ວັນທີ 15 ເມສາ, ສໍານັກຂ່າວສານ Reuters ໃຫ້ຂ່າວວ່າ ໃນການຢ້ຽມຢາມຫວຽດນາມ, ທ່ານ ສີຈິ້ນຜິງ ໄດ້ຮຽກຮ້ອງມາຍັງສອງປະເທດຮັດແໜ້ນການພົວພັນດ້ານການຄ້າກວ່າອີກ, ເພີ່ມທະວີການຮ່ວມມືໃນລະບົບຕ່ອງໂສ້ການສະໜອງ ກໍ່ຄືໃນຂົງເຂດປັນຍາປະດິດ, ເສດຖະກິດສີຂຽວ. ວັນທີ 14 ເມສາ, ພາຍຫຼັງການພົບປະກັບທ່ານ ໂຕເລິມ ເລຂາທິການໃຫຍ່, ການນຳສອງທ່ານໄດ້ເບິ່ງ ແລະຮັບຟັງການແນະນຳກ່ຽວກັບເອກະສານຂໍ້ຕົກລົງຮ່ວມມື 45 ສະບັບໃນຫຼາຍຂົງເຂດທີ່ໄດ້ລົງນາມລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດ, ໃນນັ້ນລວມມີຂໍ້ຕົກລົງຮ່ວມມືກ່ຽວກັບລະບົບຕ່ອງໂສ້ການສະໜອງ ແລະທາງລົດໄຟ.
ໃນຂະນະນັ້ນ, ໜັງສືພິມ The Guardian ຂອງອັງກິດ ໄດ້ຕີລາຄາສູງເລື່ອງຈີນ ແລະຫວຽດນາມ ລົງນາມໃນເອກະສານຂໍ້ຕົກລົງຮ່ວມມື 45 ສະບັບໃນຫຼາຍຂົງເຂດ. ໜັງສືພິມໄດ້ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານ ສີຈິ້ນຜິງ ໄດ້ເປີດໂອກາດໃຫ້ ຈີນ ປັບປຸງການພົວພັນກັບປະເທດບ້ານໃກ້ເຮືອນຄຽງ, ພ້ອມດຽວກັນນັ້ນກໍ່ແມ່ນຄູ່ຮ່ວມມືດ້ານການຄ້າທີ່ສຳຄັນ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ເປັນສັກຂີພິຍານໃນການນຳສະເໜີເອກະສານຮ່ວມມືລະຫວ່າງສອງປະເທດ. ພາບ: ຫວຽດຈູງ |
ຕາມ CNN, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຈີນ ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະການຢ້ຽມຢາມຂອງທ່ານ ສີຈິ້ນຜິງ ແມ່ນແນໃສ່ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງສອງປະເທດ. CNN ໃຫ້ຮູ້ວ່າ ໃນຊຸມປີມໍ່ໆມານີ້, ເງິນລົງທຶນຂອງຈີນ ຢູ່ຫວຽດນາມ ນັບມື້ນັບເພີ່ມຂຶ້ນຢ່າງແຂງແຮງ. ວົງເງິນການຄ້າສອງຝ່າຍລະຫວ່າງສອງປະເທດກໍ່ເຕີບໂຕຢ່າງບຸກທະລຸ. ໃນການຢ້ຽມຢາມຫວຽດນາມ, ທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ ຈີນ ແລະຫວຽດນາມ ຄວນຮ່ວມມືເພື່ອຮັກສາສະຖຽນລະພາບຂອງລະບົບການຄ້າເສລີທົ່ວໂລກ ກໍ່ຄືລະບົບຕ່ອງໂສ້ການສະໜອງ ແລະຂະແໜງອຸດສາຫະກຳ. ທ່ານຢືນຢັນວ່າ ຕະຫຼາດໃຫຍ່ຂອງ ຈີນ ຍາມໃດກໍ່ເປີດປະຕູໃຫ້ຫວຽດນາມ. ໃນສະພາບການທີ່ເສດຖະກິດທົ່ວໂລກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເພີ່ມທະວີການຮ່ວມມືຈະຊ່ວຍໃຫ້ສອງປະເທດມີຄວາມໝັ້ນຄົງ ແລະກ້າວໄປໄກກວ່າ.
ວັນດຽວກັນ, ໜັງສືພິມ The Rio Times (ບຣາຊິນ) ຢືນຢັນວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານ ສີຈິ້ນຜິງ ໄດ້ປັບປຸງການພົວພັນຄູ່ຮ່ວມມືເສດຖະກິດໃໝ່ລະຫວ່າງສອງປະເທດ. ໜັງສືພິມ The Rio Times ໄດ້ຫວນຄືນໝາກຜົນທີ່ພົ້ນເດັ່ນຂອງການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະຈີນ, ໃນນັ້ນເນັ້ນໜັກວ່າ ວົງເງິນການຄ້າສອງຝ່າຍໄດ້ເຕີບໂຕຢ່າງປະທັບໃຈ, ລື່ນກາຍ 260 ຕື້ໂດລາສະຫະລັດໃນປີ 2024. ຕາມໜັງສືພິມ The Rio Times ແລ້ວ, ການລົງທຶນຂອງຈີນ ຢູ່ຫວຽດນາມ ບັນລຸ 1,97 ຕື້ໂດລາສະຫະລັດໃນໄລຍະແຕ່ເດືອນມັງກອນ ຮອດເດືອນ ສິງຫາ 2024. ຈີນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ມາເປັນເວລາກວ່າ 20 ປີຕິດຕໍ່ກັນ. ທ່ານ ສີຈິ້ນຜິງ ຖື ຫວຽດນາມ ສໍາຄັນທີ່ສຸດ, ຢາກເພີ່ມທະວີການຮ່ວມມືດ້ານເສດຖະກິດກັບປະເທດບ້ານໃກ້ເຮືອນຄຽງນີ້. ທ່ານຢືນຢັນວ່າ ຈີນ ຈະເປີດປະຕູຕ້ອນຮັບຜະລິດຕະພັນທີ່ມີຄຸນນະພາບສູງຂອງຫວຽດນາມ ເຂົ້າສູ່ຕະຫຼາດຈີນ.
ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຂອງທ່ານ ສີຈິ້ນຜິງ, ວັນທີ 15 ເມສາ, ໜັງສືພິມ Huanqiu ໄດ້ລົງພິມບົດນໍາທີ່ມີຫົວຂໍ້ວ່າ "ກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຈີນ-ຫວຽດນາມ ທີ່ມີຄວາມໝາຍທົ່ວໂລກສໍາຄັນ". ບົດນໍາໄດ້ຊີ້ແຈ້ງວ່າ, ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງຜູ້ນຳຈີນ ໃນປີນີ້ ແລະກໍ່ແມ່ນການຢ້ຽມຢາມຄັ້ງທໍາອິດຂອງທ່ານ ທີ່ໄປປະເທດບ້ານໃກ້ເຮືອນຄຽງຂອງ ຈີນ ພາຍຫຼັງກອງປະຊຸມສູນກາງພັກກ່ຽວກັບວຽກງານບ້ານໃກ້ເຮືອນຄຽງ. ການຢ້ຽມຢາມໄດ້ດຶງດູດຄວາມສົນໃຈຢ່າງກວ້າງຂວາງຈາກປະຊາຄົມສາກົນ.
ທີ່ການເຮັດວຽກຢູ່ຮ່າໂນ້ຍ, ການນຳສອງປະເທດໄດ້ລົງເລິກແລກປ່ຽນຄຳຄິດຄຳເຫັນກ່ຽວກັບບັນຫາລວມ, ຍຸດທະສາດ ແລະທິດທາງຂອງການພົວພັນຂອງສອງພັກ, ສອງລັດ, ກຳນົດວິໄສທັດໃຫ້ແກ່ການກໍ່ສ້າງປະຊາຄົມແບ່ງປັນອະນາຄົດຈີນ-ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດຕາມກຳນົດທິດ “6 ກວ່າ”, ພ້ອມກັນກ້າວໄປໜ້າຢ່າງບໍ່ຢຸດຢັ້ງ, ປະກອບສ່ວນໃຫ້ແກ່ປະຊາຄົມມວນມະນຸດ.
ຕາມບົດຂຽນແລ້ວ, ໃນຊຸມປີມໍ່ໆມານີ້, ການພົວພັນຫວຽດນາມ-ຈີນ ໄດ້ມີບາດກ້າວໃຫຍ່, ເໝາະສົມກັບຄວາມຕ້ອງການທີ່ແທດຈິງຂອງແຕ່ລະຝ່າຍໃນການເພີ່ມເຕີມທ່າແຮງ ແລະແບ່ງປັນແຫຼ່ງກໍາລັງໃນຂົງເຂດເສດຖະກິດ, ພື້ນຖານໂຄງລ່າງ, ຕ່ອງໂສ້ອຸດສາຫະກຳ... ພາຍໃຕ້ການນຳພາຍຸດທະສາດຂອງການທູດປະມຸກລັດ, ການພົວພັນລະຫວ່າງສອງປະເທດບັນລຸໄດ້ບັນດາບາດກ້າວໃໝ່, ຄື: ຈາກການພ້ອມກັນມານະພະຍາຍາມຕ້ານອາດຊະຍາກຳຂ້າມຊາດ ແລະຈັດຕັ້ງການເຈລະຈາຍຸດທະສາດ "3+3", ເຖິງການເຊື່ອມຕໍ່ທາງລົດໄຟ, ການກໍ່ສ້າງທ່າກໍາປັ່ນອັດສະລິຍະລະຫວ່າງສອງປະເທດ, ການຮ່ວມມືລະບົບຕ່ອງໂສ້ອຸດສາຫະກໍາ ແລະລະບົບຕ່ອງໂສ້ການສະໜອງນັບມື້ນັບແໜ້ນແຟ້ນ. ເປັນສອງປະເທດທີ່ສຳຄັນໃນພາກພື້ນ, ການຮ່ວມມືຢ່າງແຂງແຮງລະຫວ່າງຈີນ ແລະຫວຽດນາມ ໄດ້ສ້າງແບບຢ່າງໃຫ້ປະເທດຕ່າງໆໃນການສ້າງເຄືອຂ່າຍພື້ນຖານໂຄງລ່າງຂ້າມຊາດ, ຊຸກຍູ້ການຮ່ວມມືດ້ານເສດຖະກິດພາກພື້ນ.
ບົດນໍາ ກໍ່ໃຫ້ຮູ້ວ່າ ຫວຽດນາມ ແມ່ນທິດທາງບຸລິມະສິດໃນຂົງເຂດການຕ່າງປະເທດບ້ານໃກ້ເຮືອນຄຽງຂອງຈີນ. ໃນທິດທາງກົງກັນຂ້າມ, ຍາມໃດຫວຽດນາມ ກໍ່ຖືການພັດທະນາການພົວພັນກັບຈີນ ແມ່ນຄວາມຮຽກຮ້ອງພາວະວິໄສ, ແມ່ນການເລືອກເຟັ້ນຍຸດທະສາດ ແລະແມ່ນບຸລິມະສິດແຖວໜ້າໃນແນວທາງການພົວພັນຕ່າງປະເທດຂອງຕົນ.
ໂດຍ: ເຈິ່ນຮວ່ຽນ