leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico. ພາບ: ສໍານັກຂ່າວສານຫວຽດນາມ

ຕອນບ່າຍວັນທີ 3 ກັນຍາ, ຢູ່ປັກກິ່ງ, ປະເທດ ຈີນ, ເນື່ອງໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ ຂອງປະຊາຊົນໂລກ ແລະເຮັດວຽກຢູ່ ຈີນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ສະແດງຄວາມເຄົາລົບຕໍ່ການພົວພັນທີ່ເປັນມູນເຊື້ອ ແລະການຮ່ວມມືມິດຕະພາບອັນດີງາມກັບສະໂລວາກີ; ທ່ານ ເລືອງເກື່ອງ ໄດ້ແບ່ງປັນບັນດາເປົ້າໝາຍພັດທະນາຂອງຫວຽດນາມ, ຊົມເຊີຍ ແລະຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ທີ່ໄດ້ພັດທະນາຢ່າງຕັ້ງໜ້າໃນໄລຍະຜ່ານມາ.

ສ່ວນທ່ານນາຍົກລັດຖະມົນຕີ Robert Fico ກໍ່ຕີລາຄາສູງທີ່ຕັ້ງ ແລະບົດບາດຂອງຫວຽດນາມ ຢູ່ພາກພື້ນ.

ການນຳສອງທ່ານ ໄດ້ເຫັນດີພັດທະນາການພົວພັນຢ່າງເລິກເຊິ່ງ, ກວ້າງຂວາງໃນທຸກຂົງເຂດ; ພ້ອມກັນນັ້ນ, ກໍ່ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນການແກ້ໄຂບັນດາບັນຫາພາກພື້ນ ແລະສາກົນ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ