ກ່ອນທີ່ຈະດໍາເນີນການຢ້ຽມຢາມ, ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນຂອງການຢ້ຽມຢາມຄັ້ງນີ້.
ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ໃຫ້ຮູ້ຄວາມໝາຍ ແລະຈຸດປະສົງຂອງການໄປປະຕິບັດງານເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກ ຄັ້ງທີ 6, ດຳເນີນການເຄື່ອນໄຫວສອງຝ່າຍຢູ່ສະວິດ, ຢ້ຽມຢາມ ສາທາລະນະລັດ ເຊເນການ ແລະລາຊະອານາຈັກ ມາຣົກ ຢ່າງເປັນທາງການຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍພັນລະຍາ?
ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ: IPU 6 ແມ່ນກອງປະຊຸມໃຫຍ່ທີ່ສຸດຂອງບັນດາປະທານສະພາແຫ່ງຊາດໂລກໃນປີ 2025, ໂດຍມີການເຂົ້າຮ່ວມຂອງປະທານສະພາແຫ່ງຊາດປະເທດຕ່າງໆກວ່າ 110 ທ່ານ. ກອງປະຊຸມປີນີ້ມີຫົວຂໍ້ວ່າ “ໂລກກຳລັງສັບສົນ: ການຮ່ວມມືລັດຖະສະພາ ແລະລັດທິຫຼາຍຝ່າຍເພື່ອສັນຕິພາບ, ຄວາມຍຸຕິທຳ ແລະຄວາມວັດທະນາຖາວອນໃຫ້ທົ່ວປວງຊົນ”, ສ່ອງແສງໃຫ້ເຫັນຄວາມສົນໃຈລວມຂອງປະຊາຄົມສາກົນໃນສະພາບການໂລກທີ່ມີການຜັນແປສັບສົນຄືໃນປະຈຸບັນ; ພ້ອມທັງປາດຖະໜາຢາກເສີມຂະຫຍາຍບົດບາດສຳຄັນຂອງການທູດລັດຖະສະພາຫຼາຍຝ່າຍໃນການຊຸກຍູ້ສັນຕິພາບ, ການຮ່ວມມື ແລະພັດທະນາ ເພື່ອຜົນປະໂຫຍດຂອງປະຊາຊົນໃນທົ່ວໂລກ, ພິເສດແມ່ນໃນການວາງແຜນກຳນົດ ແລະຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍ.
ດ້ວຍບັນດາປັດໄຈດັ່ງກ່າວ, ສາມາດຢັ້ງຢືນວ່າ ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ໃນຄັ້ງນີ້ມີຄວາມໝາຍສຳຄັນທີ່ສຸດທັງດ້ານສອງຝ່າຍ ແລະຫຼາຍຝ່າຍ.
ທາງດ້ານສອງຝ່າຍ, ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄປຮອດສະວິດ, ໄປຢ້ຽມຢາມ ມາຣົກ ແລະເຊເນການ; ສໍາລັບປະເທດມາຣົກ, ນີ້ແມ່ນການຢ້ຽມຢາມຢ່າງເປັນທາງການຄັ້ງທໍາອິດຂອງການນຳຫຼັກແຫຼ່ງຂອງຫວຽດນາມ ພາຍຫຼັງເວລາ 6 ປີ ແລະສໍາລັບ ເຊເນການ ແມ່ນນັບແຕ່ສອງປະເທດໄດ້ສ້າງຕັ້ງການພົວພັນທາງການທູດ. ການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ຈະປະກອບສ່ວນປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຫວຽດນາມ ກັບເຊເນການ, ມາຣົກ ແລະສະວິດ; ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ກັບພາກພື້ນອາຟຼິກາ ແລະເອີລົບ.
    |
 |
ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ຟ້າມຖັ໊ງ |
ພ້ອມດຽວກັນນັ້ນການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ກໍ່ຈະປະກອບສ່ວນຢືນຢັນແຜນນະໂຍບາຍ, ນະໂຍບາຍ, ຄວາມມານະພະຍາຍາມອັນໃຫຍ່ຫຼວງທີ່ສຸດຂອງປະເທດຫວຽດນາມ ຢ່າງແຂງແຮງໃນການພັດທະນາເສດຖະກິດ-ສັງຄົມ, ເຊີດຊູລັດທິຫຼາຍຝ່າຍ, ສ້າງກຳລັງໜູນ ເພື່ອສະແດງໃຫ້ເຫັນບົດບາດຂອງຫວຽດນາມ ເປັນສະມາຊິກທີ່ມີຄວາມຮັບຜິດຊອບ, ປະກອບສ່ວນຢ່າງຕັ້ງໜ້າ ແລະແທດຈິງເຂົ້າໃນການເຄື່ອນໄຫວຂອງ IPU ແລະ ສປຊ, ຊຸກຍູ້ການພົວພັນ, ການຮ່ວມມືລະຫວ່າງລັດຖະສະພາຂອງປະເທດຕ່າງໆ, ບັນດາອົງການຈັດຕັ້ງສາກົນ, ເສີມຂະຫຍາຍບົດບາດ, ທີ່ຕັ້ງຂອງຫວຽດນາມ ແລະສະພາແຫ່ງຊາດຫວຽດນາມ ໃນເວທີສາກົນ.
ໄປຄຽງຄູ່ກັບການເຂົ້າຮ່ວມແກ້ໄຂບັນຫາສາກົນທີ່ສຳຄັນໂດຍກົງແລ້ວ, ພວກເຮົາຍັງນຳເອົາປະສົບການ ແລະບົດຮຽນທີ່ປະສົບຜົນສໍາເລັດຂອງຫວຽດນາມ ໄປເຜີຍແຜ່, ແບ່ງປັນກັບບັນດາປະເທດ ແລະບັນດາອົງການຈັດຕັ້ງສາກົນກ່ຽວກັບການປັບປຸງ ແລະຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາປະເທດຊາດ, ເພີ່ມທະວີການພົວພັນຕ່າງປະເທດ, ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ເຄົາລົບກົດໝາຍສາກົນ, ຊຸກຍູ້ຄວາມສາມັກຄີ ແລະການຮ່ວມມືສາກົນ, ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມວັດທະນາຖາວອນ ໃຫ້ແກ່ປະຊາຊົນໝົດທຸກຄົນ, ທຸກປະເທດ, ພາກພື້ນ ແລະທົ່ວໂລກ.
ນັກຂ່າວ: ຂໍທ່ານໃຫ້ຮູ້ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ເຊເນການ, ການພົວພັນລະຫວ່າງຫວຽດນາມ - ມາຣົກ, ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ສະວິດ ແລະ ຄວາມຫວັງຂອງທ່ານໃນການຢ້ຽມຢາມຄັ້ງນີ້ແມ່ນຫຍັງແດ່?
ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ: ຜ່ານເວລາຫຼາຍທົດສະວັດ, ຫວຽດນາມ ມີການພົວພັນຮ່ວມມືອັນດີງາມກັບ ເຊເນການ, ມາຣົກ ແລະສະວິດ.
ສໍາລັບປະເທດເຊເນການ, ນັບແຕ່ສ້າງຕັ້ງການພົວພັນທາງການທູດໃນປີ 1969, ສອງປະເທດໄດ້ຮັກສາການພົວພັນມິດຕະພາບ ແລະການຮ່ວມມືອັນດີງາມ, ຍາມໃດກໍ່ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ຄື: ສະຫະປະຊາຊາດ; ປະຊາຄົມຝະລັ່ງໂກໂຟນີ ແລະ IPU... ການຮ່ວມມືດ້ານເສດຖະກິດມີການພັດທະນາຢ່າງຕັ້ງໜ້າໃນໄລຍະມໍ່ໆມານີ້. ໃນ 6 ເດືອນຕົ້ນປີ 2025, ການສົ່ງອອກຂອງຫວຽດນາມ ໄປຍັງເຊເນການ ບັນລຸເກືອບ 60 ລ້ານ USD, ສູງທົບກວ່າ 3 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ການຢ້ຽມຢາມຈະສ້າງກຳລັງໜູນເພື່ອຊຸກຍູ້ການພົວພັນສອງຝ່າຍໃຫ້ພັດທະນາຢ່າງແທດຈິງກວ່າເກົ່າ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ ແລະກົນໄກຫຼາຍຝ່າຍ.
ພາຍຫຼັງເກືອບ 65 ປີນັບແຕ່ສ້າງຕັ້ງການພົວພັນທາງການທູດ, ການພົວພັນລະຫວ່າງຫວຽດນາມ - ມາຣົກ ໄດ້ພັດທະນາຢູ່ທັງ 3 ຊ່ອງທາງ ພັກ, ການທູດແຫ່ງລັດ ແລະ ການທູດປະຊາຊົນ. ສອງຝ່າຍໄດ້ສົມທົບໃນຫຼັກໝັ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ ຢ່າງເປັນປະຈໍາ. ການພົວພັນຮ່ວມມືລະຫວ່າງອົງການນິຕິບັນຍັດຂອງສອງປະເທດ ພັດທະນາຢ່າງດີງາມທັງດ້ານສອງຝ່າຍ ແລະຫຼາຍຝ່າຍ. ປະຈຸບັນ, ມາຣົກ ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບສອງຂອງຫວຽດນາມ ຢູ່ອາຟຼິກາເໜືອ, ດ້ວຍວົງເງິນການຄ້າສອງຝ່າຍເພີ່ມຂຶ້ນຜ່ານແຕ່ລະປີ. ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ຈະສ້າງກຳລັງໜູນຢ່າງແຂງແຮງເພື່ອໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມື, ເປັນຕົ້ນແມ່ນທາງດ້ານການຄ້າ, ການລົງທຶນ, ກະສິກຳ ແລະທ່ອງທ່ຽວ ມຸ່ງໄປເຖິງເປົ້າໝາຍວົງເງິນການຄ້າສອງຝ່າຍບັນລຸ 500 ລ້ານ ໂດລາສະຫະລັດ ໃນໄລຍະຈະມາເຖິງ.
ການພົວພັນລະຫວ່າງ ຫວຽດນາມ - ສະວິດ ໄດ້ພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດນັບແຕ່ສ້າງຕັ້ງການພົວພັນທາງການທູດ ເປັນເວລາກວ່າເຄິ່ງສະຕະວັດ. ທາງດ້ານການຄ້າ, ສະວິດ ເປັນຄູ່ຮ່ວມມືແຖວໜ້າຂອງຫວຽດນາມ ໃນສະມາຄົມການຄ້າເສລີ ເອີຣົບ (EFTA), ວົງເງິນການຄ້າລະຫວ່າງສອງປະເທດບັນລຸ 811 ລ້ານໂດລາສະຫະລັດ ໃນປີ 2024. ປະຈຸບັນ, ການລົງທຶນຂອງສະວິດ ຢູ່ຫວຽດນາມ ບັນລຸກວ່າ 2,1 ຕື້ ໂດລາສະຫະລັດ, ຢືນອັນດັບທີ 6 ໃນເອີລົບ ແລະ ທີ 20 ໃນຈຳນວນ 147 ປະເທດ ແລະເຂດແຄ້ວນທີ່ລົງທຶນຢູ່ຫວຽດນາມ. ໃນເດືອນມັງກອນ 2025, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມປະຈຳປີ ຄັ້ງທີ 55 ຂອງເວທີປາໄສເສດຖະກິດໂລກຢູ່ Davos, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ Karin Keller-Sutter ປະທານາທິບໍດີສະວິດ ໄດ້ຕົກລົງສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ. ບົນພື້ນຖານນັ້ນ, ຫວຽດນາມ ແລະ ສະວິດ ຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ; ສົມທົບກັນຊຸກຍູ້ວິວັດການເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ EFTA, ສືບຕໍ່ເປີດກວ້າງການຮ່ວມມືໃນຂົງເຂດຕ່າງໆ, ຄື: ການສຶກສາ, ບຳລຸງສ້າງ, ວິທະຍາສາດ, ເຕັກໂນໂລຢີ, ວັດທະນະທຳ, ການທ່ອງທ່ຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ອື່ນໆ.
ຂ້າພະເຈົ້າເຊື່ອໝັ້ນວ່າ ການໄປປະຕິບັດງານເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກ ຄັ້ງທີ 6, ດໍາເນີນການເຄື່ອນໄຫວສອງຝ່າຍ ຢູ່ສະວິດ, ການຢ້ຽມຢາມ ເຊເນການ ແລະມາຣົກ ຢ່າງເປັນທາງການ ຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຈະປະສົບສຳເລັດຢ່າງຈົບໃນທຸກດ້ານ, ສ້າງຂີດໝາຍອັນດີງາມກ່ຽວກັບບົດບາດ, ທີ່ຕັ້ງ, ການປະກອບສ່ວນຢ່າງຕັ້ງໜ້າ, ແທດຈິງຂອງຫວຽດນາມ ແລະສະພາແຫ່ງຊາດຫວຽດນາມ ໃນການແກ້ໄຂບັນຫາທົ່ວໂລກ.
ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ ຫຼາຍໆ!
ໂດຍ: ທູຈາງ