ສັນຍາລັກແຫ່ງຄວາມສາມັກຄີ ແລະມິດຕະພາບສາກົນ
ການຢ້ຽມຢາມຂອງທ່ານ ໂຕເລິມ ໄດ້ດຳເນີນໄປໃນຈຸດເວລາປະຫວັດສາດ, ມີລັກສະນະສັນຍາລັກ ແລະມີຄວາມໝາຍສຳຄັນທີ່ສຸດ, ປັບປຸງການພົວພັນທີ່ສະໜິດຕິດພັນລະຫວ່າງສອງປະເທດ, ຢືນຢັນຄຸນຄ່າທີ່ຍືນຍົງຂອງໄລຍະທາງ 75 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ. ສະຫະພັນລັດເຊຍ ສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ກົງກັບໂອກາດທີ່ຫວຽດນາມ ຫາກໍ່ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.
ໃນການພົບປະຄັ້ງຕ່າງໆກັບການນຳຂອງສະຫະພັນລັດເຊຍ, ທ່ານ ໂຕເລິມ ລ້ວນແຕ່ຢືນຢັນວ່າຄຸນຄ່າຂອງວັນໄຊຊະນະວັນທີ 9 ພຶດສະພາ ປີ 1945 ໄດ້ສິ້ນສຸດລົງໜຶ່ງໃນບັນດາໄລຍະມືດມົວທີ່ສຸດໃນປະຫວັດສາດມວນມະນຸດ, ເປີດສັງກາດໃໝ່ຂອງສັນຕິພາບ, ປົດປ່ອຍ, ກໍ່ສ້າງ ແລະພັດທະນາ. ໄຊຊະນະດັ່ງກ່າວໄດ້ສ້າງຄວາມເຊື່ອໝັ້ນ, ມານະຈິດ ແລະແຮງບັນດານໃຈໃຫ້ບັນດາປະຊາຊາດທີ່ເປັນຫົວເມືອງຂຶ້ນ, ໃນນັ້ນມີ ຫວຽດນາມ ລຸກຮືຂຶ້ນຕໍ່ສູ້ຍາດເອົາເອກະລາດ, ຫຼຸດພົ້ນອອກຈາກແອກປົກຄອງຂອງລ່າເມືອງຂຶ້ນ, ຈັກກະພັດ, ຟື້ນຟູສັນຕິພາບ, ທ້ອນໂຮມປະເທດຊາດເປັນເອກະພາບ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພົບປະເຈລະຈາກັບທ່ານ Vladimir Putin ປະທານາທິບໍດີລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສະຫະພັນລັດເຊຍ ແລ້ວ, ອາລົມຈິດຄວາມຮັກແພງທີ່ພິເສດລະຫວ່າງປະຊາຊົນຫວຽດນາມ ແລະປະຊາຊົນສະຫະພາບໂຊວຽດ (ໃນເມື່ອກ່ອນ) ແລະສະຫະພັນລັດເຊຍ (ໃນປະຈຸບັນ) ເປັນສັນຍາລັກທີ່ໃສແຈ້ງແວວວາວໃຫ້ແກ່ຄວາມສາມັກຄີ ແລະມິດຕະພາບສາກົນ. ປະຊາຊົນສອງປະເທດໄດ້ແບ່ງປັນບັນດາຄຸນຄ່າປະຫວັດສາດທີ່ສະໜິດຕິດພັນນຳກັນ.
ທ່ານ Vyacheslav Viktorovich Volodin ປະທານດູມາແຫ່ງຊາດ ສະຫະພັນລັດເຊຍ ຢືນຢັນວ່າ ນໍ້າໃຈມິດຕະພາບ ແລະນໍ້າໃຈເພື່ອນມິດຍາມໃດກໍ່ຖືກທົດສອບໃນໄລຍະທີ່ຫຍຸ້ງຍາກ. ປະຊາຊົນສອງປະເທດຍາມໃດກໍ່ສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ. ການພົວພັນນັ້ນບໍ່ເຄີຍໄດ້ຮັບຜົນກະທົບຈາກໄລຍະສົງຄາມເຢັນ ຫຼືຄວາມບໍ່ເຂົ້າໃຈເຊິ່ງກັນ ແລະກັນຈັກເທື່ອ.
ຊາວລັດເຊຍ ຫຼາຍຄົນ ນັບມື້ນັບມີຄວາມສົນໃຈຕໍ່ຫວຽດນາມ, ໃນຂະນະທີ່ຊາວຫວຽດນາມຫຼາຍຄົນ ມີອາລົມຈິດຄວາມຮັກແພງພິເສດກັບປະເທດລັດເຊຍ, ຮັກໃນວັດທະນະທຳລັດເຊຍ. ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ນໍ້າໃຈມິດຕະພາບ ແລະຄວາມສາມັກຄີລະຫວ່າງສອງຊາດສືບຕໍ່ໄດ້ຮັບການສືບທອດ ແລະເສີມຂະຫຍາຍໃຫ້ລຸ້ນໜຸ່ມ.
ສິ່ງດັ່ງກ່າວສາມາດຮູ້ສຶກໄດ້ໃນການພົບປະຂອງທ່ານ ໂຕເລິມ ຢູ່ສະຖາບັນການປົກຄອງລັດ ແລະເສດຖະກິດຂອງຊາດ ຂຶ້ນກັບປະທານາທິບໍດີ ສະຫະພັນລັດເຊຍ (RANEPA). ມີ 1.500 ກວ່າຄົນເຂົ້າຮ່ວມ ແລະຮັບຟັງທ່ານ ໂຕເລິມ ກ່າວຄຳເຫັນ. ສຽງຕົບມືດັງຂຶ້ນເມື່ອທ່ານ ໂຕເລິມ ຢືນຢັນວ່າ: ໃນໂລກນີ້, ມີບໍ່ພໍເທົ່າໃດປະເທດຮັກສາຄວາມຮັກແພງທີ່ຊື່ສັດ, ເລິກເຊິ່ງໄວ້ໃນໃຈຂອງຄົນຫວຽດນາມ ຫຼາຍຊົ່ວອາຍຸຄົນ ເຊັ່ນ ສະຫະພາບໂຊວຽດ ໃນເມື່ອກ່ອນ ແລະສະຫະພັນລັດເຊຍ ໃນປະຈຸບັນຕະຫຼອດມາ.
ພ້ອມກັນກໍາແໜ້ນກາລະໂອກາດຂອງປະຈຸບັນ ແລະອະນາຄົດ
ເຖິງວ່າຫຍຸ້ງວຽກໃນການກະກຽມຈັດຕັ້ງພິທີສະເຫຼີມສະຫຼອງວັນໄຊຊະນະຢ່າງສົມກຽດກໍ່ຕາມ, ແຕ່ການນຳຂອງສະຫະພັນລັດເຊຍ ຍັງໄດ້ຍາດເວລາຕ້ອນຮັບທ່ານ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢ່າງສົມກຽດ ແລະອົບອຸ່ນ.
ໃນພິທີຕ້ອນຮັບຄະນະ, ທ່ານ Vladimir Putin ຢືນຢັນວ່າ ການຢ້ຽມຢາມມີຄວາມໝາຍທີ່ສຸດ ແລະສະແດງຄວາມຂອບໃຈທ່ານ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ທີ່ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ແລະກອງທັບປະຊາຊົນຫວຽດນາມ ກໍ່ໄດ້ສົ່ງກຳລັງເຂົ້າຮ່ວມການສວນສະໜາມຢູ່ຈັດຕຸລັດແດງ.
ໃນການພົບປະເຈລະຈາ, ທ່ານ ໂຕເລິມ ແລະທ່ານ Vladimir Putin ລ້ວນແຕ່ຕີລາຄາສູງຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສະຫະພັນລັດເຊຍ ໃນຫຼາຍຂົງເຂດ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ພະລັງງານ, ການສຶກສາ-ບໍາລຸງສ້າງ ແລະວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກໍາ.
ເພື່ອເນັ້ນໜັກເຖິງຄວາມໝາຍອັນໃຫຍ່ຫຼວງຂອງການຢ້ຽມຢາມຄັ້ງນີ້, ການນຳສອງທ່ານໄດ້ເປັນເອກະພາບນຳກັນວ່າ ຄວນມີບັນດາໂຄງການລະອຽດ, ມີລັກສະນະເປັນສັນຍາລັກໃຫ້ແກ່ການພົວພັນມິດຕະພາບ ຫວຽດນາມ-ລັດເຊຍ ໃນສັງກາດໃໝ່. ການນຳສອງທ່ານໄດ້ເຫັນດີເປັນເອກະພາບອອກຖະແຫຼງການຮ່ວມກ່ຽວກັບການກຳນົດທິດໃຫຍ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະການຮ່ວມມືໃໝ່.
ເນື່ອງໃນໂອກາດນີ້, ລັດຖະບານ ແລະບັນດາອົງການສອງປະເທດໄດ້ລົງນາມໃນຫຼາຍເອກະສານ, ຂໍ້ຕົກລົງຮ່ວມມື, ປັບປຸງພື້ນຖານນິຕິກຳຊຸກຍູ້ການພົວພັນສອງຝ່າຍໃນຂົງເຂດການທູດ, ປ້ອງກັນຊາດ, ສຳຫຼວດ, ຂຸດຄົ້ນນໍ້າມັນອາຍແກັດ, ສາທາລະນະສຸກ, ສຶກສາ ແລະບຳລຸງສ້າງ, ວັດທະນະທຳ ແລະການບິນ...
ສ່ວນທ່ານ Gennady Stepanovich Bezdetko ເອກອັກຄະລັດຖະທູດ ສະຫະພັນລັດເຊຍ ປະຈຳ ຫວຽດນາມ ກໍ່ໃຫ້ຮູ້ວ່າ ລັດເຊຍ ເອົາໃຈໃສ່ບຸລິມະສິດຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບອາຊຽນ, ໃນນັ້ນ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກປັບປຸງການພົວພັນມິດຕະພາບກັບຫວຽດນາມ, ໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງລັດເຊຍ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ໃນສະພາບການປີ 2026 ແມ່ນປີຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຢີ ແລະນະວັດຕະກຳລະຫວ່າງຫວຽດນາມ-ສະຫະພັນລັດເຊຍ, ສອງປະເທດຄວນຜັນຂະຫຍາຍໂຄງການຮ່ວມມືຄົ້ນຄວ້າໃນຂົງເຂດບຸລິມະສິດຢ່າງມີປະສິດທິຜົນ. ພິເສດແມ່ນຖືເປັນສໍາຄັນຕໍ່ການເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານປະລະມານູ, ເປັນຕົ້ນແມ່ນການຜັນຂະຍາຍໂຄງການກໍ່ສ້າງສູນຄົ້ນຄວ້າວິທະຍາສາດເຕັກໂນໂລຢີນິວເຄຼຍຢູ່ ຫວຽດນາມ ຢ່າງມີປະສິດທິຜົນ. ການກໍ່ສ້າງໂຮງໄຟຟ້ານິວເຄຼຍແມ່ນບຸລິມະສິດສູງຂອງຫວຽດນາມ ໃນປະຈຸບັນ.
ຕາມທ່ານ ດັ້ງມິງຄອຍ ແລ້ວ, ແງ່ຫວັງການຮ່ວມມືລະຫວ່າງສອງປະເທດແມ່ນໃຫຍ່ຫຼວງທີ່ສຸດ. ສິ່ງສຳຄັນແມ່ນບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດຄວນຍາດແຍ່ງກາລະໂອກາດ, ປະຕິບັດບັນດາຂໍ້ຕົກລົງຂັ້ນສູງເພື່ອຊຸກຍູ້ການຮ່ວມມືໃຫ້ເປັນຢ່າງດີ. ຄຽງຄູ່ກັບບັນດາເສົາຄໍ້າຕົ້ນຕໍໃນການຮ່ວມມືສອງຝ່າຍແມ່ນຂົງເຂດຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ນໍ້າມັນອາຍແກັດ, ສອງປະເທດຄອງຄອຍຄວາມຫວັງເປີດກວ້າງຂົງເຂດການຮ່ວມມືໃໝ່, ຊອກຫາກຳລັງໜູນໃໝ່ເພື່ອຊຸກຍູ້ການພົວພັນ, ກ່ອນອື່ນໝົດແມ່ນໃນຂົງເຂດຮ່ວມມືວິທະຍາສາດ-ເຕັກໂນໂລຢີ.
ພ້ອມກັນເຄົາລົບ, ເຊີດຊູບັນດາຜົນງານໃນປະຫວັດສາດຕົ້ນຕໍແມ່ນການກໍານົດທິດສຳຄັນເພື່ອໃຫ້ຫວຽດນາມ ແລະສະຫະພັນລັດເຊຍ ກໍາແໜ້ນກາລະໂອກາດຂອງປະຈຸບັນ ແລະພ້ອມກັນມຸ່ງໄປເຖິງອະນາຄົດອັນສົດໃສຂອງສອງຊາດ.
ໂດຍ: ເຈິ່ນຮວ່ຽນ