ຄະນະປະຕິບັດງານ ໄດ້ພົບປະ, ມອບຂອງຂວັນໃຫ້ແກ່ບັນດາຍາດຕິພີ່ນ້ອງຄອບຄົົວຊາວໜຸ່ມຕະລຸມບອນຍິງ 10 ຄົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ສາມແຍກດົ່ງໂລກ; ຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານເລຂາທິການໃຫຍ່ ເຈິ່ນຝູ໊ ແລະເຂດປູຊະນີຍະສະຖານເລຂາທິການໃຫຍ່ ຮ່າຮຸຍເຕີບ; ຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ຄອບຄົວທະຫານເສຍອົງຄະຢູ່ຕາແສງຕື໊ໝີ ແລະແມ່ຫວຽດນາມ ວິລະຊົນຢູ່ຕາແສງແທັ່ງແຊນ; ຖະຫວາຍທູບທຽນອາໄລຫາຢູ່ສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ນຸ໊ຍນ່າຍ.

leftcenterrightdel
ສະຫາຍ ເລມິງຮຶງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ມອບຂອງຂວັນໃຫ້ແກ່ບັນດາຍາດຕິພີ່ນ້ອງຄອບຄົົວຊາວໜຸ່ມຕະລຸມບອນຍິງ 10 ຄົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ສາມແຍກດົ່ງໂລກ. ພາບ: ສຳນັກຂ່າວສານຫວຽດນາມ

* ວັນທີ 20 ກໍລະກົດ, ກະຊວງຕຳຫຼວດ ຈັດຕັ້ງພິທີຖະຫວາຍທູບທຽນອາໄລຫາ, ຕອບບຸນແທນຄຸນບັນດານັກວິລະຊົນຕຳຫຼວດປະຊາຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ ອະນຸສາວະລີປົກປັກຮັກສາຄວາມສະຫງົບແຫ່ງຊາດ, ເຂດອະນຸສອນປະທານ ໂຮ່ຈີມິນ ໃນຫໍພິພິທະພັນຕຳຫຼວດປະຊາຊົນ (ຕາແສງມິງແທັ່ງ, ແຂວງຕວຽນກວາງ). ທ່ານພົນເອກ ເລືອງຕາມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ເປັນປະທານພິທີ.

ໃນວັນດຽວກັນ, ທ່ານພົນເອກ ເລືອງຕາມກວາງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ລົງຢ້ຽມຢາມຖາມຂ່າວ ແລະມອບຂອງຂວັນຕອບບຸນແທນຄຸນແມ່ຫວຽດນາມ ວິລະຊົນ ຫງວຽນທິເຍີນ (ໜ່ວຍ 9: ຕາແສງອານເຕື່ອງ, ແຂວງຕວຽນກວາງ); ເຂົ້າຮ່ວມພິທີເປີດນຳໃຊ້ບັນດາກິດຈະການລົບລ້າງເຮືອນຢູ່ຊົ່ວຄາວ ແລະຢ້ຽມຢາມຖາມຂ່າວຄອບຄົວບັນດາສະຫາຍຕຳຫຼວດປະຊາຊົນຖືກເສຍອົງຄະ.

leftcenterrightdel
ທ່ານພົນເອກ ເລືອງຕາມກວາງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ລົງຢ້ຽມຢາມຖາມຂ່າວ ແລະມອບຂອງຂວັນໃຫ້ແກ່ແມ່ຫວຽດນາມ ວິລະຊົນ ຫງວຽນທິເຍີນ. ພາບ: ຕ໊ວນນາມ

ຕາງໜ້າຄະນະພັກຕຳຫຼວດສູນກາງ, ການນຳກະຊວງຕຳຫຼວດ, ທ່ານພົນເອກ ເລືອງຕາມກວາງ ຝາກຄຳຢ້ຽມຢາມຖາມຂ່າວ ແລະມອບຂອງຂວັນຂອງກະຊວງຕຳຫຼວດ ມາຍັງບັນດາຄອບຄົວນະໂຍບາຍ; ສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ການປະກອບສ່ວນ, ອຸທິດສ່ວນຂອງບັນດາສະຫາຍຕໍ່ກັບພາລະກິດປະຕິວັດ...

* ຕອນບ່າຍວັນທີ 20 ກໍລະກົດ, ຄະນະປະຕິບັດງານຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ນຳໂດຍທ່ານພົນໂທ ຫວໍມິງເລືອງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ທ່ານພັນເອກພິເສດ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ຮິ່ງຈິ໊, ອະດີດຫົວໜ້າພະແນກການເມືອງກອງບັນຊາການທະຫານແຂວງອານຢາງ, ປະຈຸບັນດຳລົງຊີວິດຢູ່ບ້ານ ຝູ໊ຮວ່າ 1, ຕາແສງບິ່ງຮວ່າ, ແຂວງອານຢາງ.

ທີ່ການພົບປະ, ທ່ານພົນໂທ ຫວໍມິງເລືອງ ຢ້ຽມຢາມຖາມຂ່າວສຸຂະພາບ, ຊີວິດການເປັນຢູ່ຂອງທ່ານພັນເອກພິເສດ ຮິ່ງຈິ໊, ສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ການປະກອບສ່ວນຂອງທ່ານໃນພາລະກິດການປະຕິວັດ, ພິເສດແມ່ນໃນວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຜ່ານການຕໍ່ສູ້ກູ້ຊາດ ແລະປະຕິບັດໜ້າທີ່ສາກົນຢູ່ ກຳປູເຈຍ. ທ່ານພົນໂທ ຫວໍມິງເລືອງ ປາດຖະໜາຢາກທ່ານ ຮິ່ງຈິ໊ ສືບຕໍ່ແມ່ນແບບຢ່າງທີ່ດີເດັ່ນ, ຕັ້ງໜ້າປະກອບສ່ວນເຂົ້າວຽກງານສຶກສາມູນເຊື້ອ ແລະປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນກິດຈະການສ້າງສາ, ປົກປັກຮັກສາປະເທດຊາດ.

* ວັນທີ 20 ກໍລະກົດ, ຄະນະຜູ້ແທນຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ລົງຢ້ຽມຢາມ ແລະມອບຂອງຂວັນໃຫ້ແກ່ບັນດາທະຫານເສຍອົງຄະ, ເຈັບປ່ວຍຢູ່ສູນບຳລຸງສຸຂະພາບທະຫານເສຍອົງຄະກິມບາງ ແລະສູນບຳລຸງສຸຂະພາບທະຫານເສຍອົງຄະຢຸຍຕຽນ ຢູ່ແຂວງນິງບິ່ງ. ທີ່ການຢ້ຽມຢາມ, ບັນດາສະມາຊິກໃນຄະນະປະຕິບັດງານສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ບຸນຄຸນອັນໃຫຍ່ຫຼວງທີ່ປະກອບໃຫ້ແກ່ປະເທດຊາດຂອງບັນດາທະຫານເສຍອົງຄະ, ເຈັບປ່ວຍ, ພ້ອມທັງມອບຂອງຂວັນບັນດາສູນ ແລະບັນດາທະຫານເສຍອົງຄະ, ເຈັບປ່ວຍກຳລັງປິ່ນປົວຢູ່ທີ່ນີ້.

ໃນວັນດຽວກັນ, ບັນດາຄະນະຊາວໜຸ່ມຢູ່ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງປະຕິບັດ "ວັນອາທິດຂຽວ" ຄັ້ງທີ 159-ປີ 2025 ຕິດພັນກັບບັນດາການເຄື່ອນໄຫວຈຸດສູງຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່. ໃນວັນເຄື່ອນໄຫວ, ໄວໜຸ່ມນະຄອນໂຮ່ຈີມິນ ໄດ້ດຳເນີນການກວດ ແລະປິ່ນປົວພະຍາດໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກ, ເບິ່ງແຍງດູແລເດັກນ້ອຍ, ອະນາໄມສິ່ງແວດລ້ອມ"... ບັນດາກິດຈະກຳປະກອບສ່ວນເສີມຂະຫຍາຍຈິດໃຈປະຈັນບານ, ອາສາສະໝັກ, ປະດິດຄິດສ້າງຂອງໄວໜູ່ມ.

ໂດຍ: ແສງເດືອນ