ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານ Miguel Diaz-Canel Bermudez ເລຂາທີໜຶ່ງ, ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ?
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີ: ການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານ Miguel Diaz-Canel Bermudez ເລຂາທີໜຶ່ງ, ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ ມີຄວາມໝາຍເປັນພິເສດ, ໄດ້ດຳເນີນໄປໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ປະສົບຜົນສໍາເລັດ ແລະວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ນີ້ກໍແມ່ນຈຸດເວລາທີ່ສອງປະເທດ ພວມມຸ່ງໄປເຖິງການສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (2-12-1960 / 2-12-2025) ແລະປີມິດຕະພາບ ຫວຽດນາມ - ກູບາ.
ສາມາດຢັ້ງຢືນໄດ້ວ່າ ການຢ້ຽມຢາມຂອງທ່ານເລຂາທີໜຶ່ງ, ປະທານປະເທດ ກູບາ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ບັນລຸໄດ້ໝາກຜົນອັນແທດຈິງຫຼາຍຢ່າງ ແລະໄດ້ສ້າງຂີດໝາຍສຳຄັນ, ຊຸກຍູ້ການພົວພັນມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ກູບາ, ສະແດງອອກໃຫ້ເຫັນບາງເນື້ອໃນດັ່ງນີ້:
ທີໜຶ່ງ, ການນຳຂັ້ນສູງຂອງສອງປະເທດໄດ້ສະແດງໃຫ້ເຫັນການຖືເປັນສຳຄັນ ແລະການໃຫ້ບຸລິມະສິດຂອງສອງຝ່າຍຕໍ່ສາຍພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະກູບາ ໂດຍປະທານ ໂຮ່ຈີມິນ ແລະຜູ້ນຳ Fidel Castro ພ້ອມກັບການນຳລຸ້ນຕ່າງໆຂອງສອງປະເທດ ໄດ້ເພີ່ມພູນຄູນສ້າງ. ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະການນຳຂັ້ນສູງຂອງຫວຽດນາມ ໄດ້ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນອັນລ້ຳຄ່ານີ້ ແລະພ້ອມແລ້ວທີ່ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສະໜັບສະໜູນ, ຊ່ວຍເຫຼືອ ແລະຮ່ວມມືຮອບດ້ານກັບ ກູບາ.
    |
 |
ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: qdnd.vn |
ທີສອງ, ໃນຖານະທີ່ເປັນຜູ້ນໍາໜ້າຂອງສອງພັກ, ທ່ານ ໂຕເລິມ ແລະ ທ່ານ Miguel Diaz-Canel Bermudez ຢືນຢັນວ່າ ການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະພັກກອມມູນິດກູບາ ແມ່ນພື້ນຖານ ແລະການກໍານົດທິດຍຸດທະສາດໃນການພົວພັນຮ່ວມມືສອງຝ່າຍ; ພ້ອມທັງເປັນການເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງສະພາແຫ່ງຊາດກັບບັນດາອົງການວິຊາສະເພາະຂອງສະພາແຫ່ງຊາດ, ບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະຊຸກຍູ້ການພົບປະແລກປ່ຽນປະຊາຊົນ.
ທີສາມ, ກ່ຽວກັບດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ສອງຝ່າຍໄດ້ເອົາໃຈໃສ່ເປັນພິເສດເຖິງການແລກປ່ຽນບັນດາມາດຕະການທີ່ແທດຈິງ, ສຳຄັນເພື່ອແນໃສ່ນຳການພົວພັນຮ່ວມມືສອງຝ່າຍໃຫ້ສົມກັບການພົວພັນທາງດ້ານການເມືອງອັນດີງາມລະຫວ່າງສອງປະເທດ, ເປັນຕົ້ນແມ່ນໃນ 3 ຂົງເຂດຮ່ວມມືຈຸດສຸມ ຄື: ກະສິກຳ, ພະລັງງານ ແລະເຕັກໂນໂລຊີຊີວະພາບ.
ທີສີ່, ສອງຝ່າຍບັນລຸໄດ້ຄວາມຮັບຮູ້ລວມກ່ຽວກັບຄຸນຄ່າອັນລ້ຳຄ່າຂອງມໍລະດົກແຫ່ງການພົວພັນອັນຍາວນານລະຫວ່າງສອງປະເທດ, ກໍ່ຄືຄວາມສຳຄັນຂອງການຮັດແໜ້ນ ແລະເຮັດໃຫ້ສາຍພົວພັນລະຫວ່າງປະຊາຊົນສອງປະເທດເລິກເຊິ່ງຂຶ້ນກວ່າເກົ່າຢ່າງບໍ່ຢຸດຢັ້ງ ເນື່ອງໃນໂອກາດສະເຫຼີມສະຫຼອງປີມິດຕະພາບ ຫວຽດນາມ - ກູບາ 2025.
ທີຫ້າ, ໃນລະດັບຫຼາຍຝ່າຍ, ສອງຝ່າຍຢືນຢັນວ່າຈະສືບຕໍ່ຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສ ເຊິ່ງແຕ່ລະປະເທດເປັນສະມາຊິກ, ເປັນຕົ້ນແມ່ນສະຫະປະຊາຊາດ. ຝ່າຍ ກູບາ ຕີລາຄາສູງຕໍ່ອິດທິພົນຊື່ສຽງສາກົນນັບມື້ນັບເພີ່ມຂຶ້ນ ແລະສະໜັບສະໜູນ ຫວຽດນາມ ຈັດຕັ້ງພິທີລົງນາມສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບການຕ້ານອາດຊະຍາກຳທາງອິນເຕີແນັດ ໃນເດືອນ ຕຸລາ 2025 ຢູ່ ຮ່າໂນ້ຍ ໃຫ້ປະສົບຜົນສຳເລັດ, ພ້ອມທັງແຈ້ງໃຫ້ຊາບວ່າ ຈະສົ່ງຄະນະຜູ້ແທນເຂົ້າຮ່ວມພິທີລົງນາມ.
ເນື່ອງໃນໂອກາດນີ້, ສອງຝ່າຍກໍ່ໄດ້ຮັບຮອງເອົາຖະແຫຼງການຮ່ວມ ຫວຽດນາມ - ກູບາ, ສ້າງຂີດໝາຍສຳຄັນໃນການພົວພັນສອງປະເທດ. ສອງຝ່າຍໄດ້ລົງນາມເອກະສານຮ່ວມມືສຳຄັນ 5 ສະບັບໃນຂົງເຂດຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະການຜະລິດເຂົ້າ, ເສດຖະກິດ ແລະວິທະຍາສາດ-ເຕັກນິກ; ສາທາລະນະສຸກ, ການເກັບຮັກສາ ແລະການຄຸ້ມຄອງເອກະສານ... ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ສອງຝ່າຍສືບຕໍ່ຫັນການຮ່ວມມືສອງຝ່າຍເປັນອັນລະອຽດໃນໄລຍະຈະມາເຖິງ, ຜ່ານນັ້ນປະກອບສ່ວນປັບປຸງ, ຮັດແໜ້ນສາຍພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ກູບາ ໃຫ້ມີການພັດທະນາຢ່າງແທດຈິງ ແລະຍືນຍົງໃນໄລຍະໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັງຄົມນິຍົມ, ເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາຢູ່ແຕ່ລະພາກພື້ນ ແລະໃນໂລກ.
ນັກຂ່າວ: ດ້ວຍບັນດາໝາກຜົນສໍາຄັນທີ່ບັນລຸໄດ້, ທ່ານຮອງລັດຖະມົນຕີ ສາມາດໃຫ້ຮູ້ກ່ຽວກັບບັນດາມາດຕະການທີ່ລະອຽດເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງ ແລະການລົງນາມລະຫວ່າງສອງປະເທດໃນໄລຍະຈະມາເຖິງ?
ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີ: ດ້ວຍ 16 ກິດຈະກໍາເຄື່ອນໄຫວ ໃນເວລາບໍ່ເຖິງ 3 ວັນ, ການຢ້ຽມຢາມຫວຽດນາມ ຂອງທ່ານເລຂາທີໜຶ່ງ, ປະທານປະເທດ ກູບາ ໄດ້ເປີດກວ້າງບັນດາທິດທາງ ແລະຈຸດສຸມຮ່ວມມືໃໝ່ໃນການພົວພັນມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ກູບາ. ບັນຫາທີ່ສຳຄັນທີ່ສຸດແມ່ນບັນດາອົງການ, ການຈັດຕັ້ງ, ທ້ອງຖິ່ນຂອງສອງປະເທດ ຕ້ອງສຸມໃສ່ຫັນໝາກຜົນການຢ້ຽມຢາມໃຫ້ເປັນອັນລະອຽດ ກໍ່ຄື ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ຢ່າງມີປະສິດທິຜົນ, ນຳການພົວພັນຮ່ວມມືເຂົ້າສູ່ລວງເລິກ ແລະມີປະສິດທິຜົນໃນທຸກຊ່ອງທາງ, ທຸກຂົງເຂດ, ລະອຽດແມ່ນ:
ກ່ຽວກັບການພົວພັນດ້ານການເມືອງ - ການທູດ, ເພື່ອແນໃສ່ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເລິກເຊິ່ງ ແລະການພົວພັນທີ່ກຳລັງດີງາມທີ່ສຸດລະຫວ່າງສອງພັກ, ສອງປະເທດ, ສ້າງພື້ນຖານ, ກໍານົດທິດຍຸດທະສາດໃຫ້ແກ່ການພົວພັນສອງຝ່າຍໃນທຸກຂົງເຂດ, ຂ້າພະເຈົ້າ ຖືວ່າ ສອງປະເທດຕ້ອງສືບຕໍ່ຊຸກຍູ້ການແລກປ່ຽນ, ພົບປະລະຫວ່າງການນຳຂັ້ນສູງສອງປະເທດໃນປີມິດຕະພາບ ຫວຽດນາມ - ກູບາ 2025.
ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ຕ້ອງສືບຕໍ່ສຸມໃສ່ຊີ້ນຳ, ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືດ້ານເສດຖະກິດທີ່ໄດ້ລົງນາມ, ໃຫ້ບຸລິມະສິດການຮ່ວມມືຈຸດສຸມ ລວມມີ: ກະສິກຳ, ພະລັງງານ ແລະເຕັກໂນໂລຊີຊີວະພາບ - ການຢາ. ສອງຝ່າຍຕ້ອງເຈລະຈາ ແລະລົງນາມໃນໂຄງການດໍາເນີນງານໄລຍະກາງກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດເຕັກນິກ ລະຫວ່າງ ຫວຽດນາມ ແລະ ກູບາ ໂດຍໄວ.
ໃນການພົບປະແລກປ່ຽນປະຊາຊົນ ແລະບາງຂົງເຂດຮ່ວມມືອື່ນ, ຫວຽດນາມ ແລະ ກູບາ ຕ້ອງສືບຕໍ່ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ບັນດາການເຄື່ອນໄຫວສົ່ງເສີມວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ກໍ່ຄື ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ, ພິເສດແມ່ນເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກູບາ ປີ 2025.
ບົນພື້ນຖານການພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ພ້ອມກັບຄວາມເອົາໃຈໃສ່ຂອງການນຳສອງປະເທດ, ຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະວິສາຫະກິດຂອງສອງຝ່າຍ, ພວກເຮົາ ສາມາດເຊື່ອໝັ້ນໄດ້ວ່າ ການພົວພັນຫວຽດນາມ - ກູບາ ຈະສືບຕໍ່ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ ຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ສອງພາກພື້ນ ແລະໃນໂລກ.
ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!
ໂດຍ: ຈາງຫງວຽນ