leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄປສຳຫຼວດກວດກາໂຄງການເສັ້ນທາງອ້ອມຕອນ ເຕິນຫວ້ານ - ເຍີນແຈກ. ພາບ: ສໍານັກຂ່າວສານຫວຽດນາມ

ໃນການໄປປະຕິບັດງານຢູ່ບັນດາແຂວງທາງພາກໃຕ້, ຕອນຄ່ຳວັນທີ 2 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໄປສຳຫຼວດກວດກາໂຄງການເສັ້ນທາງອ້ອມຕົວເມືອງ 3 ນະຄອນ ໂຮ່ຈີມິນ, ຕອນ ເຕິນຫວ້ານ - ເຍີນແຈກ, ໃນນັ້ນມີຂົວ ເຍີນແຈກ.

ໂຄງການດັ່ງກ່າວມີລວງຍາວ 76 ກມ, ໄປຜ່ານ 3 ທ້ອງຖິ່ນ, ລວມມີນະຄອນ ໂຮ່ຈີມິນ, ດົ່ງນາຍ ແລະ ໄຕນິງ. ໂຄງການມີຍອດເງິນລົງທຶນ 75.300 ຕື້ດົ່ງ (ປະມານ 3 ຕື້ໂດລາສະຫະລັດ) ດ້ວຍງົບປະມານຂອງລັດ. ໃນນັ້ນ, ຕອນ ເຕິນຫວ້ານ - ເຍີນແຈກ (ໄປຜ່ານນະຄອນ ໂຮ່ຈີມິນ ແລະດົ່ງນາຍ) ມີລວງຍາວ 8,22 ກມ, ໄລ່ຮອດທ້າຍເດືອນ ກໍລະກົດ ປະຕິບັດການກໍ່ສ້າງໄດ້ເກືອບ 98% ແລ້ວ ແລະຈະນຳເຂົ້າໃຊ້ການໃນວັນທີ 19 ສິງຫາ. ຂົວ ເຍີນແຈກ ແມ່ນຂົວໃຫຍ່ທີ່ສຸດຂອງເຂດທາງອ້ອມເຂດຕົວເມືອງ 3, ກໍໄດ້ເປີດນຳເຂົ້າເຄື່ອນໄຫວໃນວັນດຽວກັນ.

ແຫຼ່ງຄັດຈາກ: vovworld.vn