leftcenterrightdel
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ. ພາບ: laodong.vn

ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ຕື່ມວ່າ ປະຈຸບັນມີພົນລະເມືອງຫວຽດນາມ ປະມານ 250 ຄົນ ຢູ່ເນປານ. ຕາມແຈ້ງການຈາກສະຖານທູດແລ້ວ, ປະຈຸບັນຍັງບໍ່ທັນມີຂໍ້ມູນກ່ຽວກັບຊາວຫວຽດນາມ ທີ່ໄດ້ຮັບຜົນສະທ້ອນຈາກສະພາບການ ຢູ່ເນປານ ເທື່ອ. ທາງສະຖານທູດຫວຽດນາມ ປະຈຳອິນເດຍ ທັງຮັບຜິດຊອບຢູ່ເນປານ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບອົງການທີ່ກ່ຽວຂ້ອງຂອງປະເທດປະຈໍາຖິ່ນ ເພື່ອຕິດຕາມສະພາບການຢ່າງໃກ້ຊິດ,  ພ້ອມແລ້ວທີ່ຈະມີມາດຕະການປົກປ້ອງພົນລະເມືອງທີ່ເໝາະສົມໃນກໍລະນີມີພົນລະເມືອງຖືກຮັບຜົນສະທ້ອນ: ກະຊວງການຕ່າງປະເທດ ສະເໜີຄຳກ່າວເຕືອນພົນລະເມືອງຫວຽດນາມ ຢູ່ໃນບໍລິເວນດັ່ງກ່າວ: ຈຳກັດການອອກໄປນອກ, ຫຼີກເວັ້ນການໄປຮອດເຂດທີີ່ມີຄວາມສ່ຽງຢູ່ Kathmandu. ຕິດຕາມກວດກາເພື່ອອັບເດດສະພາບການຜ່ານທາງສື່ມວນຊົນ ແລະເວັບໄຊຂອງສະຖານທູດຫວຽດນາມ ປະຈຳອິນເດຍ ທັງຮັບຜິດຊອບຢູ່ເນປານ. ປະຕິບັດຕາມການກໍານົດ, ມາດຕະການແນະນໍາຂອງປະເທດປະຈໍາຖິ່ນ ກ່ຽວກັບຄວາມສະຫງົບ, ຄວາມປອດໄພຢ່າງເຂັ້ມງວດ. ເປັນເຈົ້າການກ່ຽວກັບມາດຕະການເພື່ອຮັບປະກັນຄວາມສະຫງົບ, ຄວາມປອດໄພສໍາລັບຕົນເອງ ແລະຄອບຄົວຂອງຕົນ. ຕິດຕໍ່ພົວພັນກັບສະຖານທູດຫວຽດນາມ ປະຈຳອິນເດຍ ທັງຮັບຜິດຊອບຢູ່ເນປານ ຢ່າງເປັນປະຈຳ.

ໃນກໍລະນີຮີບດ່ວນ, ພົນລະເມືອງສາມາດຕິດຕໍ່ຜ່ານໂທລະສັບສາຍດ່ວນປົກປ້ອງພົນລະເມືອງຂອງກະຊວງການຕ່າງປະເທດ ຫຼື ສະຖານທູດຫວຽດນາມ ປະຈຳ ອິນເດຍ ທັງຮັບຜິດຊອບຢູ່ເນປານ ເພື່ອໃຫ້ການຊ່ວຍເຫຼືອຢ່າງທັນການ.

ໂດຍ: ທູຈາງ