ນັກຂ່າວ: ທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບຄວາມໝາຍການຢ້ຽມຢາມຫວຽດນາມ ຂອງທ່ານນາງ Sam Mostyn ຜູ້ມີອຳນາດເຕັມແຫ່ງອົດສະຕາລີ, ໄດ້ດຳເນີນໄປກວ່າ 1 ປີພາຍຫຼັງທີ່ສອງປະເທດຍົກລະດັບການພົວພັນຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະໃນບັນຍາກາດຟົດຟື້ນຂອງຫວຽດນາມ ທີ່ຫາກໍ່ສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ?
ທ່ານ ຟ້າມຮຸ່ງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອົດສະຕາລີ: ໂດຍໄດ້ຮັບຄໍາເຊີນຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ, ທ່ານນາງ Sam Mostyn ຜູ້ມີອຳນາດເຕັມແຫ່ງອົດສະຕາລີ ຈະມາຢ້ຽມຢາມທາງລັດຖະກິດຫວຽດນາມ ພາຍຫຼັງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ. ການຢ້ຽມຢາມມີຄວາມໝາຍສຳຄັນ, ຢັ້ງຢືນຄວາມຕັດສິນໃຈຂອງສອງປະເທດໃນການປັບປຸງການພົວພັນມິດຕະພາບ ແລະການຮ່ວມມືໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ພິເສດແມ່ນການຮ່ວມມືດ້ານການເມືອງພາຍຫຼັງກວ່າ 1 ປີ ເຄິ່ງທີ່ການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ສຳລັບ ອົດສະຕາລີ, ການຢ້ຽມຢາມໄດ້ສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຖືເປັນສໍາຄັນ ແລະໃຫ້ບຸລິມະສິດສູງໃນການພັດທະນາການພົວພັນກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີຫວຽດນາມ.
ສຳລັບ ຫວຽດນາມ, ການຕ້ອນຮັບທ່ານນາງ Sam Mostyn ມາຢ້ຽມຢາມໄດ້ປະກອບສ່ວນຜັນຂະຫຍາຍນະໂຍບາຍການພົວພັນຕ່າງປະເທດຂອງພັກ ແລະລັດ ຖືເປັນສໍາຄັນການພົວພັນກັບບັນດາປະເທດໃນພາກພື້ນປາຊີຟິກໃຕ້, ພິເສດແມ່ນ ອົດສະຕາລີ ເຊິ່ງແມ່ນປະເທດທີ່ມີບົດບາດສຳຄັນຢູ່ພາກພື້ນ, ແມ່ນປະເທດຕາເວັນຕົກທຳອິດທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ແລະປະຈຸບັນກໍ່ມີການພົວພັນຮ່ວມມືຢ່າງມີປະສິດທິຜົນ ແລະຕັ້ງໜ້າກັບຫວຽດນາມ.
    |
 |
ທ່ານ ຟ້າມຮຸ່ງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອົດສະຕາລີ ພົບປະກັບທ່ານນາງ Sam Mostyn ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ທີ່ການເຮັດວຽກໃນວັນທີ 15 ສິງຫາ ຢູ່ສຳນັກງານຜູ້ມີອຳນາດເຕັມແຫ່ງອົດສະຕາລີ. ພາບ: ສະຖານທູດຫວຽດນາມ ປະຈໍາ ອົດສະຕາລີ |
ນັກຂ່າວ: ຄາດວ່າ ທ່ານນາງ Sam Mostyn ຈະມີການເຄື່ອນໄຫວຫຍັງແດ່ໃນການຢ້ຽມຢາມ? ທ່ານເອກອັກຄະລັດຖະທູດ ມີຄວາມຄາດຫວັງແນວໃດຕໍ່ໝາກຜົນ ກໍ່ຄືກໍາລັງໜູນຂອງການຢ້ຽມຢາມຕໍ່ການພົວພັນສອງຝ່າຍ?
ທ່ານ ຟ້າມຮຸ່ງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອົດສະຕາລີ: ໃນຂອບເຂດການຢ້ຽມຢາມທາງລັດຖະກິດຫວຽດນາມ, ຄາດວ່າ ທ່ານນາງ Sam Mostyn ຈະໄປວາງພວງມາລາຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ, ພົບປະກັບທ່ານ ເລືອງເກື່ອງ, ຂໍ່ານັບການນຳຂັ້ນສູງພັກ ແລະລັດຫວຽດນາມ, ພົບປະກັບການນຳສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ເຂົ້າຮ່ວມເວທີປາໄສ ຫວຽດນາມ-ອົດສະຕາລີ 2025 ແລະເປີດສະຫຼອງສະຖາບັນນະໂຍບາຍ ອົດສະຕາລີ-ຫວຽດນາມ. ຄາດວ່າທ່ານນາງ Sam Mostyn ຈະໄປຢ້ຽມຢາມນະຄອນໂຮ່ຈີມິນ, ຂໍ່ານັບການນຳນະຄອນ, ພົບປະກັບປະຊາຄົມຊາວອົດສະຕາລີ ທີ່ອາໄສຢູ່ຫວຽດນາມ ແລະຢ້ຽມຢາມສະຖານທີ່ວັດທະນະທຳ-ປະຫວັດສາດຈຳນວນໜຶ່ງ. ເປັນໜ້າເອົາໃຈໃສ່, ໃນການຢ້ຽມຢາມນີ້, ຄາດວ່າທ່ານນາງ Sam Mostyn ຈະພົບປະກັບພະນັກງານ, ນັກຮົບກຳລັງຮັກສາສັນຕິພາບຂອງຫວຽດນາມ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງທ່ານນາງໃນການພົວພັນການຮ່ວມມືດ້ານປ້ອງກັນຊາດທີ່ພວມຜັນຂະຫຍາຍຢ່າງມີປະສິດທິຜົນລະຫວ່າງສອງປະເທດ.
ການຢ້ຽມຢາມຈະປະກອບສ່ວນເຂົ້າໃນການປັບປຸງ ແລະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ. ພ້ອມກັນນັ້ນ, ຄວາມເຂົ້າໃຈ ແລະນໍ້າໃຈມິດຕະພາບລະຫວ່າງສອງປະເທດຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ.
ນັກຂ່າວ: ຄູ່ຮ່ວມມືຍຸດທະສາດຮອບດ້ານໄດ້ ແລະພວມແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງໃນການພົວພັນ ຫວຽດນາມ-ອົດສະຕາລີ ໃນໄລຍະກວ່າ 1 ປີຜ່ານມາມີຈຸດເດັ່ນຄືແນວໃດ, ຂໍຮຽນທ່ານເອກອັກຄະລັດຖະທູດ?
ທ່ານ ຟ້າມຮຸ່ງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອົດສະຕາລີ: ນັບແຕ່ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນ ມີນາ 2024, ການຮ່ວມມືລະຫວ່າງສອງປະເທດໃນ 6 ຂົງເຂດເສົາຄໍ້າລ້ວນແຕ່ພັດທະນາຢ່າງແຂງແຮງ ແລະຮອບດ້ານ.
ພິເສດ, ສອງຝ່າຍໄດ້ດຳເນີນການເຈລະຈາຄວາມໝັ້ນຄົງຂັ້ນລັດຖະມົນຕີຄັ້ງທຳອິດ, ສືບຕໍ່ຜັນຂະຫຍາຍການພົວພັນຄູ່ຮ່ວມມືໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດຢ່າງມີປະສິດທິຜົນ, ການຄ້າສອງຝ່າຍນັບມື້ນັບສົມດູນກັນ, ຈຳນວນນັກທ່ອງທ່ຽວອົດສະຕາລີມາຢ້ຽມຢາມຫວຽດນາມ ໄດ້ເພີ່ມຂຶ້ນກວ່າຫ້າຮ້ອຍລ້ານຄົນໃນປີ 2024. ອາດເວົ້າໄດ້ວ່າການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານບໍ່ພຽງແຕ່ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງຊ່ວຍສ້າງຂີດໝາຍໃໝ່ໃຫ້ແກ່ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະອົດສະຕາລີ.
ນັກຂ່າວ: ໂດຍໄດ້ຮູ້ມາວ່າ ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ເມື່ອເດືອນກໍລະກົດ ຜ່ານມາ, ທ່ານນາງ Sam Mostyn ໄດ້ສະແດງຄວາມປະທັບໃຈເມື່ອໄດ້ເຫັນບັນດາຮູບພາບກ່ຽວກັບປະເທດ, ຊາວຫວຽດນາມ ແລະມີຄວາມສົນໃຈເປັນພິເສດຕໍ່ວິດີໂອຄລິບ “Bac Bling”. ເຫັນໄດ້ວ່າ ປັດໄຈທາງດ້ານວັດທະນະທຳ ແລະມະນຸດລ້ວນແຕ່ແມ່ນສາຍພົວພັນມິດຕະພາບລະຫວ່າງຫວຽດນາມ ແລະອົດສະຕາລີ. ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ສອງປະເທດຄວນເຮັດຫຍັງແດ່ເພື່ອໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ?
ທ່ານ ຟ້າມຮຸ່ງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອົດສະຕາລີ: ໃນການພົບປະກັບທ່ານນາງ Sam Mostyn ເດືອນກໍລະກົດ 2025, ຂ້າພະເຈົ້າໄດ້ມີໂອກາດແບ່ງປັນວິດີໂອຄລິບ “Bac Bling” ແລະແລກປ່ຽນກ່ຽວກັບຄວາມຄ້າຍຄືກັນໃນຄວາມມານະພະຍາຍາມຂອງວົງການນັກສິລະປິນສອງປະເທດເພື່ອ “ເຮັດໃໝ່” ແລະນໍາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອເຂົ້າເຖິງມະຫາຊົນງ່າຍດາຍກວ່າ.
ໃນການເຮັດວຽກຄັ້ງຕໍ່ໄປໃນເດືອນ ສິງຫາ 2025, ຂ້າພະເຈົ້າໄດ້ແລກປ່ຽນກັບທ່ານນາງ Sam Mostyn ກ່ຽວກັບການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ອົດສະຕາລີ ເຂົ້າໃນການພົວພັນສອງປະເທດ, ກໍ່ຄືການພັດທະນາຂອງອົດສະຕາລີ. ນີ້ແມ່ນຊຸມຊົນທີ່ມີປະຊາກອນຂະໜາດໃຫຍ່ປະມານ 350.000 ຄົນ ແລະສິ່ງທີ່ພິເສດແມ່ນຢູ່ ອົດສະຕາລີ, ພາສາຫວຽດ ແມ່ນໜຶ່ງໃນ 4 ພາສາທີ່ໃຊ້ກັນຫຼາຍທີ່ສຸດ (ຖັດຈາກພາສາອັງກິດ, ຈີນ ແລະອາຣັບ).
ຄືແນວນັ້ນ, ຄວາມຄ້າຍຄືກັນໃນການຮັບຮູ້, ນັບຖືຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ, ກໍ່ຄືປະຊາຄົມຊາວຫວຽດນາມ ອາໄສຢູ່ ອົດສະຕາລີ ສາມາດສວມບົດບາດຊ່ວຍປັບປຸງນໍ້າໃຈມິດຕະພາບລະຫວ່າງສອງປະເທດ. ເພື່ອປະກອບສ່ວນເພີ່ມທະວີຄວາມສາມັກຄີ, ຂ້າພະເຈົ້າຖືວ່າ ສິ່ງສຳຄັນທີ່ສຸດແມ່ນຜັນຂະຫຍາຍການກໍານົດທິດທີ່ລັດຖະບານສອງປະເທດ ໄດ້ເຫັນດີເປັນເອກະພາບໃນການເພີ່ມທະວີການພົບປະແລກປ່ຽນປະຊາຊົນໃຫ້ມີປະສິດທິຜົນ, ຈາກນັ້ນຊ່ວຍເພີ່ມທະວີຄວາມເຂົ້າໃຈ ແລະຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ. ສິ່ງດັ່ງກ່າວສາມາດເຮັດໄດ້ຜ່ານການສ້າງເງື່ອນໄຂຊຸກຍູ້ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະວິສາຫະກິດສອງປະເທດໃນຂົງເຂດວັດທະນະທຳ, ການທ່ອງທ່ຽວ, ກິລາ, ການສຶກສາ ແລະບຳລຸງສ້າງ...
ສຳລັບລຸ້ນໜຸ່ມ, ນອກຈາກສ້າງເງື່ອນໄຂສະດວກໃຫ້ນັກສຶກສາຫວຽດນາມ ໄປສຶກສາຮໍ່າຮຽນຢູ່ອົດສະຕາລີ ແລ້ວ, ສອງຝ່າຍກໍ່ຄວນສົມທົບກັນຜັນຂະຫຍາຍໂຄງການ Colombo ໃໝ່ ຢ່າງມີປະສິດທິຜົນ, ນຳນັກສຶກສາອົດສະຕາລີ ມາພົບປະແລກປ່ຽນຢູ່ຫວຽດນາມ.
ນັກຂ່າວ: ຂໍຂອບໃຈທ່ານນາງ!
ໂດຍ: ເຈິ່ນຮວ່ຽນ