ເນື່ອງໃນໂອກາດນີ້, ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ບາງກອກ ໄດ້ສຳພາດທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ, ທ່າແຮງໃນການພົວພັນລະຫວ່າງສອງປະເທດ ແລະວິທີຊຸກຍູ້ການພົວພັນສອງຝ່າຍ.
ນັກຂ່າວ: ຂໍທ່ານທູດໃຫ້ຮູ້ກ່ຽວກັບຄວາມໝາຍການຢ້ຽມຢາມຫວຽດນາມ ຂອງທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງ ລາຊະອານາຈັກໄທ ຕໍ່ການພົວພັນ ຫວຽດນາມ-ໄທ ໃນໄລຍະປະຈຸບັນ?
ທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ: ນີ້ແມ່ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາງນາຍົກລັດຖະມົນຕີໄທ ພາຍຫຼັງ 11 ປີ ນັບແຕ່ການຢ້ຽມຢາມຂອງທ່ານ Prayut Chan-o-cha ນາຍົກລັດຖະມົນຕີໄທ ເມື່ອປີ 2014, ເຊິ່ງດໍາເນີນໃນຈຸດເວລາທີ່ສອງປະເທດມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1976-2026), ເປັນຂີດໝາຍອັນສໍາຄັນໃນປະຫວັດສາດແຫ່ງການພົວພັນທາງການທູດລະຫວ່າງສອງປະເທດ. ໃນສະພາບທີ່ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງ ຫວຽດນາມ-ໄທ ສືບຕໍ່ພັດທະນາອັນດີງາມ, ຮອບດ້ານ ແລະນັບມື້ນັບເຂົ້າສູ່ລວງເລິກໃນທຸກຂົງເຂດ, ການຢ້ຽມຢາມຈະແມ່ນໂອກາດສຳຄັນເພື່ອໃຫ້ສອງຝ່າຍນໍາການພົວພັນນັ້ນສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່, ແທດຈິງ ແລະມີປະສິດທິຜົນ.
ນັກຂ່າວ: ຂໍທ່ານທູດໃຫ້ຮູ້ບັນຫາໃດແດ່ ຈະແມ່ນເນື້ອໃນຈຸດສຸມໃນການຢ້ຽມຢາມຂອງທ່ານນາງ ແພທອງທານ ຊິນນະວັດ?
ທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ: ໃນຂອບເຂດການຢ້ຽມຢາມ, ສອງຝ່າຍຈະດຳເນີນການປະຊຸມຄະນະລັດຖະບານຮ່ວມ ຄັ້ງທີ 4, ກົນໄກມີຊື່ເອີ້ນພິເສດທີ່ສຸດ ເຊິ່ງສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນຢ່າງສູງ ແລະຄວາມຕັດສິນໃຈລວມແນໃສ່ພັດທະນາການພົວພັນລະຫວ່າງສອງຝ່າຍ.
    |
 |
|
ທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ (ເບື້ອງຂວາ) ຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ໄທ. ພາບ: ສໍານັກຂ່າວສານຫວຽດນາມ |
ໂດຍພາຍໃຕ້ການເປັນປະທານຮ່ວມ ແລະການຊີ້ນຳໂດຍກົງຂອງນາຍົກລັດຖະມົນຕີສອງທ່ານ, ສອງຝ່າຍຈະທົບທວນຄືນ, ແກ້ໄຂບັນຫາທີ່ພວມວາງອອກ ແລະກຳນົດທິດທາງການຮ່ວມມືໃນທຸກຂົງເຂດ. ທາງດ້ານການເມືອງ-ການຕ່າງປະເທດ, ສອງຝ່າຍຈະສຸມໃສ່ແລກປ່ຽນບັນດາມາດຕະການສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ແລກປ່ຽນຄະນະຜູ້ແທນ ແລະການຮ່ວມມືລະຫວ່າງທຸກຊ່ອງທາງພັກ, ລັດຖະບານ, ສະພາແຫ່ງຊາດ ແລະທ້ອງຖິ່ນ, ສົມທົບກັນຢ່າງແໜ້ນແຟ້ນ ຢູ່ເວທີປາໄສພາກພື້ນ ແລະສາກົນ, ພິເສດແມ່ນໃນຂອບເຂດອາຊຽນ ແລະບັນດາກົນໄກອະນຸພາກພື້ນແມ່ນໍ້າຂອງ. ທາງດ້ານເສດຖະກິດ-ການຄ້າ-ການລົງທຶນ, ສອງຝ່າຍຈະພ້ອມກັນກວດກາຄືນຄວາມຄືບໜ້າໃນການຜັນຂະຫຍາຍແຜນການ, ຂໍ້ລິເລີ່ມໃນຂົງເຂດນີ້, ໃນນັ້ນມີຂໍ້ລິເລີ່ມ “ສາມເຊື່ອມຕໍ່”, ພ້ອມທັງຊຸກຍູ້ມາດຕະການເປີດກວ້າງການຮ່ວມມື, ມຸ່ງໄປເຖິງເປົ້າໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງລະດັບ 25 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງຕາມທິດດຸນດ່ຽງ ແລະຍືນຍົງ; ດຶງດູດການລົງທຶນຈາກໄທ ເຂົ້າຂົງເຂດບຸລິມະສິດຂອງຫວຽດນາມ. ທາງດ້ານວັດທະນະທຳ, ການສຶກສາ ແລະການພົບປະແລກປ່ຽນປະຊາຊົນ, ສອງຝ່າຍຈະປຶກສາຫາລືມາດຕະການເຊື່ອມຕໍ່ລະຫວ່າງທ້ອງຖິ່ນຕ່າງໆ, ກໍຄືເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ການທ່ອງທ່ຽວ, ສ້າງພື້ນຖານສັງຄົມແບບຍືນຍົງໃຫ້ການພົວພັນມິດຕະພາບລະຫວ່າງສອງປະເທດ.
ນັກຂ່າວ: ຄຽງຄູ່ກັບບັນຫາທີ່ທ່ານກ່າວມານັ້ນ, ຕາມທ່ານທູດແລ້ວ, ໃນໄລຍະຈະມາເຖິງ ມີຂົງເຂດໃໝ່ໃດຕື່ມອີກທີ່ສອງປະເທດມີຄວາມສາມາດບົ່ມຊ້ອນຮ່ວມມືອັນໃຫຍ່ຫຼວງ?
ທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ: ຄຽງຂ້າງຂົງເຂດຮ່ວມມືທີ່ເປັນມູນເຊື້ອທີ່ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ໃນໄລຍະຈະມາເຖິງ, ຫວຽດນາມ ແລະໄທ ມີຄວາມສາມາດບົ່ມຊ້ອນຫຼາຍເພື່ອເປີດກວ້າງການຮ່ວມມືໃນບາງຂົງເຂດໃໝ່, ສອດຄ່ອງກັບທ່າອ່ຽງພັດທະນາໃນປະຈຸບັນ ແລະຍຸດທະສາດພັດທະນາຂອງແຕ່ລະປະເທດ ຄື: ການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ; ພະລັງງານທົດແທນ ແລະການເຕີບໂຕສີຂຽວ…
ນັກຂ່າວ: ທ່ານທູດຕັ້ງຄວາມຫວັງຫຍັງແດ່ ຕໍ່ຜົນການຢ້ຽມຢາມຂອງທ່ານນາງນາຍົກລັດຖະມົນຕີໄທ ໃນຄັ້ງນີ້?
ທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ: ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງນີ້ຂອງທ່ານນາງ ແພທອງທານ ຊິນນະວັດ ຈະເປັນຂີດໝາຍສຳຄັນ, ປະກອບສ່ວນນໍາການພົວພັນ ຫວຽດນາມ-ໄທ ຂຶ້ນສູ່ລະດັບສູງໃໝ່, ຊ່ວຍປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງການນຳຂັ້ນສູງສອງປະເທດ, ແມ່ນໂອກາດເພື່ອໃຫ້ສອງຝ່າຍກວດກາຄືນທຸກຂົງເຂດຮ່ວມມືຢ່າງຮອບດ້ານ, ແກ້ໄຂສິ່ງຄົງຄ້າງ, ເຫັນດີເປັນເອກະພາບຕໍ່ທິດທາງໃຫຍ່ ແລະມາດຕະການລະອຽດ, ສ້າງພະລັງແຮງໃໝ່ໃຫ້ການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ. ຄາດວ່າສອງຝ່າຍຈະລົງນາມໃນເອກະສານຮ່ວມມືສະບັບຕ່າງໆ, ສິ່ງດັ່ງກ່າວໄດ້ສ້າງພື້ນຖານໃໝ່ໃຫ້ແກ່ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ວິສາຫະກິດ, ອົງການຈັດຕັ້ງສັງຄົມ ກໍຄືເພີ່ມທະວີການເຊື່ອມຕໍ່ລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນປັບປຸງນໍ້າໃຈມິດຕະພາບ ແລະເຮັດໃຫ້ການພົວພັນຮ່ວມມືໃນທຸກຂົງເຂດເລິກເຊິ່ງຂຶ້ນຕື່ມ.
ນັກຂ່າວ: ຂໍຂອບໃຈທ່ານທູດ!
ໂດຍ: ທູຈາງ