leftcenterrightdel
ປຸກ​ລະ​ດົມ​ເດືອນ​ກະ​ທຳ​ເພື່ອ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະ​ນຸດ​ປີ 2025. ພາບ: baochinhphu.vn

ດ້ວຍຫົວຂໍ້ “ການຄ້າມະນຸດແມ່ນອາດຊະຍາກຳທີ່ມີການຈັດຕັ້ງ - ຈົ່ງຢຸດຕິການຂູດຮີດ”, ພິທີປຸກລະດົມແມ່ນໂອກາດ ເພື່ອຍົກສູງສະຕິຄວາມຮັບຮູ້ຂອງຊຸມຊົນກ່ຽວກັບລັກສະນະຄວາມອັນຕະລາຍ, ເລ່ລ່ຽມທີ່ແນບນຽມ ແລະຂອບຂະໜາດຂ້າມຊາຍແດນຂອງອາດຊະຍາກຳການຄ້າມະນຸດ. ກ່າວຄຳເຫັນໃນພິທີປຸກລະດົມ, ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການ ສະເໜີວ່າ: “ຂ້າພະເຈົ້າຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ຊຸມຊົນ ແລະ ປະຊາຊົນທຸກຄົນຈົ່ງພ້ອມກັນສາມັກຄີ, ຍົກສູງສະຕິຄວາມຮັບຮູ້, ເປັນເຈົ້າການໃນການກະທຳ, ສົມທົບກັນຢ່າງແໜ້ນແຟ້ນ, ຕັ້ງໜ້າເຂົ້າຮ່ວມການປ້ອງກັນ, ຕ້ານການຄ້າມະນຸດ, ປະກອບສ່ວນສ້າງສັງຄົມທີ່ມີຄວາມເປັນລະບຽບຮຽບຮ້ອຍ, ມີລະບຽບວິໄນ. ຫວຽດນາມ ຢຶດໝັ້ນຍູ້ຖອຍອາດຊະຍາກຳການຄ້າມະນຸດອອກຈາກຊີວິດ - ສັງຄົມ.”

ແຫຼ່ງຄັດຈາກ: vovworld.vn