ສັງກາດໃໝ່, ພາລະກຳໃໝ່
ໂລກພວມຢູ່ໃນໄລຍະທີ່ມີການປ່ຽນແປງ, ມີລັກສະນະຍຸກສະໄໝ, ແຕ່ນີ້ຮອດປີ 2030 ແມ່ນໄລຍະສໍາຄັນທີ່ສຸດເພື່ອກຳນົດລະບຽບໂລກໃໝ່. ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຈະສ້າງຂີດໝາຍໃນຈຸດເວລາທີ່ປະເທດຊາດກ້າວເຂົ້າສູ່ສັງກາດໃໝ່, ສັງກາດບືນຕົວພັດທະນາໃຫ້ຊາດມີຄວາມຮັ່ງມີເຂັ້ມແຂງ. ຫວຽດນາມ ກໍ່ພວມຜັນຂະຫຍາຍນະໂຍບາຍຊີ້ຂາດຍຸດທະສາດທີ່ມີລັກສະນະປະຕິວັດ, ຍົກອອກບັນຫາໃໝ່ຫຼາຍຢ່າງ ແລະຄວາມຮຽກຮ້ອງຕ້ອງການທີ່ສູງກວ່າ.
    |
 |
ທ່ານ ຫງວຽນແມ້ງເກື່ອງ, ຮອງເລຂາຜູ້ປະຈໍາການຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ຈ່າຫງວຽນ |
ກ້າວເຂົ້າສູ່ອາຍຸການ 2025-2030, ເຊິ່ງເປັນອາຍຸການທີ່ສ້າງບາດກ້າວຫັນປ່ຽນສຳຄັນຕໍ່ກັບພາລະບົດບາດນຳພາຮອບດ້ານ, ອົງຄະນະພັກກະຊວງການຕ່າງປະເທດ ໄດ້ກຳນົດເປົ້າໝາຍກວມລວມແມ່ນ: “ຍົກສູງກໍາລັງຄວາມສາມາດນໍາພາ, ກຳລັງແຮງສູ້ຮົບຂອງອົງຄະນະພັກ, ກໍ່ສ້າງຂະແໜງການທູດຢ່າງຮອບດ້ານ, ທັນສະໄໝ, ເປັນມືອາຊີບ; ເສີມຂະຫຍາຍບົດບາດນໍາໜ້າ, ສຳຄັນ, ເປັນປະຈໍາຂອງການພົວພັນຕ່າງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນ, ປະກອບສ່ວນສ້າງສາ ແລະປົກປັກຮັກສາປະເທດຊາດ ໃນສັງກາດໃໝ່”.
ໂດຍແມ່ນອົງຄະນະພັກຂັ້ນເທິງຮາກຖານ ມີສະມາຊິກພັກ 12.000 ຄົນ ທີ່ດຳເນີນຊີວິດພັກຢູ່ເກືອບ 600 ໜ່ວຍພັກ ຂຶ້ນກັບຢູ່ພາຍໃນ ແລະຕ່າງປະເທດ, ເພື່ອປະຕິບັດສຳເລັດພາລະກຳຂອງການພົວພັນຕ່າງປະເທດ ໃນສັງກາດບືນຕົວຂອງຊາດຢ່າງມີໄຊ, ປ່ຽນແປງໃໝ່ແບບວິທີ, ຍົກສູງກໍາລັງຄວາມສາມາດນຳພາຂອງຄະນະພັກກະຊວງການຕ່າງປະເທດ ໃນສະພາບການໃໝ່ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ.
ປ່ຽນແປງໃໝ່ແບບວິທີນຳພາຂອງພັກ - ຄໍາສັ່ງຂອງພຶດຕິກຳຕົວຈິງ
ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ກໍານົດວ່າ: “ສືບຕໍ່ປ່ຽນແປງໃໝ່ແບບວິທີນໍາພາ, ຮັບປະກັນການຊີ້ນຳ-ນຳພາຢ່າງລຸລ່ວງ, ທັນການ, ຖືກຕ້ອງຂອງຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນ, ເສີມຂະຫຍາຍບົດບາດໃນການເປັນແບບຢ່າງ… ສືບຕໍ່ການປ່ຽນແປງໃໝ່, ຍົກສູງຄຸນນະພາບການກໍ່ສ້າງ, ປະກາດໃຊ້ມະຕິຂອງພັກ… ຍູ້ແຮງການປະຕິຮູບດ້ານບໍລິຫານ, ການນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການເຄື່ອນໄຫວຂອງພັກ. ສືບຕໍ່ສະຫຼຸບພຶດຕິກຳຕົວຈິງ, ຄົ້ນຄວ້າທິດສະດີກ່ຽວກັບການປ່ຽນແປງໃໝ່ເນື້ອໃນ ແລະແບບວິທີນຳພາ, ກຳອຳນາດຂອງພັກ ໃນເງື່ອນໄຂໃໝ່”. ສາມາດເວົ້າໄດ້ວ່າ ການປ່ຽນແປງໃໝ່ແບບວິທີຢ່າງຄົບຊຸດ ແລະຍົກສູງກໍາລັງຄວາມສາມາດນຳພາ, ກຳອຳນາດຂອງພັກ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມ.
ຄຽງຂ້າງການປ່ຽນແປງໃໝ່ແບບວິທີນຳພາ, ສາມາດເຂົ້າໃຈໄດ້ວ່າການຍົກສູງກໍາລັງຄວາມສາມາດນຳພາຂອງພັກແມ່ນການສຸມໃສ່ພັດທະນາຢ່າງຮອບດ້ານກ່ຽວກັບປັດໄຈອັນຈຳເປັນຕໍ່ການນຳພາຂອງພັກ, ລວມມີກໍາລັງຄວາມສາມາດໃນການກຳນົດທິດແນວທາງ, ຍຸດທະສາດ; ກໍາລັງຄວາມສາມາດຍົກອອກແຜນນະໂຍບາຍ, ນະໂຍບາຍ; ກໍາລັງຄວາມສາມາດໃນການຈັດຕັ້ງ ແລະຊີ້ນຳປະຕິບັດ, ກວດກາ ແລະຕິດຕາມກວດກາວຽກງານຂອງພັກ; ກໍາລັງຄວາມສາມາດໃນການຕີລາຄາ, ຖອດຖອນບົດຮຽນ ແລະການປັບປຸງຢ່າງທັນການ, ມີປະສິດທິຜົນ.
ບາງມາດຕະການປ່ຽນແປງໃໝ່ແບບວິທີ, ຍົກສູງກໍາລັງຄວາມສາມາດນຳພາຂອງຄະນະພັກກະຊວງການຕ່າງປະເທດ
ໃນສະພາບການໂລກ ແລະພາກພື້ນມີການຜັນແປຫຼາຍຢ່າງ, ຫວຽດນາມ ພວມຢູ່ໃນໄລຍະການຫັນປ່ຽນທີ່ມີລັກສະນະປະຫວັດສາດ, ຈາກຄວາມຮຽກຮ້ອງຕ້ອງການໜ້າທີ່ທີ່ໄດ້ກ່າວມາຂ້າງເທິງນີ້, ການປ່ຽນແປງໃໝ່ແບບວິທີ, ຍົກສູງກໍາລັງຄວາມສາມາດນຳພາຂອງຄະນະພັກກະຊວງການຕ່າງປະເທດ ໃນສະພາບການໃໝ່ຄວນສຸມໃສ່ບາງມາດຕະການດັ່ງນີ້:
ທີໜຶ່ງ, ຍົກສູງກໍາລັງຄວາມສາມາດນຳພາດ້ານການເມືອງ; ປ່ຽນແປງໃໝ່ແບບວິທີ, ຍົກສູງກໍາລັງຄວາມສາມາດອອກຄຳຕັດສິນຂອງຄະນະພັກກະຊວງການຕ່າງປະເທດ ຜ່ານການປະກາດໃຊ້ມະຕິ, ສະຫຼຸບ, ເອກະສານນຳພາ.
ທີສອງ, ຍູ້ແຮງການກໍ່ສ້າງພັກກ່ຽວກັບແນວຄິດ, ທິດສະດີ. ປ່ຽນແປງໃໝ່ແບບວິທີໂຄສະນາ, ຊາບຊຶມບັນດາແຜນນະໂຍບາຍ, ແນວທາງ, ມະຕິ, ບົດສະຫຼຸບຂອງພັກ ແລະປົກປ້ອງພື້ນຖານແນວຄິດຂອງພັກ ຢ່າງບໍ່ຢຸດຢັ້ງ. ສືບຕໍ່ປັບປຸງທິດສະດີກ່ຽວກັບການພົວພັນຕ່າງປະເທດຫວຽດນາມ ແລະບົດບາດຂອງການພົວພັນຕ່າງປະເທດໃນສັງກາດໃໝ່ ໃຫ້ສົມບູນແບບ.
ປ່ຽນແປງໃໝ່ຢ່າງແຂງແຮງດ້ານເນື້ອໃນ, ແບບວິທີວຽກງານແນວຄິດ; ຍົກສູງລັກສະນະຕໍ່ສູ້, ລັກສະນະສຶກສາ, ລັກສະນະຊວນເຊື່ອໃນການໂຄສະນາ, ສຶກສາອົບຮົມດ້ານການເມືອງ, ແນວຄິດ. ຕິດພັນກັບການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ ດ້ວຍວຽກງານກໍ່ສ້າງ, ປັບປຸງພັກ ແລະລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ. ຮັກສາແບບແຜນ ແລະຍົກສູງຄຸນນະພາບໃນການບຳລຸງທິດສະດີ. ຍົກສູງຄຸນນະພາບການເຄື່ອນໄຫວແລກປ່ຽນທິດສະດີກັບພັກກອມມູນິດ ແລະພັກການເມືອງຕ່າງໆໃນທົ່ວໂລກ.
ທີສາມ, ປ່ຽນແປງໃໝ່ແບບວິທີນຳພາຂອງພັກ ຜ່ານວຽກງານພະນັກງານ. ຮັບປະກັນວຽກງານພະນັກງານໃຫ້ສືບຕໍ່ແມ່ນຂໍກະແຈໃນວຽກງານກໍ່ສ້າງອົງຄະນະພັກກະຊວງການຕ່າງປະເທດ.
ທີສີ່, ປ່ຽນແປງໃໝ່ແບບວິທີກວດກາ, ຕິດຕາມກວດກາເພື່ອສະກັດກັ້ນການລະເມີດແຕ່ຫົວທີ, ແຕ່ໄກ. ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງຄະນະພັກ ແລະຜູ້ນໍາໜ້າ, ບົດບາດການເປັນເສນາທິການຂອງຄະນະກໍາມະການກວດກາຄະນະພັກຂັ້ນຮາກຖານ ແລະກຳມະການໜ່ວຍພັກທີ່ຮັບຜິດຊອບວຽກງານກວດກາ, ຕິດຕາມກວດກາຢູ່ໜ່ວຍພັກເພື່ອສືບຕໍ່ຍົກສູງປະສິດທິພາບ, ປະສິດທິຜົນວຽກງານກວດກາ, ຕິດຕາມກວດກາຂອງພັກ.
ທີຫ້າ, ເສີມຂະຫຍາຍແບບວິທີນຳພາຢ່າງແຂງແຮງຜ່ານການເປັນແບບຢ່າງ, ກ່ອນອື່ນໝົດແມ່ນຄະນະບໍລິຫານງານ, ຄະນະປະຈຳ, ຜູ້ປະຈຳການຄະນະພັກກະຊວງ ແລະສ່ວນຕົວແຕ່ລະສະຫາຍກໍາມະການໃນຄະນະບໍລິຫານງານພັກ, ເລຂາຄະນະພັກ, ຫົວໜ້າຄະນະພັກ, ອົງການ, ຫົວໜ່ວຍ.
ຕັດສິນໃຈປະຕິບັດສໍາເລັດພາລະກຳຂອງຂະແໜງການທູດ ຢ່າງມີໄຊ
ບົນພື້ນຖານອັນໜັກແໜ້ນຂອງປະຫວັດສາດ 80 ປີທີ່ຮ່ວມເດີນທາງພ້ອມກັບປະເທດ, ຄະນະພັກກະຊວງການຕ່າງປະເທດ ມີຄວາມຮັບຮູ້ຢ່າງເລິກເຊິ່ງ ແລະຈະສຸມໃສ່ໃນການປະຕິບັດສໍາເລັດພາລະກຳຂອງຂະແໜງການທູດໃນສັງກາດບືນຕົວຂອງຊາດຢູ່ໃນລະດັບສູງ, ເສີມຂະຫຍາຍບົດບາດນໍາໜ້າ, ເປັນເຈົ້າການ, ຕັ້ງໜ້າ, ປະດິດສ້າງຂອງຂະແໜງການທູດ ເພື່ອຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ສ້າງຊ່ອງທາງຍຸດທະສາດ ແລະເງື່ອນໄຂສະດວກເພື່ອຮັບໃຊ້ຜົນປະໂຫຍດຍຸດທະສາດຂອງປະເທດໃນສັງກາດໃໝ່.
ຄະນະພັກກະຊວງການຕ່າງປະເທດ ເຊື່ອໝັ້ນວ່າ, ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ອົງຄະນະພັກກະຊວງການຕ່າງປະເທດຈະສາມັກຄີ, ຮ່ວມແຮງຮ່ວມໃຈກັນຕັດສິນໃຈປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍ ຢ່າງມີໄຊ, ປະກອບສ່ວນປະຕິບັດເປົ້າໝາຍພັດທະນາປະເທດຮອດປີ 2030 ຢ່າງມີໄຊ, ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກ ແລະວິໄສທັດຮອດປີ 2045 ຢ່າງແທດຈິງ, ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງປະເທດກາຍເປັນປະເທດທີ່ພັດທະນາ, ມີລາຍຮັບສູງຕາມກໍານົດທິດສັງຄົມນິຍົມ.
ໂດຍ: ເຈິ່ນຮວ່ຽນ