ໃນຊຸມປີຜ່ານມາ, ການພົວພັນຫວຽດນາມ-ຍີ່ປຸ່ນ ສືບຕໍ່ພັດທະນາຢ່າງກ້າວກະໂດດຂັ້ນ ແລະຮອບດ້ານໃນທຸກຂົງເຂດ, ໃນນັ້ນມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການເພີ່ມທະວີ, ການພົບປະແລກປ່ຽນຂັ້ນສູງ ແລະທຸກຂັ້ນ ກໍ່ໄດ້ຮັບການຍູ້ແຮງຜ່ານບັນດາຊ່ອງທາງພັກ, ລັດ ແລະສະພາແຫ່ງຊາດ. ຜ່ານການຮັກສາການຢ້ຽມຢາມ ແລະການພົບປະຢູ່ເວທີປາໄສສາກົນ ແລະພາກພື້ນ, ການນຳຂັ້ນສູງຂອງສອງປະເທດ ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຊຸກຍູ້ການພົວພັນດ້ານການເມືອງທີ່ດີງາມບົນພື້ນຖານອາລົມຈິດ, ຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈ, ແທດຈິງ ແລະມີປະສິດທິຜົນ.
ເລື່ອງຍົກລະດັບການພົວພັນ ຫວຽດນາມ-ຍີ່ປຸ່ນ ຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເປັນຂີດໝາຍສຳຄັນ, ສ້າງເງື່ອນໄຂເພື່ອໃຫ້ສອງປະເທດສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ການພົບປະແລກປ່ຽນລະຫວ່າງຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ ໄດ້ດຳເນີນໄປຢ່າງສະໜິດສະໜົມກວ່າ; ບັນດາກົນໄກຮ່ວມມືເຈລະຈາໄດ້ຮັບການຜັນຂະຫຍາຍຢ່າງແທດຈິງ, ມີປະສິດທິຜົນກວ່າ; ການຮ່ວມມືລະຫວ່າງທ້ອງຖິ່ນ, ວັດທະນະທຳ, ການເຊື່ອມຕໍ່ແຫຼ່ງຊັບພະຍາກອນມະນຸດ ແລະການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ ນັບມື້ນັບສະໜິດຕິດພັນກ່ວາ.
ໃນທ່າພັດທະນາຮອບດ້ານຂອງການພົວພັນ ຫວຽດນາມ-ຍີ່ປຸ່ນ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ ຖືວ່າແມ່ນຈຸດພົ້ນເດັ່ນ ແລະບັນລຸໄດ້ຜົນງານທີ່ເປັນໜ້າພາກພູມໃຈ. ປະຈຸບັນ, ຍີ່ປຸ່ນ ເປັນຄູ່ຮ່ວມມືເສດຖະກິດສຳຄັນແຖວໜ້າ, ແມ່ນປະເທດໜູນຊ່ວຍທຶນ ODA ແລະຄູ່ຮ່ວມມືດ້ານແຮງງານໃຫຍ່ທີ່ສຸດ, ນັກລົງທຶນໃຫຍ່ອັບດັບ 3, ຄູ່ຮ່ວມມືດ້ານການທ່ອງທ່ຽວ ແລະການຄ້າໃຫຍ່ອັນດັບ 4 ຂອງຫວຽດນາມ. ປີ 2024, ຍອດວົງເງິນສົ່ງອອກຂອງຫວຽດນາມ ກັບຍີ່ປຸ່ນ ບັນລຸ 46,2 ຕື້ USD, ເພີ່ມຂຶ້ນ 2,7% ເມື່ອທຽບໃສ່ປີ 2023, ໃນນັ້ນວົງເງິນສົ່ງອອກຂອງຫວຽດນາມ ບັນລຸ 24,6 ຕື້ USD. ໄລ່ຮອດທ້າຍເດືອນມີນາ ປີ 2025, ຍີ່ປຸ່ນ ມີ 5.557 ໂຄງການທີ່ຍັງມີຜົນສັກສິດ ຢູ່ຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນ 78,6 ຕື້ USD. ໃນ 3 ເດືອນຕົ້ນປີ 2025, ຍອດຈຳນວນທຶນຈົດທະບຽນຂອງຍີ່ປຸ່ນ ບັນລຸ 1,13 ຕື້ USD, ເພີ່ມຂຶ້ນ 20,6% ເມື່ອທຽບໃສ່ໄລຍະດຽວ ກັນຂອງປີກາຍດ້ວຍ 77 ໂຄງການຈົດທະບຽນໃໝ່, ຢືນອັນດັບທີ 3 ໃນຈໍານວນ 73 ປະເທດ ແລະເຂດແຄ້ວນທີ່ລົງທຶນເຂົ້າຫວຽດນາມ. ໃນຂະນະນັ້ນ, ຫວຽດນາມ ມີ 126 ໂຄງການລົງທຶນ ຢູ່ຍີ່ປຸ່ນ ທີ່ຍັງມີຜົນສັກສິດດ້ວຍຍອດຈຳນວນທຶນຈົດທະບຽນ 20,6 ລ້ານ USD.
    |
 |
ທ່ານ Ishiba Shigeru ນາຍົກລັດຖະມົນຕີຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ |
ພວກເຮົາມີຄວາມປິຕິຍິນດີເມື່ອເຫັນວ່າ, ຫວ່າງມໍ່ໆມານີ້, ການຮ່ວມມືລະຫວ່າງຫວຽດນາມ ກັບຍີ່ປຸ່ນ ໃນຂົງເຂດ, ຄື: ກະສິກຳ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ແຮງງານ, ການສຶກສາ, ການທ່ອງທ່ຽວ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະ ໃນຂົງເຂດໃໝ່ຄື: ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ປັນຍາປະດິດ (AI), ເຄິ່ງຊັກນໍາໄຟຟ້າ... ນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ ແລະມີຫຼາຍບາດກ້າວພັດທະນາຢ່າງລະອຽດ. ສອງປະເທດຍັງສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ຄື: ສະຫະປະຊາຊາດ, APEC, ອາຊຽນ...
ທ່ານ ຟ້າມມິງຈິ໊ງ ແລະ ບັນດາການນຳຂອງພັກ, ລັດຫວຽດນາມ ຕ້ອນຮັບທ່ານ Ishiba Shigeru ນາຍົກລັດຖະມົນຕີຍີ່ປຸ່ນ ມາຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນໃສ່ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືເປັນສຳຄັນການພັດທະນາການພົວພັນກັບບັນດາຄູ່ຮ່ວມມືໃນພາກພື້ນ, ໃນນັ້ນມີຍີ່ປຸ່ນ; ຖືຍີ່ປຸ່ນ ເປັນຄູ່ຮ່ວມມືທີ່ສຳຄັນແຖວໜ້າ. ການຢ້ຽມຢາມກໍ່ແມ່ນໂອກາດເພື່ອສືບຕໍ່ປັບປຸງ ແລະຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ, ຄື: ການເມືອງ - ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ - ບໍາລຸງສ້າງຊັບພະຍາກອນມະນຸດ, ກະສິກຳ, ການຮ່ວມມືລະຫວ່າງທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນ...; ພ້ອມທັງເພີ່ມທະວີການຮ່ວມມືລະອຽດ ແລະແທດຈິງໃນຂົງເຂດວິທະຍາສາດ-ເຕັກໂນໂລຢີໃໝ່ ແລະກ້າວໜ້າ.
ໄລຍະທາງກວ່າ 50 ປີ ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ (ວັນທີ 21 ກັນຍາ ປີ 1973) ໄດ້ພິສູດໃຫ້ເຫັນວ່າ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງແມ່ນໜຶ່ງໃນບັນດາຊັບສົມບັດສຳຄັນທີ່ສຸດ, ໄດ້ ແລະຈະສືບຕໍ່ຊ່ວຍໃຫ້ການພົວພັນຫວຽດນາມ - ຍີ່ປຸ່ນ ພັດທະນາກວ່າອີກ. ບົນພື້ນຖານນັ້ນ, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານ Ishiba Shigeru ນາຍົກລັດຖະມົນຕີຍີ່ປຸ່ນ ໃນຄັ້ງນີ້, ການນຳຂັ້ນສູງສອງປະເທດຈະແລກປ່ຽນ ແລະວາງມາດຕະການລະອຽດເພື່ອແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ມີຢູ່ແລ້ວ, ນຳການພົວພັນ ຫວຽດນາມ - ຍີ່ປຸ່ນ ໃຫ້ມີການພັດທະນາຕາມທິດນັບມື້ນັບແທດຈິງ ແລະມີປະສິດທິຜົນກວ່າເກົ່າໃນສະພາບການໃໝ່.
ໂດຍ: ທູຈາງ