ນັກຂ່າວ: ນີ້ແມ່ນການຢ້ຽມຢາມຂັ້ນສູງຄັ້ງທຳອິດຂອງການນຳຫວຽດນາມ ໄປຢ້ຽມຢາມ ເຊເນການ ພາຍຫຼັງກວ່າ 1 ທົດສະວັດ. ຂໍຮຽນທ່ານເອກອັກຄະລັດຖະທູດ ໃຫ້ຮູ້ເນື້ອໃນ, ຄວາມໝາຍ ແລະຄວາມສໍາຄັນຂອງການຢ້ຽມຢາມຄັ້ງນີ້?
ທ່ານເອກອັກຄະລັດຖະທູດ ເຈິ່ນກວ໊ກແຄ໊ງ: ການຢ້ຽມຢາມຢ່າງເປັນທາງການຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງພັກ, ລັດຫວຽດນາມ ໄປຢ້ຽມຢາມເຊເນການ ມີຄວາມໝາຍສໍາຄັນທີ່ສຸດ, ມີລັກສະນະປະຫວັດສາດ. ນີ້ແມ່ນການຢ້ຽມຢາມຂັ້ນສູງສຸດນັບແຕ່ກ່ອນມາຮອດປະຈຸບັນໃນຮອບເກືອບ 60 ປີແຫ່ງການພົວພັນລະຫວ່າງສອງປະເທດ. ພ້ອມທັງ, ການຢ້ຽມຢາມຄັ້ງນີ້ໄດ້ດຳເນີນໄປໃນຈຸດເວລາພິເສດທີ່ສຸດຂອງທັງຫວຽດນາມ ແລະເຊເນການ, ເປັນຂີດໝາຍບາດລ້ຽວໃນການພົວພັນສອງຝ່າຍ.
ໃນສະພາບການນັ້ນ, ການຢ້ຽມຢາມໄດ້ຕັ້ງຄວາມຫວັງໄວ້ວ່າຈະເປີດແງ່ຫວັງໃໝ່ໃນການຮ່ວມມື, ຊຸກຍູ້ການພົວພັນມິດຕະພາບ ແລະນໍາການຮ່ວມມືລະຫວ່າງສອງປະເທດເຂົ້າສູ່ລວງເລິກ ແລະແທດຈິງກວ່າ. ຄຽງຂ້າງເນື້ອໃນຈຸດສຸມແມ່ນເພີ່ມທະວີການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ, ການຢ້ຽມຢາມ, ດ້ວຍການເຂົ້າຮ່ວມຢ່າງຫຼວງຫຼາຍລວມມີການນຳລັດຖະບານ ແລະກະຊວງ, ຂະແໜງການກໍ່ຈະສ້າງເງື່ອນໄຂ ເພື່ອຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ຄື: ການຄ້າ, ກະສິກຳ, ວິທະຍາສາດ, ເຕັກໂນໂລຢີ ແລະການພົບປະແລກປ່ຽນປະຊາຊົນ.
    |
 |
ທ່ານ ເຈິ່ນກວ໊ກແຄ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອານເຊຣີ ທັງເປັນຜູ້ຮັບຜິດຊອບເຊເນການ. ພາບ: ສໍານັກຂ່າວສານຫວຽດນາມ |
ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ຂໍທ່ານແບ່ງປັນກ່ຽວກັບແງ່ຫວັງພັດທະນາການພົວພັນຮ່ວມມື ແລະມິດຕະພາບລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ທັງຢູ່ໃນຂອບເຂດການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ກໍ່ຄືໃນຫຼາຍຂົງເຂດທີ່ພົ້ນເດັ່ນອື່ນ, ຄື: ເສດຖະກິດ, ວັດທະນະທຳ, ການສຶກສາ ຫຼືກິລາ?
ທ່ານເອກອັກຄະລັດຖະທູດ ເຈິ່ນກວ໊ກແຄ໊ງ: ຂ້າພະເຈົ້າຕີລາຄາສູງ ແລະໜ້າປະເອີບໃຈກ່ຽວກັບແງ່ຫວັງພັດທະນາການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະເຊເນການ ໃນໄລຍະຈະມາເຖິງ. ໃນໄລຍະກະກຽມລາຍການໃຫ້ແກ່ການເຄື່ອນໄຫວຂອງຄະນະຜູ້ແທນຂັ້ນສູງຫວຽດນາມ ຄັ້ງນີ້, ພວກຂ້າພະເຈົ້າຮັບຮູ້ວ່າ ທັງເຊເນການ ແລະຫວຽດນາມ ລ້ວນແຕ່ສະແດງອອກໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດ ກໍ່ຄືຄວາມຕັດສິນໃຈຢ່າງຈະແຈ້ງໃນການຊຸກຍູ້ການພົວພັນສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່. ນີ້ແມ່ນສັນຍານທີ່ຕັ້ງໜ້າ, ສ່ອງແສງໃຫ້ເຫັນຄວາມເຫັນດີເຫັນພ້ອມ ແລະພ້ອມແລ້ວທີ່ຈະຮ່ວມມືຂອງທັງສອງຝ່າຍ.
ດ້ວຍການຢ້ຽມຢາມຄັ້ງນີ້ໂດຍທ່ານປະທານສະພາແຫ່ງຊາດ ນໍາໜ້າ, ການຮ່ວມມືລັດຖະສະພາແນ່ນອນວ່າຈະໄດ້ຮັບການປັບປຸງ ແລະມີບາດກ້າວພັດທະນາຢ່າງແທດຈິງ. ຄຽງຂ້າງນັ້ນ, ຫຼາຍຂົງເຂດ, ຄື: ເສດຖະກິດ, ກິລາ, ກະສິກຳ ແລະການຮ່ວມມືລະຫວ່າງທ້ອງຖິ່ນ. ພວກຂ້າພະເຈົ້າຫວັງວ່າບັນດາເນື້ອໃນການຮ່ວມມືລະອຽດຈະໄດ້ສະແດງອອກຜ່ານບັນດາຂໍ້ຕົກລົງທີ່ໄດ້ລົງນາມໃນຂອບເຂດການຢ້ຽມຢາມ.
ນັກຂ່າວ: ທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບຄວາມສາມາດຫວຽດນາມ ຈະເປັນຂົວຕໍ່ຊ່ວຍໃຫ້ ເຊເນການ ເຂົ້າເຖິງຕະຫຼາດອາຊຽນ, ກໍ່ຄືເລື່ອງ ເຊເນການ ເປັນປະຕູເພື່ອໃຫ້ຫວຽດນາມ ແຊກຊຶມເຂົ້າຕະຫຼາດອາຟະລິກາ?
ທ່ານເອກອັກຄະລັດຖະທູດ ເຈິ່ນກວ໊ກແຄ໊ງ: ໃນຂອບເຂດການຢ້ຽມຢາມຄັ້ງນີ້, ການຮ່ວມມືລະຫວ່າງຫວຽດນາມ ແລະເຊເນການ ທີ່ເວທີປາໄສຫຼາຍຝ່າຍສາກົນ ເຊິ່ງທັງສອງປະເທດເປັນສະມາຊິກໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາເນື້ອໃນຈຸດສຸມ. ປະຈຸບັນຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າຂອງອາຊຽນ - ພາກພື້ນທີ່ຂະຫຍັນຂັນເຄື່ອນ, ມີການເຕີບໂຕດ້ານເສດຖະກິດທີ່ໜ້າປະທັບໃຈ ແລະນັບມື້ນັບໄດ້ຮັບຄວາມສົນໃຈຈາກປະຊາຄົມສາກົນ.
ກ່ຽວກັບຝ່າຍເຊເນການ ແມ່ນປະເທດທີ່ມີຖານະບົດບາດສໍາຄັນຢູ່ອາຟະລິກາຕາເວັນຕົກ. ນີ້ແມ່ນພື້ນຖານເສດຖະກິດທີ່ພວມພັດທະນາຢ່າງວ່ອງໄວ, ມີນະໂຍບາຍການຄ້າເປີດອົກເປີດໃຈ ແລະເປັນສະມາຊິກກໍ່ຕັ້ງຂອງສະຫະພັນເສດຖະກິດ ແລະເງິນຕາອາຟະລິກາຕາເວັນຕົກ-ເຊິ່ງເປັນອົງການທີ່ມີອິດທິພົນໃນປະຊາຄົມເສດຖະກິດພາກພື້ນ.
ເຖິງຢ່າງໃດກໍ່ຕາມ, ຕ້ອງຍອມຮັບຢ່າງກົງໄປກົງມາວ່າ, ເພື່ອຫັນຄວາມສາມາດບົ່ມຊ້ອນນີ້ໃຫ້ປະກົດຜົນເປັນຈິງ, ສອງປະເທດຄວນມານະພະຍາຍາມໃຫ້ຫຼາຍທີ່ສຸດ, ພິເສດແມ່ນຢູ່ລະດັບວິສາຫະກິດ ແລະອຳນາດການປົກຄອງ. ສະນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍຄວາມຕັດສິນໃຈດ້ານການເມືອງສູງ, ພ້ອມກັບການຮ່ວມເດີນທາງຂອງບັນດາກະຊວງ, ຂະແໜງການ ແລະປະຊາຄົມວິສາຫະກິດສອງປະເທດ, ຫວຽດນາມ ແລະເຊເນການ ສາມາດເປັນຂົວຕໍ່ທາງດ້ານເສດຖະກິດ ແລະການຮ່ວມມືຢ່າງມີປະສິດທິຜົນບໍ່ພຽງແຕ່ໃນດ້ານສອງຝ່າຍເທົ່ານັ້ນ ຫາກຍັງຢູ່ບັນດາອະນຸພາກພື້ນ ແລະພາກພື້ນ.
ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ຂໍທ່ານໃຫ້ຮູ້ກ່ຽວກັບຈຸດພົ້ນເດັ່ນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ອາຟະລິກາຕາເວັນຕົກນີ້ ແລະຮູບພາບຊາວຫວຽດນາມ ໃນສາຍຕາຊາວເຊເນການ ໄດ້ຕີລາຄາຄືແນວໃດ?
ທ່ານເອກອັກຄະລັດຖະທູດ ເຈິ່ນກວ໊ກແຄ໊ງ: ສິ່ງທີ່ໜ້າເຄົາລົບແມ່ນປະຊາຄົມຊາວຫວຽດນາມ ຢູ່ທີ່ນີ້ບໍ່ພຽງແຕ່ຮັກສາສີສັນຊົນເຜົ່າເທົ່ານັ້ນ, ຫາກຍັງເຊື່ອມໂຍງເຂົ້າກັບສັງຄົມປະຈຳຖິ່ນໄດ້ດີ. ໃນການພົບປະກັບອຳນາດການປົກຄອງທ້ອງຖິ່ນ, ການນຳເຊເນການ ໄດ້ຮັບຮູ້ ແລະຕີລາຄາສູງຕໍ່ປະຊາຄົມຊາວຫວຽດນາມວ່າ ເຖິງວ່າຈະເປັນກຸ່ມນ້ອຍແຕ່ມີຄວາມດຸໝັ່ນຫ້າວຫັນ ແລະສາມັກຄີກັນດີ.
ຍ້ອນແນວນັ້ນ, ຂ້າພະເຈົ້າຈຶ່ງມີຄວາມເຊື່ອໝັ້ນວ່າ ປະຊາຄົມຊາວຫວຽດນາມ ແລະບັນດາເພື່ອນມິດຊາວເຊເນການ ທີ່ມັກຮັກວັດທະນະທຳຫວຽດນາມ ກຳລັງ ແລະຈະສືບຕໍ່ເປັນ “ຂົວເຊື່ອມຕໍ່” ທີ່ໝັ້ນແກ່ນເພື່ອຊຸກຍູ້ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ - ເຊິ່ງເປັນພື້ນຖານອັນສຳຄັນເພື່ອພັດທະນາການພົວພັນສອງຝ່າຍຢ່າງຮອບດ້ານ, ຍືນຍົງ ແລະເລິກເຊິ່ງກວ່າອີກໃນໄລຍະຈະມາເຖິງ.
ນັກຂ່າວ: ຂໍຂອບໃຈທ່ານ!
ໂດຍ: ເຈິ່ນຮວ່ຽນ