ກ່ອນທີ່ຈະໄປຢ້ຽມຢາມທາງລັດຖະກິດຢູ່ລາວ ຂອງທ່ານ ເລືອງເກື່ອງ, ທ່ານນາງ ຄຳເພົາ ເອີນທະວັນ ໄດ້ໃຫ້ສຳພາດຕໍ່ໜັງສືພິມກອງທັບປະຊາຊົນຫວຽດນາມ ກ່ຽວກັບເນື້ອໃນທີ່ກ່ຽວຂ້ອງເຖິງການຢ້ຽມຢາມ ແລະການພົວພັນລະຫວ່າງສອງປະເທດ.

ນັກຂ່າວ: ຂໍຮຽນທ່ານນາງເອກອັກຄະລັດຖະທູດ, ສາຍພົວພັນລະຫວ່າງຫວຽດນາມ-ລາວ, ລາວ-ຫວຽດນາມ ໄດ້ຮັບການຕີລາຄາວ່າພິເສດ, ເປັນແບບຢ່າງທີ່ຫາຍາກໃນການພົວພັນສາກົນ. ທ່ານນາງເອກອັກຄະລັດຖະທູດ ໃຫ້ຂໍ້ສັງເກດຄືແນວໃດຕໍ່ການຕີລາຄານີ້ ແລະການພັດທະນາການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ?

ທ່ານນາງເອກອັກຄະລັດຖະທູດ ຄໍາເພົາ ເອີນທະວັນ: ສາຍພົວພັນລະຫວ່າງຫວຽດນາມ-ລາວ, ລາວ-ຫວຽດນາມ ໄດ້ຮັບການຕີລາວ່າເປັນພິເສດ, ເປັນແບບຢ່າງທີ່ຫາຍາກໃນການພົວພັນສາກົນ. ນີ້ບໍ່ພຽງແຕ່ແມ່ນຄຳຍ້ອງຍໍເທົ່ານັ້ນ ຫາກຍັງແມ່ນຄວາມຮັບຮູ້ຈາກຫຼາຍຝ່າຍ, ໄດ້ສະແດງໃຫ້ເຫັນຄວາມສະໜິດຕິດພັນລະຫວ່າງສອງປະເທດໃນຕະຫຼອດໄລຍະປະຫວັດສາດ. ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ໄດ້ຮັບການສ້າງຕັ້ງຂຶ້ນໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ, ໄດ້ຮັບການລ້ຽງດູດ້ວຍເລືອດເນື້ອ ແລະຢາດເຫື່ອຂອງທະຫານອາສາສະໝັກຫວຽດນາມ, ນັກຮົບປະເທດລາວ, ການນຳ ແລະປະຊາຊົນລຸ້ນຕ່າງໆ ຂອງສອງປະເທດໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ, ກາຍເປັນຊັບສົມບັດອັນລໍ້າຄ່າຂອງສອງຊາດ, ແມ່ນສາຍພົວພັນທີ່ເປັນແບບຢ່າງ, ຫາຍາກໃນໂລກ, ແມ່ນໜຶ່ງໃນບັນດາປັດໄຈຕັດສິນໃຈໄຊຊະນະຂອງການປະຕິວັດຢູ່ແຕ່ລະປະເທດ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະເປົ້າໝາຍສາກົນ (P4G) ຄັ້ງທີ 4 ທີ່ຮ່າໂນ້ຍ, ໃນລະຫວ່າງວັນທີ 15 -17 ເມສາ 2025. ພາບ: qdnd.vn

ໃນໄລຍະຜ່ານມາ, ເຖິງວ່າສະພາບການໂລກ ແລະພາກພື້ນມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ແຕ່ການພົວພັນ ຫວຽດນາມ-ລາວ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ເພີ່ມພູນຄູນສ້າງຈາກສອງພັກ, ສອງລັດ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະການພົບປະທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ແນໃສ່ຮັກສາຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສົມທົບກັນຢ່າງແໜ້ນແຟ້ນໃນບັນຫາຍຸດທະສາດ, ແຜນນະໂຍບາຍ ແລະນະໂຍບາຍທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ, ການພັດທະນາຂອງແຕ່ລະປະເທດ...

ໃນບັນດາຜົນງານທີ່ເປັນໜ້າຮັບຮູ້, ພົ້ນເດັ່ນແມ່ນການຮ່ວມມືຢ່າງມີປະສິດທິຜົນໃນຂົງເຂດເສດຖະກິດ, ພິເສດແມ່ນການເພີ່ມຂຶ້ນຫຼາຍພໍສົມຄວນກ່ຽວກັບວົງເງິນການຄ້າ ແລະການລົງທຶນສອງຝ່າຍ, ໄດ້ສະແດງໃຫ້ເຫັນຄວາມສະໜິດຕິດພັນ ແລະພ້ອມກັນພັດທະນາແບບຍືນຍົງ. ດັ່ງທີ່ພວກເຮົາຮູ້ແລ້ວວ່າ, ທີ່ກອງປະຊຸມ ຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ-ລາວ (ເດືອນ ມັງກອນ 2025) ຜ່ານມາ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາສູງການຮ່ວມມືສອງຝ່າຍດ້ານເສດຖະກິດ, ການຄ້າ. ປີ 2024, ວົງເງິນການຄ້າສອງຝ່າຍລະຫວ່າງຫວຽດນາມ-ລາວ ລື່ນກາຍຄາດໝາຍປະຫວັດສາດກວ່າ 2 ຕື້ໂດລາສະຫະລັດ; ສະເພາະໃນໄຕມາດທີ I-2025, ວົງເງິນການຄ້າສອງຝ່າຍບັນລຸເກືອບ 1 ຕື້ໂດລາສະຫະລັດ.

ກໍ່ທີ່ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບຊີ້ນໍາບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດສືບຕໍ່ຄົ້ນຄວ້າມາດຕະການເພື່ອຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 5 ຕື້ໂດລາສະຫະລັດໃນປີ 2025. ບັນດາຫຼັກຖານກ່ຽວກັບການຮ່ວມມື ຫວຽດນາມ-ລາວ ໃນໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ສາຍພົວພັນແບບພິເສດນີ້ບໍ່ພຽງແຕ່ເປັນສັນຍາລັກເທົ່ານັ້ນ, ຫາກຍັງແມ່ນຕົວຈິງທີ່ມີຊີວິດຊີວາ, ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ ແລະປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍຮຽນທ່ານນາງເອກອັກຄະລັດຖະທູດໃຫ້ຮູ້ຄວາມໝາຍຂອງການຢ້ຽມຢາມທາງລັດຖະກິດຢູ່ລາວຂອງທ່ານ ເລືອງເກື່ອງ ປະທານປະເທດ?

ທ່ານນາງເອກອັກຄະລັດຖະທູດ ຄໍາເພົາ ເອີນທະວັນ: ການຢ້ຽມຢາມທາງລັດຖະກິດຢູ່ລາວ ຂອງທ່ານ ເລືອງເກື່ອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດຫວຽດນາມ ມີຄວາມໝາຍຫຼາຍຢ່າງ. ນີ້ແມ່ນການຢ້ຽມຢາມທາງລັດຖະກິດຢູ່ລາວ ຄັ້ງທຳອິດຂອງທ່ານ ເລືອງເກື່ອງ ໃນຖານະຕຳແໜ່ງປະທານປະເທດ, ໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນພິເສດຂອງການນຳສອງພັກ, ສອງລັດ ສໍາລັບການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ,  ລາວ-ຫວຽດນາມ.

ການຢ້ຽມຢາມຄັ້ງນີ້ໄດ້ດຳເນີນໄປໃນຈຸດເວລາສຳຄັນຂອງແຕ່ລະພັກ, ແຕ່ລະປະເທດ ແລະການພົວພັນ ລາວ-ຫວຽດນາມ. ຫວຽດນາມ-ລາວ ພວມມານະພະຍາຍາມປະຕິບັັດມະຕິກອງປະຊຸມໃຫຍ່ພັກຂອງແຕ່ລະປະເທດ, ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຢ່າງມີໄຊ. ພິເສດ, ສອງຝ່າຍໄດ້ຕັ້ງໜ້າຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງສອງພັກ,  ສັນຍາຮ່ວມມືລະຫວ່າງສອງລັດຖະບານທີ່ບັນລຸໄດ້ໝາກຜົນສໍາຄັນໃນຫຼາຍຂົງເຂດ.

leftcenterrightdel
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາຫວຽດນາມ ແລກປ່ຽນກັບນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn

ປີ 2025 ແມ່ນປີທີ່ມີວັນບຸນໃຫຍ່, ເຫດການສຳຄັນຫຼາຍຢ່າງຂອງສອງປະເທດ, ຄື: 70 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22-3-1955 / 22-3-2025); 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3-2-1930 / 3-2-2025); 50 ປີແຫ່ງວັນຊາດລາວ (2-12-1975 / 2-12-2025), 80 ປີແຫ່ງວັນຊາດຫວຽດນາມ (2-9-1945 / 2-9-2025); 105 ປີແຫ່ງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ 13-12-1920 / 13-12-2025) ແລະ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19-5-1890 / 19-5-2025);  50 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2025).

ໃນຂອບເຂດການຢ້ຽມຢາມລາວຄັ້ງນີ້, ທ່ານ ເລືອງເກື່ອງ ຈະພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ; ພົບປະກັບການນຳຂັ້ນສູງຂອງລາວ ເພື່ອແລກປ່ຽນສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ສະພາບການໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະປະສົບຜົນສຳເລັດຢ່າງຈົບງາມ. ເຖິງວ່າສະພາບການໂລກມີການປ່ຽນແປງ, ແຕ່ດ້ວຍຄວາມຕັດສິນໃຈຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ຈະສືບຕໍ່ໄດ້ຮັບການຮັກສາ, ເພີ່ມພູນຄູນສ້າງ ແລະພັດທະນາຕະຫຼອດໄປ.

ນັກຂ່າວ: ຂໍຂອບໃຈທ່ານນາງເອກອັກຄະລັດຖະທູດ!

ໂດຍ: ເຈິ່ນຮວ່ຽນ