ຕັ້ງແຕ່ໃດມາ, ຊາດຫວຽດນາມ ໄດ້ຝັງເລິກກ່ຽວກັບຫຼັກທຳ “ຕອບບຸນແທນຄຸນ”, ຖືສາຍຈິດມິດໃຈແມ່ນເສັ້ນດ້າຍສີແດງໃຫ້ແກ່ມູນເຊື້ອວັດທະນະທຳຂອງຊາດ. ໃນປະຫວັດສາດຂອງຊາດ, ຍາກທີ່ຈະມີການພົວພັນໃດສ່ອງແສງໃຫ້ເຫັນນ້ຳໃຈນັ້ນຢ່າງຄົບຖ້ວນສົມບູນຄືກັບນໍ້າໃຈສາມັກຄີ ຫວຽດນາມ-ກູບາ.

leftcenterrightdel
ທ່ານ Fidel Castro ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານສະພາແຫ່ງລັດ ແລະສະພາລັດຖະມົນຕີກູບາ ກັບທ່ານ ໂດ໋ເມື່ອຍ ເລຂາທິການໃຫຍ່, ທ່ານ ເລດຶ໊ກແອັງ ປະທານປະເທດ, ທ່ານ ຫວໍວັນກຽດ ນາຍົກລັດຖະມົນຕີ ແລະທ່ານພົນເອກ ຫວໍງວຽນຢາບ ທີ່ທຳນຽບປະທານປະເທດ ໃນຕອນຄ່ຳວັນທີ 8 ທັນວາ 1995. ພາບເອກະສານ: ສໍານັກຂ່າວສານຫວຽດນາມ

ເມື່ອເວົ້າເຖິງ ກູບາ, ນັບແຕ່ປີ 1960 ເປັນຕົ້ນມາ, ເມື່ອຫວຽດນາມ ຍັງຈົມຢູ່ໃນແປວໄຟສົງຄາມ ແລະກຳລັງປະເຊີນໜ້າກັບຄວາມຫຍຸ້ງຍາກຕ່າງໆນາໆ, ເຈັບປວດ, ສູນເສຍຈົນນັບບໍ່ຖ້ວນ, ກູບາ ໄດ້ບຸກເບີກສ້າງຕັ້ງການພົວພັນທາງການທູດ, ກາຍເປັນໜຶ່ງໃນບັນດາປະເທດທໍາອິດໃນໂລກທີ່ສະໜັບສະໜູນພາລະກິດຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນຫວຽດນາມ. ບໍ່ພຽງແຕ່ຢຸດຕິຢູ່ການຖະແຫຼງການດ້ານການເມືອງເທົ່ານັ້ນ, ໃນທ່າມກາງຄວາມຫຍຸ້ງຍາກລຳບາກ, ສິ່ງທີ່ມີຄ່າທີ່ສຸດຂອງ ກູບາ ໄດ້ມອບໃຫ້ຫວຽດນາມ ຄື: ໂຮງໝໍ, ໂຮງແຮມ, ຖະໜົນຫົນທາງ, ຄ້າຍດຳລົງຊີວິດ, ທ່ານໝໍ, ວິສາວະກອນ... ກູບາ ໄດ້ຮັບນັກສຶກສາຫວຽດນາມ ໄປຮຽນຢູ່ປະເທດຕົນນັບເປັນພັນຄົນ, ປຽບເໝືອນດັ່ງເປັນການຕ້ອນຮັບລູກຫຼານຂອງຕົນ. ບຸນຄຸນ ແລະຄວາມຜູກພັນຮັກໄຄ່ນັ້ນ, ມາຮອດທຸກວັນນີ້ມັນຍັງຄົງຝັງເລິກຢູ່ໃນໃຈຂອງຊາວຫວຽດນາມແຕ່ລະຄົນ. ພິເສດແມ່ນຄຳເວົ້າອັນເປັນອະມະຕະຂອງຜູ້ນຳກູບາ Fidel Castro ທີ່ວ່າ: “ເພື່ອຫວຽດນາມ, ກູບາ ຍອມເສຍສະຫຼະເລືອດເນື້ອຂອງຕົນ” ໄດ້ກາຍເປັນສັນຍາລັກອັນສູງສຸດຂອງນ້ຳໃຈສາກົນກຳມະຊີບ.

ມີຄົນເຄີຍເວົ້າວ່າ: ໃນຊີວິດພົບເພື່ອນຄືແບບນັ້ນແມ່ນຫາຍາກ. ການພົວພັນທາງການທູດລະຫວ່າງຊາດດັ້ງເດີມແລ້ວ ແມ່ນອີງໃສ່ຜົນປະໂຫຍດ, ແຕ່ໄດ້ພົບປະກັບປະເທດທີ່ບໍລິສຸດ, ມີບຸນຄຸນ ແລະມີຄວາມຜູກພັນຮັກໄຄ່, ສັດຊື່ບໍລິສຸດຄືແນວນີ້ຍິ່ງຍາກຂຶ້ນຕື່ມບໍ່ຈັກວ່າເທົ່າໃດ. ລອງຖາມເບິ່ງວ່າຢູ່ໃນໂລກນີ້ມີນໍ້າໃຈສາກົນບໍ່ພໍເທົ່າໃດຢ່າງສູງສົ່ງໄປກວ່ານັ້ນບໍ?

ປະຈຸບັນ, ເມື່ອປະເທດອ້າຍນ້ອງກູບາ ພວມປະສົບກັບໄພທຳມະຊາດ, ໂລກລະບາດ ແລະນະໂຍບາຍປິດລ້ອມ, ຂວໍ້າບາດຢ່າງຮ້າຍແຮງ, ໂດຍຕອບສະໜອງຄຳຮຽກຮ້ອງຂອງສູນກາງສະພາກາແດງຫວຽດນາມ, ປະຊາຊົນທຸກຊັ້ນວັນນະ, ພໍ່ແມ່ພີ່ນ້ອງປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ສະໝັກໃຈ, ຕື່ນຕົວບໍລິຈາກໂດຍບໍ່ຈຳເປັນຕ້ອງມີຄຳສັ່ງບໍລິຫານຈາກອົງການໃດທັງໝົດ. ພິເສດຢູ່ໃນນັ້ນແມ່ນມີນັກຮຽນ, ນັກສຶກສາຫຼາຍຄົນທີ່ໄດ້ເຕີບໃຫຍ່ຢູ່ໃນຍຸກສັນຕິພາບ ແລະກໍ່ແມ່ນເຂົາເຈົ້ານັ້ນເອງກຳລັງສ້າງມູນເຊື້ອກ່ຽວກັບຄວາມຮູ້ບຸນຄຸນ ແລະສາຍຈິດມິດໃຈທີ່ສັດຊື່ບໍລິສຸດ, ຜຸດຜ່ອງຂອງຊາດຫວຽດນາມ.

ຄວາມຮູ້ບຸນຄຸນບໍ່ໄດ້ເກີດຂຶ້ນຕາມທໍາມະຊາດ, ຕ້ອງມີການສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມ, ລ້ຽງດູ, ເພີ່ມພູນຄູນສ້າງຜ່ານເລື່ອງລາວປະຫວັດສາດຕ່າງໆ, ທຸກບົດຮຽນກ່ຽວກັບຄຸນນະທຳເພື່ອໃຫ້ມູນເຊື້ອດັ່ງກ່າວນັ້ນສືບຕໍ່ໄດ້ຮັບການຮັກສາ ແລະແຜ່ຂະຫຍາຍໃຫ້ຄົນຮຸ່ນຫຼັງໃນທຸກວັນນີ້ ແລະອະນາຄົດ.

ຂ້າພະເຈົ້າຄິດວ່າ, ແຕ່ລະໂຮງຮຽນ, ແຕ່ລະຄອບຄົວ ຫຼືໃນການເຄື່ອນໄຫວໃນສັງຄົມ, ເລື່ອງລາວຕ່າງໆກ່ຽວກັບສາຍຈິດມິດໃຈ ຫວຽດນາມ-ກູບາ ຄວນໄດ້ເລົ່າສູ່ຟັງດ້ວຍຄວາມເຄົາລົບ, ເພື່ອໃຫ້ລຸ້ນໜຸ່ມໃນປະຈຸບັນເຂົ້າໃຈວ່າ, ນໍ້າໃຈແຫ່ງຄວາມເປັນເພື່ອນລະຫວ່າງສອງຊາດບໍ່ພຽງແຕ່ສ້າງຂຶ້ນດ້ວຍຄຳເວົ້າເທົ່ານັ້ນ, ແຕ່ມັນໄດ້ສ້າງຂຶ້ນດ້ວຍເລືອດເນື້ອ, ດ້ວຍຢາດເຫື່ອ, ດ້ວຍການເສຍສະຫຼະຢ່າງບໍ່ມີເງື່ອນໄຂ.

ເມື່ອຄົນຮຸ່ນໜຸ່ມເຕີບໃຫຍ່ຂຶ້ນດ້ວຍສະຕິຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບນ້ຳໃຈສະແດງຄວາມຮູ້ບຸນຄຸນ, ເຂົາເຈົ້າຈະຮູ້ຈັກເຄົາລົບຄຸນຄ່າຂອງມະນຸດ, ຮູ້ຈັກແບ່ງປັນກັບຊຸມຊົນ, ຮູ້ຄຽງບ່າຄຽງໄຫຼ່ກັບເພື່ອນມິດສາກົນເມື່ອມີຄວາມຕ້ອງການ. ສິ່ງນັ້ນບໍ່ພຽງແຕ່ຊ່ວຍຮັກສາສາຍພົວພັນອັນດີງາມລະຫວ່າງ ຫວຽດນາມ-ກູບາ ເທົ່ານັ້ນ, ຫາກຍັງປະກອບສ່ວນສ້າງຮູບພາບຊາວຫວຽດນາມ  ທີ່ມີຄວາມເມດຕາກະລຸນາ, ມີນໍ້າໃຈຮັກແພງໃນສາຍຕາເພື່ອນມິດຢູ່ທົ່ວຫ້າທະວີບໃນໂລກ.

ໂດຍ: ເຈິ່ນຮວ່ຽນ