ນັກຂ່າວ: ເດືອນກັນຍາປີນີ້ແມ່ນເດືອນທີ່ເຕັມໄປດ້ວຍຄວາມໝາຍຕໍ່ກັບຫວຽດນາມ ແລະເຢຍລະມັນ ເມື່ອຫວຽດນາມ ສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ແລະຂີດໝາຍ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຂອງສອງປະເທດ. ອັນໃດແມ່ນຜົນງານອັນພົ້ນເດັ່ນໃນເຄິ່ງສະຕະວັດຂອງການພົວພັນຮ່ວມມືລະຫວ່າງສອງປະເທດ, ຂໍຮຽນທ່ານເອກອັກຄະລັດຖະທູດ?

ທ່ານ ຫງວຽນດັ໊ກແທັ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເຢຍລະມັນ: ໃນເຄິ່ງສະຕະວັດທີ່ຜ່ານມາ, ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບເຢຍລະມັນ ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ ແລະແທດຈິງໃນທຸກຂົງເຂດ. ຫວຽດນາມ ແລະເຢຍລະມັນ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນປີ 1975, ແຕ່ພື້ນຖານອັນດີງາມຂອງການພົວພັນສອງປະເທດແມ່ນໄດ້ມາຈາກການພົບປະແລກປ່ຽນທາງການທູດປະຊາຊົນທີ່ເປັນເອກະລັກໄດ້ຍືນຍົງຄົງຕົວມາແຕ່ຫຼາຍທົດສະວັດກ່ອນໜ້ານັ້ນ.

ເກືອບ 15 ປີນັບແຕ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ວົງເງິນການຄ້າລະຫວ່າງສອງປະເທດ ໄດ້ຈາກລະດັບ 4,57 ຕື້ໂດລາສະຫະລັດໃນປີ 2011 ເພີ່ມຂຶ້ນເປັນ 11,7 ຕື້ໂດລາສະຫະລັດ, ເພີ່ມຂຶ້ນກວ່າ 2,5 ເທົ່າ. ວິສາຫະກິດເຢຍລະມັນຫຼາຍແຫ່ງມີຄວາມສົນໃຈຕໍ່ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ ໃນຍຸດທະສາດທີ່ຫັນເປັນຫຼາຍຮູບຫຼາຍແບບ, ປັບປຸງລະບົບຕ່ອງໂສ້ການສະໜອງ.

ການຮ່ວມມືດ້ານຕຸລາການ - ກົດໝາຍ, ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ-ບໍາລຸງສ້າງ, ສາທາລະນະສຸກ, ວັດທະນະທຳສັງຄົມ, ການທ່ອງທ່ຽວ... ແມ່ນມີມູນເຊື້ອມາແຕ່ດົນນານແລ້ວ ແລະສືບຕໍ່ບັນລຸໄດ້ໝາກຜົນທີ່ແທດຈິງ. ຍົກຕົວຢ່າງ, ເຢຍລະມັນ ແມ່ນໜຶ່ງໃນ 10 ຕະຫຼາດແຂກທ່ອງທ່ຽວທີ່ມີລະດັບການໃຊ້ຈ່າຍສູງສຸດຂອງຫວຽດນາມ. ແຕ່ປີ 2023, ນັກທ່ອງທ່ຽວເຢຍລະມັນ ສືບຕໍ່ໄດ້ຮັບການຍົກເວັ້ນວີຊາເຂົ້າຫວຽດນາມເປັນເວລາ 45 ວັນ.

leftcenterrightdel
ທ່ານ ຫງວຽນດັ໊ກແທັ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເຢຍລະມັນ. ພາບ: ສະຖານທູດຫວຽດນາມ ປະຈຳ ເຢຍລະມັນ

ນັກຂ່າວ: ສະຖານທູດຫວຽດນາມ ປະຈຳ ເຢຍລະມັນ ໄດ້ ແລະພວມຜັນຂະຫຍາຍການເຄື່ອນໄຫວ, ເຫດການຫຍັງແດ່ໃນປີທີ່ພິເສດນີ້?

ທ່ານ ຫງວຽນດັ໊ກແທັ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເຢຍລະມັນ: ແຕ່ຕົ້ນປີ 2025, ສອງຝ່າຍໄດ້ສົມທົບກັນຈັດຕັ້ງການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຢູ່ນະຄອນຫຼວງຂອງທັງສອງປະເທດ.

ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ ແລະ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດຢູ່ນະຄອນຫຼວງ Berlin ໂດຍມີການເຂົ້າຮ່ວມຂອງທ່ານ Bodo Ramelow ຮອງປະທານສະພາແຫ່ງຊາດເຢຍລະມັນ ແລະແຂກຈາກກະຊວງການຕ່າງປະເທດ, ກະຊວງ, ຂະແໜງການ ແລະທ້ອງຖິ່ນເຢຍລະມັນ ເຂົ້າຮ່ວມນັບເປັນຮ້ອຍທ່ານ. ຄາດວ່າໃນເດືອນຕຸລາ 2025, ງານບຸນເຢຍລະມັນ ຈະຈັດຂຶ້ນຢູ່ໜອງຮວ່ານກ໊ຽມ, ນະຄອນຫຼວງຮ່າໂນ້ຍ.

ຫວຽດນາມ ຊົມເຊີຍການຢ້ຽມຢາມຫວຽດນາມຂອງການນຳລັດຖະບານ, ກະຊວງການຕ່າງປະເທດ ແລະບັນດາທ້ອງຖິ່ນຂອງເຢຍລະມັນ. ສະຖານທູດຫວຽດນາມ ປະຈຳ Berlin ກໍ່ຫວັງວ່າ ຈະໄດ້ຕ້ອນຮັບຄະນະຜູ້ແທນການນຳຂັ້ນສູງຂອງລັດຖະບານຫວຽດນາມ ມາຢ້ຽມຢາມເຢຍລະມັນ ຢ່າງເປັນທາງການ ຕາມແຜນການແລກປ່ຽນຄະນະຜູ້ແທນໃນປີ 2025, ແນໃສ່ຢືນຢັນຄຳໝັ້ນສັນຍາດ້ານການເມືອງຂອງລັດຖະບານສອງປະເທດທີ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ຂຶ້ນສູ່ລະດັບສູງໃໝ່ ແລະຕອບສະໜອງຄວາມຄອງຄອຍຂອງປະຊາຄົມວິສາຫະກິດເຢຍລະມັນ ທີ່ພວມລົງທຶນ ແລະດຳເນີນທຸລະກິດຢູ່ຫວຽດນາມ.

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານ ສາມາດໃຫ້ຮູ້ຈຸດສຸມການຮ່ວມມືລະຫວ່າງສອງປະເທດໃນປີ 2025 ກໍ່ຄື ຊຸມປີຕໍ່ໜ້າ?

ທ່ານ ຫງວຽນດັ໊ກແທັ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເຢຍລະມັນ: ທີໜຶ່ງ, ເພີ່ມທະວີການພົບປະ ແລະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໃນທຸກຊ່ອງທາງຂອງພັກ, ລັດ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນ; ສືບຕໍ່ຮັກສາກົນໄກຮ່ວມມືທີ່ມີຢູ່ແລ້ວ. ຈັດຕັ້ງການຢ້ຽມຢາມ ແລະພົບປະກັບການນຳຂັ້ນສູງຂອງສອງປະເທດ ແນໃສ່ປັບປຸງຄວາມເຊື່ອໝັ້ນ ແລະຊຸກຍູ້ການຮ່ວມມືສອງຝ່າຍ, ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢູ່ບັນດາກົນໄກຫຼາຍຝ່າຍ, ຄື: ສະຫະປະຊາຊາດ, ອາຊຽນ, ອີຢູ...

ທີສອງ, ຊຸກຍູ້ການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຢີ ແລະນະວັດຕະກໍາໃຫ້ກາຍເປັນເສົາຄໍ້າການຮ່ວມມືໃໝ່ ແລະເນື້ອໃນສຳຄັນໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ.

ທີສາມ, ເສີມຂະຫຍາຍທ່າແຮງ, ຂຸດຄົ້ນຄວາມສະດວກເພື່ອໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ເຢຍລະມັນ ຮັບໃຊ້ຜົນປະໂຫຍດຂອງລັດຖະບານ, ປະຊາຊົນສອງປະເທດໃຫ້ດີທີ່ສຸດເພື່ອປະກອບສ່ວນເຂົ້າໃນສັນຕິພາບ, ວັດທະນາຖາວອນ, ພັດທະນາແບບຍືນຍົງ ແລະນະວັດຕະກໍາຂອງສອງປະເທດ, ສອງຊາດ.

ນັກຂ່າວ: ສອງປະເທດຕ້ອງເຮັດຫຍັງແດ່ເພື່ອເສີມຂະຫຍາຍຈຸດຄ້າຍຄືກັນ, ຄວາມສະດວກ, ນໍາການພົວພັນ ຫວຽດນາມ-ເຢຍລະມັນ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່ໃນ 5 ທົດສະວັດຈະມາເຖິງ, ຂໍຮຽນທ່ານເອກອັກຄະລັດຖະທູດ?

ທ່ານ ຫງວຽນດັ໊ກແທັ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເຢຍລະມັນ: ກ່ອນອື່ນໝົດ, ສອງປະເທດຕ້ອງສືບຕໍ່ຮັກສາ ແລະສ້າງຕັ້ງກົນໄກເຈລະຈາເປັນປະຈຳ, ເວທີປາໄສສົນທະນາປະຈຳໄລຍະຢູ່ທຸກຂັ້ນເພື່ອຊ່ວຍກວດກາຄືນ ແລະຕີລາຄາຄວາມຄືບໜ້າໃນການປະຕິບັດບັນດາຂໍ້ຕົກລົງ. ໃນໄລຍະຈະມາເຖິງ, ອາດຈະພິຈາລະນາສ້າງຕັ້ງກົນໄກເຈລະຈາໃໝ່ຕື່ມອີກ ເພື່ອປັບຕົວເຂົ້າກັບການປ່ຽນແປງຢ່າງວ່ອງໄວຂອງສະພາບການໂລກ.

ທີສອງ, ເພີ່ມທະວີການຮ່ວມມືຢູ່ເວທີປາໄສຫຼາຍຝ່າຍ. ດ້ວຍບົດບາດເປັນສະມາຊິກທີ່ຕັ້ງໜ້າຂອງຫຼາຍອົງການຈັດຕັ້ງສາກົນ ແລະພາກພື້ນ, ສອງປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສຫຼາຍຝ່າຍແນໃສ່ຮ່ວມມືແກ້ໄຂສິ່ງທ້າທາຍໃນທົ່ວໂລກ, ກໍ່ຄື ຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາແບບຍືນຍົງ.

ທີສາມ, ຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນພັດທະນາຢ່າງແຂງແຮງ, ຄື: ເຕັກໂນໂລຢີຂໍ້ມູນຂ່າວສານ, ປັນຍາປະດິດ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ,...

ທີສີ່, ຍູ້ແຮງການເຊື່ອມຕໍ່ວິສາຫະກິດສອງປະເທດໂດຍຜ່ານເວທີປາໄສວິສາຫະກິດ, ງານຕະຫຼາດນັດການຄ້າ, ເຫດການສົ່ງເສີມການລົງທຶນສອງຝ່າຍແນໃສ່ຂຸດຄົ້ນກາລະໂອກາດ, ຄວາມສາມາດບົ່ມຊ້ອນຮ່ວມມື ແລະທ່າແຮງຂອງແຕ່ລະພື້ນຖານເສດຖະກິດກວ່າອີກ. ບັນດາວິສາຫະກິດສວມບົດບາດສຳຄັນໃນການຫັນຂໍ້ຕົກລົງ ແລະເປົ້າໝາຍຮ່ວມມືລະຫວ່າງຫວຽດນາມ ແລະເຢຍລະມັນ ໃຫ້ປະກົດຜົນເປັນຈິງ.

ທີຫ້າ, ຊຸກຍູ້ການລົງນາມ ແລະນຳໃຊ້ສັນຍາການຄ້າ, ການລົງທຶນ ແລະຂໍ້ຕົກລົງຮ່ວມມືໃນຫຼາຍຂົງເຂດ. ສັນຍາ EVFTA ໄດ້ສ້າງພື້ນຖານອັນສຳຄັນໃຫ້ແກ່ການຮ່ວມມືດ້ານການຄ້າ, ສະນັ້ນເລື່ອງລັດຖະບານເຢຍລະມັນ ຮັບຮອງເອົາການຍື່ນສະເໜີຕໍ່ສະພາແຫ່ງຊາດເຢຍລະມັນ ໃຫ້ສັດຕະຍາບັນສັນຍາ EVIPA,  ຈະເປີດກາລະໂອກາດຮ່ວມມືດ້ານການລົງທຶນລະຫວ່າງຫວຽດນາມ ແລະເຢຍລະມັນ ຕື່ມອີກ.

ທີຫົກ, ຍູ້ແຮງການເຄື່ອນໄຫວພົບປະແລກປ່ຽນດ້ານວັດທະນະທຳ, ພົບປະແລກປ່ຽນປະຊາຊົນໂດຍຜ່ານການຈັດຕັ້ງບັນດາເຫດການວັດທະນະທຳ, ງານບຸນ, ງານວາງສະແດງ ແລະລາຍການແລກປ່ຽນສິລະປະເພື່ອແນະນຳສີສັນວັດທະນະທຳຂອງແຕ່ລະປະເທດ, ຄື: ລາຍການວັນຫວຽດນາມ ຢູ່ເຢຍລະມັນ.

ນັກຂ່າວ: ຂໍຂອບໃຈທ່ານ!

ໂດຍ: ເຈິ່ນຮວ່ຽນ