ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າຂອງຫວຽດນາມ. ນີ້ແມ່ນຄຳຢືນຢັນຂອງທ່ານ ຫງວຽນດຶກຫາຍ ຮອງປະທານສະພາແຫ່ງຊາດຫວຽດນາມ ທີ່ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລັດ Oregon, ອາເມລິກາ ໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ ໃນຕອນບ່າຍວັນທີ 9 ກັນຍາ, ຢູ່ສຳນັກງານສະພາແຫ່ງຊາດ, ທີ່ຮ່າໂນ້ຍ. ຄະນະຜູ້ແທນ ນຳໂດຍທ່ານ Daniel Loc Nguyen ສະມາຊິກສະພາຕ່ຳລັດ Oregon ເປັນຫົວໜ້າຄະນະ.

leftcenterrightdel
ທ່ານ ຫງວຽນດຶກຫາຍ ຮອງປະທານສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຫງວຽນດຶກຫາຍ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ຕີລາຄາສູງບັນດາຜົນງານການຮ່ວມມືສອງຝ່າຍໃນໄລຍະ 30 ກວ່າປີຜ່ານມາ, ພົ້ນເດັ່ນແມ່ນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ທີ່ໄດ້ສ້າງຕັ້ງເມື່ອປີ 2023. ໃນໄລຍະຈະມາເຖິງ, ທ່ານຮອງປະທານສະພາແຫ່ງຊາດ ສະເໜີໃຫ້ສອງປະເທດສືບຕໍໍ່ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນ, ວິທະຍາສາດ ແລະເຕັກໂນໂລຢີ, ນະວັດຕະກຳ, ໜູນຊ່ວຍຫວຽດນາມ ກໍ່ສ້າງຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ຫັນປ່ຽນພະລັງງານ, ພັດທະນາພື້ນຖານເສດຖະກິດສີຂຽວ…

ສ່ວນທ່ານ Daniel Loc Nguyen, ສະມາຊິກສະພາຕ່ຳ ປາດຖະໜາວ່າ, ການພົວພັນສອງຝ່າຍຈະສືບຕໍ່ພັດທະນາຢ່າງມີສະຖຽນລະພາບ, ຍາວນານ ແລະ ນັບມື້ນັບມີລັກສະນະຍຸດທະສາດ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ