ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບໝາກຜົນອັນພົ້ນເດັ່ນໃນການໄປປະຕິບັດງານຂອງທ່ານ ເລືອງເກື່ອງ ປະທານປະເທດ ທີ່ເຂົ້າຮ່ວມພິທີສະເຫຼີມສະຫຼອງ ແລະເຮັດວຽກຢູ່ ສປ ຈີນ?

ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ: ການໄປປະຕິບັດງານຂອງທ່ານປະທານປະເທດ ເລືອງເກື່ອງ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ພັກ, ລັດ ຈີນ ໄດ້ຕ້ອນຮັບທ່ານປະທານປະເທດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢ່າງອົບອຸ່ນ, ຮອບຄອບຖີ່ຖ້ວນ, ເຕັມໄປດ້ວຍນໍ້າໃຈຖານສະຫາຍ, ອ້າຍນ້ອງ. ສາມາດສັງເຂບວ່າ, ການໄປປະຕິບັດງານຂອງທ່ານປະທານປະເທດ ບັນລຸໄດ້ສອງໝາກຜົນທີ່ພົ້ນເດັ່ນ.

ທີໜຶ່ງ, ພິທີສະເຫຼີມສະຫຼອງແມ່ນການເຊີດຊູໄຊຊະນະທີ່ມີຄວາມໝາຍຍຸກສະໄໝ, ສະແດງອອກໃຫ້ເຫັນຄວາມສາມັກຄີສາກົນເພື່ອສັນຕິພາບ, ເພື່ອຄວາມຍຸຕິທຳ, ພາໄປເຖິງການຢຸດຕິສົງຄາມທີ່ບໍ່ຍຸດຕິທຳ, ສ້າງເງື່ອນໄຂສະດວກໃຫ້ແກ່ຂະບວນການຕໍ່ສູ້ປົດປ່ອຍຊາດຂອງບັນດາປະເທດ, ໃນນັ້ນມີຫວຽດນາມ, ເປີດສັງກາດໃໝ່ແຫ່ງສັນຕິພາບ ແລະການພັດທະນາໃນໂລກ. ການເຂົ້າຮ່ວມພິທີດັ່ງກ່າວຂອງທ່ານປະທານປະເທດ ແລະຄະນະຜູ້ແທນຫວຽດນາມ ເປັນການຢືນຢັນນ້ຳໃຈຮັກຫອມສັນຕິພາບ, ເຈດຈໍານົງຕໍ່ສູ້ເພື່ອສັນຕິພາບ ແລະຄວາມຍຸຕິທຳຂອງຊາດຫວຽດນາມ ໃນປະຫວັດສາດ, ກໍ່ຄືທັດສະນະ, ແນວທາງທີ່ສະເໝີຕົ້ນສະເໝີປາຍຂອງພັກ, ລັດຫວຽດນາມ ໃນປັດຈຸບັນ ກ່ຽວກັບການສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບປະຊາຄົມສາກົນ, ພ້ອມກັນປະກອບຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ພາກພື້ນ ກໍ່ຄືໃນໂລກ. ທີ່ພິທີສະເຫຼີມສະຫຼອງ, ທ່ານປະທານປະເທດຫວຽດນາມ ໄດ້ພົບປະກັບເພື່ອນມິດທີ່ເປັນມູນເຊື້ອ, ຄູ່ຮ່ວມມືສຳຄັນຂອງຫວຽດນາມ, ສະເໜີແນວຄວາມຄິດຮ່ວມມື, ກໍ່ຄືສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງປະຊາຄົມສາກົນທີ່ມີຕໍ່ຫວຽດນາມ ໃນສະພາບແວດລ້ອມທີ່ປະເທດຫວຽດນາມ ຫາກໍ່ສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະວັນຊາດທີ 2 ກັນຍາ.

leftcenterrightdel
ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ. ພາບ: ແອັງຫງວຽນ

ທີສອງ, ການໄປປະຕິບັດງານສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ມີຄວາມໝາຍຍຸດທະສາດ ເລິກເຊິ່ງກວ່າອີກ. ທ່ານ ເລືອງເກື່ອງ ຍັງໄດ້ພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ, ພົບປະ ແລະເຂົ້າຮ່ວມງານລ້ຽງຂອງທ່ານ ຈ້າວ ເລີ້ຈີ້ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ. ການນຳສອງພັກ, ສອງລັດ ມີການແລກປ່ຽນທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຈິງໃຈ ແລະມີປະສິດທິຜົນ, ໄດ້ກຳນົດຫຼາຍມາດຕະການສຳຄັນເພື່ອແນໃສ່ສືບຕໍ່ປະຕິບັດຄວາມຮັບຮູ້ລວມຂັ້ນສູງໃຫ້ປະກົດຜົນເປັນຈິງ, ຈຸດສຸມແມ່ນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຊຸກຍູ້ການຮ່ວມມືທີ່ແທດຈິງ, ສົມທົບຫຼາຍຝ່າຍຢ່າງແໜ້ນແຟ້ນ, ແກ້ໄຂຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ, ເພີ່ມທະວີການພົບປະແລກປ່ຽນມະນຸດສະທຳ, ພ້ອມກັນມຸ່ງໄປເຖິງການພັດທະນາການພົວພັນສອງຝ່າຍໃຫ້ມີສະຖຽນລະພາບ, ປອດໃສ, ຍືນຍົງ.

ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີ ຈົ່ງໃຫ້ຮູ້ກ່ຽວກັບທິດທາງຜັນຂະຫຍາຍໝາກຜົນທີ່ບັນລຸໄດ້ໃນການພົບປະລະຫວ່າງທ່ານປະທານປະເທດຫວຽດນາມ ກັບການນຳຂັ້ນສູງຈີນ?

ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ: ໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາໝາກຜົນດັ່ງກ່າວໃຫ້ມີປະສິດທິຜົນ, ດ້ວຍຈຸດສຸມສາມາດສັງເຂບໄດ້ດ້ວຍ “3 ພື້ນຖານ” ຄວນໄດ້ຮັບການປັບປຸງ: ພື້ນຖານທາງການເມືອງ, ພື້ນຖານທາງວັດຖຸ ແລະພື້ນຖານທາງສັງຄົມ.

ກ່ຽວກັບພື້ນຖານທາງການເມືອງ, ສອງຝ່າຍສືບຕໍ່ເພີ່ມທະວີການສົມທົບດ້ານຍຸດທະສາດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ. ສອງຝ່າຍຈະຮັກສາການແລກປ່ຽນຍຸດທະສາດຂັ້ນສູງເປັນປະຈຳ, ຮ່ວມມືຢ່າງຮອບດ້ານໃນຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ/ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ, ແນວໂຮມປະເທດຊາດ/ສະພາປຶກສາການເມືອງແຫ່ງຊາດຈີນ,  ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ແລະໃນບັນດາຂົງເຂດສຳຄັນ, ຄື: ການທູດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພ້ອມກັນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ສ້າງເງື່ອນໄຂສະດວກໃຫ້ສັງກາດພັດທະນາໃໝ່ຂອງແຕ່ລະປະເທດ ແລະພາກພື້ນ. ໃນສະພາບແວດລ້ອມສາກົນ, ພາກພື້ນມີການຜັນປ່ຽນຢ່າງສັບສົນ, ວາງອອກສິ່ງທ້າທາຍດ້ານຄວາມໝັ້ນຄົງ ແລະການພັດທະນາຫຼາຍຢ່າງ, ສອງປະເທດຄວນເຊີດຊູລັດທິຫຼາຍຝ່າຍ, ສົມທົບກັບບັນດາປະເທດເພື່ອຜົນປະໂຫຍດລວມ.

ກ່ຽວກັບພື້ນຖານທາງວັດຖຸ, ສືບຕໍ່ເຊື່ອມຕໍ່ສອງພື້ນຖານເສດຖະກິດໃຫ້ເລິກເຊິ່ງກວ້າງຂວາງ, ສ້າງຈຸດພົ້ນເດັ່ນໃໝ່ໃນທຸກຂົງເຂດທີ່ສອງຝ່າຍມີທ່າແຮງ ແລະຄວາມຕ້ອງການ, ຄື: ການຄ້າຜະລິດຕະພັນກະເສດ, ການເຊື່ອມຕໍ່ທາງລົດໄຟ, ການຮ່ວມມືກໍ່ສ້າງບັນດາໂຄງການຂະໜາດໃຫຍ່, ເພີ່ມທະວີການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກໍາ, ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ກະສິກຳເຕັກໂນໂລຢີສູງ, ປົກປັກຮັກສາສິ່ງແວດລ້ອມ. ການນຳຈີນ ຢືນຢັນຄວາມພ້ອມທີ່ຈະສືບຕໍ່ເປີດກວ້າງການນຳເຂົ້າສິນຄ້າຂອງຫວຽດນາມ, ສົ່ງເສີມການລົງທຶນທີ່ມີຄຸນນະພາບສູງ. ຄວາມຮັບຮູ້ລວມລະຫວ່າງການນຳສອງປະເທດຈະສ້າງກາລະໂອກາດໃຫ້ວິສາຫະກິດ ແລະປະຊາຊົນສອງຝ່າຍເພີ່ມທະວີການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຕິດພັນກັບຜົນປະໂຫຍດຢ່າງແໜ້ນແຟ້ນ, ຜ່ານນັ້ນປັບປຸງພື້ນຖານທາງວັດຖຸໃຫ້ແກ່ການພົວພັນສອງຝ່າຍ.

ກ່ຽວກັບພື້ນຖານທາງສັງຄົມ, ປະຊາຊົນສອງປະເທດມີຄວາມຕ້ອງການສູງກ່ຽວກັບການພົບປະແລກປ່ຽນ, ການໄປມາ, ການທ່ອງທ່ຽວ, ການຮໍ່າຮຽນ, ການແລກປ່ຽນການຄ້າ. ບັນດາອົງການຂອງສອງປະເທດຄວນສົ່ງເສີມ, ສ້າງເງື່ອນໄຂສະດວກໂດຍຜ່ານການເປີດສາຍການບິນໂດຍກົງໃຫ້ຫຼາຍກວ່າເກົ່າ, ສ້າງຄວາມສະດວກໃຫ້ແກ່ການອອກວີຊາ, ເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ. ສອງຝ່າຍຈະເພີ່ມທະວີການພົບປະແລກປ່ຽນປະຊາຊົນ... ບັນດາການເຄື່ອນໄຫວດັ່ງກ່າວຈະປະກອບສ່ວນປັບປຸງນ້ຳໃຈໄມຕີຈິດມິດຕະພາບ, ສ້າງຄວາມເຫັນດີເຫັນພ້ອມໃນປະຊາຊົນເພື່ອໃຫ້ການພົວພັນສອງປະເທດກ້າວໄປໄກກວ່າ ແລະກ້າວໄປຢ່າງໝັ້ນຄົງ.

ນັກຂ່າວ: ຂໍຂອບໃຈທ່ານ!

ໂດຍ: ເຈິ່ນຮວ່ຽນ