ນັກຂ່າວ: ການພົວພັນລະຫວ່າງ ຫວຽດນາມ ແລະ ກູບາ ສາມາດຖືໄດ້ວ່າເປັນແບບຢ່າງໃນການພົວພັນສາກົນ. ຕາມທ່ານຮອງລັດຖະມົນຕີແລ້ວ, ແມ່ນບັນດາເສົາຄ້ຳທີ່ຊ່ວຍໃຫ້ສາຍພົວພັນນີ້ບໍ່ພຽງແຕ່ໄດ້ຮັບການຮັກສາເທົ່ານັ້ນຫາກຍັງນັບມື້ນັບແໜ້ນແຟ້ນກ່ວາອີກ?

ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີ: ຫວຽດນາມ ແລະ ກູບາ, ເຖິງວ່າຢູ່ຫ່າງກັນເຄິ່ງຊີກໂລກກໍ່ຕາມ, ແຕ່ການພົວພັນສາມັກຄີທີ່ເປັນມູນເຊື້ອ, ຄວາມມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ກູບາ ໄດ້ກາຍເປັນແບບຢ່າງໃນການພົວພັນສາກົນ. ຈາກເມື່ອວິລະຊົນແຫ່ງຊາດກູບາ Jose Marti, ປະທານ ໂຮ່ຈີມິນ, ຜູ້ນຳກູບາ Fidel Castro ເປັນຜູ້ກໍ່ຕັ້ງພື້ນຖານ ແລະໄດ້ຮັບການເພີ່ມພູນຄູນສ້າງຈາກການນຳ ແລະປະຊາຊົນຫຼາຍລຸ້ນຄົນຂອງສອງປະເທດ, ການພົວພັນດັ່ງກ່າວໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃນການຜັນແປຂອງປະຫວັດສາດ ແລະຍັງແໜ້ນແຟ້ນ, ຄົງຄຸນຄ່າຈົນມາຮອດປະຈຸບັນ.

ໃນໄລຍະ 65 ປີຜ່ານມາ, ການຮ່ວມມືລະຫວ່າງສອງປະເທດໄດ້ຮັບການຜັນຂະຫຍາຍຢ່າງເລິກເຊິ່ງກ້ວາງຂວາງຢູ່ທຸກຂັ້ນ, ທຸກຊ່ອງທາງ ແລະບັນດາຂົງເຂດ, ດ້ວຍ 3 ເສົາຄໍ້າຕົ້ນຕໍ, ລວມ ມີການເມືອງ-ການທູດ ເປັນພື້ນຖານ, ເສດຖະກິດ-ການຄ້າ-ການລົງທຶນເປັນກຳລັງໜູນ ແລະການພົບປະແລກປ່ຽນປະຊາຊົນເປັນທາດແຫ່ງຄວາມຜູກພັນ. ໃນດ້ານການເມືອງ - ການທູດ, ສອງຝ່າຍຮັກສາການແລກປ່ຽນຄະນະຜູ້ແທນ ແລະການພົວພັນຂັ້ນສູງເປັນປະຈຳ. ພິເສດ, ການຢ້ຽມຢາມທາງລັດຖະກິດຢູ່ກູບາ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໃນເດືອນ ກັນຍາ 2024 ຖືວ່າແມ່ນຂີດໝາຍປະຫວັດສາດ, ເປີດໄລຍະໃໝ່ຂອງການພົວພັນພິເສດລະຫວ່າງສອງປະເທດ.

leftcenterrightdel
ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດ

ໃນຂົງເຂດເສດຖະກິດ - ການຄ້າ - ການລົງທຶນ, ປະຈຸບັນຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 2 ແລະແມ່ນນັກລົງທຶນໃຫຍ່ທີ່ສຸດຂອງກູບາ ທີ່ມາຈາກພາກພື້ນອາຊີ - ປາຊີຟິກ. ບັນດາການກະທໍາທີ່ແທດຈິງເພື່ອໜູນຊ່ວຍກູບາ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຜ່ານຫຼາຍໂຄງການຮ່ວມມືກ່ຽວກັບການຜະລິດເຂົ້າ, ສາລີ, ສິນໃນນໍ້າ... ໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກປະຊາຊົນກູບາ ແລະເພື່ອນມິດສາກົນ.

ໃນໄລຍະມໍ່ໆມານີ້, ຫວຽດນາມ ໄດ້ປຸກລະດົມລາຍການຂົນຂວາຍໃນທົ່ວປະເທດ “65 ປີແຫ່ງວັນສ້າງຕັ້ງສາຍພົວພັນ ຫວຽດນາມ - ກູບາ” ເພື່ອລະດົມທຶນຊ່ວຍເຫຼືອປະຊາຊົນກູບາ ຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ, ພວກເຮົາມີຄວາມເອກອ້າງທະນົງໃຈ, ຕື້ນຕັນໃຈທີ່ສຸດເມື່ອໄດ້ເຫັນກັບຕາກ່ຽວກັບຄວາມຮັກແພງ ກໍ່ຄືການສະໜັບສະໜູນອັນໃຫຍ່ຫຼວງຂອງປະຊາຊົນຫວຽດນາມ ສະຫງວນໃຫ້ປະຊາຊົນກູບາ.

ນັກຂ່າວ: ບົນພື້ນຖານການກໍ່ສ້າງໂດຍການນໍາລຸ້ນຕ່າງໆ ແລະປະຊາຊົນສອງປະເທດ, ທ່ານຮອງລັດຖະມົນຕີສາມາດແບ່ງປັນບາງທິດທາງເພື່ອຊຸກຍູ້, ນໍາການພົວພັນຫວຽດນາມ - ກູບາ ໃຫ້ເລິກເຊິ່ງກວ່າອີກໃນໄລຍະຈະມາເຖິງ?

ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີ: ບົນພື້ນຖານບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມ, ພິເສດແມ່ນໝາກຜົນການຢ້ຽມຢາມ ກູບາ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໃນເດືອນ ກັນຍາ 2024, ສອງຝ່າຍ ແລະສອງປະເທດຈະສືບຕໍ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ພິເສດແມ່ນຂົງເຂດການເມືອງ - ການທູດ, ເສດຖະກິດ - ການຄ້າ, ກະສິກຳ, ພະລັງງານ, ການແລກປ່ຽນປະຊາຊົນ; ການສຶກສາ, ສາທາລະນະສຸກ...; ຜັນຂະຫຍາຍຢ່າງມີຈຸດສຸມ, ຈຸດໃຈກາງດ້ວຍທິດນຳທີ່ວ່າຮ່ວມເດີນທາງ, ການຮ່ວມມື, ພ້ອມກັນພັດທະນາບໍ່ພຽງແຕ່ໃນປີມິດຕະພາບຫວຽດນາມ - ກູບາ 2025 ເທົ່ານັ້ນ ຫາກຍັງໃນຊຸມປີຕໍ່ໜ້າອີກດ້ວຍ.

ຫວຽດນາມ ແລະ ກູບາ ຈະພ້ອມກັນຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນໃຫ້ດີກວ່າເກົ່າ; ສືບຕໍ່ຊຸກຍູ້ການຮ່ວມມືດ້ານກະສິກຳຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນການຜະລິດເຂົ້າ, ສິນໃນນ້ຳ, ປຸງແຕ່ງສາລີ... ພ້ອມນັ້ນ, ສອງປະເທດຈະເພີ່ມທະວີການແລກປ່ຽນປະສົບການ, ສົມທົບກັນຢ່າງແໜ້ນແຟ້ນໃນຂົງເຂດເຕັກໂນໂລຊີຊີວະວິທະຍາ, ການພັດທະນາເຕັກໂນໂລຊີສີຂຽວ, ການຢາ, ສາທາລະນະສຸກ, ການກໍ່ສ້າງ, ການທ່ອງທ່ຽວ, ການຫັນເປັນດີຈີຕອນ… ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາແບບຍືນຍົງຂອງສອງປະເທດ ແລະຮັບມືກັບສິ່ງທ້າທາຍທົ່ວໂລກ.

ໃນຊຸມປີມິດຕະພາບ ຫວຽດນາມ - ກູບາ 2025, ຫວຽດນາມ ແລະກູບາ ໄດ້ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ເພື່ອໃຫ້ປະຊາຊົນສອງປະເທດ, ພິເສດແມ່ນລຸ້ນໜຸ່ມມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມໝາຍ ແລະຄວາມສຳຄັນຂອງການພົວພັນພິເສດ ຫວຽດນາມ - ກູບາ; ບຳລຸງສ້າງ ແລະສຶກສາອົບຮົມໃຫ້ລຸ້ນໜຸ່ມຂອງສອງປະເທດຍາມໃດກໍ່ເຄົາລົບ, ປົກປັກຮັກສາ ແລະພັດທະນາສາຍພົວພັນທີ່ເປັນແບບຢ່າງ, ສັດຊື່ບໍລິສຸດລະຫວ່າງສອງຊາດກວ່າອີກ.

ນັກຂ່າວ: ທ່ານຮອງລັດຖະມົນຕີ ຢາກສົ່ງສານພິເສດໃດກ່ຽວກັບການຢ້ຽມຢາມເຖິງປະຊາຊົນກູບາ ແລະຜູ້ທີ່ເຄົາລົບນັບຖືການພົວພັນແບບພິເສດ, ຍືນຍົງລະຫວ່າງສອງຊາດພວກເຮົາ?

ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີ: ປະທານ ໂຮ່ຈີມິນ ເຄີຍກ່າວວ່າ: “ຫວຽດນາມ ແລະ ກູບາ ຫ່າງໄກກັນຫຼາຍພັນກິໂລແມັດ, ແຕ່ນ້ຳໃຈຂອງປະຊາຊົນສອງປະເທດຜູກພັນກັນຄືອ້າຍນ້ອງໃນຄອບຄົວດຽວ”. ຄໍາສອນຂອງປະທານ ໂຮ່ຈີມິນ ຍັງຄົງຄຸນຄ່າໃນທຸກວັນນີ້.

ໃນຊຸມມື້ຜ່ານມາ, ໃນທ່າມກາງບັນຍາກາດທີ່ສະຫງ່າອົງອາດສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ປະສົບຜົນສໍາເລັດ ແລະວັນຊາດຫວຽດນາມ ວັນທີ 2 ກັນຍາ, ບັນດາຮູບພາບປະຫວັດສາດຂອງຄຳເວົ້າອັນເປັນອະມະຕະຂອງຜູ້ນຳ Fidel Castro ໃນການແຫ່ຂະບວນຢູ່ສະໜາມຫຼວງປະຕິວັດ La Habana ໃນວັນທີ 2 ມັງກອນ 1966 “ເພື່ອຫວຽດນາມ, ກູບາ ກຽມພ້ອມເສຍສະຫຼະເລືອດເນື້ອຂອງຕົນ!” ໄດ້ຮັບການແບ່ງປັນຈາກລຸ້ນໜຸ່ມຫວຽດນາມ, ສ້າງຜົນກະທົບພິເສດເຖິງການພົວພັນລະຫວ່າງສອງປະເທດ. ນີ້ແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມຈົງຮັກພັກດີ, ສັດຊື່ບໍລິສຸດທີ່ປະຊາຊົນຫວຽດນາມ ຍາມໃດກໍ່ສະຫງວນໃຫ້ກູບາ ແລະບັນດາທ່າທີອັນສູງສົ່ງທີ່ກູບາ ໄດ້ສະຫງວນໃຫ້ຫວຽດນາມໃນໄລຍະທີ່ຫຍຸ້ງຍາກທີ່ສຸດ. ນັ້ນແມ່ນໜຶ່ງໃນບັນດາເລື່ອງເລົ່າທີ່ຕື້ນຕັນໃຈ, ເປັນແຫຼ່ງບັນດານໃຈກ່ຽວກັບການພົວພັນແບບພິເສດ ແລະໝັ້ນຄົງລະຫວ່າງສອງປະເທດ.

ໃນຊຸມມື້ຈະມາເຖິງ, ທ່ານ Miguel Diaz-Canel Bermudez ເລຂາຜູ້ທີໜຶ່ງ, ປະທານປະເທດກູບາ ຈະມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ. ສິ່ງດັ່ງກ່າວ ອີກເທື່ອໜຶ່ງ ໄດ້ຢັ້ງຢືນວ່າ ນໍ້າໃຈສາມັກຄີແບບພິເສດລະຫວ່າງ ຫວຽດນາມ ແລະ ກູບາ ສືບຕໍ່ແມ່ນແປວໄຟສ່ອງແສງເຍືອງເສັ້ນທາງການຮ່ວມມື ແລະພັດທະນາເພື່ອຜົນປະໂຫຍດອັນຊອບທຳຂອງແຕ່ລະປະເທດ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ຂອບໃຈທ່ານຮອງລັດຖະມົນຕີ!

ໂດຍ: ຈາງຫງວຽນ