ການຢ້ຽມຢາມ ອັງໂກລາ ຂອງທ່ານ ເລືອງເກື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ດຳເນີນກົງກັບໂອກາດ ຫວຽດນາມ-ອັງໂກລາ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1975-2025). ທ່ານເອກອັກຄະລັດຖະທູດ ຈົ່ງແບ່ງປັນທັດສະນະກ່ຽວກັບຄວາມໝາຍຂອງການຢ້ຽມຢາມຄັ້ງນີ້ ຕໍ່ກັບການພົວພັນສອງຝ່າຍລະຫວ່າງສອງປະເທດ?
ການຢ້ຽມຢາມທາງລັດຖະກິດຂອງທ່ານ ເລືອງເກື່ອງ ເຖິງອັງໂກລາ ມີຄວາມໝາຍສໍາຄັນຍິ່ງ, ເປັນຂີດໝາຍບາດລ້ຽວໃນປະຫວັດສາດແຫ່ງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ. ນີ້ແມ່ນການຢ້ຽມຢາມຂັ້ນສູງສຸດຂອງການນຳຫວຽດນາມ ເຖິງ ອັງໂກລາ ໃນເວລາເກືອບ 2 ທົດສະວັດຜ່ານມາ ແລະໄດ້ດຳເນີນໃນໄລຍະສອງປະເທດພວມກະກຽມສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1975-2025) ຍິ່ງເຮັດໃຫ້ປະຫວັດສາດ ແລະສັນຍາລັກຂອງເຫດການພົ້ນເດັ່ນຂຶ້ນ. ການຢ້ຽມຢາມບໍ່ພຽງແຕ່ສະແດງໃຫ້ເຫັນການຖືເປັນສໍາຄັນຂອງຫວຽດນາມ ຕໍ່ກັບການພົວພັນກັບອັງໂກລາ ເທົ່ານັ້ນ ຫາກຍັງສ້າງກໍາລັງໜູນທາງດ້ານການເມືອງໃໝ່ເພື່ອຊຸກຍູ້ຮອບດ້ານການຮ່ວມມືສອງຝ່າຍໃນທຸກຂົງເຂດ.
ໃນຂອບເຂດການຢ້ຽມຢາມ, ສອງຝ່າຍຈະລົງນາມໃນເອກະສານຮ່ວມມືຫຼາຍສະບັບທີ່ສຳຄັນ ແລະມີການພົບປະລະຫວ່າງການນຳຂັ້ນສູງ, ບັນດາກະຊວງ, ຂະແໜງການ ແລະວິສາຫະກິດ. ນີ້ຈະແມ່ນກາລະໂອກາດເພື່ອທົບທວນຄືນສະພາບການຜັນຂະຫຍາຍຂໍ້ຕົກລົງທີ່ມີຢູ່ແລ້ວ, ກຳນົດບັນດາບຸລິມະສິດໃໝ່ ແລະສ້າງຂອບນິຕິກຳສະດວກໃຫ້ບັນດາຂໍ້ລິເລີ່ມຮ່ວມມືໃນອະນາຄົດ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະສ້າງພື້ນຖານອັນໜັກແໜ້ນ ເພື່ອເປີດໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງສອງປະເທດ, ບໍ່ພຽງແຕ່ໃນດ້ານການເມືອງເທົ່ານັ້ນ ຫາກຍັງໃນຂົງເຂດເສດຖະກິດ ແລະວັດທະນະທຳອີກດ້ວຍ.
ທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບຄວາມສາມາດບົ່ມຊ້ອນຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ພິເສດແມ່ນພາຍຫຼັງການຢ້ຽມຢາມສຳຄັນຄັ້ງນີ້?
ຄວາມສາມາດບົ່ມຊ້ອນຮ່ວມມືດ້ານເສດຖະກິດລະຫວ່າງອັງໂກລາ ແລະຫວຽດນາມ ແມ່ນໃຫຍ່ຫຼວງ ແລະມີຄວາມມຸ່ງຫວັງ, ເຖິງວ່າຍັງບໍ່ທັນໄດ້ຮັບການຂຸດຄົ້ນຢ່າງຄົບຖ້ວນຕາມຄວາມສາມາດ ແລະຄວາມຕ້ອງການຕົວຈິງຂອງແຕ່ລະຝ່າຍ. ດ້ວຍປະຊາກອນເກືອບ 36 ລ້ານຄົນ, ອັງໂກລາ ແມ່ນໜຶ່ງໃນບັນດາຕະຫຼາດທີ່ມີທ່າແຮງການບໍລິໂພກໃຫຍ່ທີ່ສຸດຢູ່ອາຟະລິກາ, ພິເສດແມ່ນໃນຂົງເຂດເຄື່ອງບໍລິໂພກ, ຜະລິດຕະພັນກະເສດປຸງແຕ່ງ, ການຢາ ແລະອຸປະກອນເຕັກໂນໂລຢີ. ນອກຈາກນັ້ນ, ອັງໂກລາ ຍັງເປັນປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ເປັນຕົ້ນແມ່ນແຫຼ່ງຊັບພະຍາກອນແຮ່ທາດທີ່ອຸດົມສົມບູນ, ໄມ້ເຂດຮ້ອນ, ເນື້ອທີ່ດິນປູກຝັງ ແລະເຂດແມ່ນ້ຳທີ່ມີລ້ຳຄ່າຫຼາຍແຫ່ງ, ສ້າງເງື່ອນໄຂສະດວກໃຫ້ການເຄື່ອນໄຫວລົງທຶນ ແລະການຜະລິດ. ໃນຂະນະນັ້ນ, ຫວຽດນາມ ມີທ່າໄດ້ປຽບໃນການແກ້ງແຍ້ງຫຼາຍຢ່າງໃນການຜະລິດ, ປຸງແຕ່ງ ແລະສົ່ງອອກສິນຄ້າທີ່ເໝາະສົມກັບຄວາມຕ້ອງການບໍລິໂພກຂອງຕະຫຼາດອັງໂກລາ, ສ້າງພື້ນຖານອັນໜັກແໜ້ນເພື່ອເພີ່ມທະວີການແລກປ່ຽນການຄ້າ ແລະການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ.
ໃນຊຸມປີຜ່ານມາ, ວົງເງິນການຄ້າສອງຝ່າຍ ໄດ້ຜັນຂະຫຍາຍແຕ່ 150-200 ລ້ານໂດລາສະຫະລັດຕໍ່ປີ, ແຕ່ຕົວເລກນີ້ຍັງຕໍ່າ-ຢູ່ເມື່ອທຽບໃສ່ຄວາມສາມາດບົ່ມຊ້ອນຕົວຈິງ. ພິເສດແມ່ນບັນດາຂົງເຂດ ຄື: ນ້ຳມັນອາຍແກັດ, ໂທລະຄົມມະນາຄົມ, ກະສິກຳ, ສາທາລະນະສຸກ ແລະກໍ່ສ້າງວິຊາຊີບ ແມ່ນບັນດາຂົງເຂດທີ່ ອັງໂກລາ ເອົາໃຈໃສ່ທີ່ສຸດ ແລະຫວຽດນາມ ກໍ່ມີບົດຮຽນພຶດຕິກຳຕົວຈິງທີ່ອຸດົມສົມບູນ. ເລື່ອງສອງຝ່າຍພວມມານະພະຍາຍາມເຈລະຈາເພື່ອລົງນາມໃນບັນດາສັນຍາສຳຄັນ, ຄື: ສັນຍາວ່າດ້ວຍການສົ່ງເສີມ ແລະປົກປ້ອງການລົງທຶນ, ສັນຍາຫຼີກເວັ້ນການເກັບພາສີຊ້ອນ ແລະບັນດາບົດບັນທຶກຊ່ວຍຈໍາການຮ່ວມມືວ່າດ້ວຍການຄ້າ, ກະສິກຳ ແລະອຸດສາຫະກຳ ຈະເປີດຂອບນິຕິກໍາທີ່ສະດວກເພື່ອໃຫ້ວິສາຫະກິດສອງປະເທດມີຄວາມອຸ່ນອ່ຽນໃຈໃນການລົງທຶນ ແລະເປີດກວ້າງການຮ່ວມມືໃນໄລຍະຍາວ.
ນອກຈາກນັ້ນ, ອັງໂກລາ ພວມຜັນຂະຫຍາຍຍຸດທະສາດພັດທະນາແຫ່ງຊາດ ໄລຍະ 2023-2027, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການຫັນເປັນອຸດສາຫະກຳ, ກະສິກຳແບບຍືນຍົງ ແລະການຫັນເປັນດີຈີຕອນ. ນີ້ແມ່ນບັນດາຂົງເຂດທີ່ຫວຽດນາມ ມີທ່າແຮງ ແລະບົດຮຽນທີ່ແທດຈິງ, ສາມາດແບ່ງປັນຜ່ານຮູບແບບການຮ່ວມມື “ພ້ອມກັນພັດທະນາ” ແທນການແລກປ່ຽນດ້ານການຄ້າແບບງ່າຍດາຍ. ຂ້າພະເຈົ້າ ເຊື່ອໝັ້ນວ່າ, ພາຍຫຼັງການຢ້ຽມຢາມຄັ້ງນີ້, ພວກເຮົາຈະເຫັນປະຈັກຕາການພົວພັນຮ່ວມມືດ້ານເສດຖະກິດສອງຝ່າຍໃໝ່, ແທດຈິງ ແລະມີປະສິດທິຜົນກວ່າ.
ທ່ານເອກອັກຄະລັດຖະທູດ ມີຂໍ້ສັງເກດແນວໃດກ່ຽວກັບບົດບາດຂອງປະຊາຄົມວິສາຫະກິດຫວຽດນາມ ຢູ່ ອັງໂກລາ, ແລະປະຈຸບັນ ອັງໂກລາ ພວມມີກາລະໂອກາດລົງທຶນອັນໃດແດ່?
ປະຊາຄົມວິສາຫະກິດຫວຽດນາມ ຢູ່ ອັງໂກລາ, ເຖິງວ່າສ່ວນຫຼາຍແມ່ນວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ ກໍ່ຕາມ, ໄດ້ ແລະພວມສວມບົດບາດເປັນຂົວຕໍ່ສຳຄັນໃນການຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດ. ປະຈຸບັນ, ຫວຽດນາມ ມີປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃຫຍ່ທີ່ສຸດຢູ່ ອັງໂກລາ, ແລະກໍ່ແມ່ນປະຊາຄົມຊາວຫວຽດນາມ ໃຫຍ່ກວ່າໝູ່ຢູ່ອາຟຣິກາ, ດ້ວຍເກືອບ 8.000 ຄົນດຳລົງຊີວິດ ແລະເຮັດວຽກ, ສ່ວນຫຼາຍແມ່ນຢູ່ນະຄອນຫຼວງ Luanda ແລະບັນດາແຂວງໃກ້ຄຽງ. ເຂົາເຈົ້າ ເຄື່ອນໄຫວໃນຫຼາຍຂົງເຂດ, ຄື: ກໍ່ສ້າງ, ການຄ້າ, ການບໍລິການ, ເອເລັກໂຕນິກ, ການສຶກສາ ແລະສາທາລະນະສຸກ. ຄວາມດຸໝັ່ນ, ມີຫົວຄິດປະດິດສ້າງ ແລະຄວາມສາມາດປັບຕົວສູງຂອງຊາວຫວຽດນາມ ໄດ້ຊ່ວຍໃຫ້ເຂົາເຈົ້າ ຢືນຢັນທີ່ຕັ້ງໃນພື້ນຖານເສດຖະກິດທ້ອງຖິ່ນ.
ໃນສະພາບການ ອັງໂກລາ ພວມຄ່ອຍໆປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະສົ່ງເສີມພາກເອກະຊົນ ສວມບົດບາດກຳລັງໜູນເຕີບໂຕ, ກາລະໂອກາດໃໝ່ຫຼາຍຢ່າງກໍາລັງເປີດໃຫ້ວິສາຫະກິດຕ່າງປະເທດ. ບັນດາຂົງເຂດບຸລິມະສິດການລົງທຶນໃນປະຈຸບັນ ລວມມີ: ການຜະລິດກະສິກຳ ແລະການປຸງແຕ່ງສະບຽງອາຫານ; ອຸດສາຫະກໍາເບົາ; ການຢາ; ພື້ນຖານໂຄງລ່າງການຂົນສົ່ງ; ໂທລະຄົມມະນາຄົມ; ການສຶກສາ ແລະກໍ່ສ້າງວິຊາຊີບ; ການບໍລິການດ້ານການເງິນ ແລະເຕັກໂນໂລຊີດີຈີຕອນ.
ລັດຖະບານອັງໂກລາ ໄດ້ປັບປຸງຂັ້ນຕອນການອອກໃບອະນຸຍາດລົງທຶນ, ຍົກເວັ້ນພາສີສຳລັບບັນດາໂຄງການບຸລິມະສິດ ແລະສ້າງຕັ້ງເຂດເສດຖະກິດພິເສດດ້ວຍກົນໄກປະຕູດຽວ. ຂ້າພະເຈົ້າ ສົ່ງເສີມວິສາຫະກິດຫວຽດນາມ, ນັບທັງກຸ່ມບໍລິສັດໃຫຍ່ ແລະວິສາຫະກິດຂະໜາດກາງ ແລະນ້ອຍ, ເຂົ້າເຖິງຕະຫຼາດອັງໂກລາ ໃນຖານະເປັນຄູ່ຮ່ວມມືຍຸດທະສາດໄລຍະຍາວ, ພ້ອມກັນສ້າງລະບົບມູນຄ່າແບບຍືນຍົງຢູ່ອາຟະລິກາ.
ຂໍຂອບໃຈທ່ານ Fernando Miguel ເອກອັກຄະລັດຖະທູດ!
ໂດຍ: ໄຊນີດາ