສະມາຊິກສະພາສິດທິມະນຸດອາຍຸການ 2023-2025…
ພ້ອມກັບການຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ, ທຸກຂັ້ນ, ສອງປະເທດໄດ້ຮັກສາການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ ແລະໄດ້ລົງນາມໃນເອກະສານຮ່ວມມືຫຼາຍສະບັບເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍ. ເຖິງວ່າການພົວພັນດ້ານເສດຖະກິດ ແລະການຄ້າຂອງສອງປະເທດຍັງຈຳກັດ, ດ້ວຍວົງເງິນເກືອບ 350 ລ້ານໂດລາສະຫະລັດ ໃນ 7 ເດືອນຕົ້ນປີ 2025, ແຕ່ກໍ່ໄດ້ເພີ່ມຂຶ້ນກວ່າ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 ແລະເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງໃນຊຸມປີມໍ່ໆມານີ້.
ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງປະເທດຍັງມີຫຼາຍ, ເປັນຕົ້ນແມ່ນໃນຂົງເຂດເຊິ່ງສອງປະເທດມີທ່າແຮງ, ຄື: ການຂົນສົ່ງທາງທະເລ, ຜະລິດຕະພັນອຸດສາຫະກຳ, ກະສິກຳ, ເຕັກໂນໂລຢີສູງ, ນະວັດຕະກໍາ, ແຮງງານ, ວັດທະນະທຳ, ທ່ອງທ່ຽວ, ການສຶກສາ... ບໍ່ພຽງແຕ່ຢູ່ຕະຫຼາດພາຍໃນປະເທດເທົ່ານັ້ນ, ເກຼັກ ຍັງຢືນຢັນຄວາມພ້ອມທີ່ຈະເປັນຂົວຕໍ່ເພື່ອໃຫ້ຫວຽດນາມ ຍູ້ແຮງການພົວພັນກັບ ອີຢູ, ເຂດ Balkan ແລະທະເລເມດິເຕີເຣນຽນ ອີກດ້ວຍ.
ຝ່າຍຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ເກຼັກ ກັບພາກພື້ນອາຊຽນ.
ນັກຂ່າວ: ຕາມທ່ານນາງເອກອັກຄະລັດຖະທູດແລ້ວ, ພວກເຮົາຄວນເຮັດແນວໃດເພື່ອນຳການພົວພັນ ຫວຽດນາມ-ເກຼັກ ໃຫ້ພັດທະນາແທດຈິງກວ່າອີກ ໃນໄລຍະຈະມາເຖິງ?
ທ່ານນາງ ຟ້າມທິທູເຮືອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເກຼັກ: ການຢ້ຽມຢາມໄດ້ສະແດງໃຫ້ເຫັນວ່າການຮ່ວມມືທາງລັດຖະສະພາໄດ້ສວມບົດບາດສຳຄັນໃນການນຳການພົວພັນສອງປະເທດເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ.
ກ່ອນການຢ້ຽມຢາມ, ຄະນະປະຈໍາສະພາແຫ່ງຊາດ ຊຸດທີ XV ໄດ້ຮັບຮອງເອົາມະຕິສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ-ເກຼັກ, ແນໃສ່ອັບເດດ ແລະເພີ່ມທະວີການເຄື່ອນໄຫວຂອງກຸ່ມ. ສິ່ງເຫຼົ່ານີ້ໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນຂອງພວກເຮົາໃນການເພີ່ມທະວີການຮ່ວມມືທາງລັດຖະສະພາຂອງສອງປະເທດໂດຍຜ່ານກຸ່ມສະມາຊິກລັດຖະສະພາມິດຕະພາບ.
ນີ້ຈະແມ່ນພື້ນຖານເພື່ອໃຫ້ສອງຝ່າຍຮັກສາການເຄື່ອນໄຫວແລກປ່ຽນເປັນປະຈໍາຜ່ານບັນດາອົງການວິຊາການ, ຊຸກຍູ້ການແບ່ງປັນບົດຮຽນດ້ານນິຕິບັນຍັດ, ບົດຮຽນການຕິດຕາມກວດກາ ກໍ່ຄືການນຳໃຊ້ດີຈີຕອນເຂົ້າໃນການເຄື່ອນໄຫວຂອງສະພາແຫ່ງຊາດ ແລະການເຄື່ອນໄຫວອື່ນໆທີ່ມີຄວາມໝາຍແທດຈິງ, ຕາມຄວາມຮຽກຮ້ອງຕ້ອງການຂອງສອງຝ່າຍ, ສ້າງພື້ນຖານໃຫ້ແກ່ການຮ່ວມມືອັນຍາວນານ.
ຄຽງຂ້າງນັ້ນ, ສອງຝ່າຍກໍ່ຄວນສືບຕໍ່ຮັກສາ, ເພີ່ມທະວີການສົມທົບກັນຢູ່ເວທີປາໄສລັດຖະສະພາຫຼາຍຝ່າຍ, ຄື: ສະຫະພັນລັດຖະສະພາໂລກ (IPU), ເວທີປາໄສຄູ່ຮ່ວມມືລັດຖະສະພາ ອາຊີ-ເອີລົບ (ASEP), ປະກອບສ່ວນປັບປຸງສັນຕິພາບ, ຄວາມໝັ້ນຄົງພາກພື້ນ ແລະຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່, ຄື: ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງທາງໄຊເບີ...
ຄວາມມານະພະຍາຍາມດັ່ງກ່າວບໍ່ພຽງແຕ່ເພີ່ມທະວີຄວາມສະໜິດຕິດພັນລະຫວ່າງສອງອົງການນິຕິບັນຍັດເທົ່ານັ້ນ ຫາກຍັງນຳການພົວພັນສອງຝ່າຍໃຫ້ພັດທະນາແທດຈິງ, ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ ແລະປະກອບສ່ວນສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຮ່ວມມືອັນຍາວນານລະຫວ່າງ ຫວຽດນາມ-ເກຼັກ.
ນັກຂ່າວ: ຂໍຂອບໃຈທ່ານນາງ!
ໂດຍ: ເຈິ່ນຮວ່ຽນ