leftcenterrightdel
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ຈ່າຫງວຽນ

ການເຄື່ອນໄຫວຮ່ວມມືມະນຸດສະທໍາຊອກຮູ້ ແລະກວດກາຮຽບຮຽງທະຫານຜ່ານເສິກ ອາມເລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ (MIA) ໄດ້ລັດຖະບານສອງປະເທດຫວຽດນາມ ແລະອາເມລິກາ ຜັນຂະຫຍາຍຢ່າງຕັ້ງໜ້າ ແລະມີປະສິດທິຜົນໃນກວ່າ 50 ປີຜ່ານມາ, ຊ່ວຍອັດຖິທະຫານຜ່ານເສິກອາເມລິກາ ຫຼາຍພັນອັດຖິໄດ້ມອບໃຫ້ຄອບຄົວ.

ນີ້ແມ່ນໝາກຜົນທີ່ມີຄວາມໝາຍຍິ່ງ, ປະກອບສ່ວນຍູ້ແຮງການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມລະຫວ່າງສອງປະເທດ ແລະແມ່ນພິສູດທີ່ມີຊີວິດຊີວາຂອງຈິດໃຈມະນຸດສະທໍາ, ປະກອບສ່ວນສ້າງ ແລະປັບປຸງຄວາມໄວ້ເນື້ອເຊື່ອໃຈ, ນໍ້າໃຈມິດຕະພາບລະຫວ່າງຫວຽດນາມ ແລະອາເມລິກາ. ການຮ່ວມມື MIA ຂອງຫວຽດນາມ ຍາມໃດກໍ່ໄດ້ຝ່າຍອາເມລິກາ ຮັບຮູ້ ແລະຕີລາຄາສູງ, ຖືແມ່ນຮູບແບບໃນການພົວພັນສາກົນ. ໃນໄລຍະຈະມາເຖິງ, ສອງປະເທດສືບຕໍ່ຮ່ວມມືກັນຢ່າງຄົບຖ້ວນໃນຂົງເຂດນີ້ຖືກຕາມຈິດໃຈຖະແຫຼງການຮ່ວມວ່າດ້ວຍການຍົກລະດັບການພົວພັນຫວຽດນາມ-ອາເມລິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ”.

ໂດຍ: ເກື່ອງດັ້ງ