ການພົວພັນຫວຽດນາມ - ສ.ເກົາຫຼີ ໄດ້ກ້າວເຂົ້າສູ່ສັງກາດໃໝ່ຮ່ວມມືໃໝ່ໃນທຸກຂົງເຂດ, ນອກເໜືອຈາກຂົງເຂດເສດຖະກິດ.

ນີ້ແມ່ນຂໍ້ສັງເກດຂອງທ່ານ Kwon Sung Taek, ປະທານສະມາຄົມເສດຖະກິດ ແລະວັດທະນະທຳ ສ.ເກົາຫຼີ - ຫວຽດນາມ (KOVECA), ເມື່ອໃຫ້ສຳພາດຕໍ່ໜັງສືພິມເສດຖະກິດ AJU ສະບັບອອກ ວັນທີ 21 ສິງຫາ ກ່ຽວກັບການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢູ່ ສ.ເກົາຫຼີ ແລະຄວາມສຳຄັນຂອງການແລກປ່ຽນປະຊາຊົນລະຫວ່າງສອງປະເທດ.

ຕາມນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາຢູ່ ເຊີອູນ, ປະທານ KOVECA ໃຫ້ຮູ້ວ່າ ນີ້ໄດ້ຮັບຖືວ່າແມ່ນການຢ້ຽມຢາມທີ່ປະສົບຜົນສຳເລັດທີ່ສຸດແຕ່ກ່ອນນີ້ມາຮອດປະຈຸບັນ.

ທ່ານ Kwon Sung Taek ເນັ້ນໜັກວ່າ: ທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນການນຳຕ່າງປະເທດຜູ້ທຳອິດທີ່ມາຢ້ຽມຢາມ ສ.ເກົາຫຼີ ນັບແຕ່ທ່ານ Lee Jae Myung ດໍາລົງຕຳແໜ່ງປະທານາທິບໍດີ ແມ່ນມີຄວາມໝາຍສຳຄັນຕໍ່ການພົວພັນລະຫວ່າງສອງຝ່າຍ.

ທ່ານ ໃຫ້ຮູ້ວ່າ: ກວ່າປະທານາທິບໍດີ ທຸກທ່ານ, ທ່ານ Lee Jae Myung ປະທານາທິບໍດີ ປາດຖະໜາຢາກກໍ່ສ້າງການພົວພັນອັນດີງາມທີ່ສຸດກັບຫວຽດນາມ”.

leftcenterrightdel
ທ່ານ Kwon Sung Taek ໃຫ້ສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາຢູ່ ເຊີອູນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານາທິບໍດີ ສ.ເກົາຫຼີ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຂງແຮງເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ “ຄວາມມະຫັດສະຈັນຢູ່ແມ່ນ້ຳແດງ” ດ້ວຍການແບ່ງປັນກັບຫວຽດນາມ ໃນບັນດາບົດຮຽນທຳອິດຂອງ ສ.ເກົາຫຼີ ໃນການສ້າງ “ສິ່ງມະຫັດສະຈັນຢູ່ແມ່ນ້ຳ ຮານ”.

ທ່ານປະທານ KOVECA ກໍ່ສະແດງຄວາມຫວັງວ່າ: “ບົນພື້ນຖານຄວາມເຂົ້າໃຈຮ່ວມນີ້ລະຫວ່າງການນຳສອງທ່ານ, ສອງປະເທດ ໄດ້ກ້າວເຂົ້າສູ່ສັງກາດຮ່ວມມືໃໝ່ໃນທຸກຂົງເຂດ, ນອກເໜືອຂົງເຂດເສດຖະກິດອີກດ້ວຍ.

ການພົບປະລະຫວ່າງການນຳສອງປະເທດ ບໍ່ພຽງແຕ່ແມ່ນການພົບປະທາງການທູດເທົ່ານັ້ນ. ນີ້ຈະແມ່ນບາດລ້ຽວໃຫ້ແກ່ການພັດທະນາ ແລະຄວາມຈະເລີນຮຸ່ງເຮືອງຮ່ວມຂອງທັງສອງປະເທດ, ໄດ້ກໍ່ສ້າງບົນພື້ນຖານການປະຕິຮູບ, ການປ່ຽນແປງ ແລະປ່ຽນແປງໃໝ່, ເພື່ອສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນອາຊີ.”

ລັດຖະບານຫວຽດນາມ ຮັບຮູ້ຢ່າງຈະແຈ້ງວ່າ ການພົບປະແລກປ່ຽນແມ່ນຈໍາເປັນບໍ່ພຽງແຕ່ໃນພາກລັດເທົ່ານັ້ນ ຫາກຍັງຢູ່ຂັ້ນພາກເອກະຊົນອີກດ້ວຍ.

ການຢ້ຽມຢາມ ສ.ເກົາຫຼີ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ບໍ່ພຽງແຕ່ເປັນກຽດອັນໃຫຍ່ຫຼວງຂອງຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ ກວ່າ 300.000 ຄົນເທົ່ານັ້ນ, ແຕ່ຍັງເປັນຂອງຂວັນອັນລ້ຳຄ່າໃຫ້ແກ່ຊາວ ສ.ເກົາຫຼີ ຫຼາຍລ້ານຄົນທີ່ຮັກແພງຫວຽດນາມ ແລະປາດຖະໜາຢາກສືບຕໍ່ຮ່ວມມືກັບຫວຽດນາມ ອີກດ້ວຍ.

ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2013, KOVECA ໄດ້ກາຍເປັນສູນແຫ່ງການເຄື່ອນໄຫວແລກປ່ຽນພາກເອກະຊົນໂດຍຜ່ານການແລກປ່ຽນວັດທະນະທຳ, ການຮ່ວມມືດ້ານເສດຖະກິດ, ປະກອບສ່ວນຂອງສັງຄົມ ແລະການຄຸ້ມຄອງວິກິດການ.

ໃນເບື້ອງຕົ້ນ, KOVECA ໄດ້ສຸມໃສ່ເຂົ້າໃນການເພີ່ມທະວີຄວາມເຂົ້າໃຈກ່ຽວກັບຫວຽດນາມ ຜ່ານບັນດາເວທີປາໄສ. ຫຼັງຈາກນັ້ນ, KOVECA ໄດ້ໂຄສະນາວັດທະນະທໍາຫວຽດນາມ ຢູ່ ສ. ເກົາຫຼີ ດ້ວຍການຈັດຕັ້ງບັນດາງານບຸນວັດທະນະທໍາຫວຽດນາມ ແລະງານວາງສະແດງມໍລະດົກວັດທະນະທໍາ UNESCO.

KOVECA ຍັງສືບຕໍ່ເຂົ້າຮ່ວມການເຄື່ອນໄຫວປະກອບສ່ວນສັງຄົມຢູ່ຫວຽດນາມ, ໃນນັ້ນມີການກໍ່ສ້າງເຮືອນຢູ່, ສະໜອງບໍລິການການແພດ ແລະທຶນການສຶກສາ.

ທ່ານ Kwon Sung Taek ໃຫ້ຮູ້ວ່າ: KOVECA ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງປີປະຫວັດສາດ 2025 ຂອງຫວຽດນາມ ດ້ວຍບັນດາເຫດການສຳຄັນ ຄື: 50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ, 80 ປີແຫ່ງວັນຊາດ ແລະ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ.

ຕາມທ່ານປະທານ Kwon Sung Taek ແລ້ວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 33 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ສ.ເກົາຫຼີ - ຫວຽດນາມ, KOVECA ພວມຕັ້ງໜ້າກະກຽມກອງປະຊຸມສຳມະນາ ແລະງານວາງສະແດງພິເສດກ່ຽວກັບການນຳພາຂອງປະທານ ໂຮ່ຈີມິນ.

ສໍາລັບງານວາງສະແດງຄັ້ງນີ້, KOVECA ຫວັງວ່າຈະແບ່ງປັນຈິດໃຈ ແລະຊີວິດຂອງປະທານ ໂຮ່ຈີມິນ ກັບສັງຄົມ ສ.ເກົາຫຼີ ແລະຜ່ານນັ້ນ ປະກອບສ່ວນເພີ່ມທະວີການພົວພັນພົບປະແລກປ່ຽນ ແລະຄວາມເຂົ້າໃຈລະຫວ່າງສອງປະເທດ.

ງານວາງສະແດງຈະສະແດງບັນດາຮູບປັ້ນແສງສະຫວ່າງຂອງນັກສິລະປິນ ບຸ່ຍວັນຕື້ ກ່ຽວກັບປະທານ ໂຮ່ຈີມິນ ແລະການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງ ສ.ເກົາຫຼີ ແລະຫວຽດນາມ.

ໂດຍ: ໄຊນີດາ