ໂອມານ ສືບຕໍ່ເປັນກາງໃຫ້ແກ່ການເຈລະຈາດັ່ງກ່າວ. ນີ້ແມ່ນຄວາມມານະພະຍາຍາມຫຼ້າສຸດໃນການເຈລະຈາທີ່ເລີ່ມແຕ່ເດືອນເມສາ ປີນີ້, ເພື່ອແນໃສ່ຊອກຫາມາດຕະການໃຫ້ແກ່ຄວາມເຄັ່ງຕຶງດ້ານນິວເຄຼຍທີ່ແກ່ຍາວລະຫວ່າງສອງປະເທດ.

ຮອບເຈລະຈານິວເຄຼຍ ອາເມລິກາ - ອີຣານ ຄັ້ງທີ 5 ສືບຕໍ່ມີການເຂົ້າຮ່ວມຂອງຫົວໜ້າຄະນະສອງທ່ານນັ້ນແມ່ນ: ທ່ານ Steve Wikoff, ທູດພິເສດຂອງປະທານາທິບໍດີອາເມລິກາ Donald Trump ແລະທ່ານ Abbas Araghchi, ລັດຖະມົນຕີການຕ່າງປະເທດ ອີຣານ. ກ່ອນດຳເນີນການເຈລະຈາ 1 ວັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດອີຣານ ໄດ້ແຈ້ງເຕືອນສອງຝ່າຍຈະບໍ່ສາມາດບັນລຸໄດ້ຂໍ້ຕົກລົງ, ຖ້າ ອາເມລິກາ ເດັດດ່ຽວຢາກໃຫ້ ອີຣານ ຕ້ອງຢຸດຕິການເຄື່ອນໄຫວເສີມທາດ  urani.

ແຫຼ່ງຄັດຈາກ: vovworld.vn