ເນື່ອງໃນໂອກາດນີ້, ທ່ານ Johan Ndisi ເອກອັກຄະລັດຖະທູດ ຊູແອັດ ປະຈໍາ ຫວຽດນາມ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບເນື້ອໃນທີ່ກ່ຽວຂ້ອງເຖິງການຢ້ຽມຢາມ ແລະການຮ່ວມມືລະຫວ່າງສອງປະເທດ.
ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານຈົ່ງແບ່ງປັນຄວາມໝາຍການຢ້ຽມຢາມຊູແອັດ ທີ່ໃກ້ຈະມາເຖິງຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຫວຽດນາມ ກໍ່ຄືຄວາມຫວັງຄອງຄອຍກ່ຽວກັບການຢ້ຽມຢາມ?
ທ່ານ Johan Ndisi ເອກອັກຄະລັດຖະທູດ ຊູແອັດ: ການຢ້ຽມຢາມຊູແອັດ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຫວຽດນາມ ແມ່ນຂີດໝາຍສຳຄັນໃນການພົວພັນໄລຍະຍາວ ແລະແໜ້ນແຟ້ນລະຫວ່າງສອງປະເທດ. ຊູແອັດ ຕີລາຄາວ່າ ການຢ້ຽມຢາມຄັ້ງນີ້ທັງເປັນໂອກາດສະເຫຼີມສະຫຼອງນໍ້າໃຈມິດຕະພາບທາງປະຫວັດສາດ, ທັງເປັນບາດກ້າວຊຸກຍູ້ການຮ່ວມມືໃນອະນາຄົດ.
ພວກຂ້າພະເຈົ້າ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດສຳຄັນ, ຄື: ການພັດທະນາແບບຍືນຍົງ, ນະວັດຕະກຳ ແລະການຫັນປ່ຽນດີຈີຕອນ. ນີ້ແມ່ນບັນດາຂົງເຂດທີ່ຊູແອັດມີທ່າແຮງໃນທົ່ວໂລກ, ພ້ອມກັນນັ້ນ, ຫວຽດນາມ ກໍ່ພວມພັດທະນາຢ່າງແຮງດ້ວຍຄວາມຕັດສິນໃຈສູງທີ່ສຸດ.
ພ້ອມກັນນັ້ນ, ການຢ້ຽມຢາມກໍ່ເປັນການເປີດກາລະໂອກາດໃນການເປີດກວ້າງການພົບປະແລກປ່ຽນດ້ານການສຶກສາ, ວັດທະນະທໍາ, ຮ່ວມມືກັນຢ່າງແໜ້ນແຟ້ນກວ່າໃນສິ່ງທ້າທາຍທົ່ວໂລກ, ຄື: ການປ່ຽນແປງຂອງດິນຟ້າອາກາດ ແລະການພັດທະນາກວມລວມ.
    |
 |
ທ່ານ Johan Ndisi ເອກອັກຄະລັດຖະທູດ ຊູແອັດ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ນັກຂ່າວ: ທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບການພັດທະນາການພົວພັນສອງຝ່າຍໃນຕະຫຼອດ 56 ປີຜ່ານມາ ຂໍຮຽນທ່ານ?
ທ່ານ Johan Ndisi ເອກອັກຄະລັດຖະທູດ ຊູແອັດ: ໃນຕະຫຼອດ 56 ປີຜ່ານມາ, ການພົວພັນຊູແອັດ-ຫວຽດນາມ ໄດ້ຫັນປ່ຽນຈາກການໜູນຊ່ວຍພັດທະນາໄປສູ່ການພົວພັນທີ່ກວ້າງກວ່າ, ອີງໃສ່ການຮ່ວມມືດ້ານການຄ້າ, ປ່ຽນແປງໃໝ່ເພື່ອເປົ້າໝາຍລວມ. ປີ 1969, ຊູແອັດ ແມ່ນປະເທດຝ່າຍຕາເວັນຕົກທຳອິດທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ໃນຈຸດເວລາທີ່ເຕັມໄປດ້ວຍສິ່ງທ້າທາຍ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງພວກຂ້າພະເຈົ້າ ຕໍ່ສັນຕິພາບ, ຄວາມສາມັກຄີ ແລະການເຈລະຈາແບບເປີດອົກເປີດໃຈ.
ເມື່ອຫວຽດນາມ ເປີດປະຕູ ແລະເຊື່ອມໂຍງເຂົ້າກັບເສດຖະກິດທົ່ວໂລກ, ການພົວພັນຄູ່ຮ່ວມມືຂອງພວກເຮົາກໍ່ພັດທະນາໄປຕາມ. ປະຈຸບັນ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຜ່ານການຮ່ວມມືດ້ານການຄ້າ ແລະການລົງທຶນນັບມື້ນັບເພີ່ມຂຶ້ນ, ການແລກປ່ຽນວິຊາການສຶກສາ ແລະການຮ່ວມມືດ້ານເຕັກໂນໂລຢີມີຄວາມຟົດຟື້ນ. ມີຫຼາຍກວ່າ 70 ບໍລິສັດຊູແອັດ, ຄື: ABB, AstraZeneca, Ericsson, Electrolux, H&M, IKEA, TetraPak, Hitachi Energy… ພວມເຄື່ອນໄຫວຢູ່ຫວຽດນາມ ໃນຂົງເຂດພະລັງງານ, ໂທລະຄົມມະນາຄົມ, ສາທາລະນະສຸກ ແລະພື້ນຖານໂຄງລ່າງ, ຊຸກຍູ້ການປ່ຽນແປງໃໝ່ ແລະສ້າງວຽກເຮັດງານທໍາ.
ຊູແອັດ ແລະຫວຽດນາມ ບໍ່ພຽງແຕ່ແມ່ນຄູ່ຮ່ວມມືເທົ່ານັ້ນ, ຫາກຍັງເປັນເພື່ອນມິດທີ່ໄວ້ເນື້ອເຊື່ອໃຈກັນອີກດ້ວຍ. ພວກເຮົາພ້ອມທີ່ຈະຮ່ວມມືໃນຫຼາຍບັນຫາທີ່ສໍາຄັນ, ລວມມີການພັດທະນາແບບຍືນຍົງ ແລະເຕັກໂນໂລຢີດີຈີຕອນ, ໄດ້ສ່ອງແສງໃຫ້ເຫັນເຖິງການຕັດສິນໃຈລວມ, ຊອກຫາມາດຕະການແບບອັດສະລິຍະໃຫ້ແກ່ອະນາຄົດ.
ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ຂໍທ່ານຈົ່ງແບ່ງປັນບັນດາຂົງເຂດຮ່ວມມືຕົ້ນຕໍທີ່ຫວຽດນາມ ແລະຊູແອັດ ສາມາດສຸມໃສ່ຊຸກຍູ້ໃນໄລຍະຈະມາເຖິງ?
ທ່ານ Johan Ndisi ເອກອັກຄະລັດຖະທູດ ຊູແອັດ: ຊູແອັດ ແລະຫວຽດນາມ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງເພື່ອເປີດກວ້າງການຮ່ວມມືໃນບັນດາຂົງເຂດຍຸດທະສາດຈຸດສຸມ. ໃນສະພາບທີ່ໂລກປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນປະຈຸບັນ, ສອງປະເທດລ້ວນແຕ່ມີຄວາມເຊື່ອໝັ້ນຕໍ່ການຄ້າແບບເປີດ ແລະອີງໃສ່ລະບຽບກົດໝາຍ. ໂດຍສືບຕໍ່ຊຸກຍູ້ການຮ່ວມມື, ພວກເຮົາສາມາດປະກອບສ່ວນສ້າງພື້ນຖານເສດຖະກິດທົ່ວໂລກໃຫ້ເຂັ້ມແຂງ, ສີຂຽວ ແລະໝັ້ນຄົງກວ່າ.
ຫວ່າງມໍ່ໆມານີ້, ບໍລິສັດຊູແອັດ Syre ໄດ້ປະກາດໃຊ້ແຜນການລົງທຶນສຳຄັນຢູ່ແຂວງບິ່ງດິ້ງ. ໂຄງການນີ້ໄດ້ໜູນຊ່ວຍເປົ້າໝາຍພັດທະນາສີຂຽວຂອງຫວຽດນາມ ແລະສະແດງໃຫ້ເຫັນວິທີການທີ່ວິສາຫະກິດຊູແອັດ ນຳໃຊ້ນະວັດຕະກຳ ແລະຄວາມຍືນຍົງ ເພື່ອແກ້ໄຂສິ່ງທ້າທາຍດ້ານສິ່ງແວດລ້ອມພ້ອມທັງຊຸກຍູ້ການເຕີບໂຕເສດຖະກິດ.
ພະລັງງານສີຂຽວກໍ່ແມ່ນຂົງເຂດທີ່ເຕັມໄປດ້ວຍແງ່ຫວັງ. ຊູແອັດ ມີທີ່ຕັ້ງດີ ເພື່ອໜູນຊ່ວຍຫວຽດນາມ ຫັນໄປສູ່ພື້ນຖານເສດຖະກິດກາກບອນຕໍ່າຜ່ານການລົງທຶນ, ຖ່າຍທອດເຕັກໂນໂລຢີ ແລະການເຈລະຈານະໂຍບາຍ, ພິເສດແມ່ນໃນຂົງເຂດພະລັງງານທົດແທນ, ຫັນຕາໜ່າງໄຟຟ້າ ແລະເຕັກໂນໂລຢີສະອາດໃຫ້ທັນສະໄໝ...
ບັນດາຂົງເຂດດັ່ງກ່າວນີ້ໄດ້ສ້າງພື້ນຖານໃຫ້ແກ່ການພົວພັນຄູ່ຮ່ວມມືກ້າວໄປຂ້າງໜ້າ, ນໍາເອົາຜົນປະໂຫຍດທີ່ແທດຈິງມາໃຫ້ສອງຝ່າຍ ແລະປະກອບສ່ວນເຂົ້າໃນການພັດທະນາພາກພື້ນກໍ່ຄືທົ່ວໂລກ.
ນັກຂ່າວ: ທ່ານເອກອັກຄະລັດຖະທູດ ສາມາດແບ່ງປັນທັດສະນະກ່ຽວກັບທິດທາງການພັດທະນາຂອງຫວຽດນາມ ໃນໄລຍະໃໝ່ ກໍ່ຄືບັນດາແຜນການ ຫຼືໂຄງການຂອງຊູແອັດ ທີ່ໜູນຊ່ວຍບັນດາເປົ້າໝາຍເຕີບໂຕຂອງຫວຽດນາມ?
ທ່ານ Johan Ndisi ເອກອັກຄະລັດຖະທູດ ຊູແອັດ: ຫວຽດນາມ ບັນລຸໄດ້ບາດກ້າວປະທັບໃຈໃນໄລຍະພັດທະນາ, ຫັນເປັນພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ. ການໃຫ້ຄຳໝັ້ນສັນຍາພັດທະນາສີຂຽວ, ການຫັນປ່ຽນດີຈີຕອນ ແລະທີ່ຕັ້ງສຳຄັນໃນລະບົບຕ່ອງໂສ້ຕອບສະໜອງທົ່ວໂລກໄດ້ຊ່ວຍໃຫ້ຫວຽດນາມ ກາຍເປັນປັດໄຈສຳຄັນທີ່ສ້າງອະນາຄົດພາກພື້ນ.
ຍ້ອນສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA), ວິສາຫະກິດສອງປະເທດມີກາລະໂອກາດພັດທະນາ ແລະການຮ່ວມມືຫຼາຍຢ່າງກວ່າອີກ, ຊ່ວຍວາງແຜນຍຸດທະສາດ ແລະຫຼຸດຜ່ອນຮົ້ວກີດຂວາງດ້ານການຄ້າ, ຊຸກຍູ້ການເຕີບໂຕເສດຖະກິດໃຫ້ທັງເອີລົບ ແລະຫວຽດນາມ.
ດ້ວຍວິທີປັບປຸງການຮ່ວມມືທີ່ເໝາະສົມກັບຍຸດທະສາດແຫ່ງຊາດຂອງຫວຽດນາມ, ຄື: ຍຸດທະສາດພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະມະຕິເລກທີ 68 ກ່ຽວກັບການພັດທະນາພາກເອກະຊົນ, ພວກຂ້າພະເຈົ້າປາດຖະໜາຢາກປະກອບສ່ວນເພື່ອສ້າງຫວຽດນາມ ອົງອາດກ້າແກ່ນ, ພັດທະນາກວມລວມ ແລະວັດທະນາຖາວອນ.
ນັກຂ່າວ: ທ່ານເອກອັກຄະລັດຖະທູດ ມີຄວາມຮູ້ສຶກແນວໃດຕໍ່ບົດບາດ ແລະຖານະບົດບາດຂອງຫວຽດນາມ ຢູ່ພາກພື້ນ ແລະໃນໂລກໃນໄລຍະມໍ່ໆມານີ້?
ທ່ານ Johan Ndisi ເອກອັກຄະລັດຖະທູດ ຊູແອັດ: ຫວຽດນາມ ໄດ້ກາຍເປັນປັດໄຈສຳຄັນໃນບັນຫາພາກພື້ນ ແລະທົ່ວໂລກ, ໄດ້ຮັບການເຄົາລົບນັບຖືຍ້ອນພື້ນຖານການພົວພັນຕ່າງປະເທດທີ່ເປັນເຈົ້າການ ແລະຄຳໝັ້ນສັນຍາຫຼາຍຝ່າຍ. ບົດບາດທີ່ຕັ້ງໜ້າຂອງຫວຽດນາມ ໃນອາຊຽນ, ການເຂົ້າຮ່ວມກັບສະຫະປະຊາຊາດ ແລະບັນດາສັນຍາການຄ້າໃຫຍ່ໄດ້ສະແດງໃຫ້ເຫັນອິດທິພົນນັບມື້ນັບເພີ່ມ ແລະຄໍາໝັ້ນສັນຍາຮ່ວມມືທົ່ວໂລກຂອງຫວຽດນາມ.
ການປະກອບສ່ວນຂອງຫວຽດນາມ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະການເຊື່ອມໂຍງເຂົ້າກັບເສດຖະກິດໄດ້ສະແດງໃຫ້ເຫັນນ້ຳໃຈຄວາມຮັບຜິດຊອບຂອງຫວຽດນາມ ໃນການພັດທະນາກວມລວມ, ແບບຍືນຍົງ ແລະຄວາມເປັນລະບຽບສາກົນອີງໃສ່ລະບຽບກົດໝາຍ. ຊູແອັດ ຖືຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈໃນການແກ້ໄຂສິ່ງທ້າທາຍທົ່ວໂລກ.
ເມື່ອຫວຽດນາມ ເປີດກວ້າງບົດບາດສາກົນ, ຊູແອັດ ໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມທະວີການຮ່ວມມື, ແບ່ງປັນຄວາມຮູ້ ແລະນະວັດຕະກຳ, ພ້ອມທັງໜູນຊ່ວຍຫວຽດນາມ ໃຫ້ກາຍເປັນກຳລັງຊຸກຍູ້ການປ່ຽນແປງທີ່ຕັ້ງໜ້າ. ພວກເຮົາພ້ອມກັນມຸ່ງໄປເຖິງການສ້າງການພົວພັນຄູ່ຮ່ວມມືທີ່ຍືນຍົງ, ມຸ່ງໄປເຖິງອະນາຄົດໂດຍອີງໃສ່ບັນດາຄຸນຄ່າລວມ ແລະວິໄສທັດການພັດທະນາແບບຍືນຍົງ ແລະກວມລວມ.
ນັກຂ່າວ: ຂໍຂອບໃຈທ່ານ!
ໂດຍ: ເຈິ່ນຮວ່ຽນ