ນັກຂ່າວ: ຂໍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ໃຫ້ຮູ້ຄວາມໝາຍ ແລະໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມທາງລັດຖະກິດ ສ. ກາຊັກສະຖານ, ສ. ອາແຊກໄບຊານ, ການເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະສົງຄາມປ້ອງກັນປິຕຸພູມ, ການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ, ການຢ້ຽມຢາມທາງລັດຖະກິດ ສ. ເບລາຣຸດ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ?

ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ: ໂດຍໄດ້ຮັບຄຳເຊີນຂອງທ່ານ Kassym-Jomart Tokaev ປະທານາທິບໍດີ ກາຊັກສະຖານ, ທ່ານ Inham Aliyev ປະທານາທິບໍດີ ອາແຊກໄບຊານ, ທ່ານ Vladimir Putin ປະທານາທິບໍດີລັດເຊຍ ແລະທ່ານ Aleksandr Lukashenko ປະທານາທິບໍດີ ເບລາຣຸດ, ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີການຢ້ຽມຢາມ ສ. ກາຊັກສະຖານ, ສ. ອາແຊກໄບຊານ, ສະຫະພັນລັດເຊຍ ແລະ ສ. ເບລາຣຸດ ໃນລະຫວ່າງວັນທີ 5-12 ພຶດສະພາ ປະສົບຜົນສຳເລັດຢ່າງຈົບງາມ.

ດ້ວຍການເຄື່ອນໄຫວທີ່ຫຼາກຫຼາຍກວ່າ 80 ລາຍການໃນ 8 ວັນຢູ່ 4 ປະເທດ, ທ່ານ ໂຕເລິມ  ໄດ້ມີການພົບປະເຈລະຈາກັບການນຳຂັ້ນສູງຂອງບັນດາປະເທດ, ພົບປະ ແລະແລກປ່ຽນກັບບັນດາພັກການເມືອງ, ຂະແໜງການ, ວິສາຫະກິດ, ຢ້ຽມຢາມບາງພື້ນຖານເສດຖະກິດ, ວັດທະນະທຳ, ພົບປະກັບປະຊາຄົມຊາວຫວຽດນາມ ຢູ່ 4 ປະເທດດັ່ງກ່າວ.

ການນຳບັນດາຄະນະ, ກະຊວງ, ຂະແໜງການ ແລະທ້ອງຖິ່ນທີ່ເຂົ້າຮ່ວມຄະນະຜູ້ແທນກໍ່ໄດ້ມີການພົບປະ ແລະແລກປ່ຽນກັບບັນດາຄູ່ຮ່ວມມືໃນຫຼາຍຂົງເຂດ. ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງເມື່ອການນຳ, ເຈົ້າໜ້າທີ່ຂອງ 4 ປະເທດລ້ວນແຕ່ຕີລາຄາສູງບັນດາໝາກຜົນແຫ່ງການພັດທະນາຢ່າງແຂງແຮງໃນທຸກດ້ານຂອງຫວຽດນາມ ໃນປະຈຸບັນພາຍໃຕ້ການນຳພາຂອງພັກກອມມູນິດ ແລະທ່ານ ໂຕເລິມ ເລຂາທິການໃຫຍ່ ແລະບາດກ້າວໃນການປະຕິຮູບ, ຫັນປ່ຽນຢ່າງແຂງແຮງ, ມີລັກສະນະບຸກທະລຸເພື່ອເຂົ້າສູ່ສັງກາດບືນຕົວຂຶ້ນຂອງຊາດຫວຽດນາມ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Vladimir Putin ປະທານາທິບໍດີລັດເຊຍ ທີ່ການພົບປະຢູ່ມົດສະກູ. ພາບ: ຫງວຽນຮົ່ງ

ການປະຕິບັດງານໄດ້ປະກອບສ່ວນຜັນຂະຫຍາຍແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ; ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ; ຫວຽດນາມ ແມ່ນເພື່ອນມິດ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນຂອງກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XIII ຂອງພັກ. ພວກເຮົາໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດກັບ ສ. ກາຊັກສະຖານ, ສ. ອາແຊກໄບຊານ ແລະ ສ. ເບລາຣຸດ, ເຮັດໃຫ້ຈຳນວນປະເທດທີ່ມີການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ເພີ່ມຂຶ້ນເປັນ 37 ປະເທດ; ພ້ອມທັງສືບຕໍ່ນໍາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍໃຫ້ເລິກເຊິ່ງ, ຜ່ານນັ້ນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກວ້າງທິດຜັນຂະຫຍາຍໃໝ່ໃຫ້ບັນດາຂົງເຂດຮ່ວມມືທີ່ເໝາະສົມກັບລະດັບຂອງການພົວພັນໃນສັງກາດພັດທະນາໃໝ່.

ບັນດາການພົບປະສຳຄັນລະຫວ່າງທ່ານ ໂຕເລິມ ກັບບັນດາການນຳຂັ້ນສູງຂອງ 4 ປະເທດດັ່ງກ່າວລ້ວນແຕ່ໄດ້ຮັບໝາກຜົນອັນດີງາມ, ກໍານົດການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ກັັບ 4 ປະເທດໃນໄລຍະຈະມາເຖິງ, ສ້າງພະລັງແຮງໃໝ່ບໍ່ພຽງແຕ່ໃນຂອບເຂດການຮ່ວມມືທີ່ເປັນມູນເຊື້ອເທົ່ານັ້ນ ຫາກຍັງໃນບັນດາຂົງເຂດໃໝ່, ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ, ເໝາະສົມກັບຂະໜາດການພົວພັນທີ່ໄດ້ຮັບການສ້າງຕັ້ງຂຶ້ນໃໝ່ອີກດ້ວຍ.

ໃນຂອບເຂດການປະຕິບັດງານ, ຫວຽດນາມ ແລະບັນດາປະເທດ ສ. ກາຊັກສະຖານ, ສ. ອາແຊກໄບຊານ, ສະຫະພັນລັດເຊຍ ແລະ ສ. ເບລາຣຸດ ກໍ່ໄດ້ລົງນາມໃນສັນຍາຮ່ວມມື 60 ສະບັບລະຫວ່າງບັນດາກະຊວງ, ຂະແໜງການ ແລະວິສາຫະກິດໃນບັນດາຂົງເຂດ ຄື: ການທູດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຢີ, ພະລັງງານ, ການສຶກສາ-ກໍ່ສ້າງ, ການບິນ... ສ້າງກອບນິຕິກໍາສໍໍາຄັນເພື່ອໃຫ້ການພົວພັນລະຫວ່າງຫວຽດນາມ ແລະບັນດາປະເທດເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າ.

ນັກຂ່າວ: ໃນຂອບເຂດການຢ້ຽມຢາມ, ທ່ານ ໂຕເລິມ  ແລະການນຳຂັ້ນສູງຂອງບັນດາປະເທດບັນລຸໄດ້ໝາກຜົນສຳຄັນໃນຫຼາຍຂົງເຂດ, ເປັນພື້ນຖານອັນສຳຄັນເພື່ອນຳການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະບັນດາປະເທດຂຶ້ນສູ່ລະດັບສູງໃໝ່. ຂໍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ໃຫ້ຮູ້ບັນດາມາດຕະການລະອຽດໃດແດ່ທີ່ຫວຽດນາມ ຈະຫັນຜົນການຢ້ຽມຢາມໃຫ້ປະກົດຜົນເປັນຈິງ?

ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ: ບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມຂອງທ່ານ ໂຕເລິມ  ແມ່ນອຸດົມສົມບູນທີ່ສຸດ, ພົ້ນເດັ່ນ, ລະອຽດ, ມີຄວາມໝາຍອັນໃຫຍ່ຫຼວງ ແລະຍາວນານ. ບັນດາໝາກຜົນດັ່ງກ່າວໄດ້ປະກອບສ່ວນສ້າງພື້ນຖານອັນໜັກແໜ້ນ, ກໍາລັງໜູນທີ່ແຂງແຮງ, ກໍານົດທິດຢ່າງຈະແຈ້ງເພື່ອໃຫ້ຫວຽດນາມ ແລະບັນດາປະເທດຫັນບັນດາເປົ້າໝາຍທີ່ໄດ້ວາງອອກໃຫ້ປະກົດຜົນເປັນຈິງ, ເໝາະສົມກັບຂະໜາດຂອງການພົວພັນໃໝ່.

ເພື່ອຜັນຂະຫຍາຍບັນດາໝາກຜົນສຳຄັນທີ່ບັນລຸໄດ້ໃນການຢ້ຽມຢາມ, ໃນໄລຍະຈະມາເຖິງ, ບັນດາຄະນະເຮັດວຽກຂອງຫວຽດນາມ ແລະບັນດາຄູ່ຮ່ວມມືຈະສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດຕາມເນື້ອໃນຂອງຖະແຫຼງການຮ່ວມ, ສັນຍາຮ່ວມມື ແລະຄວາມຮັບຮູ້ລວມຂອງການນຳຂັ້ນສູງໃນນັ້ນໄດ້ສຸມໃສ່ບັນດາເນື້ອໃນສຳຄັນຄື:

ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນຢ່າງເປັນປົກກະຕິ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງບັນດາພັກການເມືອງ ແລະເພີ່ມທະວີການສົມທົບກັນຢ່າງມີປະສິດທິຜົນລະຫວ່າງລັດຖະບານ ແລະລັດຖະສະພາຂອງບັນດາປະເທດ, ພ້ອມກັນນັ້ນກໍ່ຍົກສູງບົດບາດຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ ກັບບັນດາຄູ່ຮ່ວມມື. ຜ່ານນັ້ນ, ຫວຽດນາມ ແລະບັນດາປະເທດຈະຮັກສາປະສິດທິຜົນ, ທ່າພັດທະນາຂອງການພົວພັນສອງຝ່າຍ, ສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານເລິກເຊິ່ງຂຶ້ນຕື່ມ.

ເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ກັບບັນດາປະເທດໂດຍຜ່ານການເຄື່ອນໄຫວແລກປ່ຽນວັດທະນະທຳ, ການຄົ້ນຄ້ວາ, ການສຶກສາ-ບໍາລຸງສ້າງ, ການທ່ອງທ່ຽວ... ເພື່ອປັບປຸງພື້ນຖານມະນຸດສະທຳອັນໜັກແໜ້ນໃຫ້ແກ່ການພົວພັນລະຫວ່າງຫວຽດນາມ ແລະຄູ່ຮ່ວມມື. ພັກ, ລັດ ຈະສືບຕໍ່ເບິ່ງແຍງຊີວິດການເປັນຢູ່ຂອງປະຊາຄົມຊາວຫວຽດນາມ ຢູ່ບັນດາປະເທດ ແລະກົງກັນຂ້າມ, ໄດ້ສ້າງເງື່ອນໄຂໃຫ້ປະຊາຊົນຈາກປະເທດຕ່າງໆມາຮໍ່າຮຽນ, ເຮັດວຽກ ແລະມາທ່ອງທ່ຽວຢູ່ຫວຽດນາມ, ເພື່ອໃຫ້ຄົນລຸ້ນຫຼັງເຂົ້າໃຈ ແລະສືບຕໍ່ປະຕິບັດບົດບາດເປັນຂົວຕໍ່, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອປະຫວັດສາດລະຫວ່າງຫວຽດນາມ ແລະບັນດາປະເທດທີ່ມີມາແຕ່ດົນນານ.

ຮັກສາການສົມທົບ, ຮ່ວມມື ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ກົນໄກ ແລະເວທີປາໄສຫຼາຍຝ່າຍ, ພິເສດແມ່ນສະຫະປະຊາຊາດ. ດ້ວຍພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄວາມໄວ້ເນື້ອເຊື່ອໃຈສູງ, ຫວຽດນາມ ຈະຕັ້ງໜ້າແລກປ່ຽນກັບບັນດາປະເທດກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຜ່ານນັ້ນຮ່ວມແຮງຮ່ວມໃຈກັນປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືໃນພາກພື້ນ ແລະໃນໂລກ. ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ໃຫ້ບັນດາປະເທດເພີ່ມທະວີການຮ່ວມມືກັບອາຊຽນ ແລະພາກພື້ນອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງຫວັງວ່າບັນດາຄູ່ຮ່ວມມືຈະເປັນຂົວຕໍ່ຊ່ວຍໃຫ້ ຫວຽດນາມ ເພີ່ມທະວີການຮ່ວມມື, ເຊື່ອມຕໍ່ກັບພາກພື້ນອື່ນ.

ບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມຈະແມ່ນພື້ນຖານທີ່ສຳຄັນ, ເປັນກຳລັງໜູນ ແລະເປັນແຮງບັນດານໃຈເພື່ອໃຫ້ຫວຽດນາມ ແລະບັນດາປະເທດສືບຕໍ່ສືບທອດ, ເສີມຂະຫຍາຍ ແລະຍົກລະດັບການພົວພັນມິດຕະພາບທີ່ເປັນມູນເຊື້ອ, ປະກອບສ່ວນເຂົ້າໃນການພັດທະນາຂອງແຕ່ລະປະເທດ, ເພື່ອຜົນປະໂຫຍດຂອງປະຊາຊົນ, ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍຂອບໃຈທ່ານ!

ໂດຍ: ຈາງຫງວຽນ