ພັກ, ລັດ ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການສາສະໜາເຄື່ອນໄຫວຕາມທິດນຳ “ຢູ່ໃນສິນ, ກິນໃນທຳ”
ໃນຕະຫຼອດໄລຍະການປະຕິວັດ, ສະມາຄົມພຸດທະສາສະໜາຫວຽດນາມ ຍາມໃດກໍ່ຮ່ວມເດີນທາງພ້ອມກັບຊາດ, ປະກອບສ່ວນປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.
    |
 |
ທ່ານ ຫງວຽນຈ້ອງເຫງ້ຍ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ ໄປຢ້ຽມຢາມ, ອວຍພອນສູນກາງສະມາຄົມພຸດທະສາສະໜາຫວຽດນາມ. ພາບ: vov.vn |
ຕອນບ່າຍວັນທີ 31 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຈ້ອງເຫງ້ຍ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກ ໄປຢ້ຽມຢາມ, ອວຍພອນສູນກາງສະມາຄົມພຸດທະສາສະໜາຫວຽດນາມ ແລະສຳນັກສັງຄະລາດໃຫຍ່ເຂດຊາວຄຼິດ ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສສ.ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025).
ໂດຍຕາງໜ້າໃຫ້ພັກ, ລັດ, ທ່ານ ຫງວຽນຈ້ອງເຫງ້ຍ ຢືນຢັນວ່າ, ໃນຕະຫຼອດໄລຍະການປະຕິວັດ, ສະມາຄົມພຸດທະສາສະໜາຫວຽດນາມ ຍາມໃດກໍ່ຮ່ວມເດີນທາງພ້ອມກັບຊາດ, ປະກອບສ່ວນປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານ ຢືນຢັນວ່າ, ພັກ, ລັດ ຍາມໃດກໍ່ເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການສາສະໜາເຄື່ອນໄຫວຕາມທິດນຳ “ຢູ່ໃນສິນ, ກິນໃນທຳ”.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ