ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ Joao Manuel Goncalves Lourenco ປະທານາທິບໍດີອັງໂກລາ ແລະພັນລະຍາ, ທ່ານ ເລືອງເກື່ອງ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຈະໄປຢ້ຽມຢາມ ສ. ອັງໂກລາ ໃນລະຫວ່າງວັນທີ 6-9 ສິງຫາ 2025 ນີ້. ນັກຂ່າວຫວຽດນາມ ປະຈຳ ອາຟຼິກາ ໄດ້ສຳພາດທ່ານ ເຢືອງຈິງຈຶກ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອັງໂກລາ ກ່ອນການຢ້ຽມຢາມ.

ນັກຂ່າວ: ຂໍທ່ານເອກອັກຄະລັດຖະທູດ ໃຫ້ຮູ້ກ່ຽວກັບເນື້ອໃນ ແລະຄວາມໝາຍຂອງການຢ້ຽມຢາມ ສ. ອັງໂກລາ ໃນຄັ້ງນີ້, ພິເສດແມ່ນໃນສະພາບການທີ່ສອງປະເທດພວມສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ?

ທ່ານ ເຢືອງຈິງຈຶກ ເອກອັກຄະລັດຖະທູດຫວຽດນາມ ປະຈຳອັງໂກລາ: ໂດຍໄດ້ຮັບຄຳເຊີນຂອງທ່ານ Joao Lourenco  ປະທານາທິບໍດີ ອັງໂກລາ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ  ແລະພັນລະຍາ ຈະໄປຢ້ຽມຢາມທາງລັດຖະກິດເຖິງ ອັງໂກລາ. ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນໃນຫຼາຍດ້ານສຳລັບການພົວພັນສອງຝ່າຍລະຫວ່າງສອງປະເທດ.

ນີ້ແມ່ນການຢ້ຽມຢາມຂັ້ນສູງສຸດຂອງການນຳຫວຽດນາມ ເຖິງ ອັງໂກລາ ພາຍຫຼັງຫຼາຍປີມານີ້, ນັບແຕ່ການຢ້ຽມຢາມຂອງທ່ານ ເຈີ່ນດຶກເລືອງ ປະທານປະເທດຫວຽດນາມ ໃນປີ 2002 ແລະທ່ານ ນົງດຶກແມ້ງ ເລຂາທິການໃຫຍ່ ໃນປີ 2008. ການຢ້ຽມຢາມ ຈະປະກອບສ່ວນຮັກສາການພົບປະແລກປ່ຽນຂັ້ນສູງລະຫວ່າງສອງປະເທດ, ພິເສດແມ່ນໃນສະພາບການທີ່ສອງປະເທດພວມສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1975-2025).

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ກ່າວຄໍາເຫັນ. ພາບ: ສໍານັກຂ່າວສານຫວຽດນາມ

ການຢ້ຽມຢາມແມ່ນກາລະໂອກາດເພື່ອໃຫ້ການນຳຂັ້ນສູງຂອງສອງປະເທດ ທົບທວນຄືນ, ຕີລາຄາຜົນການຮ່ວມມືໃນໄລຍະຜ່ານມາ, ພ້ອມທັງວາງອອກທິດທາງ ແລະມາດຕະການລະອຽດເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືໃນໄລຍະຈະມາເຖິງ, ເປີດໄລຍະພັດທະນາໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ອັງໂກລາ.

ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ ຍັງມີຄວາມໝາຍຄວາມສຳຄັນເປັນພິເສດ, ເມື່ອຂໍ້ຕົກລົງນິຕິກໍາລະຫວ່າງລັດຖະບານສອງປະເທດຫຼາຍສະບັບໄດ້ຮັບການລົງນາມ, ສ້າງເງື່ອນໄຂສະດວກໃຫ້ແກ່ການຍູ້ແຮງການຮ່ວມມືດ້ານເສດຖະກິດ ແລະຂົງເຂດອື່ນໆ. ໃນຂະບວນການກະກຽມ, ສະຖານທູດ ໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກການນໍາກະຊວງການຕ່າງປະເທດ ແລະການສົມທົບກັນຢ່າງຕັ້ງໜ້າຈາກກະຊວງ, ຂະແໜງການຂອງທັງສອງປະເທດ.

ໃນສະພາບການໂລກ ແລະພາກພື້ນທີ່ພວມຜັນແປໄປຢ່າງວ່ອງໄວ ແລະສັບສົນ, ເມື່ອບັນດາປະເທດລ້ວນແຕ່ມຸ່ງໄປສູ່ໂລກຫຼາຍຂົ້ວ, ຫຼາຍສູນກາງ, ການຢ້ຽມຢາມ ອັງໂກລາ - ເຊິ່ງແມ່ນປະເທດກຳລັງເປັນປະທານໝູນວຽນຂອງສະຫະພັນອາຟຼິກາ (AU) - ແມ່ນກາລະໂອກາດສຳຄັນເພື່ອເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ AU, ກໍ່ຄືລະຫວ່າງ ອັງໂກລາ ແລະ ອາຊຽນ. ພ້ອມດຽວກັນນັ້ນ ການຢ້ຽມຢາມຍັງໄດ້ປະກອບສ່ວນເສີມຂະຫຍາຍບົດບາດເປັນຂົວຕໍ່ຂອງສອງປະເທດໃນການຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ AU.

ນັກຂ່າວ: ທ່ານເອກອັກຄະລັດຖະທູດ ຕີລາຄາການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອັງໂກລາ ໃນໄລຍະ 5 ທົດສະວັດຜ່ານມານີ້ຄືແນວໃດ? ອັນໃດເປັນຈຸດພົ້ນເດັ່ນຂອງການຮ່ວມມືລະຫວ່າງສອງປະເທດ?

ທ່ານ ເຢືອງຈິງຈຶກ ເອກອັກຄະລັດຖະທູດຫວຽດນາມ ປະຈຳອັງໂກລາ:  ຫວຽດນາມ ແລະ ອັງໂກລາ ໄດ້ຮັກສາການພົວພັນມິດຕະພາບ ແລະການຮ່ວມມືທີ່ເປັນມູນເຊື້ອອັນດີງາມໃນຫຼາຍຂົງເຂດ, ໃນນັ້ນລວມມີທັງຊ່ອງທາງພັກ, ລັດຖະບານ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນ. ໃນຕະຫຼອດໄລຍະຕໍ່ສູ້ຍາດເອົາເອກະລາດ, ເອກະພາບ ແລະພັດທະນາປະເທດຊາດ, ສອງປະເທດໄດ້ສະໜັບສະໜູນເຊິ່ງກັນ ແລະກັນ, ທັງໃນຂອບເຂດສອງຝ່າຍ ແລະຢູ່ເວທີປາໄສພາກພື້ນ ແລະສາກົນ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການພົວພັນລະຫວ່າງສອງປະເທດໃນເມື່ອກ່ອນຍັງຈຳກັດຢູ່, ແຕ່ກໍ່ມີສັນຍານຈະເລີນເຕີບໂຕ, ພິເສດແມ່ນພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 7 ຂອງຄະນະກໍາມະການລະຫວ່າງລັດຖະບານໃນເດືອນມີນາ 2024. ມີຫຼາຍໂຄງການຂອງຫວຽດນາມ ໄດ້ຜັນຂະຫຍາຍໄປລົງທຶນຢູ່ ອັງໂກລາ  ແລະມີວິສາຫະກິດຫວຽດນາມ ຫຼາຍແຫ່ງມີຄວາມສົນໃຈເຖິງຕະຫຼາດອັງໂກລາ. ເຖິງຢ່າງໃດກໍ່ຕາມ, ການຮ່ວມມືດ້ານເສດຖະກິດຍັງບໍ່ທັນບັນລຸໄດ້ຕາມຄາດໝາຍ, ການລົງທຶນຍັງຈຳກັດ, ການແລກປ່ຽນການຄ້າສ່ວນຫຼາຍແມ່ນຮູບແບບການຄ້າຂະໜາດນ້ອຍ, ການພົບປະແລກປ່ຽນວັດທະນະທຳຍັງບໍ່ທັນຄຶກຄື້ນ, ການພົວພັນແລກປ່ຽນປະຊາຊົນສ່ວນຫຼາຍຍັງມີແຕ່ລວງດຽວ, ຊາວອັງໂກລາມາຫວຽດນາມ ບໍ່ຫຼາຍປານໃດ. ປະຈຸບັນ, ລັດຖະບານ ແລະປະຊາຊົນສອງປະເທດ ພວມມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືໃຫ້ຂຶ້ນສູ່ໄລຍະໃໝ່.

ນັກຂ່າວ: ຕາມທ່ານເອກອັກຄະລັດຖະທູດແລ້ວ, ອັນໃດແມ່ນຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດ? ສອງປະເທດຄວນເຮັດຫຍັງແດ່ເພື່ອຍູ້ແຮງການພົວພັນຮ່ວມມືໃນໄລຍະຈະມາເຖິງ?

ທ່ານ ເຢືອງຈິງຈຶກ ເອກອັກຄະລັດຖະທູດຫວຽດນາມ ປະຈຳອັງໂກລາ: ການພົວພັນມິດຕະພາບທີ່ດີງາມລະຫວ່າງຫວຽດນາມ ແລະ ອັງໂກລາ ແມ່ນພື້ນຖານທີ່ສະດວກທີ່ສຸດ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ. ເຖິງວ່າ ອັງໂກລາ ມີຫຼາຍພັກການເມືອງກໍ່ຕາມ, ແຕ່ທັງໝົດລ້ວນແຕ່ສະໜັບສະໜູນການເພີ່ມທະວີການພົວພັນກັບຫວຽດນາມ, ສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ.

ເພື່ອພັດທະນາການພົວພັນ ແລະການຮ່ວມມື, ສອງປະເທດຕ້ອງປະຕິບັດຫຼາຍມາດຕະການທີ່ລະອຽດ ຄື: ກ່ອນອື່ນໝົດແມ່ນຮັກສາການແລກປ່ຽນຄະນະຜູ້ແທນ. ສອງປະເທດສືບຕໍ່ຈັດຕັ້ງການຢ້ຽມຢາມຂັ້ນສູງ ແລະທຸກຂັ້ນຜ່ານບັນດາຊ່ອງທາງຂອງພັກ, ລັດຖະບານ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນເພື່ອເພີ່ມທະວີຄວາມເຂົ້າໃຈ ແລະສະໜິດຕິດພັນ.

ທີສອງແມ່ນສ້າງກອບນະຕິກຳໃຫ້ສົມບູນແບບ. ຫວຽດນາມ ແລະ ອັງໂກລາ ສືບຕໍ່ທົບທວນຄືນ ແລະປັບປຸງບັນດາເອກະສານນິຕິກຳລະຫວ່າງສອງປະເທດໃຫ້ສົມບູນແບບ, ສ້າງພື້ນຖານສະດວກໃຫ້ແກ່ການຮ່ວມມືໃນຂົງເຂດເສດຖະກິດ, ວັດທະນະທຳ ແລະການສຶກສາ.

ທີສາມແມ່ນຊຸກຍູ້ການພົບປະແລກປ່ຽນ ແລະແລກປ່ຽນຂໍ້ມູນຂ່າວສານ. ສອງຝ່າຍ ຕ້ອງເປັນເຈົ້າການຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ຢ້ຽມຢາມເຊິ່ງກັນ ແລະກັນ ເພື່ອຊອກຮູ້ທ່າແຮງ ແລະຄວາມຕ້ອງການຂອງແຕ່ລະຝ່າຍ, ພ້ອມກັນນັ້ນກໍລົບລ້າງສິ່ງກີດຂວາງ. ຕ້ອງສະໜອງຂໍ້ມູນຢ່າງຄົບຖ້ວນກ່ຽວກັບປະເພດສິນຄ້າ ແລະບັນດາໂຄງການບຸລິມະສິດ ເພື່ອແນໃສ່ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືຢ່າງມີປະສິດທິຜົນ.

ທີສີ່ແມ່ນເພີ່ມທະວີການແລກປ່ຽນດ້ານວັດທະນະທຳ ແລະການສຶກສາ. ສອງປະເທດຕ້ອງຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ວັດທະນະທຳ ແລະທ່ອງທ່ຽວ; ພ້ອມກັນນັ້ນ, ຜັນຂະຫຍາຍບັນດາໂຄງການສະໜອງທຶນການສຶກສາໃຫ້ແກ່ນັກຮຽນ ແລະສຶກສາອັງໂກລາ ເພື່ອເພີ່ມທະວີຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ. ສຸດທ້າຍ, ແມ່ນຮັກສາການຕິດຕໍ່ພົວພັນຢ່າງໜັກແໜ້ນ. ບັນດາອົງການຜູ້ຕາງໜ້າຂອງສອງປະເທດ ຕ້ອງຮັກສາການຕິດຕໍ່ພົວພັນເປັນປະຈຳເພື່ອໜູນຊ່ວຍ ແລະເປີດກວ້າງໂອກາດຮ່ວມມືຈາກທ້ອງຖິ່ນ.

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ໂດຍ: ຈາງຫງວຽນ