ນັກຂ່າວ: ທ່ານຮອງລັດຖະມົນຕີ ສາມາດໃຫ້ຮູ້ກ່ຽວກັບໝາກຜົນອັນພົ້ນເດັ່ນໃນການປະຕິບັດງານຂອງທ່ານ ເຈິ່ນແທງເໝິ້ນ ປະທານສະພາແຫ່ງຊາດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ເຊເນການ, ມາຣົກ ແລະ ສະວິດ?

ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ສາມາດຢັ້ງຢືນໄດ້ວ່າ ການຢ້ຽມຢາມຂອງທ່ານ ເຈິ່ນແທງເໝິ້ນ ປະທານສະພາແຫ່ງຊາດ ແລະຄະນະຜູ້ແທນຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ. ການຢ້ຽມຢາມໄດ້ເປີດໄລຍະໃໝ່ໃນການພົວພັນລະຫວ່າງ ຫວຽດນາມ ກັບ ເຊເນການ ແລະ ມາຣົກ, ສ້າງກຳລັງໜູນໃຫ້ແກ່ການຮ່ວມມືຮອບດ້ານ ແລະ ແທດຈິງໃນທຸກຂົງເຂດ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ໂທລະຄົມມະນາຄົມ...

ຜ່ານການພົບປະເຈລະຈາ, ການພົບປະ, ການແລກປ່ຽນ ແລະການພົບປະສອງຝ່າຍ, ການນຳຂັ້ນສູງຂອງບັນດາປະເທດໄດ້ສະແດງຄວາມປະທັບໃຈຕໍ່ບັນດາຜົນງານພັດທະນາເສດຖະກິດ-ສັງຄົມ ຂອງ ຫວຽດນາມ; ຢືນຢັນ ຖືເປັນສໍາຄັນຂອງການພົວພັນກັບຫວຽດນາມ ແລະສະແດງຄວາມຕັດສິນໃຈນໍາການພົວພັນກັບຫວຽດນາມ ໃຫ້ພັດທະນາເຂົ້າສູ່ລວງເລິກ, ນັບມື້ນັບມີປະສິດທິຜົນ.

leftcenterrightdel
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ຈາງຫງວຽນ

ເຊເນການ ຊົມເຊີຍ ແລະພ້ອມແລ້ວທີ່ຈະສ້າງເງື່ອນໄຂໃຫ້ບັນດາວິສາຫະກິດເຕັກໂນໂລຊີ, ການບໍລິການຂອງຫວຽດນາມ ລົງທຶນ ແລະ ດຳເນີນທຸລະກິດຢູ່ ເຊເນການ. ທ່ານປະທານາທິບໍດີ ເຊເນການ ສະເໜີໃຫ້ຫວຽດນາມ ພິຈາລະນາໂດຍໄວກ່ຽວກັບການເປີດອົງການການທູດ ປະຈໍາຢູ່ນະຄອນຫຼວງ Dakar. ການນໍາ ມາຣົກ ກໍ່ສະໜັບສະໜູນເລື່ອງສອງປະເທດ ຄົ້ນຄວ້າ ແລະເຈລະຈາສັນຍາການຄ້າສະບັບໃໝ່ໂດຍໄວ; ສະເໜີໃຫ້ຍົກລະດັບຂອບເຂດການຮ່ວມມື, ການພົວພັນສອງຝ່າຍ; ຄົ້ນຄວ້າຄວາມເປັນໄປໄດ້ຂອງການສ້າງຕັ້ງກົນໄກຮ່ວມມືລວມໂດຍມີການເຂົ້າຮ່ວມຂອງລັດຖະສະພາ, ກະຊວງ, ຂະແໜງ ແລະວິສາຫະກິດຂອງສອງປະເທດ. ຢູ່ ເຊເນການ, ສອງຝ່າຍໄດ້ສະເໜີຕົວ ສະມາຄົມສະມາຊິກລັດຖະສະພາມິດຕະພາບລະຫວ່າງສອງປະເທດໂດຍແມ່ນທ່ານຮອງປະທານສະພາແຫ່ງຊາດ ເຊເນການ ແລະທ່ານຮອງເລຂາຄະນະພັກສະພາແຫ່ງຊາດຫວຽດນາມ ເປັນປະທານ.

ສິ່ງທີ່ເປັນໜ້າໃສ່ໃຈ, ຂໍ້ຕົກລົງ 8 ສະບັບໄດ້ຮັບການລົງນາມຢູ່ສອງປະເທດ, ໃນນັ້ນມີເອກະສານສຳຄັນຫຼາຍສະບັບທີ່ມີລັກສະນະກໍານົດທິດໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ແລະສອງປະເທດໃນໄລຍະຈະມາເຖິງໃນຂົງເຂດຕ່າງໆ. ພົ້ນເດັ່ນແມ່ນບັນດາຂໍ້ຕົກລົງຮ່ວມມືກັບສະພາແຫ່ງຊາດຂອງສອງປະເທດ, ຂໍ້ຕົກລົງຮ່ວມມືໃນຂົງເຂດກະສິກຳ; ກໍ່ຄືຂໍ້ຕົກລົງດ້ານເສດຖະກິດ ເປັນຕົ້ນແມ່ນຂໍ້ຕົກລົງການຊື້ເຂົ້າສານ 100.000 ໂຕນ/ປີ ລະຫວ່າງປະເທດຫວຽດນາມ ແລະ ເຊເນການ.

ໃນການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ຢູ່ສະວິດ, ສິ່ງທີ່ມີຄວາມປິຕິຊົມຊື່ນທີ່ສຸດແມ່ນປະທານສະພາສູງ ແລະປະທານສະພາຕໍ່າຂອງເພື່ອນລ້ວນແຕ່ສະໜັບສະໜູນຊຸກຍູ້ການເຊື່ອມຕໍ່ການເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພັນການຄ້າເສລີເອີລົບ (EFTA), ເຊິ່ງສະວິດ ເປັນສະມາຊິກໃນປີ 2025 ນີ້ ເພື່ອແນໃສ່ນໍາການຄ້າສອງຝ່າຍໃຫ້ມີການເຕີບໂຕເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງສອງປະເທດ. ສອງຝ່າຍກໍ່ໄດ້ແລກປ່ຽນບົດຮຽນທາງດ້ານນິຕິກຳ, ຕິດຕາມກວດກາ ແລະຕັດສິນບັນດາບັນຫາໃຫຍ່ຂອງປະເທດຊາດ. ແບ່ງປັນປະສົບການຂອງ ສະວິດ ໃນຂົງເຂດພັດທະນາສູນການເງິນສາກົນ, ເຕັກໂນໂລຢີການເງິນ-ການທະນາຄານ... ທີ່ກອງປະຊຸມໂອ້ລົມສົນທະນາ ໄດ້ສະເໜີໃຫ້ຫວຽດນາມ ກ່ຽວກັບການກໍ່ສ້າງ ແລະການເຄື່ອນໄຫວສູນການເງິນສາກົນ, ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມື 4 ສະບັບ.

ນັກຂ່າວ: ທ່ານຮອງລັດຖະມົນຕີສາມາດແບ່ງປັນຢ່າງຈະແຈ້ງກວ່າກ່ຽວກັບມາດຕະການຈັດຕັ້ງປະຕິບັດບັນດາໝາກຜົນທີ່ບັນລຸໄດ້ໃນການເດີນທາງໄປເຮັດວຽກ?

ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ເພື່ອຜັນຂະຫຍາຍບັນດາໝາກຜົນຂອງການປະຕິບັດງານຢ່າງມີປະສິດທິຜົນ, ໃນໄລຍະຈະມາເຖິງ, ຫວຽດນາມ ຈະພ້ອມກັບບັນດາຄູ່ຮ່ວມມື ເຊເນການ, ມາຣົກ ແລະ ສະວິດ ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງຜ່ານບັນດາຊ່ອງທາງສະພາແຫ່ງຊາດ, ລັດຖະບານ; ສົມທົບກັນຈັດຕັ້ງເປັນຢ່າງດີເພື່ອສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສະວິດ, 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ມາຣົກ ໃນປີ 2026; ພ້ອມດຽວກັນນັ້ນ ບັນດາກະຊວງ, ຂະແໜງ ແລະທ້ອງຖິ່ນທີ່ກ່ຽວຂ້ອງຕ້ອງຕັ້ງໜ້າ, ເປັນເຈົ້າການ ແລະກຳນົດທິດໃນການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ຮັບການເຫັນດີເປັນເອກະພາບຢ່າງມີປະສິດທິຜົນ, ແທດຈິງ ແລະມີໝາກຜົນທີ່ລະອຽດ.

ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບບັນດາໝາກຜົນຂອງກອງປະຊຸມປະທານລັດຖະສະພາໂລກ ຄັ້ງທີ 6 ແລະການປະກອບສ່ວນຂອງຄະນະຜູ້ແທນຫວຽດນາມ ທີ່ກອງປະຊຸມ?

ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ສະຫະພັນລັດຖະສະພາສາກົນ (IPU) ແມ່ນອົງການລັດຖະສະພາຫຼາຍຝ່າຍໃຫຍ່ທີ່ສຸດໃນທົ່ວໂລກ. ການເຂົ້າຮ່ວມກອງປະຊຸມນີ້ຂອງທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ  ແມ່ນມີຄວາມໝາຍສຳຄັນທີ່ສຸດ, ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວລວມຂອງ IPU ແລະຄໍາໝັ້ນສັນຍາຢ່າງແຂງແຮງຂອງຫວຽດນາມ ກ່ຽວກັບລັດທິຫຼາຍຝ່າຍໃນສະພາບແວດລ້ອມຂອງສະຫະປະຊາຊາດ ແລະບັນດາກົນໄກຫຼາຍຝ່າຍພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ.

ໂດຍແມ່ນໜຶ່ງໃນບັນດາຫົວໜ້າຄະນະກ່າວຄຳປາໄສທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ໄດ້ແບ່ງປັນສານໃຫຍ່, ຖືກຕ້ອງ ແລະສອດຄ່ອງກັບຫົວຂໍ້ລວມທີ່ສຸດ, ກໍ່ຄືຄຳກ່າວປາໄສຂອງບັນດາປະເທດຕົ້ນຕໍ, ນັ້ນແມ່ນການຊຸກຍູ້ການຮ່ວມມື, ຄວາມສາມັກຄີຂອງລັດຖະສະພາ ແລະລັດທິຫຼາຍຝ່າຍເພື່ອຜົນປະໂຫຍດຂອງປະຊາຊົນທຸກຄົນໃນທົ່ວໂລກ.

ເນື້ອໃນຂອງສານໄດ້ຢືນຢັນບົດບາດທີ່ບໍ່ສາມາດປ່ຽນແທນໄດ້ຂອງລັດທິຫຼາຍຝ່າຍໃນການສ້າງສັນຕິພາບ, ຄວາມໝັ້ນຄົງ, ຊຸກຍູ້ການພັດທະນາແບບຍືນຍົງ ແລະປ່ຽນແປງໃໝ່ປະດິດສ້າງ; ຍົກສູງບົດບາດຂອງການຮ່ວມມືລັດຖະສະພາ, ເປັນຕົວແທນໃຫ້ຫາງສຽງປະຊາຊົນ, ໃນການຮັບປະກັນອຳນາດນິຕິບັນຍັດ, ປະຕິບັດຕາມກົດໝາຍສາກົນ, ປະຕິບັດບັນດາຄຳໝັ້ນສັນຍາສາກົນ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການເຈລະຈາ, ຊອກຫາບັນດາມາດຕະການຢ່າງຍືນຍົງຕໍ່ກັບສິ່ງທ້າທາຍໃນປະຈຸບັນ... ສະນັ້ນ, ບັນດາຫົວໜ້າຄະນະຈຶ່ງໄດ້ແບ່ງປັນບົດກ່າວປາໄສຂອງປະທານສະພາແຫ່ງຊາດ, ປະຊາຊົນໄດ້ຕອບສະໜອງຢ່າງຕັ້ງໜ້າ, ສ້າງກຳລັງແຜ່ຂະຫຍາຍຢ່າງແຂງແຮງ.

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ, ທ່ານປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ຮອງນາຍົກລັດຖະມົນຕີ ແລະບັນດາສະມາຊິກໃນຄະນະ ໄດ້ດຳເນີນການເຮັດວຽກ, ພົບປະກັບການນຳບັນດາລັດຖະສະພາ ແລະສະຫະປະຊາຊາດ, ຜ່ານນັ້ນເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພິເສດແມ່ນຂັ້ນສູງ, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືກັບບັນດາປະເທດເລິກເຊິ່ງ ແລະຮອບດ້ານກວ່າ, ເປັນຕົ້ນແມ່ນຜ່ານຊ່ອງທາງລັດຖະສະພາ.

ທີ່ການເຮັດວຽກ, ການພົບປະຄັ້ງຕ່າງໆນັ້ນ, ທ່ານປະທານສະພາແຫ່ງຊາດ ໄດ້ລົງເລິກແລກປ່ຽນ, ແບ່ງປັນທັດສະນະ ແລະຍົກອອກຂໍ້ສະເໜີຂອງຫວຽດນາມ ກ່ຽວກັບບັນດາບັນຫາສາກົນທີ່ສຳຄັນໃນປະຈຸບັນ, ກໍ່ຄືກ່ຽວກັບການຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະມີທ່າແຮງ, ຄື: ຊຸກຍູ້ການຮ່ວມມືດ້ານການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ. ເນື່ອງໃນໂອກາດນີ້, ບັນດາການນຳຫວຽດນາມ ກໍ່ສະເໜີມາຍັງການນຳລັດຖະສະພາບັນດາປະເທດສະຫະພາບເອີລົບ (ອີຢູ) ຊຸກຍູ້ການໃຫ້ສັດຕະຍາບັນສັນຍາການປົກປ້ອງການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ, ແລະຮຽກຮ້ອງໃຫ້ຄະນະກຳມະການເອີລົບ ຖອນ “ບັດເຫຼືອງ”  IUU ຕໍ່ຫວຽດນາມ ໂດຍໄວ.

ບັນດາຄູ່ຮ່ວມມືສາກົນລ້ວນແຕ່ຕີລາຄາສູງຕໍ່ບົດບາດທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງສະພາແຫ່ງຊາດຫວຽດນາມ ຢູ່ເວທີປາໄສຫຼາຍຝ່າຍ, ສະແດງຄວາມປາດຖະໜາຢາກສືບຕໍ່ຮ່ວມມື, ສົມທົບກັບຫວຽດນາມ ຢ່າງແໜ້ນແຟ້ນ, ແທດຈິງ ແລະມີປະສິດທິຜົນກວ່າເກົ່າ.

ບັນດາການເຄື່ອນໄຫວຂອງປະທານສະພາແຫ່ງຊາດ ແລະຄະນະຜູ້ແທນຫວຽດນາມ ຢູ່ທີ່ກອງປະຊຸມໄດ້ປະກອບສ່ວນຍົກສູງທີ່ຕັ້ງ ແລະຮູບພາບຂອງຫວຽດນາມ ເວົ້າລວມ ແລະສະພາແຫ່ງຊາດຫວຽດນາມ ເວົ້າສະເພາະໃນເວທີສາກົນ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!

ໂດຍ: ຈາງຫງວຽນ