ເນື່ອງໃນໂອກາດນີ້, ທ່ານ ດິງງອກລິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ມາເລເຊຍ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ແລະການເຂົ້າຮ່ວມຂອງສະພາແຫ່ງຊາດຫວຽດນາມ ທີ່ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 46 (AIPA 46).
ທ່ານ ດິງງອກລິງ ເອກອັກຄະລັດຖະທູດ ເນັ້ນໜັກວ່າ: “ນີ້ແມ່ນການຢ້ຽມຢາມມາເລເຊຍ ຢ່າງເປັນທາງການຄັ້ງທຳອິດຂອງທ່ານ ເຈິ່ນແທງເໝິ້ນ ປະທານສະພາແຫ່ງຊາດ. ເຫດການດັ່ງກ່າວດຳເນີນໄປໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ມາເລເຊຍ ພວມພັດທະນາຢ່າງແຂງແຮງ ແລະຮອບດ້ານ. ບັນດາການພົບປະເຈລະຈາ, ການພົບປະກັບການນຳຂັ້ນສູງຂອງມາເລເຊຍ ຈະແມ່ນໂອກາດເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຕີລາຄາຜົນການຮ່ວມມື ແລະປຶກສາຫາລືບັນດາມາດຕະການຍົກສູງປະສິດທິຜົນຂອງການພົວພັນລັດຖະສະພາສອງຝ່າຍ”.
    |
 |
ທ່ານ ເຈິ່ນແທງເໝິ້ນ ປະທານສະພາແຫ່ງຊາດຫວຽດນາມ. ພາບ: nhandan.vn |
ຄຽງຂ້າງນັ້ນ, ການເຂົ້າຮ່ວມ AIPA 46 ຢືນຢັນບົດບາດເປັນເຈົ້າການ ແລະມີຄວາມຮັບຜິດຊອບຂອງສະພາແຫ່ງຊາດຫວຽດນາມ. ທ່ານ ດິງງອກລິງ ເອກອັກຄະລັດຖະທູດ ໃຫ້ຮູ້ວ່າ: “ມາເລເຊຍ, ໃນຖານະເປັນປະທານ AIPA 46, ໄດ້ເລືອກເອົາຫົວຂໍ້ “ສະພາແຫ່ງຊາດ ຢູ່ໃນດ່ານໜ້າເພື່ອອາຊຽນ ເຕີບໂຕແບບກວມລວມ ແລະຍືນຍົງ”. ນີ້ແມ່ນການກໍານົດທິດທີ່ຖືກຕ້ອງ, ສ່ອງແສງໃຫ້ເຫັນຄວາມຮຽກຮ້ອງຂອງການເພີ່ມທະວີການເຊື່ອມຕໍ່ຢູ່ພາກພື້ນ, ເສີມຂະຫຍາຍສຽງເວົ້າຂອງປະຊາຊົນ, ປົກປັກຮັກສາສິ່ງແວດລ້ອມ, ພ້ອມທັງຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ຢ່າງມີປະສິດທິຜົນ. ສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ມີຫຼາຍຂໍ້ລິເລີ່ມ ແລະການປະກອບສ່ວນສຳຄັນເຂົ້າໃນການປຶກສາຫາລື ແລະເອກະສານຂອງກອງປະຊຸມ.”
ທ່ານ ດິງງອກລິງ ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງ AIPA ໃນການຮ່ວມເດີນທາງພ້ອມກັບອາຊຽນ ເພື່ອປະຕິບັດວິໄສທັດປະຊາຄົມອາຊຽນ 2045 ປະສົບຜົນສໍາເລັດ: “ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ອາຊຽນ ຕ້ອງຮັກສາຄວາມສາມັກຄີ, ເອກະພາບ, ເສີມຂະຫຍາຍຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຂຸດຄົ້ນກຳລັງໜູນເຕີບໂຕໃໝ່. ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ເປັນສະມາຊິກຕັ້ງໜ້າ, ພ້ອມແລ້ວທີ່ຈະພ້ອມກັບ AIPA ສ້າງອາຊຽນ ສັນຕິພາບ, ຮັ່ງມີເຂັ້ມແຂງ ແລະວັດທະນາຖາວອນ”.
ຕາມທ່ານ ດິງງອກລິງ ແລ້ວ, ການຢ້ຽມຢາມຄັ້ງນີ້ບໍ່ພຽງແຕ່ປະກອບສ່ວນເຮັດໃຫ້ການພົວພັນສອງຝ່າຍ ຫວຽດນາມ-ມາເລເຊຍ ເລິກເຊິ່ງກວ່າອີກ ເທົ່ານັ້ນ, ຫາກຍັງຢືນຢັນແນວທາງການພົວພັນຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ: “ພວກເຮົາ ຖືເປັນສຳຄັນການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ເພີ່ມທະວີຄູ່ຮ່ວມມືຍຸດທະສາດຮອບດ້ານກັບມາເລເຊຍ, ພ້ອມທັງຊຸກຍູ້ການຮ່ວມມືລັດຖະສະພາພາຍໃນອາຊຽນ ແລະໃນບັນດາເວທີປາໄສຫຼາຍຝ່າຍອື່ນໆ”.
ການຢ້ຽມຢາມມາເລເຊຍ ຢ່າງເປັນທາງການຄັ້ງທຳອິດຂອງທ່ານ ເຈິ່ນແທງເໝິ້ນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຮັບຮູ້ວ່າເປັນຂີດໝາຍສຳຄັນ, ຢືນຢັນຄວາມຕັດສິນໃຈນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ມາເລເຊຍ ພັດທະນານັບມື້ນັບແທດຈິງ, ມີປະສິດທິຜົນ ແລະເຂົ້າສູ່ລວງເລິກ.
ພ້ອມກັນນັ້ນ, ການເຂົ້າຮ່ວມຢ່າງຕັ້ງໜ້າຢູ່ AIPA 46 ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງສະພາແຫ່ງຊາດຫວຽດນາມ ແມ່ນຮ່ວມເດີນທາງພ້ອມກັບລັດຖະສະພາບັນດາປະເທດອາຊຽນ ໃນການກໍ່ສ້າງປະຊາຄົມສາມັກຄີ, ແບບກວມລວມ ແລະຍືນຍົງ. ທັງສອງຝ່າຍ ແລະພາກພື້ນ, ການທູດລັດຖະສະພາ ສືບຕໍ່ຢືນຢັນບົດບາດເປັນຊ່ອງທາງສຳຄັນເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ສ້າງພື້ນຖານອັນໝັ້ນແກ່ນໃຫ້ການພົວພັນ ຫວຽດນາມ-ມາເລເຊຍ ກໍ່ຄື ອາຊຽນ ພັດທະນາແບບຍືນຍົງໃນອະນາຄົດ.
ໂດຍ: ຈາງຫງວຽນ