ພາຍຫຼັງພິທີຕ້ອນຮັບ, ທ່ານ ເລືອງເກື່ອງ ປະທານປະເທດ ແລະທ່ານ Abdel Fattah Al Sisi ປະທານາທິບໍດີ ໄດ້ມີການພົບປະເຈລະຈາວົງແຄບ ແລະຫຼັງຈາກນັ້ນໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດ ດໍາເນີນການພົບປະເຈລະຈາຢ່າງເປັນທາງການ.
ຍົກລະດັບການພົວພັນສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ
ທີ່ການພົບປະເຈລະຈາ, ການນຳສອງທ່ານ ໄດ້ແລກປ່ຽນກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ, ຊົມເຊີຍບາດກ້າວພັດທະນາຢ່າງຕັ້ງໜ້າຂອງການພົວພັນ ຫວຽດນາມ-ເອຢິບ, ຢືນຢັນຄວາມຕັດສິນໃຈສ້າງບາດກ້າວບຸກທະລຸໃຫ້ແກ່ການຮ່ວມມືສອງຝ່າຍໃນທຸກຂົງເຂດ.
ບົນພື້ນຖານນັ້ນ, ເພື່ອໃຫ້ເໝາະສົມກັບລະດັບການພົວພັນສອງຝ່າຍ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ ກໍ່ຄືຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ແຕ່ລະພາກພື້ນ ແລະໃນໂລກ, ສອງຝ່າຍໄດ້ເຫັນດີເປັນເອກະພາບຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຮອບດ້ານ.
ທ່ານ ເລືອງເກື່ອງ ແລະທ່ານ Abdel Fattah Al Sisi ໄດ້ເຫັນດີເປັນເອກະພາບນຳກັນວ່າ ສອງປະເທດຈະສືບຕໍ່ສະໜັບສະໜູນ, ຮ່ວມມືຢ່າງແໜ້ນແຟ້ນ; ເຫັນດີເປັນເອກະພາບເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງເລິກເຊິ່ງກວ່າອີກ ແລະປະຕິບັດບັນດາມາດຕະການບຸກທະລຸແນໃສ່ເພີ່ມທະວີການຮ່ວມມືດ້ານການຄ້າ ແລະການລົງທຶນ. ການນຳສອງທ່ານ ກໍ່ໄດ້ແລກປ່ຽນກ່ຽວກັບກາລະໂອກາດເປີດກວ້າງການຮ່ວມມືໄປສູ່ຂົງເຂດໃໝ່ ຄື: ການປ່ຽນແປງໃໝ່ປະດິດສ້າງ, ວິທະຍາສາດ-ເຕັກໂນໂລຊີ, ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ..., ພ້ອມທັງເຫັນດີເປັນເອກະພາບສືບຕໍ່ປັບປຸງບັນດາກອບນິຕິກໍາສອງຝ່າຍເພື່ອສ້າງພື້ນຖານໃຫ້ແກ່ການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Abdel Fattah Al Sisi ປະທານາທິບໍດີເອຢິບ ທີ່ການພົບປະເຈລະຈາ. ພາບ: qdnd.vn |
ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບວ່າ ຈະຍູ້ແຮງການຮ່ວມມືດ້ານການສຶກສາ, ພົບປະແລກປ່ຽນປະຊາຊົນ, ເພີ່ມທະວີການເຊື່ອມຕໍ່ສົ່ງເສີມດ້ານການທ່ອງທ່ຽວ, ໂຄສະນາວັດທະນະທຳ ແລະ ປະຊາຊົນຂອງສອງຝ່າຍ. ທ່ານປະທານປະເທດ ໄດ້ສະແດງຄວາມຂອບໃຈມາຍັງເອຢິບ ທີ່ໄດ້ສະໜອງທຶນການສຶກສາກໍ່ສ້າງດ້ານພາສາອາຣັບ ໃຫ້ນັກສຶກສາຫວຽດນາມ; ສະເໜີໃຫ້ເປີດກວ້າງການຮ່ວມມື, ແລກປ່ຽນນັກສຶກສາໃນຂະແໜງການໃໝ່ ຄື Halal, ກະສິກຳ, ການພົວພັນສາກົນ, ກໍຄືແບ່ງປັນປະສົບການ, ໜູນຊ່ວຍຫວຽດນາມ ໃນການອະນຸລັກຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງຊາດ, ກໍ່ສ້າງ ແລະຄຸ້ມຄອງຫໍພິພິທະພັນ, ພັດທະນາການທ່ອງທ່ຽວແບບຍືນຍົງ.
ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບວ່າ ຈະເຄົາລົບກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ, ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ, ທາບທາມຄໍາເຫັນ, ສະໜັບສະໜູນເຊິ່ງກັນ ແລະກັນໃນບັນຫາພາກພື້ນ ແລະໂລກ ຢູ່ເວທີປາໄສຫຼາຍຝ່າຍ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
ພາຍຫຼັງການພົບປະເຈລະຈາ, ທ່ານ ເລືອງເກື່ອງ ແລະທ່ານ Abdel Fattah Al Sisi ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືສຳຄັນຫຼາຍສະບັບ, ໃນນັ້ນມີບົດບັນທຶກຊ່ວຍຈໍາລະຫວ່າງກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ກັບກະຊວງແຜນການ, ພັດທະນາເສດຖະກິດ ແລະການຮ່ວມມືສາກົນເອຢິບ ກ່ຽວກັບການຮ່ວມມືດ້ານເສດຖະກິດ; ບົດບັນທຶກຊ່ວຍຈໍາລະຫວ່າງກະຊວງພາຍໃນຫວຽດນາມ ກັບກະຊວງພັດທະນາທ້ອງຖິ່ນເອຢິບ ກ່ຽວກັບການຮ່ວມມືໃນຂົງເຂດພັດທະນາທ້ອງຖິ່ນ.
ໃນຂອບເຂດການຢ້ຽມຢາມ, ກະຊວງປ້ອງກັນປະເທດສອງປະເທດ ໄດ້ລົງນາມໜັງສືເຈດຈຳນົງກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ; ກົມຮັກສາສັນຕິພາບຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ ກັບຫ້ອງການປະສານງານກັບອົງການຈັດຕັ້ງສາກົນ, ກະຊວງປ້ອງກັນປະເທດເອຢິບ. ການນຳບັນດາກະຊວງ, ຂະແໜງການ ແລະວິສາຫະກິດສອງຝ່າຍ ກໍ່ໄດ້ເຮັດວຽກນຳກັນ ແລະບັນລຸໄດ້ຂໍ້ຕົກລົງອື່ນໆອີກຫຼາຍສະບັບໃນຂົງເຂດການເງິນ, ການຄ້າກະສິກຳ ແລະສຳຫຼວດ, ຂຸດຄົ້ນນ້ຳມັນອາຍແກັສ.
ຂຸດຄົ້ນຄວາມສາມາດບົ່ມຊ້ອນຮ່ວມມືຢ່າງມີປະສິດທິຜົນ
ຕອນບ່າຍວັນທີ 5 ສິງຫາ (ຕາມເວລາທ້ອງຖິ່ນ), ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ພົບປະກັບທ່ານ Mostafa Madbouly ນາຍົກລັດຖະມົນຕີ ເອຢິບ.
ທ່ານ Mostafa Madbouly ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບປະກັບທ່ານ ເລືອງເກື່ອງ ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ເອຢິບ, ຢືນຢັນວ່າການຢ້ຽມຢາມແມ່ນຂີດໝາຍສຳຄັນ, ເປີດໄລຍະໃໝ່ໃນການພົວພັນສອງຝ່າຍອັນດີງາມລະຫວ່າງສອງປະເທດ.
ທ່ານນາຍົກລັດຖະມົນຕີ ເອຢິບ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ສອງປະເທດໄດ້ເຫັນດີເປັນເອກະພາບຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ, ເປັນການຢັ້ງຢືນການພົວພັນ ຫວຽດນາມ-ເອຢິບ ວ່າແມ່ນການພົວພັນທີ່ມີຄວາມເປັນມາພິເສດ, ໄດ້ສ້າງຕັ້ງມາແຕ່ດົນນານ ແລະໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ ໂດຍ ທ່ານປະທານາທິບໍດີ, ສ່ວນຕົວທ່ານນາຍົກລັດຖະມົນຕີ ແລະການນຳຂັ້ນສູງຂອງເອຢິບ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພົບປະກັບທ່ານ Mostafa Madbouly ນາຍົກລັດຖະມົນຕີ ເອຢິບ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານປະທານປະເທດ ສະແດງຄວາມປະທັບໃຈຕໍ່ການພັດທະນາຢ່າງວ່ອງໄວຂອງເອຢິບ, ພິເສດແມ່ນການກໍ່ສ້າງ, ພັດທະນາຕົວເມືອງໃໝ່, ອົງການປົກຄອງໃໝ່, ໄດ້ສະແດງໃຫ້ເຫັນວິໄສທັດ ແລະຄວາມຄາດຫວັງບຸກທະລຸ ແລະບືນຕົວຂອງເອຢິບ. ທ່ານປະທານປະເທດ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານກັບເອຢິບ ແລະປາດຖະໜາຢາກນຳການພົວພັນຮ່ວມມືສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບແໜ້ນແຟ້ນ, ແທດຈິງ ແລະມີປະສິດທິຜົນກວ່າອີກ.
ຕີລາຄາສູງບັນດາກາລະໂອກາດຮ່ວມມືກັບເອຢິບ ແລະອາຟຣິກາ, ທ່ານປະທານປະເທດ ສະເໜີໃຫ້ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ສ້າງກອບນິຕິກໍາໃໝ່, ອໍານວຍຄວາມສະດວກໃຫ້ແກ່ການຮ່ວມມືສອງຝ່າຍໃນທຸກຂົງເຂດ. ທ່ານປະທານປະເທດ ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືດ້ານເສດຖະກິດຕາມທິດຍືນຍົງ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ສະເໜີໃຫ້ສ້າງເງື່ອນໄຂສະດວກແກ່ວິສາຫະກິດຂອງສອງຝ່າຍໄດ້ລົງທຶນ, ຮ່ວມມືດໍາເນີນທຸລະກິດໃນບັນດາຂົງເຂດທີ່ມີທ່າແຮງ ຄື: logistics, ກໍ່ສ້າງພື້ນຖານໂຄງລ່າງດ້ານພະລັງງານ, ຜະລິດອຸດສາຫະກຳ, ເຄື່ອງຕໍ່າແຜ່ນຕັດຫຍິບ, ພະລັງງານທົດແທນ... ກໍ່ຄືໃນຂົງເຂດໃໝ່ທີ່ມີຄວາມສາມາດບົ່ມຊ້ອນ, ຄື: ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ, Halal... ທ່ານປະທານປະເທດ ສະເໜີໃຫ້ສອງຝ່າຍຍູ້ແຮງການສົມທົບກັນ, ທາບທາມຄໍາເຫັນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ ແລະພາກພື້ນ, ເພີ່ມທະວີການແລກປ່ຽນບົດຮຽນໃນຂົງເຂດຮັກສາສັນຕິພາບ, ໄກ່ເກ່ຍຄວາມປອງດອງເພື່ອແນໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບຢູ່ແຕ່ລະພາກພື້ນ ແລະໃນໂລກ.
ເນື່ອງໃນໂອກາດນີ້, ທ່ານ ເລືອງເກື່ອງ ໄດ້ສົ່ງຄຳເຊີນຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເຖິງທ່ານ Mostafa Madbouly ນາຍົກລັດຖະມົນຕີເອຢິບ ເພື່ອໄປຢ້ຽມຢາມຫວຽດນາມ ໂດຍໄວ ແລະທ່ານນາຍົກລັດຖະມົນຕີເອຢິບ ຮັບຄໍາເຊື້ອເຊີນດ້ວຍຄວາມຍິນດີ.
ໂດຍ: ຈາງຫງວຽນ