ທ່ານຮອງລັດຖະມົນຕີ ໂດຮຸ່ງຫວຽດ ຢືນຢັນວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ປະກົດຜົນເປັນຈິງຕາມທິດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນ ແລະວິສາຫະກິດສອງປະເທດ.

leftcenterrightdel
ທ່ານ ໂດຮຸ່ງຫວຽດ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Sean Kotaro O'Neill, ເຈົ້າຫນ້າທີ່ຂັ້ນສູງຮັບຜິດຊອບກົມອາຊີຕາເວັນອອກ ແລະປາຊີຟິກ, ກະຊວງການຕ່າງປະເທດອາເມລິກາ. ພາບ: ກະຊວງການຕ່າງປະເທດ

ທ່ານຮອງລັດຖະມົນຕີສະແດງຄວາມເສຍດາຍກ່ຽວກັບເລື່ອງອາເມລິກາ ຈັດວາງພາສີຢ່າງສູງສໍາລັບຫວຽດນາມ; ເນັ້ນໜັກວ່າພື້ນຖານເສດຖະກິດຂອງຫວຽດນາມ ແລະອາເມລິກາ ມີລັກສະນະຊ່ວຍຊູກັນສູງ, ຢືນຢັນຫວຽດນາມ ກຽມພ້ອມປະສານສົມທົບກັບຝ່າຍອາເມລິກາ ຢ່າງແໜ້ນແຟ້ນ ເພື່ອສະເໜີມາດຕະການຊ່ວຍການພົວພັນເສດຖະກິດ-ການຄ້າສອງຝ່າຍພັດທະນາໝັ້ນຄົງຍາວນານ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ຜູ້ອຸປະໂພກບໍລິໂພກ ກໍ່ຄືປະຊາຄົມວິສາຫະກິດສອງປະເທດ.

ທ່ານ Sean Kotaro O’Neill ເຫັນດີເປັນເອກະພາບຕໍ່ການຕີລາຄາຂອງທ່ານ ໂດຮຸ່ງຫວຽດ ກ່ຽວກັບການພັດທະນາຢ່າງຕັ້ງໜ້າ, ຮອບດ້ານຂອງການພົວພັນຫວຽດນາມ-ອາເມລິກາ, ເນັ້ນໜັກວ່າ ອາເມລິກາ ຖືເປັນສໍາຄັນບົດບາດ ແລະທີ່ຕ້ັງຂອງຫວຽດນາມ ຢູ່ພາກພື້ນ, ພ້ອມທັງຢືນຢັນວ່າ ອາເມລິກາ ປາດຖະໜາຢາກສືບຕໍ່ໄດ້ປະສານສົມທົບກັບຫວຽດນາມ ຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ມີປະສິດທິຜົນ.

ໂດຍ:​ ໄຊນີດາ