ນັກຂ່າວ: ສະເໜີທ່ານນາງ ຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບຈຸດປະສົງ, ຄວາມໝາຍ ແລະຄວາມສຳຄັນຂອງການຢ້ຽມຢາມທາງລັດຖະກິດປະເທດເອຢິບ ແລະອັງໂກລາ ຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພ້ອມດ້ວຍພັນລະຍາ?
ທ່ານນາງ ຫງວຽນມີງຮັ່ງ: ໂດຍໄດ້ຮັບຄໍາເຊີນຂອງທ່ານ Abdel Fattah Al Sisi ປະທານາທິບໍດີ ເອຢິບ ພ້ອມດ້ວຍພັນລະຍາ, ທ່ານ João Manuel Gonçalves Lourenço ປະທານາທິບໍດີອັງໂກລາ ພ້ອມດ້ວຍພັນລະຍາ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ປະເທດເອຢິບ ແລະອັງໂກລາ ໃນລະຫວ່າງວັນທີ 3 -9 ສິງຫາ. ໃນນາມສ່ວນຕົວ, ຂ້າພະເຈົ້າ ຮູ້ສຶກວ່ານີ້ແມ່ນການຢ້ຽມຢາມທັງຫວຽດນາມ ແລະພວກເພື່ອນລໍຄອຍມາແຕ່ດົນແລ້ວ, ເຊິ່ງມີຄວາມໝາຍ, ຄຸນລັກສະນະພິເສດບໍ່ພຽງແຕ່ໃນດ້ານການພົວພັນສອງຝ່າຍກັບສອງປະເທດນີ້ເທົ່ານັ້ນ ຫາກຍັງຫຼາຍກວ່າອີກ.
ກ່ອນອື່ນໝົດ, ການຢ້ຽມຢາມແມ່ນເພື່ອແນໃສ່ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ ແລະຫຼາຍຮູບຫຼາຍແບບຂອງພັກ ແລະລັດຫວຽດນາມ, ພິເສດແມ່ນເຮັດໃຫ້ການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອເລິກເຊິ່ງຂຶ້ນກວ່າອີກ.
    |
 |
ທ່ານນາງ ຫງວຽນມີງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ດວ່ານກາ |
ທີສອງ, ການຢ້ຽມຢາມແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ຊຸກຍູ້, ເຮັດໃຫ້ເລິກເຊິ່ງ, ຍົກລະດັບການພົວພັນກັບບັນດາປະເທດທີ່ສວມບົດບາດ, ມີທີ່ຕັ້ງສໍາຄັນຢູ່ອາຟະລິກາ. ເອຢິບ ແລະອັງໂກລາ ແມ່ນບັນດາປະເທດທີ່ມີບົດບາດ, ມີທີ່ຕັ້ງສໍາຄັນ ແລະແມ່ນພື້ນຖານເສດຖະກິດແຖວໜ້າຢູ່ພາກພື້ນອາຟະລິກາ. ເອຢິບ ມີທີ່ຕັ້ງພູມສາດຍຸດທະສາດສຳຄັນທີ່ສຸດ, ແມ່ນໜຶ່ງໃນບັນດາປະເທດທີ່ມີອິດທິພົນຢູ່ຕາເວັນອອກກາງ, ອາຟະລິກາ ແລະໂລກອາຣັບ, ແມ່ນບ່ອນຕັ້ງສຳນັກງານຂອງສະຫະພັນອາຣັບ. ປະຈຸບັນ ອັງໂກລາ ແມ່ນປະທານຂອງສະຫະພາບອາຟະລິກາ (AU) ລວມມີ 54 ປະເທດສະມາຊິກ, ເປັນກຳລັງທີ່ສຳຄັນຢູ່ສະຫະປະຊາຊາດ ແລະເວທີປາໄສຫຼາຍຝ່າຍ. ການຢ້ຽມຢາມອັງໂກລາ ຂອງທ່ານປະທານປະເທດ ກໍ່ໄດ້ດໍາເນີນໄປກົງກັບໂອກາດທີ່ ຫວຽດນາມ-ອັງໂກລາ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1975-2025).
ດ້ວຍຄວາມໝາຍນັ້ນ, ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ ທັງເປັນການຢືນຢັນການພົວພັນສັດຊື່ບໍລິສຸດໄດ້ສ້າງຂຶ້ນ ແລະຝຶກຝົນຫຼໍ່ຫຼອມໃນໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດ, ທັງແມ່ນໂອກາດເພື່ອຫວຽດນາມ ກັບເອຢິບ ແລະອັງໂກລາ ແລກປ່ຽນບັນດາທິດທາງ, ມາດຕະການນຳການພົວພັນຂຶ້ນສູ່ລະດັບສູງໃໝ່ຕາມທິດແທດຈິງ, ມີປະສິດທິຜົນ ແລະຍືນຍົງກວ່າ, ຕອບສະໜອງຄວາມຕ້ອງການພັດທະນາ ແລະການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່ຂອງແຕ່ລະປະເທດ.
ທີສາມ, ຜ່ານການຢ້ຽມຢາມ, ພວກເຮົາ ຍັງສົ່ງເຖິງບັນດາປະເທດອາຟະລິກາ ແລະເພື່ອນມິດສາກົນ, ຄູ່ຮ່ວມມືສາກົນກ່ຽວກັບສານນະໂຍບາຍທີ່ຫວຽດນາມ ມີບົດບາດ, ທີ່ຕັ້ງນັບມື້ນັບສຳຄັນໃນເວທີສາກົນ, ກ້າວເຂົ້າສູ່ສັງກາດໃໝ່. ບໍ່ພຽງແຕ່ໃນການພົວພັນສອງຝ່າຍ ແລະໃນເວທີປາໄສຫຼາຍຝ່າຍເທົ່ານັ້ນ ຫາກຍັງສົມທົບກັບເອຢິບ, ອັງໂກລາ ແລະເພື່ອນມິດ, ຄູ່ຮ່ວມມືອາຟະລິກາ ຢ່າງແໜ້ນແຟ້ນທີ່ສຸດ.
ຍ້ອນແນວນັ້ນ, ການຢ້ຽມຢາມອາຟະລິກາ ຄັ້ງນີ້ຂອງທ່ານປະທານປະເທດ ກໍ່ຢືນຢັນຄວາມມຸ່ງໝັ້ນໃໝ່ຂອງຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ການຮ່ວມມື, ພັດທະນາຢູ່ທະວີບ ແລະໃນໂລກ. ຄາດວ່າໃນການຢ້ຽມຢາມຄັ້ງນີ້, ທ່ານປະທານປະເທດ ຈະມີບົດກ່າວປາໄສສຳຄັນຢູ່ສະຫະພັນອາຣັບ ແລະສະພາແຫ່ງຊາດອັງໂກລາ, ຜ່ານນັ້ນສົ່ງສານນະໂຍບາຍກ່ຽວກັບຫວຽດນາມ ປາດຖະໜາຢາກປະກອບສ່ວນເຂົ້າໃນພື້ນຖານການເມືອງໂລກ, ເສດຖະກິດທົ່ວໂລກ ແລະຄວາມສີວິໄລຂອງມວນມະນຸດ ຄືດັ່ງທີ່ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກຫຼາຍຄັ້ງ.
ນັກຂ່າວ: ສະເໜີທ່ານນາງ ຮອງລັດຖະມົນຕີ ໃຫ້ຮູ້ວ່າ ກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ-ເອຢິບ, ຫວຽດນາມ-ອັງໂກລາ ແລະຄວາມຄາດຫວັງຂອງທ່ານນາງ ຮອງລັດຖະມົນຕີ ຕໍ່ກັບການຢ້ຽມຢາມນີ້?
ທ່ານນາງ ຫງວຽນມີງຮັ່ງ: ເມື່ອເບິ່ງຄືນໃນປະຫວັດສາດ, ຂ້າພະເຈົ້າເປັນໜ້າປະເອີບໃຈກ່ຽວກັບອະນາຄົດການພົວພັນຂອງຫວຽດນາມ ກັບເອຢິບ ແລະອັງໂກລາ ກໍ່ຄືກັບເພື່ອນມິດ, ຄູ່ຮ່ວມມືອາຟະລິກາ ເລົ້າລວມ.
ຫວຽດນາມ ກັບເອຢິບ ແລະອັງໂກລາ ແມ່ນບັນດາປະເທດທີ່ໄດ້ຄຽງບ່າຄຽງໄຫຼ່ສະໜັບສະໜູນເຊິ່ງກັນ ແລະກັນໃນໄລຍະຕໍ່ສູ້ປົດປ່ອຍຊາດກ່ອນນີ້. ປະຈຸບັນ, ພວກເພື່ອນກໍ່ມີຄວາມປະທັບໃຈທີ່ສຸດຕໍ່ຫວຽດນາມ ທີ່ປະສົບຜົນສຳເລັດໃນການປ່ຽນແປງໃໝ່, ພັດທະນາ ແລະການເຊື່ອມໂຍງເຂົ້າກັບສາກົນ.
ການພົວພັນສອງຝ່າຍ ແລະການຮ່ວມມືຫຼາຍຝ່າຍລະຫວ່າງຫວຽດນາມ ກັບເອຢິບ ແລະອັງໂກລາ ໄດ້ ແລະພວມໄດ້ຮັບການພັດທະນານັບມື້ນັບອັນດີງາມ. ບໍ່ພຽງແຕ່ໃຫ້ການສະໜັບສະໜູນດ້ານການເມືອງ, ໃຫ້ບຸລິມະສິດໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ນັກຊ່ຽວຊານ, ແຮງງານ, ສາທາລະນະສຸກ, ການສຶກສາເທົ່ານັ້ນ, ຫວຽດນາມ ກັບເອຢິບ ແລະອັງໂກລາ ຍັງໄດ້ສົມທົບກັນຢ່າງແໜ້ນແຟ້ນຢູ່ອົງການຈັດຕັ້ງສາກົນ, ເວທີປາໄສຫຼາຍຝ່າຍນັບແຕ່ສະຫະປະຊາຊາດ ໄປຈົນຮອດກຸ່ມ G77, ຂະບວນການບໍ່ຮ່ວມກຸ່ມ...
ດ້ວຍພື້ນຖານອັນໜັກແໜ້ນນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ ແມ່ນຂີດໝາຍສຳຄັນ, ສ້າງໜ້າປະຫວັດສາດໃໝ່ໃຫ້ແກ່ການພົວພັນຂອງຫວຽດນາມ ກັບສອງປະເທດ.
ການເຮັດໃຫ້ເລິກເຊິ່ງ, ຊຸກຍູ້, ຍົກລະດັບການພົວພັນຈະສ້າງຂອບເຂດໃໝ່ເພື່ອໃຫ້ຫວຽດນາມ ກັບເອຢິບ ແລະອັງໂກລາ ປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ລົງນາມໃນສັນຍາ, ຂໍ້ຕົກລົງການຮ່ວມມືໃນບັນດາຂົງເຂດສອງຝ່າຍເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ຄື: ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ພະລັງງານ, ກະສິກຳ, ການສຶກສາ, ສາທາລະນະສຸກ, ແຮງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ...
ພ້ອມດຽວກັນນັ້ນການຢ້ຽມຢາມ ຈະປະກອບສ່ວນສ້າງຄວາມສະດວກກວ່າອີກ, ໜູນຊ່ວຍບັນດາວິສາຫະກິດ, ນັກລົງທຶນຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດໂທລະຄົມມະນາຄົມ, ປະຈຸບັນພະລັງງານພວມມີໜ້າຢູ່ບັນດາປະເທດອາຟະລິກາ ເປີດກວ້າງການມີໜ້າ ແລະການເຄື່ອນໄຫວຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກວ່າອີກ. ສິ່ງດັ່ງກ່າວກໍ່ສ່ອງແສງທິດນຳຂອງວຽກງານພົວພັນຕ່າງປະເທດໃນປະຈຸບັນ, ແມ່ນຖືວິສາຫະກິດ, ປະຊາຊົນເປັນໃຈກາງໃນການຮັບໃຊ້.
ໃນສະພາບການທີ່ ຫວຽດນາມ ພວມຍູ້ແຮງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ, ການຢ້ຽມຢາມຈະປະກອບສ່ວນລະດົມການສະໜັບສະໜູນບໍ່ພຽງແຕ່ຂອງເອຢິບ ແລະອັງໂກລາເທົ່ານັ້ນ ຫາກຍັງແມ່ນເພື່ອນມິດອາຟະລິກາ ສະໜັບສະໜູນຫວຽດນາມ ເສີມຂະຫຍາຍບົດບາດຢູ່ສະຫະປະຊາຊາດ, ເວທີປາໄສ, ອົງການຈັດຕັ້ງຫຼາຍຝ່າຍ ແລະບັນດາອົງການຈັດຕັ້ງ, ພ້ອມທັງປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງອາຊຽນ ກັບສະຫະພັນອາຣັບ ແລະ AU.
ການຢ້ຽມຢາມຂອງທ່ານປະທານປະເທດ ກໍ່ຈະປະກອບສ່ວນຂົນຂວາຍລັດຖະບານບັນດາປະເທດປະຈໍາຖິ່ນສ້າງຄວາມສະດວກກວ່າອີກໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ເອຢິບ ແລະອັງໂກລາ ດໍາລົງຊີວິດເປັນປົກກະຕິ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດປະຈໍາຖິ່ນ ກໍ່ຄືການພົວພັນກັບຫວຽດນາມ.
ນັກຂ່າວ: ຂໍຂອບໃຈທ່ານ!
ໂດຍ: ເຈິ່ນຮວ່ຽນ