ໃນການຕອບສຳພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ຢູ່ ອົດສະຕາລີ ກ່ຽວກັບວິວັດການ 80 ປີແຫ່ງການສ້າງສາ, ກໍ່ສ້າງ, ປົກປັກຮັກສາ ແລະພັດທະນາປະເທດຊາດນັບແຕ່ຍາດໄດ້ເອກະລາດພາຍຫຼັງການປະຕິວັດເດືອນສິງຫາ ປີ 1945, ໄດ້ພາໄປເຖິງການກຳເນີດຂອງປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (ປັດຈຸບັນແມ່ນ ສາທາລະນະລັດ ສັງຄົມນິຍົມຫວຽດນາມ) (2-9-1945 / 2-9-2025), ສາດສະດາຈານ Carl Thayer ນັກຊ່ຽວຊານຄົ້ນຄວ້າກ່ຽວກັບຫວຽດນາມ ຢູ່ວິທະຍາຄານປ້ອງຊາດອົດສະຕາລີ, ຂຶ້ນກັບມະຫາວິທະຍາໄລ New South Wales ຖືວ່າ, ປະເທດອາຊີຕາເວັນອອກສ່ຽງໃຕ້ນີ້ ໄດ້ມີການຫັນປ່ຽນຢ່າງຈະແຈ້ງ ແລະມີລັກສະນະຕັດສິນເມື່ອສາມາດສ້າງບົດບາດ ແລະທີ່ຕັ້ງຢູ່ເວທີສາກົນເທື່ອລະກ້າວ ໂດຍຜ່ານການເປີດປະຕູພື້ນຖານເສດຖະກິດ, ເຂົ້າເປັນສະມາຊິກອາຊຽນ, ເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC), ອົງການການຄ້າໂລກ (WTO) ແລະເຊັນສັນຍາການຄ້າເສລີຫຼາຍສະບັບ...

ຕາມການສັງເກດຂອງສາດສະດາຈານ Carl Thayer, ຫວຽດນາມ ນັບມື້ນັບມີຄວາມໝັ້ນໃຈຕົນເອງກວ່າເກົ່າ ໃນການຊຸກຍູ້ລັດທິຫຼາຍຝ່າຍ, ສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ແລະປະຈຸບັນແມ່ນທັງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ນອກຈາກນັ້ນ, ຫວຽດນາມ ຍັງກໍ່ເຂົ້າຮ່ວມ ແລະມີການປະກອບສ່ວນໃນບັນດາລະບອບລະບຽບການສາກົນເທື່ອລະກ້າວ, ໃນນັ້ນ ໄດ້ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ 2 ຄັ້ງ.

ສາດສະດາຈານ Carl Thayer ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ເຊີດຊູຈິດໃຈເພິ່ງຕົນເອງກຸ້ມຕົນເອງໃນການປົກປັກຮັກສາອະທິປະໄຕ, ຊຸກຍູ້ລັດທິຫຼາຍຝ່າຍ, ມານະພະຍາຍາມຮັກສາຄວາມສາມັກຄີຢູ່ບັນດາປະເທດສະມາຊິກອາຊຽນ ແລະກາຍເປັນປະເທດທີ່ມີຊື່ສຽງເຂດຊີກໂລກໃຕ້. ການເຂົ້າເປັນຄູ່ຮ່ວມມື BRICS ຢ່າງເປັນທາງການໃນຫວ່າງມໍ່ໆມານີ້ຂອງຫວຽດນາມ ໃນວັນທີ 14 ມິຖຸນາ 2025 ແມ່ນຜົນງານອັນໃຫຍ່ຫຼວງທີ່ບໍ່ອາດປະຕິເສດໄດ້.

ສາດສະດາຈານ Carl Thayer ກໍ່ສະແດງຄວາມປະທັບໃຈຕໍ່ເລື່ອງຫວຽດນາມ ເອົາໃຈໃສ່ທີ່ສຸດເຖິງວຽກງານບຳລຸງສ້າງຜູ້ທີ່ມີຄວາມຮູ້ຄວາມສາມາດ, ພິເສດແມ່ນຢູ່ພາຍໃນປະເທດ. ຕາມທ່ານແລ້ວ, ປະຈຸບັນ ຫວຽດນາມ ມີຄົນທີ່ມີລະດັບການສຶກສາສູງເປັນຈຳນວນຫຼາຍ.

ປະຈຸບັນ, ພາຍໃຕ້ການນຳພາຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ກົງຈັກລັດພວມໄດ້ຮັບການຍູ້ແຮງການສ້າງໂຄງປະກອບຄືນໃໝ່ເພື່ອໃຫ້ການເຄື່ອນໄຫວຢ່າງມີປະສິດທິຜົນກວ່າ.

ຕາມສາດສະດາຈານ Carl Thayer ແລ້ວ, ກ່ອນໄລຍະ “ປ່ຽນແປງໃໝ່”, ຫວຽດນາມ ໄດ້ຜ່ານຜ່າວິກິດການຢ່າງໜັກໜ່ວງ. ລະບົບການຄຸ້ມຄອງຕາມຮູບການຫັນແຜນການເປັນລວມສູນໄດ້ພາໄປເຖິງສະພາບຂາດເຂີນສິນຄ້າ ແລະບໍ່ມີກໍາລັງໜູນໃນການດໍາເນີນທຸລະກິດ.

leftcenterrightdel
ສາດສະດາຈານ Carl Thayer ນັກຊ່ຽວຊານຄົ້ນຄວ້າກ່ຽວກັບຫວຽດນາມ ຢູ່ວິທະຍາຄານປ້ອງຊາດອົດສະຕາລີ. ພາບ: ສໍານັກຂ່າວສານຫວຽດນາມ

ເຖິງຢ່າງໃດກໍຕາມ, ພາຍຫຼັງເປີດປະຕູ, ຫວຽດນາມ ໄດ້ຄ່ອຍໆຍົກເລີກ “ຮົ້ວກີດຂວາງ” ແລະມີຄວາມຫວັງ. ບັນດາວິສາຫະກິດຄອບຄົວ ແລະວິສາຫະກິດເອກະຊົນ ເລີ່ມປະກອບສ່ວນເຂົ້າໃນການພັດທະນາລວມຂອງເສດຖະກິດ, ເຖິງວ່າຕ້ອງໃຊ້ເວລາຫຼາຍປີກໍ່ຕາມ ເພື່ອໃຫ້ມີການພັດທະນາ ແລະມີບົດບາດພົ້ນເດັ່ນກວ່າຢ່າງແທ້ຈິງ.

ສາດສະດາຈານ Carl Thayer ຖືວ່າ “ການປ່ຽນແປງໃໝ່” ແມ່ນບາດກ້າວທຳອິດເພື່ອໃຫ້ຫວຽດນາມ ເປີດປະຕູ ແລະເລີ່ມປ່ຽນແປງຢ່າງແທ້ຈິງ.  ນັບແຕ່ປີ 1989 ເປັນຕົ້ນມາ, ຫວຽດນາມ ໄດ້ເລີ່ມເຫັນຜົນຈາກການປ່ຽນແປງນີ້ຢ່າງແທ້ຈິງ.

ທ່ານສາດສະດາຈານ Carl Thayer ເວົ້າວ່າ ຕາມການເວລາ, ຫວຽດນາມ ໄດ້ຫຼຸດອັດຕາຄວາມທຸກຍາກລົງຫຼາຍພໍສົມຄວນ ຍ້ອນກຳລັງພາຍໃນຂອງຕົນ ແລະການໜູນຊ່ວຍຂອງເພື່ອນມິດສາກົນ. ນອກຈາກນັ້ນ, ຫວຽດນາມ ກໍ່ຊຸກຍູ້ຄວາມຍຸຕິທຳໃນສັງຄົມ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ເອົາໃຈໃສ່ເຖິງຊົນເຜົ່າສ່ວນໜ້ອຍ. ນີ້ລ້ວນແຕ່ແມ່ນຜົນງານອັນຍິ່ງໃຫຍ່.

ນອກຈາກນັ້ນ, ນັກຊ່ຽວຊານຂອງອົດສະຕາລີ ຍັງມີຄວາມປະທັບໃຈທີ່ສຸດຕໍ່ກັບເລື່ອງອາຍຸຍືນສະເລ່ຍຂອງຊາວຫວຽດນາມ ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ອັດຕາຄົນຫວ່າງງານຫຼຸດລົງຫຼາຍ ແລະປະຈຸບັນ ຫວຽດນາມໄດ້ກາຍເປັນປະເທດທີ່ມີລາຍຮັບປານກາງຕໍ່າ.

ໃນສາຍຕາຂອງສາດສະດາຈານ Carl Thayer, ຫວຽດນາມ ແມ່ນປະເທດທີ່ຂະຫຍັນຂັນເຄື່ອນ, ປະຕິບັດນະໂຍບາຍການທູດວັດທະນະທຳຢ່າງແຂງແຮງ, ການພົວພັນຕ່າງປະເທດຫຼາຍຝ່າຍ, ພ້ອມດຽວກັນນັ້ນ ຍາມໃດກໍ່ສະແດງໃຫ້ເຫັນຄວາມອົບອຸ່ນ ແລະຮັກແຂກແພງຄົນ. ສິ່ງດັ່ງກ່າວໄດ້ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ຫວຽດນາມ, ໃນນັ້ນຂະແໜງທ່ອງທ່ຽວມີການເຕີບໂຕຢ່າງແຂງແຮງ.

ສາດສະດາຈານ Carl Thayer ຄາດຄະເນວ່າ, ໃນໄລຍະຈະມາເຖິງ, ວິສາຫະກິດເອກະຊົນຫວຽດນາມ ຈະລະເບີດຂຶ້ນຢ່າງແຮງ, ວິສາຫະກິດແຕ່ລະແຫ່ງຈະມີວິຊາສະເພາະ ແລະມີການພັດທະນາໃນແບບຂອງຕົນ, ນຳເອົາຜົນປະໂຫຍດຫຼາຍຢ່າງມາໃຫ້ປະເທດຊາດ.

ໃນ 80 ປີຜ່ານມາ, ຫວຽດນາມ ຍາມໃດກໍ່ປະຕິບັດຕາມສິ່ງດັ່ງກ່າວນັ້ນ ແລະໄດ້ຮັບຜົນສຳເລັດຫຼາຍຢ່າງ, ກາຍເປັນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ ແລະມີລັກສະນະສ້າງສັນໃນເວທີສາກົນ.

ປະຈຸບັນ, ຫວຽດນາມ ບໍ່ແມ່ນປະເທດທີ່ໄດ້ຮັບການຊ່ວຍເຫຼືອພຽງແຕ່ຢ່າງດຽວ ເຊິ່ງໄດ້ໜູນຊ່ວຍປະເທດອື່ນອີກ, ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ໃນການແຜ່ລະບາດຂອງພະຍາດໂຄວິດ-19, ເລື່ອງນໍາໜ້າຈັດຕ້ັງບັນດາກອງປະຊຸມທາງອອນລາຍ ແລະເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບສາກົນ...

ໃນສະພາບການສາກົນທີ່ມີການຜັນແປຢ່າງສັບສົນ ແລະໄດ້ຮັບຜົນກະທົບຈາກເຕັກໂນໂລຢີດີຈີຕອນ, ຫວຽດນາມ ຕ້ອງສືບຕໍ່ຊຸກຍູ້ຈິດໃຈກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອກ້າວເຂົ້າສູ່ສັງກາດໃໝ່ຢ່າງໝັ້ນຄົງ; ພ້ອມດຽວກັນນັ້ນ ກໍ່ຕ້ອງມີມາດຕະການແກ້ໄຂທີ່ເໝາະສົມກັບບັນດາສິ່ງທ້າທາຍຍ້ອນບັນຫາທົ່ວໂລກວາງອອກ ເຊິ່ງກ່ຽວຂ້ອງເຖິງເຕັກໂນໂລຢີໃໝ່, ການປ່ຽນແປງຂອງດິນຟ້າອາກາດ...

ໂດຍ: ໄຊນີດາ