ວັນທີ 22 ພຶດສະພາ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ລັດເຊຍ ຍັງບໍ່ທັນເຫັນດີຈັດການເຈລະຈາກັບຢູແກຼນ ຢູ່ ວາຕີກັງ. ຖະແຫຼງການໄດ້ຍົກອອກມາພາຍຫຼັງທີ່ໜັງສືພິມ Wall Street Journal ຂອງ ອາເມລິກາ ໃຫ້ຂ່າວກ່ຽວກັບການເຈລະຈາລະຫວ່າງ ລັດເຊຍ ແລະຢູແກຼນ ອາດຈະໄດ້ຈັດຂຶ້ນຢູ່ ວາຕີກັງ ໃນເດືອນ ມິຖຸນາ ຈະມາເຖິງ.

ທ່ານ Dmitry Peskov ກໍປະຕິເສດຖະແຫຼງການຂອງທ່ານປະທານາທິບໍດີ ແຟງລັງ Alexander Stubb ຖືວ່າ “ບັນດາການເຈລະຈາດ້ານເຕັກນິກ” ອາດຈະດຳເນີນຢູ່ວາຕີກັງ ໃນອາທິດໜ້າ; ໂດຍໃຫ້ຮູ້ວ່າ ຍັງບໍ່ທັນມີຂໍ້ຕົກລົງລະອຽດໃດກ່ຽວກັບການພົບປະຄັ້ງຕໍ່ໄປ.

ໃນການຜັນແປອື່ນທີ່ກ່ຽວຂ້ອງ, ວັນທີ 22 ພຶດສະພາ, ໃນສື່ສັງຄົມອອນໄລ Telegram, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ແຈ້ງໃຫ້ຊາບວ່າ ທ່ານໄດ້ເປັນປະທານກອງປະຊຸມກະກຽມໃຫ້ແກ່ການແລກປ່ຽນຊະເລີຍເສິກກັບ ລັດເຊຍ ເຊິ່ງເປັນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງ Kiev.

ແຫຼ່ງຄັດຈາກ: vovworld.vn