leftcenterrightdel
ທ່ານ ບຸ່ຍແທງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ຕ້ອງສ້າງກາໝາຍ APEC ຫວຽດນາມ 2027 ໂດຍໄວ. ນີ້ແມ່ນຄຳສັ່ງຊີ້ນຳຂອງທ່ານ ບຸ່ຍແທງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ ທີ່ວາລະປະຊຸມຄົບຄະນະ ຄັ້ງທີ 1 ຂອງຄະນະກຳມະການແຫ່ງຊາດ APEC (ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ) 2027, ຈັດຂຶ້ນໃນຕອນເຊົ້າວັນທີ 21 ສິງຫາ, ຢູ່ສຳນັກງານນາຍົກລັດຖະມົນຕີ.

ທີ່ວາລະປະຊຸມ, ທ່ານ ບຸ່ຍແທງເຊີນ ເນັ້ນໜັກວ່າ, ເລື່ອງເປັນເຈົ້າພາບຈັດປີ APEC 2027 ແມ່ນໜ້າທີ່ການເມືອງ, ການທູດສຳຄັນແຖວໜ້າ, ແມ່ນໂອກາດເພື່ອໃຫ້ຫວຽດນາມ ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບ, ຢືນຢັນທີ່ຕັ້ງຍຸດທະສາດດ້ານເສດຖະກິດ, ການຄ້າໃນການກຳນົດຄວາມເປັນລະບຽບຮຽບຮ້ອຍຂອງເສດຖະກິດສາກົນໃໝ່. ສະນັ້ນ, ເຫດການຕ້ອງສ້າງຂີດໝາຍທີ່ເຂັ້ມຂຸ້ນຂອງຫວຽດນາມ ແລະນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ ແລະວິສາຫະກິດ, ປະກອບສ່ວນຊຸກຍູ້ສັນຕິພາບ, ຄວາມວັດທະນາຖາວອນ ແລະການພັດທະນາແບບຍືນຍົງຢູ່ພາກພື້ນ ອາຊີ - ປາຊິຟິກ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ