leftcenterrightdel
ທ່ານອະດີດປະທານປະເທດ ຫວຽດນາມ ເຈິ່ນດຶກເລືອງ ເຖິງແກ່ມໍລະນະກຳ.

ທ່ານອະດີດກຳມະການກົມການເມືອງ, ອະດີດປະທານປະເທດແຫ່ງ ສສ.ຫວຽດນາມ, ອະດີດປະທານສະພາປ້ອງກັນຊາດ ແລະຄວາມສະຫງົບ ເຈິ່ນດຶກເລືອງ, ເກີດວັນທີ 5 ພຶດສະພາ 1973; ບ້ານເກີດ: ຕາແສງ ໂຟແຄງ, ເມືອງ ດຶກໂຟ (ປະຈຸບັນແມ່ນເທດສະບານ ດຶກໂຟ), ແຂວງກວາງຫງ້າຍ; ພັກຢູ່ເຮືອນເລກທີ 298, ຖະໜົນ ຫວ້ານຝູກ, ບ້ານ ລ້ຽວຢາຍ, ເມືອງ ບາດິ່ງ, ນະຄອນ ຮ່າໂນ້ຍ.

ໃນການເຄື່ອນໄຫວປະຕິວັດເປັນເວລາກວ່າ 50 ປີ, ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນພາລະກິດອັນສະຫງ່າລາສີຂອງພັກ ແລະຂອງຊາດ, ໄດ້ຮັບການປະດັບຫຼຽນໄຊດາວເຫຼືອງ, ຫຼຽນກາອາຍຸພັກ 65 ປີ, ຫຼຽນໄຊ, ຫຼຽນກາ, ນາມມະຍົດອັນສູງສົ່ງອື່ນໆອີກຈາກພັກ, ລັດ.

ພາຍຫຼັງເຈັບເປັນມາໄດ້ໄລຍະໜຶ່ງ, ເຖິງວ່າ ພັກ, ລັດ, ໝູ່ຄະນະບັນດາສາດສະດາຈານ, ທ່ານໝໍໄດ້ປິ່ນປົວ, ຄອບຄົວເບິ່ງແຍງດູແລ, ແຕ່ຍ້ອນມີອາຍຸສູງ, ເປັນພະຍາດໜັກ, ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ເຖິງແກ່ມໍລະນະກຳໃນເວລາ 22 ໂມງ 51 ນາທີ, ວັນທີ 20 ພຶດສະພາ 2025 (ວັນທີ 23 ເດືອນ 4 ປີມະເສັງ, ໄລ່ຕາມຈັນທະປະຕິທິນ), ຢູ່ເຮືອນພັກສ່ວນຕົວ, ລວມອາຍຸໄດ້ 88 ປີ.

ເພື່ອສະແດງຄວາມເສົ້າສະຫຼົດໃຈ ແລະອາໄລຫາທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດແຫ່ງ ສສ.ຫວຽດນາມ, ປະທານປະເທດແຫ່ງ ສສ.ຫວຽດນາມ, ລັດຖະບານແຫ່ງ ສສ.ຫວຽດນາມ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ຕົກລົງຈັດພິທີງານສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ດ້ວຍພິທີໄວ້ອາໄລລະດັບຊາດ.

ພິທີເຂົ້າຂ່ຳນັບສົບ, ວາງພວງມາລາ, ພິທີກ່າວໄວ້ອາໄລ, ພິທີປົງສົບ

ພິທີຂ່ຳນັບສົບ, ວາງພວງມາລາໄດ້ຈັດຂຶ້ນຢູ່ຫໍງານສົບລະດັບຊາດ, ເລກທີ 5 ຖະໜົນ ເຈິ່ນແທັງຕົງ, ນະຄອນ ຮ່າໂນ້ຍ, ເລີ່ມແຕ່ເວລາ 7 ໂມງ 00 ນາທີ, ວັນທີ 24 ພຶດສະພາ 2025 ຮອດເວລາ 7 ໂມງ 00 ນາທີ ວັນທີ 25 ພຶດສະພາ 2025.

ພິທີກ່າວໄວ້ອາໄລທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ຈັດຂຶ້ນຢ່າງສົມກຽດໃນເວລາ 7 ໂມງ 00 ນາທີ, ວັນທີ 25 ພຶດສະພາ 2025, ຢູ່ຫໍງານສົບລະດັບຊາດ, ເລກທີ 5 ຖະໜົນ ເຈິ່ນແທັງຕົງ, ນະຄອນ ຮ່າໂນ້ຍ. ພິທີປົງສົບຈັດຂຶ້ນໃນເວລາ 15 ໂມງ 00 ນາທີໃນວັນດຽວກັນຢູ່ສຸສານບ້ານເກີດເມືອງນອນ, ຕາແສງ ໂຟແຄງ, ເທດສະບານເມືອງ ດຶກໂຟ, ແຂວງ ກວາງງ້າຍ.

ໃນ 2 ວັນ (24-25 ພຶດສະພາ) ຈັດງານສົບລະດັບຊາດ, ບັນດາອົງການ, ສຳນັກງານ, ເຂດສາທາລະນະ ເອົາທຸງລົງເຄິ່ງເສົາ, ງົດກິດຈະກໍາມ່ວນຊື່ນທຸກຮູບແບບ.

ຄະນະຈັດພິທີງານສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ລວມມີສະມາຊິກ 25 ທ່ານ, ໂດຍທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ເປັນຫົວໜ້າຄະນະ.

ແຫຼ່ງຄັດຈາກ: vovworld.vn