ເສັ້ນທາງພັດທະນາຂອງຫວຽດນາມ ບໍ່ສາມາດຕັດແຍກອອກຈາກທ່າອ່ຽງລວມຂອງໂລກ

ເຂົ້າຮ່ວມພິທີໄຂ, ສຳລັບຝ່າຍຫວຽດນາມ ມີບັນດາສະຫາຍ: ຟ້າມມິງຈິ໊ງ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ; ເລຮວ່າຍຈູງ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ; ເຈິ່ນລຶວກວາງ, ເລຂາທິການສູນກາງພັກ, ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງພັກ; ບຸ່ຍແທັງເຊີນ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ... ສຳລັບແຂກຖືກເຊີນສາກົນມີສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ, ທ່ານ Abiy Ahmed Ali ນາຍົກລັດຖະມົນຕີ ເອທິໂອເປຍ, ທ່ານ Neth Savoeun ຮອງນາຍົກລັດຖະມົນຕີກຳປູເຈຍ, ທ່ານ Amina J. Mohammed ຮອງເລຂາທິການໃຫຍ່ສະຫະປະຊາຊາດ...

ທ່ານເລຂາທິການໃຫຍ່ ໂຕເລີມ ກ່າວສູນທອນພົດໂດຍເນັ້ນໜັກວ່າ ຕໍ່ໜ້າການຫັນປ່ຽນອັນໃຫຍ່ຫຼວງ, ວ່ອງໄວທີ່ມີລັກສະນະຍຸກສະໄໝຂອງໂລກໃນປະຈຸບັນ, ຫວຽດນາມ ພວມມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອກ້າວໄປເຖິງສັງກາດພັດທະນາໃຫ້ຮັ່ງມີເຂັ້ມແຂງ, ວັດທະນາຖາວອນຂອງຊາດ, ເທົ່າທຽມກັບບັນດາປະເທດມະຫາອຳນາດໃນໂລກ, ກໍ່ສ້າງສັງຄົມນິຍົມເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ, ຜາສຸກໃຫ້ປະສົບຜົນສຳເລັດ. ເຖິງປີ 2030, ຫວຽດນາມ ກາຍເປັນປະເທດພັດທະນາ, ມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ; ເຖິງປີ 2045 ກາຍເປັນປະເທດສັງຄົມນິຍົມພັດທະນາ, ມີລາຍຮັບສູງ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລີມ ກ່າວສູນທອນພົດທີ່ພິທີເປີດກອງປະຊຸມສຸດຍອດ P4G ຄັ້ງທີ 4. ພາບ: ຝູ໊ເຊີນ

ທ່ານເລຂາທິການໃຫຍ່ ໄດ້ແບ່ງປັນວ່າ ດ້ວຍບົດຮຽນເກືອບ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ໄດ້ກຳນົດໄລຍະທາງຫັນບັນດາເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງຕ້ອງຮັບປະກັນຫຼັກການ “ຍືນຍົງ, ກວມລວມ, ກົມກຽວ”, ລວມມີ: ພັດທະນາໄວຕ້ອງໄປຄຽງຄູ່ກັບຍືນຍົງ, ຄຸນນະພາບສູງ, ຕ້ອງມີຄວາມກົມກຽວລະຫວ່າງການພັດທະນາເສດຖະກິດກັບວັດທະນະທຳ, ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ພັດທະນາປະເທດຕ້ອງໄປຄຽງຄູ່ກັບຄວາມຮັບຜິດຊອບສາກົນ, ປະກອບສ່ວນນັບມື້ນັບຫຼາຍໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ພັດທະນາຂອງພາກພື້ນ ແລະໂລກ; ເພື່ອຄວາມຜາສຸກຂອງມວນມະນຸດ; ຮ່ວມມືສາກົນບົນຫຼັກການ “ທຸກຝ່າຍມີໄຊຊະນະ”. ວິວັດທະນາການພັດທະນາຕ້ອງຖືປະຊາຊົນເປັນໃຈກາງ, ເປັນເປົ້າໝາຍ, ກຳລັງໜູນຂອງທຸກນະໂຍບາຍ, ຍຸດທະສາດ; ປະຊາຊົນເປັນຜູ້ຊົມໃຊ້ຜົນງານຂອງການພັດທະນາ.

ທ່ານເລຂາທິການໃຫຍ່ ໄດ້ຊີ້ແຈ້ງວ່າ ເສັ້ນທາງພັດທະນາຂອງຫວຽດນາມ ບໍ່ສາມາດຕັດແຍກອອກຈາກທ່າອ່ຽງລວມຂອງໂລກ. ຫວຽດນາມ ຈະສືບຕໍ່ຍູ້ແຮງກິດຈະການເປີດປະຕູ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງສາກົນຢ່າງຄົບຊຸດ, ຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ. ທ່ານເລຂາທິການໃຫຍ່  ເຊື່ອໝັ້ນວ່າ ກອງປະຊຸມສຸດຍອດ P4G ຄັ້ງທີ 4 ຈະສ້າງກໍາລັງໜູນໃໝ່ຊຸກຍູ້ການຮ່ວມມືລະຫວ່າງ P4G ກັບບັນດາຄູ່ຮ່ວມມື, ລະຫວ່າງບັນດາປະເທດຊີກໂລກເໜືອ ແລະຊີກໂລກໃຕ້, ລະຫວ່າງພາກລັດ ແລະພາກເອກະຊົນ ເພື່ອແນໃສ່ຊຸກຍູ້ການຫັນປ່ຽນສີຂຽວ ແລະພັດທະນາແບບຍືນຍົງ.

3 ບົດຮຽນທີ່ມີຄວາມສໍາຄັນ

ໃນບົດກ່າວເປີດກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເນັ້ນໜັກວ່າ ໄລຍະທາງການຫັນເປັນສີຂຽວຂອງໂລກໃນໄລຍະຜ່ານມາມີ 3 ບົດຮຽນທີ່ສຳຄັນ. ທີໜຶ່ງແມ່ນເຂົ້າເຖິງທົ່ວປວງຊົນ, ຮອບດ້ານ, ທົ່ວໂລກ, ກວມລວມ, “ບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ”. ທີສອງແມ່ນຫຼັກການສະເໝີພາບ, ທ່ຽງທຳ, ມີຄວາມຮັບຜິດຊອບ. ທີສາມແມ່ນບົດບາດຫຼັກແຫຼ່ງຂອງວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນປ່ຽນດີຈີຕອນ; ບົດບາດການນຳໜ້າຂອງຕະຫຼາດ ແລະບົດບາດພື້ນຖານຂອງການຮັບຮູ້ສັງຄົມໃນການຊຸກຍູ້ການຫັນປ່ຽນສີຂຽວ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວເປີດກອງປະຊຸມສຸດຍອດ P4G ຄັ້ງທີ 4. ພາບ: ຝູ໊ເຊີນ

ທ່ານນາຍົກລັດຖະມົນຕີຫວຽດນາມ ສະເໜີໃຫ້ກອງປະຊຸມສຸມໃສ່ປຶກສາຫາລືມາດຕະການຊຸກຍູ້ຈິນຕະນາການສີຂຽວ, ກໍ່ສ້າງປະຊາຄົມສີຂຽວທີ່ມີຄວາມຮັບຜິດຊອບ ແລະຍູ້ແຮງການຮ່ວມມືສາກົນ, ເສີມຂະຫຍາຍບັນດາຮູບແບບຮ່ວມມືຫຼາຍຝ່າຍ, ບັນດາຂອບເຂດຫຼາຍຝ່າຍກ່ຽວກັບການເຕີບໂຕສີຂຽວ. ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ກັບວິທີການເຂົ້າເຖິງຂອງ P4G ໂດຍເລີ່ມຈາກໂຄງການທີ່ມີຄວາມລະອຽດ, ມີປະສິດທິຜົນ, ມີລັກສະນະແຜ່ຂະຫຍາຍ, ສ້າງກຳລັງໜູນ, ເປັນແຫຼ່ງບັນດານໃຈ ແລະຮຽກຮ້ອງມາຍັງບັນດາສະມາຊິກ, ຄູ່ຮ່ວມມືເພີ່ມທະວີການຮ່ວມມື ເພື່ອໃຫ້ P4G ກາຍເປັນ “ສູນບົ່ມເພາະແນວຄວາມຄິດ”, ເປັນ “ຫ້ອງທົດລອງ” ສາກົນ ກ່ຽວກັບການພັດທະນາແບບຍືນຍົງ ແລະເຕີບໂຕສີຂຽວ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ດ້ວຍຈິດໃຈສາມັກຄີ, ເປັນຈິດໜຶ່ງໃຈດຽວກັນ, ມີຄຸນທາດບືນຕົວຂຶ້ນ ແລະມີສະຕິປັນຍາໃນການປະດິດສ້າງຂອງທຸກປະເທດຈະກາຍເປັນກຳລັງແຮງທີ່ບໍ່ມີອັນປຽບທຽບໄດ້, ຊຸກຍູ້ການຫັນປ່ຽນສີຂຽວ ແລະພັດທະນາກວມລວມ, ຍືນຍົງໃນທົ່ວໂລກ, ທຸກສິ່ງທຸກຢ່າງແມ່ນເພື່ອມະນຸດ, ຂອງມະນຸດ ແລະໂດຍມະນຸດ, ເພື່ອຄວາມຜາສຸກ, ຄວາມອີ່ມໝຳສຳລານຂອງປະຊາຊົນໝົດທຸກຄົນ.

ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະບັນດາປະເທດ

ວັນທີ 14 ເມສາ, ຢູ່ສຳນັກງານປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Cho Tae-yul ລັດຖະມົນຕີກະຊວງການຕ່າງປະເທດ ສ. ເກົາຫຼີ ເນື່ອງໃນໂອກາດຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມສຸດຍອດ P4G ຄັ້ງທີ 4.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Cho Tae-yul ລັດຖະມົນຕີກະຊວງການຕ່າງປະເທດ ສ. ເກົາຫຼີ. ພາບ: ຝູ໊ເຊີນ

ທ່ານປະທານປະເທດ  ສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ສົມທົບກັນຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ, ກົນໄກຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ ກໍ່ຄືເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ; ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະປະຊາຊົນສອງປະເທດ, ຜ່ານນັ້ນສ້າງສະພາບແວດລ້ອມທີ່ສະດວກ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ. ຕີລາຄາວ່າ ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ, ທ່ານປະທານປະເທດ ຖືວ່າ ສອງຝ່າຍຄວນສົມທົບກັນຊຸກຍູ້ການຜັນຂະຫຍາຍບັນດາຂົງເຂດຮ່ວມມື, ໂດຍສະເພາະແມ່ນຂົງເຂດການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການຮ່ວມມືເສດຖະກິດຢ່າງມີປະສິດທິຜົນ, ມີເນື້ອແທ້.

ທ່ານ Cho Tae-yul ໄດ້ຊົມເຊີຍບັນດາຜົນງານການພັດທະນາເສດຖະກິດ- ສັງຄົມ ເຊິ່ງຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ; ສະແດງຄວາມເຊື່ອໝັ້ນວ່າ ປະເທດ ແລະປະຊາຊົນຫວຽດນາມ ຈະປະຕິບັດບັນດາເປົ້າໝາຍທີ່ວາງອອກໃຫ້ປະສົບຜົນສຳເລັດ; ເນັ້ນໜັກວ່າ ສ. ເກົາຫຼີ ຍາມໃດກໍ່ຖືຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມໃນການຈັດຕັ້ງປະຕິບັດນະໂຍບາຍພົວພັນຕ່າງປະເທດຢູ່ພາກພື້ນ; ປາດຖະໜາຢາກພ້ອມກັບຫວຽດນາມ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ພັດທະນາກວ່າໃນໄລຍະຈະມາເຖິງໃນທຸກຂົງເຂດ, ຜ່ານນັ້ນປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.

* ວັນທີ 16 ເມສາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິ໊ງ ໄດ້ຕ້ອນຮັບທ່ານ Neth Savoeun ຮອງນາຍົກລັດຖະມົນຕີ ກຳປູເຈຍ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ P4G ຄັ້ງທີ 4.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານ Neth Savoeun ຮອງນາຍົກລັດຖະມົນຕີ ກຳປູເຈຍ. ພາບ: ຝູ໊ເຊີນ

ທ່ານ ຟ້າມມິງຈິ໊ງ ອວຍພອນໃຫ້ກຳປູເຈຍ ສືບຕໍ່ຍາດໄດ້ຜົນງານໃໝ່ອັນໃຫຍ່ຫຼວງກວ່າອີກໃນໄລຍະຈະມາເຖິງ. ທ່ານ Neth Savoeun ຮອງນາຍົກລັດຖະມົນຕີ ກຳປູເຈຍ ກໍ່ສະແດງຄວາມຂອບອົກຂອບໃຈ ຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່, ຊ່ວຍເຫຼືອກຳປູເຈຍ ໃນທຸກສະພາບການ; ເນັ້ນໜັກວ່າ ການພັດທະນາຂອງຫວຽດນາມ ກໍ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ກຳປູເຈຍ, ພ້ອມທັງຢັ້ງຢືນວ່າ ກຳປູເຈຍ ມີຄວາມພາກພູມໃຈກ່ຽວກັບການພົວພັນສອງຝ່າຍທີ່ນັບມື້ນັບແທດຈິງ, ມີປະສິດທິຜົນກວ່າ. ສອງຝ່າຍເຫັນດີເປັນເອກະພາບປັບປຸງຄວາມສາມັກຄີ, ການຮ່ວມມືຢ່າງແໜ້ນແຟ້ນກວ່າອີກ, ພ້ອມທັງຍູ້ແຮງການຮ່ວມມືເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ-ບຳລຸງສ້າງ, ພົບປະແລກປ່ຽນປະຊາຊົນ.

ໂດຍ: ແສງເດືອນ