ນັກຂ່າວ: ຂໍໃຫ້ທ່ານທູດແບ່ງປັນກ່ຽວກັບຄວາມໝາຍກ່ຽວກັບທ່ານປະທານປະເທດຫວຽດນາມ ໄປເຂົ້າຮ່ວມພິທີສະເຫຼີມສະຫຼອງໄຊຊະນະຟາດຊິດຂອງປະຊາຊົນໂລກ ຢູ່ຈີນ?

ທ່ານ ຟ້າມແທັງບິ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຈີນ: ໂດຍໄດ້ຮັບຄໍາເຊີນຂອງທ່ານ ສີຈີ້ນຜິງ, ເລຂາທິການໃຫຍ່, ປະທານປະເທດຈີນ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຈະໄປເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ແຫ່ງວັນໄຊຊະນະຟາດຊິດຂອງປະຊາຊົນໂລກ ແລະເຮັດວຽກ ຢູ່ ຈີນ ແຕ່ວັນທີ 2-4 ກັນຍາ. ເລື່ອງການນໍາຫຼັກແຫຼ່ງຂອງຫວຽດນາມ ໄປເຂົ້າຮ່ວມເຫດການດັ່ງກ່າວແມ່ນມີຄວາມໝາຍສໍາຄັນ ແລະເປັນການສົ່ງສານຍຸດທະສາດຂອງຫວຽດນາມ ກ່ຽວກັບສັນຕິພາບ ແລະການພັດທະນາເຖິງເພື່ອນມິດສາກົນໃນພາກພື້ນ ແລະໃນໂລກ.

ທີໜຶ່ງ, ພິທີສະເຫຼີມສະຫຼອງ 80 ແຫ່ງວັນໄຊຊະນະຟາດຊິດຂອງປະຊາຊົນໂລກ ແມ່ນໜຶ່ງໃນບັນດາເຫດການທີ່ມີຂະໜາດທົ່ວໂລກ, ບໍ່ພຽງແຕ່ເປັນການຫວນຄືນຂີດໝາຍປະຫວັດສາດອັນສໍາຄັນຍິ່ງເທົ່ານັ້ນ, ຫາກຍັງເປັນການຢັ້ງຢືນຄຸນຄ່າພື້ນຖານທີ່ໄດ້ກໍານົດລະບຽບສາກົນແບບທັນສະໄໝໃຫ້ເປັນຮູບເປັນຮ່າງ: ສັນຕິພາບ, ເອກະລາດ, ອະທິປະໄຕ, ການຮ່ວມມືຢ່າງສະເໝີພາບ ແລະພ້ອມກັນພັດທະນາ ອີກດ້ວຍ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ຜ່ານສົງຄາມຍາວນານ ເພື່ອຍາດເອົາເອກະລາດຂອງຊາດ. ປະຊາຊົນຫວຽດນາມ ເຂົ້າໃຈກວ່າຜູ້ໃດກ່ຽວກັບຄຸນຄ່າຂອງເອກະລາດ, ອິດສະຫຼະພາບ ແລະ ສັນຕິພາບ; ປະຊາຊົນຫວຽດນາມ ໄດ້ແບ່ງປັນຄວາມເຈັບປວດ, ການສູນເສຍ, ເຄົາລົບຕໍ່ການເສຍສະຫຼະທີ່ໃຫຍ່ຫຼວງຂອງບັນດາຊົນຊາດໃນທົ່ວໂລກໃນການຕໍ່ສູ້ຕ້ານ ຟາດຊິດ, ຕ້ານການກົດຂີ່ຂູດຮີດ. ການປະກົດຕົວຂອງທ່ານປະທານປະເທດຫວຽດນາມ ໃນພິທີດັ່ງກ່າວສືບຕໍ່ເປັນການຢັ້ງຢືນເຖິງແນວທາງການພົວພັນຕ່າງປະເທດຂອງຫວຽດນາມ ແມ່ນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ, ຕັ້ງໜ້າປະກອບສ່ວນ ແລະມີຄວາມຮັບຜິດຊອບຕໍ່ສັນຕິພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະໃນໂລກ.

ເຫດການດັ່ງກ່າວ ແມ່ນດຳເນີນພ້ອມກັບພິທີສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາປະສົບຜົນສໍາເລັດ ແລະວັນຊາດ ສສ ຫວຽດນາມ ທີ 2 ກັນຍາ ພາຍໃນປະເທດ, ແມ່ນສຽງສະທ້ອນ, ສະແດງໃຫ້ເຫັນຄວາມຄາດຫວັງ ຢ່າງແຂງແຮງ, ເຈດຈໍານົງ ແລະຄວາມຕັດສິນ ໃຈຂອງຊົນຊາດຫວຽດນາມ ໃນການຍົກສູງຄວາມຮັບຜິດຊອບປົກປັກຮັກສາສັນຕິພາບໃນພາກພື້ນ ແລະໃນໂລກ, ເພື່ອສະພາບແວດລ້ອມແຫ່ງການຮ່ວມມື, ພັດທະນາ ແລະວັດທະນາຖາວອນຂອງສັງຄົມມວນມະນຸດໃນສັງກາດໃໝ່.

leftcenterrightdel
ທ່ານ ຟ້າມແທັງບິ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາຈີນ. ພາບ: ສໍານັກຂ່າວສານຫວຽດນາມ

ທີສອງ, ຫວຽດນາມ ແລະ ຈີນ ມີນ້ຳໃຈມິດຕະພາບ “ຖານສະຫາຍ, ອ້າຍນ້ອງ” ທີ່ເປັນມູນເຊື້ອ, ຍາມໃດກໍ່ຄຽງບ່າຄຽງໄຫຼ່ໃນເສັ້ນທາງຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະພັດທະນາປະເທດຊາດ. ໄປພ້ອມກັບການໄປປະຕິບັດງານຢູ່ປັກກິ່ງ ຂອງທ່ານປະທານປະເທດ ໃນຄັ້ງນີ້, ຍັງມີທ່ານ Zhao Leji ປະທານສະພາຜູ້ແທນປະຊາຊົນທົ່ວປະເທດແຫ່ງ ສປ ຈີນ ທີ່ນຳໜ້າຄະນະຜູ້ແທນຂັ້ນສູງພັກ ແລະລັດ ຈີນ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາປະສົບຜົນສໍາເລັດ ແລະ ວັນຊາດ ສສ ຫວຽດນາມ ທີ 2 ກັນຍາ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງປະຖົມມະເລີກຂອງຄະນະກໍາມາທິການການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດແຫ່ງ ສປ ຈີນ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມຕັ້ງໜ້າໃນການເຂົ້າຮ່ວມການເຄື່ອນໄຫວລະນຶກທີ່ສຳຄັນຍິ່ງ ຂອງສອງປະເທດໃນເດືອນກັນຍານີ້, ສະແດງໃຫ້ເຫັນການສະໜັບສະໜູນເຊິ່ງກັນ ແລະ ກັນຢ່າງແຂງແຮງ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດທີ່ໄດ້ຮັບການປັບປຸງ, ເພີ່ມທະວີຢ່າງບໍ່ຢຸດຢັ້ງ.

ທີສາມ, ໃນຂອບເຂດການໄປປະຕິບັດງານ, ຄາດວ່າທ່ານປະທານປະເທດ ຈະພົບປະກັບການນຳຂອງບັນດາປະເທດ, ອົງການຈັດຕັ້ງສາກົນ ທີ່ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ. ນີ້ກໍ່ແມ່ນໂອກາດສຳຄັນເພື່ອໃຫ້ຫວຽດນາມ ແລກປ່ຽນ ແລະຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືແທດຈິງ, ຫຼາຍດ້ານກັບບັນດາຄູ່ຮ່ວມມືສຳຄັນໃນພາກພື້ນ ແລະສາກົນ, ເຜີຍແຜ່ຮູບພາບ ແລະຂໍ້ມູນຂ່າວສານຢ່າງກວ້າງຂວາງກ່ຽວກັບຜົນງານໃນການພັດທະນາເສດຖະກິດ - ສັງຄົມພາຍຫຼັງ 80 ປີແຫ່ງວັນສ້າງຕັ້ງປະເທດ, ຜ່ານນັ້ນແຜ່ຂະຫຍາຍສານທີ່ຕັ້ງໜ້າ ແລະໄວ້ເນື້ອເຊື່ອໃຈກ່ຽວກັບປະເທດຊາດ ແລະຊາວຫວຽດນາມ.

ດ້ວຍຄວາມໝາຍຄືດັ່ງກ່າວ, ເລື່ອງທ່ານປະທານປະເທດຫວຽດນາມ ໄປເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະຟາດຊິດຂອງປະຊາຊົນໂລກຢູ່ຈີນ ຄຽງຂ້າງກັບເລື່ອງສະແດງໃຫ້ເຫັນຄວາມເຄົາລົບນັບຖືເປັນພິເສດຂອງຫວຽດນາມ ຕໍ່ກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບຈີນແລ້ວ, ຍັງເປັນການຢືນຢັນເຖິງຄວາມສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການຕັດສິນໃຈປົກປັກຮັກສາຄຸນຄ່າສັນຕິພາບຂອງມວນມະນຸດ, ຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພື່ອການພັດທະນາ ແລະວັດທະນາຖາວອນລວມຂອງບັນດາປະເທດ ແລະປະຊາຊົນໃນໂລກ, ນອກຈາກນັ້ນຍັງສະແດງໃຫ້ເຫັນຄວາມຕັດສິນໃຈຂອງຫວຽດນາມ  ເຈດຈຳນົງຂອງຫວຽດນາມ ແລະ ກຳລັງແຮງຂອງຫວຽດນາມ ຕໍ່ກັບເປົ້າໝາຍເຕີບໂຕຢ່າງວ່ອງໄວ ແລະຍືນຍົງໃນສັງກາດໃໝ່, ສັງກາດບືນຂຶ້ນຂອງຊາດຫວຽດນາມ.

ນັກຂ່າວ: ທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບຄວາມສຳຄັນຂອງການໄປປະຕິບັດງານ ຕໍ່ກັບການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ແລະ ການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ?

ທ່ານ ຟ້າມແທັງບິ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາຈີນ:  ການຢ້ຽມຢາມຈີນ ຄັ້ງທຳອິດຂອງທ່ານ ເລືອງເກື່ອງ ໃນຖານະຕໍາແໜ່ງປະທານປະເທດຫວຽດນາມ ມີຄວາມໝາຍສຳຄັນຕໍ່ການພົວພັນຫວຽດນາມ - ຈີນ.

ໃນໄລຍະເຮັດວຽກຢູ່ຈີນ, ຄາດວ່າທ່ານ ເລືອງເກື່ອງ ຈະມີການພົບປະແລກປ່ຽນສອງຝ່າຍກັບບັນດາການນຳຫຼັກແຫຼ່ງຂອງ ຈີນ. ການນຳສອງປະເທດຈະສືບຕໍ່ຍົກອອກການກໍານົດທິດສຳຄັນເພື່ອແນໃສ່ປະຕິບັດຄວາມຮັບຮູ້ລວມທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງສຸດຂອງສອງພັກ, ສອງລັດຢ່າງມີປະສິດທິຜົນ, ແລກປ່ຽນມາດຕະການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊອກຫາມາດຕະການຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນ ທີ່ຍັງຄົງຄ້າງໃນການພົວພັນສອງປະເທດໃຫ້ສົມເຫດສົມຜົນ.

ເນື່ອງໃນໂອກາດນີ້, ທ່ານ ເລືອງເກື່ອງ  ແລະການນຳຂອງຈີນ ຈະແລກປ່ຽນສະພາບການພັດທະນາຂອງແຕ່ລະປະເທດ, ແລກປ່ຽນບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ກໍຄືແລກປ່ຽນບັນດາມາດຕະການ ແລະທິດທາງໃຫຍ່ເພື່ອເພີ່ມທະວີການຮ່ວມມື, ສືບຕໍ່ຍາດໄດ້ໝາກຜົນທີ່ແທດຈິງກວ່າອີກ ເພື່ອແນໃສ່ສ້າງບາດກ້າວບຸກທະລຸໃໝ່ ກ່ຽວກັບການຮ່ວມມືໃນຂົງເຂດພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ, ໝູນໃຊ້ທ່າແຮງຂອງກັນ ເຂົ້າໃນການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ນໍາເອົາຜົນປະໂຫຍດທີ່ແທດຈິງມາໃຫ້ສອງປະເທດ ແລະປະຊາຊົນສອງປະເທດ.

ໄປຄຽງຄູ່ກັນນັ້ນ, ໃນຂອບເຂດການໄປປະຕິບັດງານ, ສອງຝ່າຍຍັງຈະປຶກສາຫາລືທິດທາງເພື່ອແນໃສ່ເປີດກວ້າງການພົບປະແລກປ່ຽນລະຫວ່າງປະຊາຊົນໃຫ້ຫຼາຍກວ່າອີກ, ຊຸກຍູ້ການຮ່ວມມືດ້ານວັດທະນະທໍາ, ການທ່ອງທ່ຽວ ແລະ ການສຶກສາ, ໃນນັ້ນມີການຮ່ວມມືດ້ານການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ສາມາດເວົ້າໄດ້ວ່າ, ການໄປປະຕິບັດງານຢູ່ຈີນ ຂອງທ່ານປະທານປະເທດ ຈະປະກອບສ່ວນສ້າງຈຸດພົ້ນເດັ່ນໃໝ່ໃນທ່ວງທ່າພັດທະນາທີ່ຕັ້ງໜ້າ, ດີງາມຂອງການພົວພັນສອງຝ່າຍ, ເພີ່ມກໍາລັງໜູນໃໝ່ເພື່ອຊຸກຍູ້ການກໍ່ສ້າງປະຊາຄົມແບ່ງປັນອະນາຄົດຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດຕາມການກໍານົດທິດ “6 ກວ່າ”, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ຊ່ວຍໃຫ້ແຕ່ລະປະເທດຫັນບັນດາເປົ້າໝາຍພັດທະນາຂອງປະເທດຕົນໃຫ້ປະກົດຜົນເປັນຈິງ, ກໍຄືປະກອບສ່ວນ ໃຫ້ແກ່ການພັດທະນາລວມຂອງພາກພື້ນ.

ນັກຂ່າວ: ຂໍຂອບໃຈທ່ານທູດຫຼາຍໆ!

ໂດຍ: ທູຈາງ