ເນື່ອງໃນໂອກາດນີ້, ທ່ານ Dato'Tan Yang Thai ເອກອັກຄະລັດຖະທູດມາເລເຊຍ ປະຈຳ ຫວຽດນາມ ໄດ້ແບ່ງປັນກັບສື່ມວນຊົນ ກ່ຽວກັບຈຸດສຸມຂອງ AIPA 46 ກໍ່ຄື ຄວາມໝາຍຂອງການຢ້ຽມຢາມຂອງທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ.

ນັກຂ່າວ: ຮຽນທ່ານເອກອັກຄະລັດຖະທູດ, ທ່ານ ຈົ່ງໃຫ້ຮູ້ກ່ຽວກັບການຢ້ຽມຢາມຄັ້ງນີ້ຂອງທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ມີຄວາມໝາຍສຳຄັນຄືແນວໃດຕໍ່ກັບການພົວພັນສອງຝ່າຍ ແລະຄວາມຫວັງຂອງທ່ານເອກອັກຄະລັດຖະທູດ ກ່ຽວກັບການຮ່ວມມືລັດຖະສະພາລະຫວ່າງສອງປະເທດ?

ທ່ານ Dato'Tan Yang Thai ເອກອັກຄະລັດຖະທູດ: ການຢ້ຽມຢາມມາເລເຊຍ ຢ່າງເປັນທາງການຂອງທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແມ່ນຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ-ມາເລເຊຍ, ພິເສດແມ່ນໃນສະພາບການທີ່ສອງປະເທດ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ທີ່ສ້າງຕັ້ງມາແຕ່ປີ 2024.

ຄຽງຂ້າງນັ້ນ, ຫົວຂໍ້ຂອງ AIPA 46 ໄດ້ເນັ້ນໜັກເຖິງບົດບາດນໍາໜ້າຂອງລັດຖະສະພາ ໃນການເຕີບໂຕກວມລວມ ແລະການພັດທະນາແບບຍືນຍົງ, ສ່ອງແສງໃຫ້ເຫັນຢ່າງຈະແຈ້ງບັນດາບຸລິມະສິດລວມຂອງທັງສອງປະເທດ.

leftcenterrightdel
ທ່ານ Dato' Tan Yang Thai ເອກອັກຄະລັດຖະທູດມາເລເຊຍ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ກົນໄກຂອງ AIPA ອຳນວຍຄວາມສະດວກໃຫ້ແຕ່ລະລັດຖະສະພາສາມາດສົ່ງຄະນະຜູ້ແທນລວມມີສະມາຊິກ 15 ຄົນ ແລະຊຸກຍູ້ການເຈລະຈາລະຫວ່າງລັດຖະສະພາຜ່ານບັນດາຂອບເຂດ ແລະກົນໄກທີ່ມີຫຼາຍຮູບຫຼາຍແບບ, ສ້າງກາລະໂອກາດຫຼາຍຢ່າງໃຫ້ແກ່ການຮ່ວມມືສອງຝ່າຍ.

ມາເລເຊຍ ຄາດວ່າການຢ້ຽມຢາມຄັ້ງນີ້ຈະເປີດກວ້າງບັນດາການເຄື່ອນໄຫວແລກປ່ຽນລັດຖະສະພາໂດຍຜ່ານການເຂົ້າຮ່ວມຂອງຄະນະກຳມາທິການ, ການຮ່ວມມືໃນລະດັບພະນັກງານ, ຜັນຂະຫຍາຍຂໍ້ລິເລີ່ມຍົກສູງກໍາລັງຄວາມສາມາດລວມ. ພ້ອມດຽວກັນນັ້ນ ການຢ້ຽມຢາມໄດ້ຕັ້ງຄວາມຫວັງໄວ້ວ່າ ຈະເຮັດໃຫ້ຄວາມເຫັນດີເຫັນພ້ອມລະຫວ່າງອົງການນິຕິບັນຍັດສອງປະເທດກ່ຽວກັບນະໂຍບາຍຊຸກຍູ້ການພັດທະນາທີ່ສະເໝີພາບ ແລະຍືນຍົງໃຫ້ເລິກເຊິ່ງຂຶ້ນຕື່ມ, ສົ່ງເສີມການຮ່ວມມືຜ່ານບັນດາກຸ່ມສະມາຊິກລັດຖະສະພາເພື່ອແນໃສ່ບັນຫາໃນພາກພື້ນ ເຊັ່ນ: ເພີ່ມທະວີຄວາມສາມາດຕ້ານທານກັບການປ່ຽນແປງຂອງດິນຟ້າອາກາດ, ປ້ອງກັນ, ຕ້ານການຄ້າມະນຸດ ແລະການລົງທຶນແບບຍືນຍົງ.

ການຢ້ຽມຢາມກໍ່ແມ່ນກາລະໂອກາດເພື່ອປັບປຸງບົດບາດຂອງລັດຖະສະພາໃນການຮັບປະກັນຄວາມໂປ່ງໃສ ແລະຄວາມຮັບຜິດຊອບໃນການອະທິບາຍກ່ຽວກັບຂັ້ນຕອນການປະຕິບັດນະໂຍບາຍ.

ຜ່ານນັ້ນ, ມາເລເຊຍ ແລະຫວຽດນາມ ສາມາດຍົກລະດັບການພົວພັນລັດຖະສະພາ, ປະກອບສ່ວນແທດຈິງເຂົ້າໃນວິໄສທັດອາຊຽນ ກ່ຽວກັບພາກພື້ນທີ່ຈະເລີນຮຸ່ງເຮືອງ, ກວມລວມ ແລະພັດທະນາແບບຍືນຍົງ.

ນັກຂ່າວ: ທ່ານ ຕີລາຄາຄືແນວໃດຕໍ່ຄວາມໝາຍ ແລະຈຸດສຸມຂອງ AIPA 46 ສໍາລັບເປົ້າໝາຍການພັດທະນາໃໝ່ຂອງອາຊຽນ?

ທ່ານ Dato'Tan Yang Thai ເອກອັກຄະລັດຖະທູດ: ນີ້ແມ່ນຂີດໝາຍສຳຄັນໃນການພັດທະນາຂອງອາຊຽນ, ປະກອບສ່ວນເຂົ້າໃນການຕິດພັນການເຂົ້າຮ່ວມຂອງບັນດາລັດຖະສະພາກັບວິໄສທັດປະຊາຄົມອາຊຽນ 2045.

ໃນຖານະທີ່ເປັນປະທານອາຊຽນ ແລະເປັນປະທານ AIPA ໃນປີ 2025, ມາເລເຊຍ ໄດ້ສຸມໃສ່ຫົວຂໍ້ທີ່ກ່ຽວຂ້ອງເຖິງລັກສະນະກວມລວມ ແລະການພັດທະນາແບບຍືນຍົງ, ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ” ໃນການພັດທະນາຂອງພາກພື້ນ.

leftcenterrightdel
ຜູ້ຕາງໜ້າສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA). ພາບ: ສໍານັກຂ່າວສານຫວຽດນາມ.

ຫົວຂໍ້ຂອງ AIPA 46 ແມ່ນ: “ສະພາແຫ່ງຊາດຢູ່ດ່ານໜ້າເພື່ອອາຊຽນ ເຕີບໂຕແບບກວມລວມ ແລະຍືນຍົງ”, ເຊິ່ງໄດ້ເນັ້ນໜັກວ່າ ລັດຖະສະພາ ຄວນຫັນປ່ຽນຕົນເອງຈາກບົດບາດທີ່ປຶກສາມາເປັນບົດບາດນຳພາດ້ານນິຕິບັນຍັດຢ່າງເປັນເຈົ້າການ, ມີຄວາມຮັບຜິດຊອບໃນການຕິດຕາມກວດກາ, ຮັບປະກັນຄວາມຮັບຜິດຊອບອະທິບາຍ ແລະຫັນຄວາມຄາດຫວັງຂອງພາກພື້ນໃຫ້ເປັນກົດໝາຍ ແລະນະໂຍບາຍທີ່ລະອຽດ.

AIPA 46 ຈະເຮັດໃຫ້ບົດບາດໃຈກາງຂອງລັດຖະສະພາໃນການຊຸກຍູ້ການພັດທະນາແບບກວມລວມ ແລະຍືນຍົງພົ້ນເດັ່ນຂຶ້ນ, ທີ່ຕັ້ງຂອງລັດຖະສະພາ ດ້ວຍແກ່ນສານຫຼັກແຫຼ່ງແມ່ນຊຸກຍູ້ບັນດາເປົ້າໝາຍໄລຍະຍາວຂອງອາຊຽນ.

ເຫດການດັ່ງກ່າວກໍ່ຊຸກຍູ້ໃຫ້ປະເທດຕ່າງໆ ຮຽນຮູ້ເຊິ່ງກັນ ແລະກັນ ໂດຍຜ່ານການແບ່ງປັນພຶດຕິກໍາຕົວຈິງທາງດ້ານນິຕິບັນຍັດທີ່ພົ້ນເດັ່ນ ແລະກົນໄກຕິດຕາມກວດກາຢ່າງມີປະສິດທິຜົນ. ພ້ອມທັງ AIPA 46 ກໍ່ຕັ້ງຄວາມຫວັງໄວ້ວ່າ ຈະເພີ່ມທະວີກໍາລັງຄວາມສາມາດຂອງລັດຖະສະພາ ເພື່ອແນໃສ່ເປັນເຈົ້າການຮັບມືກັບບັນດາສິ່ງທ້າທາຍ ແລະກາລະໂອກາດໃໝ່ໃນການມຸ່ງໄປເຖິງການເຕີບໂຕແບບກວມລວມ; ສົ່ງເສີມການຮ່ວມມືລະຫວ່າງບັນດາລັດຖະສະພາກັບພາກເອກະຊົນ, ວົງການນັກຮຽນຮູ້ໃຫ້ແໜ້ນແຟ້ນ, ຮັບປະກັນວິໄສທັດປະຊາຄົມອາຊຽນ 2045 ໄດ້ຮັບການຊຸກຍູ້ດ້ວຍການເຂົ້າຮ່ວມຢ່າງກວ້າງຂວາງຂອງທົ່ວສັງຄົມ.

AIPA 46 ບໍ່ພຽງແຕ່ແມ່ນການເຄື່ອນໄຫວທາງການທູດເທົ່ານັ້ນ, ຫາກຍັງສ້າງຂີດໝາຍບົດບາດນຳໜ້າຂອງລັດຖະສະພາໃນການພັດທະນາໃນໄລຍະຍາວ, ຖືປະຊາຊົນເປັນໃຈກາງຂອງອາຊຽນ ອີກດ້ວຍ.

ນັກຂ່າວ: ທ່ານເອກອັກຄະລັດຖະທູດ ສາມາດແບ່ງປັນຄວາມຫວັງກ່ຽວກັບການເຂົ້າຮ່ວມຂອງຫວຽດນາມ ທີ່ AIPA 46 ໃນຄັ້ງນີ້?

ທ່ານ Dato'Tan Yang Thai ເອກອັກຄະລັດຖະທູດ: ຫວຽດນາມ ມີປະຫວັດການເຂົ້າຮ່ວມມາແຕ່ດົນນານ ແລະມີຄວາມຕັ້ງໜ້າໃນ AIPA, ໄດ້ເຂົ້າເປັນສະມາຊິກໄວດ້ວຍການປະກອບສ່ວນທີ່ໂດດເດັ່ນ. ປີນີ້, ເມື່ອມາເລເຊຍ ສວມບົດບາດເປັນປະທານອາຊຽນ ແລະປະທານ AIPA, ຫວຽດນາມ ສືບຕໍ່ໃຫ້ການຮ່ວມມື ແລະສະແດງໃຫ້ເຫັນບົດບາດ, ການປະກອບສ່ວນຂອງຕົນໃນຫຼາຍຂົງເຂດ ແລະຫົວຂໍ້ຕົ້ນຕໍ.

ຜ່ານບັນດາຂອບເຂດຂອງ AIPA, ໃນນັ້ນ ລວມມີກອງປະຊຸມສະມັດຊາໃຫຍ່, ບັນດາກົນໄກລົງເລິກຂະແໜງການ ຄື: ກຸ່ມສະມາຊິກລັດຖະສະພາໜຸ່ມ AIPA (YPA), ກຸ່ມສະມາຊິກລັດຖະສະພາຍິງ AIPA (WAIPA), ກຸ່ມທີ່ປຶກສາລະຫວ່າງລັດຖະສະພາອາຊຽນ (AIPA Caucus) ແລະສະພາໃຫ້ຄຳປຶກສາ AIPA ກ່ຽວກັບຢາເສບຕິດອັນຕະລາຍ (AIPACODD), ຄະນະຜູ້ແທນຫວຽດນາມ ສາມາດປະກອບສ່ວນຢ່າງແທດຈິງ ແລະມີປະສິດທິຜົນ.

ໃນຂອບເຂດ ແລະກົນໄກດັ່ງກ່າວ, ຫວຽດນາມ ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະສືບຕໍ່ມີການປະກອບສ່ວນທີ່ແທດຈິງທີ່ກ່ຽວຂ້ອງເຖິງການເຕີບໂຕແບບກວມລວມ, ເສດຖະກິດດີຈີຕອນ, ພັດທະນາແບບຍືນຍົງ ແລະຊຸກຍູ້ບົດບາດຂອງຊາວໜຸ່ມ.

ພ້ອມທັງ, ຫວຽດນາມ ມີປະສົບການຕົວຈິງຫຼາຍຢ່າງຈາກການປະຕິຮູບທີ່ກຳລັງຜັນຂະຫຍາຍຢູ່ພາຍໃນປະເທດ, ເພື່ອແນໃສ່ຊຸກຍູ້ການເຕີບໂຕຢ່າງສະເໝີພາບ ແລະຄວາມສາມາດຕ້ານທານຕໍ່ຜົນກະທົບຂອງສິ່ງແວດລ້ອມ.

ຄຽງຂ້າງນັ້ນ, ການເຂົ້າຮ່ວມຂອງຫວຽດນາມ ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະປະກອບບັນດາຂໍ້ສະເໜີທີ່ສອດຄ່ອງກັບເປົ້າໝາຍຂອງ AIPA, ພິເສດແມ່ນໃນການຊຸກຍູ້ກອບນິຕິກໍາ ແລະກົນໄກຕິດຕາມກວດກາ ເພື່ອແນໃສ່ເພີ່ມທະວີລັກສະນະກວມລວມ ແລະການພັດທະນາແບບຍືນຍົງໃນທົ່ວພາກພື້ນ.

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ.

ໂດຍ: ຈາງຫງວຽນ